Menu

ຟາຍສຽງໃນວິຊາພາສາອັງກິດຂອງຊັ້ນປະຖົມສຶກສາປີທີ່ 4 ຫຼາຍກວ່າ 100 ສຽງ ໄດ້ຖືກສ້າງເປັນວິດີໂອ ແລະ ໄດ້ຖືກອັບໂຫຼດລົງທາງສອງທາງຢູ່ທູບ ທີ່ມີຊື່ວ່າ “ວິດີໂອສຳລັບການພັດທະນາຄູ Teacher Development Videos”

QR code TDV

Students learning the English phonics

Students with the new English curriculum

Teachers can also access the animated audio tracks via YouTube

Teachers received a USB with English audio tracks to play in the classroom

The new textbooks contain many colored illustrations

ຫຼັກສູດວິຊາພາສາອັງກິດສະບັບປັບປຸງໃໝ່ຂອງຊັ້ນປະຖົມປີທີ 4 ແມ່ນໄດ້ຮັບການພັດທະນາໂດຍ ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ນໍາໃຊ້ ວິທີການເພື່ອການສື່ສານ ທີ່ຊ່ວຍໃຫ້ນັກຮຽນນຳໃຊ້ພາສາອັງກິດ ແລະ ສາມາດສື່ສານຕາມສະຖານະການຕົວຈິງ. ຫຼັກສູດຊັ້ນປະຖົມໃໝ່ນີ້ໄດ້ເນັ້ນໜັກໃຫ້ມີການພັດທະນາທັກສະທາງດ້ານການຟັງ ແລະ ການເວົ້າ. ເພື່່ອໃຫ້ນັກຮຽນໄດ້ມີໂອກາດນຳໃຊ້ພາສາອັງກິດ ແລະ ພັດທະນາທັກສະການປາກເວົ້າ ນັກຮຽນແມ່ນຈະໄດ້ຮັບການຊ່ວຍເຫຼືອດ້ວຍການອ່ານ ແລະ ການຂຽນ. ແຕ່ເນື່ອງຈາກວ່າ ການອອກສຽງ ແລະ ຄຳສັບໃນພາສາອັງກິດ ແມ່ນຫຍັງໃໝ່ ແລະ ເປັນສິ່ງທີ່ຍາກສຳລັບຄູຫຼາຍຄົນໃນລາວ ຄູຈຶ່ງຕ້ອງການຕົວຢ່າງໃນການສິດສອນເພື່ອອອກສຽງ ແລະ ເວົ້າຄຳສັບພາສາອັງກິດໃຫ້ຖືກຕ້ອງເພື່ອດຳເນີນການຮຽນການສອນ.

ທ່ານ ນາງ ມະໂນລີ ດົງວັນ, ຮອງຜູ້ອໍານວຍການສູນສົ່ງເສີມພາສາຕ່າງປະເທດ ໄດ້ອະທິບາຍວ່າ “ຫຼັງຈາກທີ່ນັກຮຽນໄດ້ຮຽນຄຳສັບໃໝ່, ນັກຮຽນຈະຕ້ອງໄດ້ຝຶກການນຳໃຊ້ຄຳສັບເຫຼົ່ານັ້ນເພື່ອທີ່ຈະສາມາດນຳໃຊ້ຄຳສັບໃໝ່ເຫຼົ່ານັ້ນເຂົ້າໃນການສົນທະນາ, ໃນຊີວິດຕົວຈິງຂອງເຂົາເຈົ້າ. ເພາະສະນັ້ນ, ນີ້ຈຶ່ງເປັນຊ່ອງທາງໜຶ່ງທີ່ຈະຊ່ວຍໃຫ້ຄູໄດ້ເຂົ້າເຖິງວິທີການສິດສອນເພື່ອຊ່ວຍໃຫ້ການຮຽນການສອນໄດ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ດັ່ງນັ້ນ, ເມື່ອໄດ້ເລີ່ມຕົ້ນພັດທະນາບົດຮຽນວິຊາພາສາອັງກິດຊັ້ນປ.3, ພວກເຮົາກໍ່ໄດ້ຜະລິດສື່ທີ່ເປັນຄລິບສຽງເພື່ອຊ່ວຍຄູ ແລະ ນັກຮຽນ”.

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ສ້າງ 105 ຟາຍສຽງວິຊາພາສາອັງກິດຂັ້ນ ປ.4 ທີ່ເປັນວີດີໂອ ຜ່ານຊ່ອງທາງຢູທູບວິດີໂອສຳລັບການພັດທະນາຄູ Teacher Development Videos. ຟາຍສຽງດັ່ງກ່າວ ແມ່ນເພີ່ມຕື່ມ 101 ຟາຍສຽງຂອງວິຊາພາສາອັງກິດຂັ້ນ ປ.3 ເຊິ່ງໄດ້ຜະລິດໃນປີທີ່ຜ່ານມາ. ບັນດາຟາຍສຽງແມ່ນສຽງຂອງຜູ້ທີ່ໃຊ້ພາສາອັງກິດເປັນພາສາຫຼັກ, ຫຼາກຫຼາຍອາຍຸ ແລະ ສຽງຄືເຫດການຈິງ. ເຊິ່ງບັນດາສຽງລວມມີພາກສຽງເວົ້າຂອງຄົນຜູ້ດຽວ, ສຽງຂອງບົດສົນທະນາ, ບົດເລື່ອງຕ່າງໆ, ບົດເພງ ແລະ ຕົວຢ່າງການອອກສຽງຂອງບັນດາສຽງໃໝ່. ໃນປື້ມຄູ່ມືຄູວິຊາພາສາອັງກິດຂອງຂັ້ນ ປ.4 ແມ່ນລວມມີຄຳແນະນຳກ່ຽວກັບບັນດາຟາຍສຽງທີ່ນຳໃຊ້ ແລະ ລາຍລະອຽດຂອງສຽງທີ່ຢູ່ໃນວິຊາພາສາອັງກິດ ແລະ ວິຊາພາສາລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ປະຈຸບັນນີ້ ແມ່ນໄດ້ເລີ່ມອັດສຽງເພື່ອປະກອບເຂົ້າໃນຫຼັກສູດຊັ້ນປະຖົມສຶກສາປີທີ 5 ທີ່ກຳລັງຈະອອກມາໃນໄວໆນີ້.

