Menu

ສາລະຄະດີຄູຕົວແບບຕອນໃໝ່ ຕອນ “ການສອນນັກຮຽນຊົນເຜົ່າຢູ່ເຂດຫ່າງໄກ”.

Information Media Team in the field

ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາທີ່ໄປຖ່າຍທຳ

Ajan Souksavanh being interviewed by Information Media Center

ຄູສຸກສະຫວັນຖືກສຳພາດໂດຍທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ

Ajan Souksavanh in her classroom

ຄູສຸກສະຫວັນກຳລັງສອນໃນຫ້ອງຮຽນຂອງລາວ

Ajan Souksavanh meeting the parents and community about education

ຄູສຸກສະຫວັນພົບປະຜູ້ປົກຄອງ ແລະ ຊຸມຊົນ ເພື່ອແນະນຳຄວາມສຳຄັນຂອງການສຶກສາ

Akha Village where Ajan Souksavanh teaches

ຊຸມຊົນເຜົ່າອາຄາທີ່ຄູສຸກສະຫວັນສອນ

ທີມງານໂທລະພາບ, ວິທະຍຸ ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຂອງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບິຄວາ ໄດ້ອອກອາກາດ ສາລະຄະດີຄູົວແບບ ຕອນທີ 5. ທີ່ໄດ້ເລົ່າເລື່ອງຂອງຄູສອນທີ່ໂຮງຮຽນຂອງລັດແຫ່ງໜຶ່ງທີ່ມາຈາກບ້ານຢູ່ເຂດຫ່າງໄກໃນແຂວງຜົ້ງສາລີ ທີ່ເປັນແຮງບັນດານໃຈແກ່ຄູທ່ານອື່ນໄດ້ ນັ້ນກໍ່ຄື: ຄູ ສຸກສະຫວັນ ລາວລີ. ລາວເປັນຄົນຊົນເຜົ່າພູນ້ອຍ ແລະ ສອນນັກຮຽນທີ່ເປັນຊົນເຜົ່າອາຄາທີ່ຍັງບໍ່ທັນເກັ່ງພາສາລາວ. ໃນສາລະຄະດີນີ້, ຄູສຸກສະຫວັນ ໄດ້ອະທິບາຍວິທີການຂອງລາວເພື່ອຮັບປະກັນວ່າ ນັກຮຽນຂອງລາວສາມາດມີສ່ວນຮ່ວມ ແລະ ຄວາມສຳຄັນຂອງພວກເຂົາໄດ້ປະກອບສ່ວນໃນກິດຈະກໍາການຮຽນຮູ້ທັງໝົດ, ວິທີການທີ່ລາວຮ່ວມມືກັບຄູທ່ານອື່ນ ແລະ ການປະສານງານກັບຊຸມຊົນ ແລະ ພໍ່ແມ່ນັກຮຽນ.

ປະເທດລາວເປັນປະເທດທີ່ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ພາສາຊົນເຜົ່າ, ມີ 4 ກຸ່ມໝວດພາສາຫຼັກ ແລະ ມີຫຼາຍກວ່າ 50 ພາສາເວົ້າ. ພາສາແມ່ຂອງຄົນລາວ 40 ສ່ວນຮ້ອຍແມ່ນພາສາອື່ນ. ພາສາລາວແມ່ນພາສາຫຼັກທີ່ໃຊ້ໃນໂຮງຮຽນ. ແຕ່ຖ້າຫາກເດັກບໍ່ເວົ້າພາສາລາວໃນຄອບຄົວເດັກຈະພົບຄວາມຫຍຸ້ງຍາກໃນເວລາເຂົ້າຮຽນ.

