Menu

ເລີ່ມແຕ່ເດືອນ ກັນຍາ ປີ2023 ເປັນຕົ້ນໄປ, ໂຄງການຝຶກເວົ້າພາສາລາວທີ່ບົດຮຽນໄດ້ປັບປຸງໃໝ່ ຈະໄດ້ຖືກນໍາໄປທົດລອງສອນ ໃນໂຮງຮຽນຂອງ 21 ເມືອງທີ່ຖືກຄັດເລືອກໃນຢູ່ໃນ 10 ແຂວງ.

Master Trainers for Spoken Lao Program during their training

Opening of the Master Trainers Training for the Spoken Lao Program

Pressproof teaching and training materials for the revised Spoken Lao Program

Spoken Lao lesson in one of the pilot schools

Students from different ethnic groups working together (1)

Students from different ethnic groups working together (2)

ປະເທດລາວເປັນປະເທດທີ່ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ພາສາຊົນເຜົ່າ, ມີ4 ກຸ່ມໝວດພາສາຫຼັກ ແລະ ມີຫຼາຍກວ່າ 50 ພາສາເວົ້າ. ເມື່ອເດັກເລີ່ມເຂົ້າໂຮງຮຽນ, ເຂົາເຈົ້າເວົ້າພາສາຊົນເຜົ່າຂອງເຂົາເຈົ້າໄດ້ຢ່າງຄ່ອງແຄ້ວ, ແຕ່ຍັງເຫັນວ່າ ມີເຖິງ 40% ຂອງນັກຮຽນຂັ້ນ ປ.1 ທີ່ຍັງບໍ່ທັນມີຄວາມໝັ້ນໃຈໃນການເວົ້າພາສາລາວ. ສິ່ງດັ່ງກ່າວສ້າງຄວາມທ້າທາຍໃຫ້ແກ່ນັກຮຽນ ແລະ ຄູ ສອນ ເນື່ອງຈາກເດັກນ້ອຍຕ້ອງຮຽນຮູ້ການອ່ານ ແລະ ຂຽນເປັນພາສາລາວ ແລະ ຍັງຕ້ອງຮຽນຮູ້ເນື້ອໃນຫຼັກສູດຂອງວິຊາຕ່າງໆ ເປັນພາສາລາວ.

ທ່ານ ຄໍາຈັນ ລັດທະຍອດ, ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ບອັບ ແມັກລາລິນ , ຫົວຫນ້າຮັບຜິດຊອບວຽກງານນະໂຍບາຍ, ຍຸດທະສາດ ແລະ ການບໍລິຫານ ຂອງແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດເຂົ້າຮຽນການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ (ແຜນງານບີຄວາ) ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງ ຈໍານວນ 14 ທ່ານ ສໍາລັບໂຄງການຝຶກເວົ້າພາສາລາວ ໂດຍໄດ້ມີຄູຝຶກຫຼັກແຫຼ່ງຈາກ ສວສ , ວິທະຍາໄລຄູດົງຄໍາຊ້າງ, ໂຮງຮຽນປະຖົມສົມບູນສາທິດດົງຄໍາຊ້າງ ແລະ ໂຮງຮຽນປະຖົມທົ່ງກາງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ເຊິ່ງກອງປະຊຸມຈະດໍາເນີນເປັນເວລາ 1 ອາທິດ.

ການຝຶກອົບຮົມຈະເນັ້ນໃສ່ເນື້ອໃນຂອງເອກະສານຝຶກອົບຮົມ ຂອງໂຄງການຝຶກເວົ້າພາສາລາວສະບັບປັບປຸງ ແລະ ເຕັກນິກທີ່ມີປະສິດທິພາບໃນການພັດທະນາທັກສະການເວົ້າພາສາລາວຂອງນັກຮຽນ. ຜູ້ເຂົ້າຮ່ວມຍັງຈະໄດ້ກະກຽມການຝຶກອົບຮົມຄູກ່ຽວກັບການປັບຕົວໃຫ້ກຽມພ້ອມສໍາລັບກິດຈະກໍາຕ່າງໆທີ່ແທດເໝາະກັບລະດັບພາສາຂອງນັກຮຽນ, ນໍາໃຊ້ເກມເພື່ອສ້າງບັນຍາກາດການຮຽນໃຫ້ມ່ວນຊື່ນໃນການຮຽນພາສາ, ແລະ ນໍາໃຊ້ພາສາແມ່ຂອງນັກຮຽນເພື່ອສະໜັບສະໜູນການຮຽນພາສາລາວ. ການປະຕິບັດ ໄລຍະໃໝ່ຂອງໂຄງການຝຶກເວົ້າພາສາລາວນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ.