ທ່ານ ນາງ ມະໂນລີ ຍັງໄດ້ກ່າວຕື່ມອີກວ່າ: “ການຜະລິດຟາຍເປັນວິດີໂອຈະສາມາດຊ່ວຍຄູສາມາດຝຶກນັກຮຽນໃຫ້ສາມາດອອກສຽງໄດ້ຄືກັບສຽງຈິງ. ພວກເຂົາຈະສາມາດສອນໃຫ້ນັກຮຽນໄດ້ອອກສຽງໃນພາສາອັງກິດທີ່ມີສຽງແຕກຕ່າງກັນ ແລະ ເຮັດໃຫ້ບົດຮຽນມີຄວາມມ່ວນຊື່ນ”.

ນອກຈາກນີ້, ບັນດາຟາຍສຽງເຫຼົ່ານີ້ ທາງຂະແໜງສື່ເອເລັກໂຕຼນິກ ແລະ ການສຶກສາທາງໄກ ຂອງສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ໄດ້ຜະລິດວິດີໂອສຳລັບການພັດທະນາຄູໃນປີ 2022 ທີ່ໄດ້ສະແດງໃຫ້ຮູ້ເຕັກນິກຄຳແນະນຳການອອກສຽງໃນພາສາອັງກິດ, ການກວດການອອກສຽງທີ່ຖືກຕ້ອງ ແລະ ການຝຶກຂຽນຕົວອັກສອນ ສຳລັບສຽງທີ່ແຕກຕ່າງກັນ ພ້ອມທັງ ບັນດາຕົວອັກສອນທີ່ນັກຮຽນໄດ້ຮຽນໃນຂັ້ນ ປ.3 ແລະ ໃນຂັ້ນ ປ.4. ວີດີໂອຍັງໄດ້ຖືກແປເປັນພາສາມືເພື່ອໃຫ້ສາມາດເຂົ້າໃຈໄດ້ສຳລັບທຸກຄົນ.

“ຄູຊັ້ນປະຖົມສຶກສາ ແລະ ຄູຝຶກ ຈະໄດ້ນໍາໃຊ້ວິດີໂອ ແລະ ສຽງຂອງສື່ການຮຽນ-ການສອນ ເຊິ່ງໄດ້ກະກຽມໃສ່ໃນບົດຮຽນ ແລະ ສຳລັບການຮຽນຮູ້ດ້ວຍຕົນເອງ ເພື່ອຝຶກເຕັກນິກການສອນດ້ວຍຫຼັກສູດໃໝ່ ແລະ ຝຶກການສອນດ້ວຍການປະຕິບັດຕົວຈິງ. ພວກເຂົາສາມາດເປີດຟາຍສຽງໄດ້ໂດຍກົງເພື່ອໃຊ້ໃນຫ້ອງຮຽນ” ກ່າວໂດຍ ທ່ານ ຄຳຈັນ ລັດທະຍອດ ຮອງຜູ່ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ).

“ປະຈຸບັນ ພວກເຮົາໄດ້ຮັບຫຼາຍກ່ວາ 2,6 ລ້ານວິວ ຜ່ານທາງຊ່ອງທາງຢູທູບວີດີໂອສຳລັບການພັດທະນາຄູ Teacher Development Videos”. ຕົວເລກຂໍ້ມູນຜູ້ຊົມທີ່ຫຼາຍໃນລະດັບນີ້ ແມ່ນໄດ້ສະແດງໃຫ້ເຫັນວ່າ ຄູສ່ວນຫຼາຍແມ່ນມີຄວາມພໍໃຈຕໍ່ກັບສື່ດັ່ງກ່າວທີ່ສ້າງມາ. ບັນດາສື່ການຮຽນການສອນແມ່ນຍັງໄດ້ຖືກເຜີຍແພ່ຜ່ານທາງຊ່ອງໂທລະພາບສຶກສາທີ່ໄດ້ອອກອາກາດຜ່ານທາງດາວທຽມລາວແຊັດ ຊ່ອງ 8, ໃນແທັບເລັດ ທີ່ໄດ້ແຈກຢາຍໃຫ້ແກ່ບັນດາເມືອງເປົ້າໝາຍ, ໃນຢູເອສບີ ທີ່ໄດ້ແຈກຢາຍໃຫ້ແກ່ຄູ ແລະ ແພຼດຟອມ ຄັງປັນຍາລາວ”.