Menu

ມາຕິດຕາມການພະຈົນໄພຂອງທ້າວຄຳ ແລະ ໝູ່ເພື່ອນຂອງລາວ ໃນຕອນລ່າສຸດໃນລາຍການຮຽນຮູ້ຮ່ວມກັນ

WhatsApp Image 2019-10-28 at 14.35.40

Untitled02

Untitled

ມາ​ຟັງ​ເລື່ອງ​ເລົ່າຈາກ​ເອື້ອຍ​ດາ​ດາ “ໂກນ​ໄມ້​ທີ່​ແສນ​ອົບ​ອຸ່ນ” ເຊິ່ງ​ເປັນ​ເລື່ອງ​ເລົ່າກ່ຽວ​ກັບ​ຄອບ​ຄົວ​ກະ​ຮອກ​ທີ່​ກຳ​ລັງ​ຊອກ​ຫາ​ບ້ານ​ໃໝ່ ເນື່ອງ​ຈາກວ່າ​ບ້ານ​ທີ່​ຢູ່​ຖືກ​ນ້ຳ​ຖ້ວມ ແລະ ຕາມ​ດ້ວຍ ກະ​ຕູນ​ດິນ​ປັ້ນ​ຕົວ​ນ້ອຍ​ຂອງ​ພວກ​ເຮົາ​ຢູ່​ບ້ານ​ປ່າ​ຜາ​ສຸກ ເພາະ​ພວກ​ເຂົາ​ຈະ​ມາ​ແບ່ງ​ກຸ່ມ​ເພື່ອ​ອະ​ນາ​ໄມ​ໂຮງ​ຮຽນ​ກັນ.

ລາຍ​ການຮຽນ​ຮູ້​ຮ່ວມ​ກັນ ອອກ​ອາ​ກາດ​ທຸກໆ​ວັນ​ອາ​ທິດ ທາງໂທ​ລະ​ພາບ​ແຫ່ງ​ຊາດ​ລາວ​ຊ່ອງ 3 ເວ​ລາ 16:45 ໂມງ​ແລງ ແລະ ຊ່ອງ ປກ​ສ ເວ​ລາ 10:30 ໂມງ​ເຊົ້າ. ທຸກ​ໆ​ຕອນ​ແມ່ນ​ສາ​ມາດ​ເຂົ້າ​ເບິ່ງ​ໄດ້​ທີ່​ຊ່ອງ​ຢູ​ທູບ.

ມາ​ຮັບ​ຊົມ ລາຍ​ການ ​ຮຽນຮູ້ຮ່ວມກັນ Learn Together Laos ທາງ​ຊ່ອງ​ຢູ​ທູບ ແລະ ແບ່ງ​ປັນ​ນຳ​ໝູ່​ເພື່ອນຂອງ​ເຈົ້າ​ເລີຍ!