ທ່ານ ຄໍາຈັນ ໄດ້ໃຫ້ຄໍາເຫັນວ່າ: “ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຄູຝຶກຫຼັກແຫຼ່ງມີຄວາມເຂົ້າໃຈດີກ່ຽວກັບ ປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ ແລະ ມີຄວາມໝັ້ນໃຈໃນການຖ່າຍທອດຄວາມຮູ້ໃຫ້ແກ່ຄູສອນຂັ້ນ ປ.1 ທີ່ຈະຈັດຕັ້ງ ປະຕິບັດໂຄງການຝຶກເວົ້າພາສາລາວຕັ້ງແຕ່ເດືອນກັນຍາ 2023. ພວກເຮົາຂໍຂອບໃຈມາຍັງລັດຖະບານອົດສະຕຣາລີ ແລະ ລັດຖະບານສະຫະລັດອາເມລິກາ ທີ່ໃຫ້ການຊ່ວຍເຫຼືອກະຊວງສຶກສາທິການ ແລະ ກິລາ ເພື່ອບັນລຸເປົ້າໝາຍການມອບການສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນໃນລາວ”.

ທ່ານ ບອັບ ແມັກລາລິນ ໄດ້ກ່າວວ່າ: “ຖ້ານັກຮຽນຫາກຍັງບໍ່ເກັ່ງດ້ານພາສາ ໂດຍສະເພາະພາສາທີ່ນໍາໃຊ້ໃນການຮຽນການສອນ, ມັນຈະເປັນສິ່ງທີ່ທ້າທາຍທີ່ສຸດສໍາລັບພວກເຂົາທີ່ເຂົ້າໃຈຄໍາເວົ້າຂອງຄູ, ການຮ່ວມກິດຈະກໍາ ແລະ ການຮຽນໃຫ້ໄດ້ຜົນການຮຽນ ຕາມຄາດໝາຍ. ລັດຖະບານອົດສະຕຣາລີ ແລະ ອົງການ USAID, ໂດຍຜ່ານແຜນງານບີຄວາ, ແມ່ນຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ ໃຫ້ການຊ່ວຍເຫຼືອຊຸກຍູ້ຄວາມພະຍາຍາມຂອງຂອງກະຊວງສຶກສາທິການ ແລະ ກິລາ ເພື່ອນໍາສະເໜີການປັບປຸງຊ່ວຍເຫຼືອໃຫ້ແກ່ ນັກຮຽນເມື່ອເລີ່ມເຂົ້າຮຽນແຕ່ຍັງບໍ່ທັນເກັ່ງເວົ້າພາສາລາວ. ພວກເຮົາຈົ່ງມືຮ່ວມກັນ ໃຫ້ສາມາດຍາດມາໄດ້ຜົນສໍາເລັດການມີ ລະບົບການສຶກສາຮຽນຮ່ວມໃນ ສປປ ລາວ ທີ່ດີຂຶ້ນ ແລະ ເໝາະສົມສໍາລັບເດັກທຸກຄົນ”.

ນາງ ພອນສິຣິ ອຸໄທວັນ, ສູນຄົ້ນຄ້ວາພາສາລາວ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ໄດ້ອະທິບາຍວ່າ: “ໃນປີ2019, ສສກ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີໄດ້ລິເລີ່ມໂຄງການຝຶກເວົ້າພາສາລາວໄລຍະທົດລອງ. ໃນໄລຍະທົດ ລອງ ແມ່ນໄດ້ເພີ່ມຊົ່ວໂມງຮຽນວິຊາພາສາລາວຕື່ມຈາກຊົ່ວໂມງຮຽນປົກກະຕິອີກ 5 ຊົ່ວໂມງໃນແຕ່ລະອາທິດ ເພື່ອປັບປຸງທັກສະການ ເວົ້າ ແລະ ການຟັງຂອງນັກຮຽນຂັ້ນ ປ.1. ໂຄງການຝຶກເວົ້າພາສາລາວ ຜ່ານມາໄດ້ທົດລອງປະຕິບັດຢູ່ໃນ 7 ເມືອງເປົ້າໝາຍ ທີ່ມີ ນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວຈໍານວນຫຼາຍ ໃນແຂວງ ແຂວງຜົ້ງສາລີ, ແຂວງບໍລິຄໍາໄຊ, ແຂວງຄໍາ ມ່ວນ ແລະ ແຂວງສາລະວັນໃນລະຫວ່າງປີ2019 ຫາ 2021”.

