ຕອນໃໝ່ຂອງລາຍການຮຽນຮູ້ຮ່ວມກັນສະແດງໃຫ້ເຫັນເລື່ອງລາວຂອງຄູຄົນໜຶ່ງ, ມາຮ່ວມຮັບຟັງເລື່ອງເລົ່າຂອງຄູສຸດທິດາ ແລະ ມື້ພິເສດຂອງລາວຢູ່ໂຮງຮຽນ. ແລະ ຕາມດ້ວຍ ການພະຈົນໄພຂອງຕົວກະຕູນດິນປັ້ນຕົວນ້ອຍຂອງພວກເຮົາຢູ່ບ້ານປ່າຜາສຸກ ເພາະວ່າພວກເຂົາພ້ອມແລ້ວສຳລັບການສະເຫຼີມສະຫຼອງວັນຄູແຫ່ງຊາດຢູ່ໂຮງຮຽນຂອງພວກເຂົາ.
ລາຍການຮຽນຮູ້ຮ່ວມ ອອກອາກາດທຸກໆວັນອາທິດທາງຊ່ອງ ປກສ ເວລາ 10.30 ແລະ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ເວລາ 16.45. ທຸກໆຕອນແມ່ນສາມາດເຂົ້າເບິ່ງໄດ້ທີ່ຊອ່ງຢູທູບ
ມາຮ່ວມຮັບຊົມພ້ອມກັນກັບລາຍການ ຮຽນຮູ້ຮ່ວມກັນ Learn Together Laosທາງຊ່ອງຢູທູບ ແລະ ຢ່າລືມແບ່ງປັນນຳໝູ່ເພື່ອຂອງເຈົ້າເດີ້