Menu

ການທົດສອບທັກສະແມ່ນເປັນພື້ນຖານເພື່ອປະເມີນຄວາມຄືບໜ້າ ແລະ ເພື່ອປັບປຸງໂຄງການຝຶກເວົ້າພາສາລາວ.

Ajan Phonsesiri Outthaivanh and Ajan Khamvern Phanmala conducting the baseline testing

Enumerators and teachers preparing for the test

Some of the selected schools are accesiible only by walking

Students sitting for the test

The enumerators team visiting a remote school

ໃນເດືອນ ກັນຍາ ທີ່ຜ່ານມານີ້ ທີມງານທົດສອບຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ສປປ ລາວ ໄດ້ສຳເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າໃນ 21 ເມືອງເປົ້າໝາຍທີ່ຢູ່ໃນໂຄງການຝຶກເວົ້າພາສາລາວ ໃນ 10 ແຂວງ. ທີມງານທົດສອບແມ່ນປະກອບດ້ວຍ ຜູ້ຕາງໜ້າຈາກສະຖານບັນຄົ້ຍຄ້ວາວິທະຍາສາດການສຶກສາ (ສວສ), ກົມສ້າງຄູ, ກົມສາມັນສຶກສາ, ວິທະຍາໄລຄູດົງຄຳຊ້າງ ແລະ ໂຮງຮຽນມັດທະຍົມໃນນະຄອນຫຼວງວຽງຈັນ. ການທົດສອບແມ່ນໄດ້ດຳເນີນ ໂດຍການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການສາກົນເພື່ອການພັດທະນາສາຫະລັດອາເມລິກາ (ອົງການ USAID) ຜ່ານ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານ ບີຄວາ).

ຜົນໄດ້ຮັບຈາກການທົດສອບຈະຊ່ວຍໃຫ້ ສສກ ສາມາດປະເມີນໂຄງການຝຶກເວົ້າພາສາລາວ, ເຊິ່ງມີຈຸດປະສົງເພື່ອປັບປຸງທັກສະພາສາລາວຂອງນັກຮຽນຊົນເຜົ່າທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວຢູ່ເຮືອນ. ໂຄງການຝຶກເວົ້າພາສາລາວ (ຝວ) ໄດ້ຖືກຂະຫຍາຍເວລາຕື່ມ ຫຼັງຈາກການທົດລອງປະສົບຜົນສໍາເລັດຢູ່ໃນ 7 ເມືອງ ໃນປີ 2021-2022. ປັດຈຸບັນໄດ້ທົດລອງກັບນັກຮຽນ ຂັ້ນ ປ.1 ໃນ 105 ໂຮງຮຽນໃນ 21 ເມືອງ ຂອງສົກຮຽນ 2023 – 2024. ໂຄງການປະກອບມີຄູສອນບົດຮຽນພາສາລາວຕື່ມອີກ 3-4 ຊົ່ວໂມງໃນແຕ່ລະອາທິດ, ໂດຍເນັ້ນໃສ່ການປັບປຸງທັກສະການເວົ້າ ແລະ ການຟັງຂອງນັກຮຽນ. ເມື່ອນັກຮຽນມີທັກສະການເວົ້າ ແລະ ການຟັງໃນພາສາລາວທີ່ເກັ່ງ ຈະເປັນພື້ນຖານໃນການພັດທະນາທັກສະການອ່ານ ແລະ ການຂຽນທີ່ເກັ່ງເຊັ່ນກັນ ແລະ ພວກເຂົາຈະປະສົບຜົນສໍາເລັດໃນການຮຽນທຸກວິຊາ.

ໃນແຕ່ລະເມືອງເປົ້າໝາຍ 21 ແຫ່ງ, ມີໂຮງຮຽນ 3 ແຫ່ງ ທີ່ເຂົ້າຮ່ວມໂຄງການຝຶກເວົ້າພາສາລາວ ໄດ້ຖືກຄັດເລືອກເພື່ອທຳການທົດສອບ, ໂດຍມີນັກຮຽນ 8 ຄົນໃນແຕ່ລະໂຮງຮຽນໄດ້ຮັບການທົດສອບທັກສະການເວົ້າ, ການຟັງ, ການອ່ານ ແລະ ການຂຽນ. ການ​ທົດ​ສອບ​ນີ້​ ຈະ​ລະ​ບຸ​ລະ​ດັບ​ຄວາມ​ສາ​ມາດ​ພາ​ສາ​ລາວ​ຂອງ​ນັກ​ຮຽນ ​ກ່ອນ​ທີ່​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ໂຄງ​ການ​. ສໍາລັບໂຮງຮຽນ 3 ແຫ່ງ ແຕ່ລະບ່ອນທີ່ມີນັກຮຽນທົດສອບນັ້ນ, ໂຮງຮຽນທີ່ຄ້າຍຄືກັນທີ່ບໍ່ໄດ້ເຂົ້າຮ່ວມໂຄງການເວົ້າພາສາລາວ ກໍໄດ້ຖືກຄັດເລືອກ ເພື່ອຮ່ວມການທົດສອບເຊັ່ນກັນ. ນັກຮຽນ 8 ຄົນຢູ່ໃນແຕ່ລະໂຮງຮຽນທີ່ບໍ່ໄດ້ເຂົ້າຮ່ວມໂຄງການ ໄດ້ຮັບການທົດສອບແບບດຽວກັນ. ໃນຕອນທ້າຍຂອງໂຄງການ, ນັກຮຽນໃນໂຮງຮຽນທີ່ເຂົ້າຮ່ວມ ແລະ ໂຮງຮຽນທີ່ບໍ່ໄດ້ເຂົ້າຮ່ວມຈະຖືກທົດສອບອີກເທື່ອໜຶ່ງ, ແລະ ຜົນໄດ້ຮັບຈະຖືກປຽບທຽບເພື່ອສັງເກດວ່າ ນັກຮຽນທີ່ຮຽນພາສາລາວ ມີການພັດທະນາທັກສະພາສາລາວຫຼາຍກວ່າ ນັກຮຽນທີ່ເຮັດທີ່ບໍ່ໄດ້ຮຽນພາສາລາວເພີ່ມ.

