ເຈົ້າຍັງຈື່ ທ. ປັນຍາບໍ່? ລາວແມ່ນເດັກນ້ອຍຜູ້ຊາຍຈາກ ຕອນ: ມື້ເຂົ້າຮຽນໃໝ່ຂອງເດັກນ້ອຍຂັ້ນ ປ.1. ໃນມື້ເຂົ້າຮຽນມື້ທຳອິດລາວຢ້ານ ແລະ ຮ້ອງໄຫ້. ຕອນນີ້ ປັນຍາຮຽນຈົບຂັ້ນ ປ. 1 ແລ້ວ. ມາຟັງ ນ. ມິສຸດາເລົ່າເລື່ອງວ່າ ທ. ປັນຍາປ່ຽນໄປໄດ້ແນວໃດ ແລະ ເບິ່ງສິ່ງດີໆທີ່ລາວໄດ້ຮຽນຮູ້ນຳກັນ. ຂໍຂອບໃຈຫຼັກສູດຂັ້ນ ປ. 1 ສະບັບປັບປຸງໃໝ່.
ຢູ່ບ້ານປ່າຜາສຸກ, ມື້ນີ້ແມ່ນມື້ເຂົ້າຮຽນມື້ສຸດທ້າຍ. ນ. ດີ, ທ. ດອນ, ນ. ຫຼ້າ ແລະ ໝູ່ເພື່ອນຂອງພວກເຂົາຄຶດຮອດມື້ທີ່ພວກເຂົາມ່ວນຊື່ນຢູ່ໂຮງຮຽນ. ໃນຂະນະດຽວກັນ ພວກເຂົາວາງແຜນເຮັດກິດຈະກຳຕ່າງໆໃນຊ່ວງພັກແລ້ງເຊັ່ນກັນ…
ຕອນນີ້ເປັນເວລາທີ່ຕ້ອງສົ່ງປຶ້ມແບບຮຽນຄືນເພື່ອໃຫ້ນັກຮຽນຂັ້ນ ປ. 1 ລຸ້ນຕໍ່ໄປໄດ້ໃຊ້ ແລະ ອະນາໄມຫ້ອງຮຽນ. ໃນລາຍການຮຽນຮູ້ຮ່ວມກັນແມ່ນເຮົາຫຍັງກໍ່ຮ້ອງເພັງໄປນຳ!
ຖ້າຢາກຮູ້ວ່າເກີດຫຍັງຂຶ້ນ, ມາເບິ່ງຕອນ “ວັນພິເສດຂອງເດັກນ້ອຍຂັ້ນ ປ. 1”, ຕອນຫຼ້າສຸດຂອງລາຍການຮຽນຮູ້ຮ່ວມກັນ ຊຶ່ງເປັນຕອນສູດທ້າຍໄດ້ເລີຍ.
ລາຍການຮຽນຮູ້ຮ່ວມກັນອອກອາກາດທຸກວັນອາທິດທາງຊ່ອງໂທລະພາບລາວຊ່ອງ 3 ເວລາ 16.45 ໂມງ ແລະ ທາງຊ່ອງ ປກສ ເວລາ 10.30 ໂມງ. ທຸກໆຕອນສາມາດເຂົ້າເບິ່ງໄດ້ທາງຊ່ອງຢູທູບ.
ລາຍການຮຽນຮູ້ຮ່ວມກັນຜະລິດໂດຍກະຊວງສຶກສາທິການ ແລະ ກິລາ ຮ່ວມມືກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ.
ມາຮັບຊົມລາຍການ ຮຽນຮູ້ຮ່ວມກັນ Learn Together Laos. ຢ່າລືມກົດຕິດຕາມ ແລະ ແບ່ງປັນນຳໝູ່ເພື່ອນຂອງເຈົ້າເດີ້.