ຄູ ສຸກສະຫວັນ ໄດ້ອະທິບາຍວ່າ “ໂຮງຮຽນແມ່ນຕັ້ງຢູ່ເຂດຫ່າງໄກ ແລະ ວັດທະນະທຳຂອງຊົນເຜົ່າອາຄາ ແມ່ນມີເອກະລັກທີ່ແຕກຕ່າງຈາກຊົນເຜົ່າຂອງຂ້າພະເຈົ້າ, ຊົນເຜົ່າພູນ້ອຍ. ໂຮງຮຽນແມ່ນຢູ່ໄກຈາກບ້ານຂ້າພະເຈົ້າຫຼາຍ; ຂ້າພະເຈົ້າສາມາດກັບມາເຮືອນໄດ້ໃນທ້າຍອາທິດເທົ່ານັ້ນ. ການສອນຢູ່ໂຮງຮຽນທີ່ມີນັກຮຽນຊົນເຜົ່າຫຼາຍອາດເປັນສິ່ງທ້າທາຍໃນການສອນຂອງຄູ. ຢູ່ເຮືອນ ນັກຮຽນແມ່ນເວົ້າພາສາອາຄາ ແລະ ເມື່ອເຂົາເຈົ້າເບິ່ງໂທລະພາບ, ກໍອາດເບິ່ງຊ່ອງເພື່ອນບ້ານ. ຍ້ອນເຫດຜົນຄືດັ່ງກ່າວ ນັກຮຽນເຂດບ້ານນີ້ ເມື່ອເຖິງເກນອາຍຸເຂົ້າຮຽນ ອາດຈະຍັງບໍ່ເຂົ້າໃຈພາສາລາວໄດ້ດີເທື່ອ.”

ຄູ ສຸກສະຫວັນ ມີຄວາມກະຕືລືລົ້ນ ແລະ ປະຕິບັດໜ້າທີ່ການສອນດ້ວຍຄວາມເອົາໃຈໃສ່. ລາວໄດ້ບອກວ່າ: “ພວກເຮົາບໍ່ສາມາດຍອມແພ້ໄດ້ເມື່ອເຮົາຕັດສິນໃຈເປັນຄູ. ຂ້າພະເຈົ້າແມ່ນຮັກເດັກນ້ອຍ ແລະ ຂ້າພະເຈົ້າຄິດວ່າການສອນເດັກນ້ອຍມີຄຸນຄ່າທີ່ສຸດ ແລະ ຂ້າພະເຈົ້າຮູ້ສຶກດີທີ່ຈະສອນເຂົາເຈົ້າຄືກັບວ່າເຂົາເຈົ້າເປັນລູກຂອງຂ້າພະເຈົ້າເອງ.”

ຄູສຸກສະຫວັນ ໄດ້ຮຽນຮູ້ວິທີການປັບການສອນຂອງລາວ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນເຂົ້າໃຈ, ມີສ່ວນຮ່ວມ ແລະ ມີຄວາມກ້າວໜ້າໃນການຮຽນ. ລາວໄດ້ອະທິບາຍວ່າ “ຂ້າພະເຈົ້າໃຊ້ພາສາກາຍ ແລະ ຈະອະທິບາຍກິດຈະກຳສາມຫາສີ່ຄັ້ງ ເພື່ອໃຫ້ນັກຮຽນເຂົ້າໃຈ. ກ່ອນອື່ນ, ຈະອະທິບາຍເປັນພາສາອາຄາ, ຈາກນັ້ນເປັນພາສາລາວ.” ລາວຍັງໄດ້ບອກວິທີການສອນພາສາລາວໃຫ້ນັກຮຽນຂອງລາວວ່າ: “ຂ້າພະເຈົ້າກະກຽມຊຸດຮູບພາບທີ່ຈະຊ່ວຍໃຫ້ນັກຮຽນຮຽນຮູ້ພາສາລາວ. ຂ້າພະເຈົ້າປະດິດບັດຮູບພາບດ້ວຍຕົນເອງ ເຊິ່ງໄດ້ຮັບແຮງຈູງໃຈຈາກປຶ້ມແບບຮຽນ ຫຼື ການຄົ້ນຄວ້າຊອກຮູບທາງອິນເຕີເນັດ. ຂ້າພະເຈົ້າຍັງໄດ້ໃຊ້ເຕັກນິກຈາກຫຼັກສູດພາສາລາວສະບັບປັບປຸງໃໝ່ ແລະ ບາງສ່ວນຈາກໂຄງການຝຶກເວົ້າພາສາລາວ. ບັນດາສື່ການສອນດັ່ງກ່າວແມ່ນມີປະໂຫຍດຫຼາຍ. ຂ້າພະເຈົ້າມັກເຕັກນິກ “ຟັງ ແລະ ປະຕິບັດ”. ຂ້າພະເຈົ້າຍັງໄດ້ນໍາໃຊ້ເຕັກນິກທີ່ໄດ້ແນະນຳໃນວິດີໂອສຳລັບການພັດທະນາຄູ ເພື່ອປະຕິບັດ ແລະ ກະກຽມບົດຮຽນຂອງຕົນເອງ”.

