ນັບແຕ່ປີ 2015 ເປັນຕົ້ນມາ, ລັດຖະບານອົດສະຕຣາລີ, ໂດຍຜ່ານແຜນງານບີຄວາ ໄດ້ໃຫ້ການສະໜັບສະໜູນການປະຕິຮູບຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່, ນຳພາໂດຍ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ. ໜຶ່ງໃນກິດຈະກໍາຂອງແຜນງານແມ່ນການສະໜອງທຶນຊ່ວຍເຫຼືອ ໃຫ້ແກ່ບັນດາເມືອງເປົ້າໝາຍເພື່ອສະໜັບສະໜູນກິດຈະກຳການຊ່ວຍເຫຼືອຄູໃຫ້ເພີ່ມຫຼາຍຂຶ້ນ ແລະ ມີການປັບປຸງພັດທະນາຍິ່ງຂຶ້ນ. ແມ່ຍິງໃນຫ້ອງການສຶກສາທິການ ແລະ ກິລາ ມັກຈະພົບກັບອຸປະສັກຫຼາຍຢ່າງໃນການບັນລຸຜົນສຳເລັດຂອງເຂົາເຈົ້າ, ບໍ່ວ່າຈະເປັນບົດບາດທາງເພດ ແລະ ບັນທັດຖານຂອງສັງຄົມທີ່ຍຶດປະຕິບັດມາແຕ່ບູຮານ. ໂດຍຜ່ານກິດຈະກຳການຝຶກອົບຮົມ ແລະ ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂັ້ນເມືອງທີ່ກ່ຽວຂ້ອງ ທີ່ມີໜ້າທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດກິດຈະກໍາຈາກກອງທຶນຊ່ວຍເຫຼືອນີ້, ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຊຸກຍູ້ການມີສ່ວນຮ່ວມຢ່າງສະເໝີພາບຢ່າງຕັ້ງໜ້າຂອງແມ່ຍິງໃນກິດຈະກໍາການສະໜັບສະໜູນຄູຂັ້ນເມືອງຂອງແຜນງານບີຄວາ ແລະ ໃນການຄຸ້ມຄອງທຶນຊ່ວຍເຫຼືອ.
ທ່ານນາງ ສີໄຊ ປັນຍາຈັກ ໄດ້ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາເມືອງສະໝ້ວຍ, ແຂວງສາລະວັນ ມາຕັ້ງແຕ່ປີ 2014 ແລະ ໄດ້ຮັບການຄັດເລືອກການເປັນຄູນິເທດໃນປີ 2020. ລາວເປັນຄູນິເທດຍິງຄົນທຳອິດຂອງເມືອງສະໝ້ວຍ ແລະ ໄດ້ເຮັດວຽກຮ່ວມກັນກັບຄູນິເທດຊາຍອີກ 4 ທ່ານ. ນັບຕັ້ງແຕ່ໄດ້ເປັນຄູນິເທດ, ການມີສ່ວນຮ່ວມໃນກິດຈະກໍາທີ່ສະໜັບສະໜູນໂດຍແຜນງານບີຄວາ ເຮັດໃຫ້ລາວສາມາດປັບປຸງທັກສະ ແລະ ຄວາມສາມາດຂອງຕົນໄດ້ຢ່າງໄວວາ, ພ້ອມນັ້ນ ລາວຍັງໄດ້ກາຍເປັນຄູສຶກສານິເທດທີ່ໄດ້ຮັບຄວາມເຄົາລົບນັບຖືຢ່າງຍິ່ງ ແລະ ໄດ້ເປັນສ່ວນໜຶ່ງຂອງທີມງານຂັ້ນເມືອງ. ທ່ານນາງສີໄຊ ເປັນຄູນິເທດຄົນດຽວຈາກເມືອງ ທີ່ໄດ້ຮັບການຄັດເລືອກໃຫ້ເປັນຄູຝຶກປະຈຳແຂວງໃນປີ 2021 ສໍາລັບການຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ປີທີ 3. ໃນປີດຽວກັນນັ້ນ, ລາວກໍຍັງໄດ້ຮັບມອບໝາຍໜ້າທີ່ໃຫ້ຮັບຜິດຊອບການຄຸ້ມຄອງທຶນຊ່ວຍເຫຼືອຂັ້ນເມືອງຂອງແຜນງານບີຄວາ ສຳລັບເມືອງຂອງລາວນໍາອີກ. ລາວໄດ້ເປັນຫົວໜ້າທີມໃນກິດຈະກຳນີ້, ເຊິ່ງໄດ້ນໍາພາເພື່ອນຮ່ວມງານອີກ 6 ຄົນ (ຊາຍ 4 ຄົນ) ແລະ ຮັບຜິດຊອບວຽກງານການກະກຽມແຜນການ ແລະ ງົບປະມານ, ພ້ອມທັງສະຫຼຸບບັນຊີການເງິນ ແລະ ການລາຍງານອີກດ້ວຍ. ນອກຈາກນີ້, ທ່ານນາງ ສີໄຊ ປັນຍາຈັກ ຍັງຮັບໜ້າທີ່ປະສານງານເກັບກໍາຂໍ້ມູນ ແລະ ການລາຍງານອອນລາຍໂດຍໃຊ້ໂປຣແກຣມໂຄໂບ (Kobo). ດ້ວຍພາລະບົດບາດນີ້, ລາວໄດ້ເຂົ້າຮ່ວມການຝຶກອົບຮົມທີ່ສະໜັບສະໜູນໂດຍແຜນງານບີຄວາຫຼາຍຄັ້ງ ແລະ ໄດ້ສະແດງໃຫ້ເຫັນຄວາມສາມາດດ້ານວິຊາການ ແລະ ຄວາມສາມາດໃນການບໍລິຫານອົງກອນທີ່ເຂັ້ມແຂງ, ສະແດງອອກເຖິງຄວາມໝັ້ນໃຈ ແລະ ຄວາມຕ້ອງການທີ່ຈະຮຽນຮູ້. ຄຸນນະພາບຂອງການບໍລິຫານ ແລະ ການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອຂັ້ນເມືອງຂອງແຜນງານບີຄວາ ໃນປີ 2021-2022 ໄດ້ເພີ່ມຂຶ້ນຢ່າງໃຫຍ່ຫຼວງເນື່ອງຈາກການຈັດການບໍລິຫານຂອງທ່ານນາງ ສີໄຊ ປັນຍາຈັກ.
ນັບຕັ້ງແຕ່ໄດ້ເປັນຄູສຶກສານິເທດ ແລະ ຮັບໜ້າທີ່ຈັດການບໍລິຫານກິດຈະກໍາຕ່າງໆຂອງແຜນງານບີຄວາ, ທ່ານນາງສີໄຊ ປັນຍາຈັກ ສາມາດເຕີບໂຕກ້າວໜ້າໄດ້ຢ່າງໄວວາ ພ້ອມທັງໄດ້ພັດທະນາທັກສະ ແລະ ຄວາມໝັ້ນໃຈຂອງຕົນ. ຄູສຶກສານິເທດທ່ານອື່ນໆໃນທີມງານຂອງລາວທີ່ຢູ່ໃນຕຳແໜ່ງຄູນິເທດມາດົນກວ່າ, ໄດ້ລາຍງານວ່າ ພວກເຂົາໄດ້ຂໍຄວາມຊ່ວຍເຫຼືອ ແລະ ຄໍາແນະນໍາຈາກ ທ່ານນາງ ສີໄຊຢູ່ ປັນຍາຈັກ ເປັນປະຈຳ. ພວກເຂົາບອກວ່າຄວາມຮູ້ ແລະ ທັກສະຂອງລາວມີປະໂຫຍດ ແລະ ມີຄວາມສຳຄັນຫຼາຍ ສຳລັບການເຮັດວຽກ ແລະ ທີມງານ. ການນຳຂັ້ນເມືອງຍັງໄດ້ຮັບຮູ້ເຖິງຄວາມສາມາດ ແລະ ຄວາມເອົາໃຈໃສ່ທີ່ຫາອັນປຽບບໍ່ໄດ້ຂອງລາວ ໃນການສະໜອງການສະໜັບສະໜູນການຝຶກອົບຮົມຄູທີ່ມີຄຸນະພາບ ແລະ ມີແບບແຜນ. ພວກເຂົາເຈົ້າຮັບຮູ້ໄດ້ເຖິງບົດບາດຄວາມສໍາຄັນຂອງລາວ ໃນການຮັບປະກັນປະສິດທິພາບການຄຸ້ມຄອງທຶນຊ່ວຍເຫຼືອຂັ້ນເມືອງຈາກແຜນງານບີຄວາ ໃຫ້ແກ່ເມືອງສະໝ້ວຍ ແລະ ເຫັນໄດ້ເຖິງຄຸນະພາບຂອງການຄຸ້ມຄອງທຶນຊ່ວຍເຫຼືອທີ່ເພີ່ມຂຶ້ນຢ່າງໃຫຍ່ຫຼວງທຽບກັບປີທີ່ຜ່ານມາ. ພະນັກງານທຸກຄົນໃນຫ້ອງການສຶກສາເມືອງ ໄດ້ໃຫ້ຄວາມເຄົາລົບຢ່າງເລິກເຊິ່ງຕໍ່ກັບການປະກອບສ່ວນຂອງທ່ານນາງ ສີໄຊ ປັນຍາຈັກ, ບໍ່ວ່າຈະເປັນ ຄວາມມຸ່ງໝັ້ນຂອງລາວໃນການໃຫ້ການສະໜັບສະໜູນຄູທີ່ມີຄຸນະພາບ, ພ້ອມທັງຄວາມປາຖະໜາຂອງລາວທີ່ຈະປັບປຸງ ແລະ ຮຽນຮູ້ໃນທຸກໆຂົງເຂດ. ເມື່ອບໍ່ດົນມານີ້, ວິທະຍາໄລຄູສາລະວັນ ຍັງໄດ້ມອບຕຳ ແໜ່ງ ຄູນິເທດສຶກສານິເທດ ທີ່ປະຕິບັດໜ້າທີ່ໄດ້ດີທີ່ສຸດຢູ່ ເມືອງສະໝ້ວຍ ໃຫ້ແກ່ທ່ານນາງ ສີໄຊ ປັນຍາຈັກ ນໍາອີກ.
ທ່ານນາງສີໄຊ ເວົ້າວ່າ “ຂ້ອຍຮູ້ສຶກສະບາຍໃຈທີ່ໄດ້ເຮັດວຽກຢູ່ໃນສູນສຶກສານິເທດກັບທີມງານ ແລະ ພວກເຂົາກໍເຄົາລົບໃນການປະກອບສ່ວນ ແລະ ຄວາມພະຍາຍາມໃນການເຮັດວຽກຂອງຂ້ອຍ. ໃນອະນາຄົດ, ຂ້ອຍຢາກຈະຮ່ຳຮຽນເພີ່ມເຕີມ ເພື່ອຍົກລະດັບຄວາມຮູ້ທາງດ້ານວິທີການສອນຂອງຂ້ອຍ ເພື່ອສາມາດໃຫ້ການສະໜັບສະໜູນຊ່ວຍເຫຼືອບັນດາຄູໄດ້ດີກວ່າເກົ່າ.”
ຂໍໃຫ້ເລື່ອງລາວຂອງທ່ານນາງ ສີໄຊ ກາຍເປັນແຮງບັນດານໃຈໃຫ້ຍິງຊາຍທຸກຜູ້ທຸກຄົນ ຊ່ວຍກັນໃນການໂຄສະນາເຜີຍແຜ່ເຖິງ ຄວາມສະເໝີພາບທາງເພດ ແລະ ໂອກາດໃນການເຮັດວຽກທີ່ດີ ແລະ ມີສ່ວນຮ່ວມຂອງແມ່ຍິງເຂົ້າໃນກິດຈະກໍາຕ່າງໆ.