ທ່ານ ນາງ ພອນສິຣີ ອຸໄທວັນ, ຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສໍາລັບຊົນເຜົ່າ,  ສວສ ໄດ້ ອະທິບາຍວ່າ: “ການທົດສອບໃນຄັ້ງນີ້ ມີສິ່ງທ້າທາຍຫຼາຍຢ່າງໃນບາງບ້ານທີ່ຢຸ່ຫ່າງໄກໃນ ສປປ ລາວ ເຊັ່ນ: ທີມງານທົດສອບຫຼາຍຄົນຕ້ອງເດີນ

ທາງໄປຕາມເສັ້ນທາງທີ່ຖືກນໍ້າຖ້ວມ ຫຼື ເປ່ເພ ແລະ ບາງທີມກໍຕ້ອງຍ່າງແຂ່ງຝົນລຸຍຂີ້ຕົມເພື່ອໄປເຖິງໂຮງຮຽນ, ແຕ່ພວກເຮົາກໍຕັ້ງໃຈທີ່ຈະປະຕິບັດວຽກງານທີ່ສໍາຄັນນີ້ ເພາະວ່າມັນສໍາຄັນສໍາລັບພວກເຮົາທີ່ຈະເກັບກໍາຂໍ້ມູນກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ໂຄງການຝຶກເວົ້າ​ພາສາ​ລາວ”.  ທ່ານ ປອ ນາງ ແອງເຈລ້າ ຊິນຄອັດຕ້າ-ເຊກິ, ທີ່ປຶກສາດ້ານວິຊາການຈາກແຜນງານບີຄວາ ທີ່ໃຫ້ການສະໜັບສະໜູນ ສວສ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ກ່າວວ່າ: “ຄວາມມຸ່ງໝັ້ນຂອງພະນັກງານຈາກກະຊວງສຶກສາທິການ ແລະ ກິລາ, ພະນັກງານພະແນກສຶກສາທິການ ແລະ ກິລາແຂວງ, ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູສອນ ແລະ ຜູ້ອໍານວຍການໂຮງຮຽນທຸກທ່ານ ແມ່ນເຮັດວຽກໄດ້ດີ ແລະ ຂໍຊົມເຊີຍຢ່າງແທ້ຈິງຕໍ່ຄວາມຕັ້ງໃນຂອງພວກເຂົາ. ທີມງານທົດສອບຍັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຢູ່ທຸກໂຮງຮຽນທີ່ເຂົາເຈົ້າໄປຮອດ. ດັ່ງທີ່ຫຼາຍທ່ານອາດຮູ້ແລ້ວວ່າ ຄູສອນ ແລະ ຊຸມຊົນຮັບຮູ້ຄວາມສຳຄັນຂອງໂຄງການຝຶກເວົ້າພາສາລາວ ໃນການປັບປຸງຜົນການຮຽນຂອງເດັກທີ່ເລີ່ມເຂົ້າໂຮງຮຽນແຕ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ”.

ຜົນ​ການ​ທົດ​ສອບ​ໃນ​ທ້າຍ​ສົກ​ຮຽນ 2023 – 2024 ຈະ​ປະ​ກອບ​ເຂົ້າ​ໃນ​ການ​ປະ​ເມີນ​ຜົນ​ຂອງ​ໂຄງ​ການ​ຝຶກເວົ້າ​ພາສາລາວ. ຈາກນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈະພິຈາລະນາການຂະຫຍາຍໂຄງການດັ່ງກ່າວ ໄປສູ່ບັນດາເມືອງ ແລະ ແຂວງຕ່າງໆໃນທົ່ວປະເທດລາວ.