ຄູ ສຸກສະຫວັນ ໃຫ້ຄວາມສຳຄັນຕໍ່ການສະໜັບສະໜູນເພື່ອນທີ່ເປັນຄູສອນດ້ວຍກັນ ແລະ ຜູ້ເຮັດວຽກສຶກສານິເທດ ເພື່ອຊ່ວຍແກ້ໄຂສິ່ງທ້າທາຍທີ່ຄູອາດຈະປະເຊີນໃນການສອນ. “ຫ້ອງການສຶກສາທິການ ແລະ ກິລາເມືອງ ຜົ້ງສາລີ ໄດ້ລົງມາຕິດຕາມເປັນປະຈຳ ແລະ ຈັດກອງປະຊຸມພາກຮຽນລະ 2 ຄັ້ງ ເພື່ອໃຫ້ຄູທຸກຄົນໄດ້ແລກປ່ຽນບົດຮຽນ. ຖ້າຄູຫາກປະສົບກັບຄວາມຫຍຸ້ງຍາກໃດໜຶ່ງ, ພວກເຮົາສາມາດຕິດຕໍ່ຫາເມືອງ ໂດຍຜ່ານກຸ່ມ ວັອດແອັບ ເພື່ອສອບຖາມ ແລ້ວ ຄູຝຶກຫຼັກແຫຼ່ງ ຫຼື ຄູຝຶກຂັ້ນແຂວງ ຈະໃຫ້ຄຳແນະນຳ. ຂ້າພະເຈົ້າເອງກໍຍັງໄດ້ໃຫ້ການຊ່ວຍເຫຼືອແກ່ຄູຄົນອື່ນໆໃນໂຮງຮຽນ, ໂດຍສະເພາະ ເມື່ອເຂົາເຈົ້າຕ້ອງການສື່ສານກັບນັກຮຽນທີ່ເວົ້າພາສາອາຄາ ສຳລັບຂ້າພະເຈົ້າ ຮູ້ຈັກພາສາອາຄາ ໂດຍການຮຽນພາສາດ້ວຍຕົນເອງ.”

ຄູ ສຸກສະຫວັນ ເຊື່ອວ່າການສະໜັບສະໜູນຈາກຊຸມຊົນ ແລະ ພໍ່ແມ່ນັກຮຽນແມ່ນເປັນປັດໄຈສຳຄັນ ລາວໄດ້ບອກເຄັດລັບຂອງລາວເພື່ອໃຫ້ສາມາດປັບຕົວເຂົ້າກັບຊຸມຊົນຄື: “ຖ້າພໍ່ແມ່ບໍ່ໄວ້ວາງໃຈຄູ, ເຂົາເຈົ້າຈະບໍ່ສົ່ງລູກຂອງເຂົາເຈົ້າມາໂຮງຮຽນ. ຂ້າພະເຈົ້າໄດ້ປະສານກັບຜູ້ປົກຄອງ ແລະ ຊຸມຊົນເປັນປະຈຳ ເພື່ອອະທິບາຍຄວາມສຳຄັນຂອງການສຶກສາ ແລະ ແນະນຳວ່າຄວນສົ່ງລູກໄປໂຮງຮຽນທຸກໆມື້. ແຕ່ກ່ອນອື່ນໝົດ, ຂ້າພະເຈົ້າຕ້ອງສ້າງຄວາມໄວ້ວາງໃຈໃຫ້ພວກເຂົາຮັບຮູ້. ສະນັ້ນ, ຂ້າພະເຈົ້າໄດ້ນຳໃຊ້ປະສົບການຈາກການສອນເພື່ອຮຽນຮູ້ວັດທະນະທຳ ແລະ ພາສາ ຈາກນັ້ນກໍ່ໄດ້ຮັບການຍອມຮັບຈາກຄົນໃນໝູ່ບ້ານ. ຂ້າພະເຈົ້າໄດ້ນໍາໃຊ້ເຕັກນິກການສອນຂອງຕົນເອງເພື່ອຮຽນຮູ້ພາສາອາຄາໄປນຳ; ຂ້າພະເຈົ້າຈະສະແດງຮູບພາບໃຫ້ພວກນັກຮຽນເບິ່ງ ຈາກນັ້ນເຂົາເຈົ້າຈະເວົ້າເປັນພາສາອາຄາ ແລ້ວຂ້າພະເຈົ້າກໍ່ຈະຈື່ໄວ້. ມັນບໍ່ຍາກທີ່ຈະປັບຕົວເຂົ້າກັບໂຮງຮຽນໃໝ່ ເພາະຂ້ອຍມີປະສົບການມາແລ້ວ ແລະ ພູມໃຈຫຼາຍທີ່ຕົນເອງສາມາດແນະນຳໃຫ້ພໍ່ແມ່ນັກຮຽນສົ່ງລູກມາເຂົ້າໂຮງຮຽນ!”
ຄູທ່ານນີ້ຍັງເປັນຄູຕົວແບບ ທີ່ເອົາໃຈໃສ່ສົ່ງເສີມວຽກງານບົດບາດຍິງ-ຊາຍ ລາວໄດ້ເລົ່າວ່າ: “ຂ້າພະເຈົ້າຍັງຍິນດີທີ່ຈະສົ່ງເສີມ ຖ່າຍຖອດຂໍ້ຄວາມກ່ຽວກັບບົດບາດຍິງ-ຊາຍກັບຊຸມຊົນ. ມັນເປັນສິ່ງສໍາຄັນທີ່ຄວນຈະໃຫ້ທຸກຄົນຄຳນືງໃນໃຈຢູ່ສະເໝີ; ຕົວຢ່າງ: ໃນອະດີດ, ລູກໄພ້ບໍ່ໄດ້ຮັບອະນຸຍາດໃຫ້ກິນເຂົ້າແລງຮ່ວມກັບຄອບຄົວ ແລະ ຜູ້ຍິງຕ້ອງເຮັດວຽກໜັກຫຼາຍ, ຂ້ອຍດີໃຈທີ່ສັງຄົມມີການປ່ຽນແປງໄປໃນທາງທີ່ດີຂຶ້ນບໍ່ຄືເກົ່າແລ້ວໃນມື້ນີ້.”

ຄູສອນທີ່ມີຄວາມກະຕືລືລົ້ນ ແລະ ມີສ່ວນຮ່ວມ ຄືກັບ ຄູ ສຸກສະຫວັນ ສາມາດປະກອບສ່ວນສ້າງຜົນສຳເລັດໃຫຍ່ຫຼວງຕໍ່ຄຸນນະພາບການສຶກສາ ແລະ ອະນາຄົດຂອງຄົນຮຸ່ນໃໝ່. ລາວເປັນແບບຢ່າງທີ່ສ້າງແຮງບັນດານໃຈໃຫ້ແກ່ຄູສອນຄົນອື່ນໆ. ລາວໄດ້ເວົ້າວ່າ: “ຂ້າພະເຈົ້າຂໍສົ່ງຂໍ້ຄວາມໄປເຖິງຄູສອນທ່ານອື່ນທີ່ກໍາລັງສອນນັກຮຽນມາຈາກຫຼາຍຊົນເຜົ່າ. ຈົ່ງຢ່າຍອມແພ້ກັບສິ່ງທ້າທາຍດ້ານພາສາ ແລະ ສະພາບແວດລ້ອມ. ຈົ່ງເຂັ້ມແຂງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຊ່ວຍກັນແກ້ໄຂສິ່ງທ້າທາຍທີ່ປະເຊີນ, ຈຸດປະສົງກໍແມ່ນເພື່ອຜົນການຮຽນທີ່ດີຂຶ້ນຂອງນັກຮຽນທີ່ເປັນອະນາຄົດຂອງປະເທດເຮົາ.”

ເລື່ອງຂອງ ຄູ ສຸກສະຫວັນ ສາມາດຮັບຊົມໄດ້ທາງ ຊ່ອງຢູທູບ ວິດີໂອສຳລັບການພັດທະນາຄູ (Teacher Development Videos) ແລະ ທາງໂທລະພາບການສຶກສາ ແລະ ກິລາ ຊ່ອງ 8. ສາລະຄະດີຄູຕົວແບບ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ. ຈຸດປະສົງຂອງລາຍການແມ່ນ ເພື່ອການສື່ສານຜ່ານການສໍາພາດ ແລະ ສົ່ງເສີມ ການປະຕິບັດ ວິທີການສອນທີ່ດີທີ່ສຸດຂອງຫຼັກສູດສະບັບປັບປຸງໃໝ່ ແລະ ບອກເລົ່າແນວຄວາມຄິດທີ່ທັນສະໄໝເພື່ອແກ້ໄຂສິ່ງທ້າຍທີ່ພົບໃນການຮຽນການສອນ.

ທ່ານສາມາດເບິ່ງວິດີໂອໄດ້ທີ່ລິ້ງນີ້: https://youtu.be/g48-4mbduQs