ຜົນໄດ້ຮັບຈາກການຖອດຖອນບົດຮຽນ ແລະ ການປະກອບຄໍາຄິດຄໍາເຫັນຈາກຄູສອນທີ່ໄດ້ເຂົ້າຮ່ວມໂຄງການຝຶກເວົ້າພາສາລາວ ໄດ້ໃຫ້ຮູ້ວ່າ, ບັນດາສື່ການຮຽນການສອນ ແລະ ວິທີການສອນ ຂອງໂຄງການຝຶກເວົ້າພາສາລາວ ແມ່ນໄດ້ຮັບການປັບປຸງ ແລະ ຄູ ໄດ້ນໍາໃຊ້ເຕັກນິກຕ່າງໆເພີ່ມຂຶ້ນໂດຍການສອນໃນຫ້ອງຮຽນຂອງເຂົາເຈົ້າ. ພະແນກຄົ້ນຄວ້າພາສາລາວຂອງພວກເຮົາໄດ້ຖືກ ສ້າງຕັ້ງຂຶ້ນເພື່ອນໍາພາການພັດທະນາວຽກງານນີ້ແລະ ໂຄງການທົດລອງໃນມື້ນີ້ແມ່ນໄດ້ຖືກຍົກລະດັບເປັນໂຄງການສົມບູນ. ເອກະສານສະບັບປັບປຸງໄດ້ຖືກອະນຸມັດຢ່າງເປັນທາງການໃນເດືອນ ເມສາ 2023 ໂດຍຄະນະກໍາມະການອະນຸມັດຫຼັກສູດ ແລະ ສື່ ການຮຽນການສອນ. ການຂະຫຍາຍການທົດລອງນໍາໃຊ້ອຸປະກອນສື່ການຮຽນການສອນໃໝ່ຂອງໂຄງການຝຶກເວົ້າພາສາລາວ ຈະ ດໍາເນີນຢູ່ 21 ເມືອງ ໃນ 10 ແຂວງໃນສົກຮຽນ 2023 – 2024.”

ໃນເດືອນກໍລະກົດນີ້, ຄູຝຶກຫຼັກແຫຼ່ງຈະດໍາເນີນການຝຶກອົບຮົມເນື້ອໃນບົດຮຽນ ແລະ ວິທີການສອນຂອງໂຄງການຝຶກເວົ້າພາສາ ລາວໃຫ້ແກ່ຄູ ແລະ ຜູ້ເຮັດວຽກສຶກສານິເທດຢູ່ 10 ແຂວງໃນລາວ. ຄູຈະໄດ້ຝຶກປະຕິບັດຕົວຈິງ ເພື່ອໃຫ້ຮູ້ວ່າຈະສອນດ້ວຍຫຼັກສູດ ໃໝ່ແບບໃດເພື່ອໃຫ້ໄດ້ປະສິດທິພາບ ແລະ ຈະສາມາດຊ່ວຍເຫຼືອນັກຮຽນແບບໃດເພື່ອໃຫ້ຍົກລະດັບພາສາລາວໃຫ້ດີຂື້ນ. ການຝຶກ ອົບຮົມແມ່ນຍັງເປັນໂອກາດອັນດີສໍາລັບຄູ ແລະ ຜູ້ເຮັດວຽກສຶກສານິເທດຢູ່ໃນແຕ່ລະແຂວງ ເພື່ອມີການປະສານງານ, ບອກເລົ່າ ປະສົບການ ແລະ ສ້າງໃຫ້ມີການຊ່ວຍເຫຼືອດ້ານວິຊາການເຖິງຊຸມຊົນໄດ້ຢ່າງຕໍ່ເນື່ອງ.

ປະຈຸບັນ, ນອກຈາກໂຄງການຝຶກເວົ້າພາສາລາວແລ້ວ, ສສກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ກໍາລັງ ສ້າງສາລະຄະດີຄູຕົວແບບຕອນໃໝ່, ທີ່ຄູສອນແມ່ນເປັນຄູສອນທີ່ຢູ່ເຂດຫ່າງໄກທີ່ແຂວງຜົ້ງສາລີ ເຊິ່ງຄູທ່ານນີ້ໄດ້ບອກເລົ່າປະສົບ ການຂອງລາວກ່ຽວກັບການສອນນັກຮຽນຊົນເຜົ່າຜູ້ທີ່ບໍ່ໄດ້ເວົ້າສາລາວເປັນພາສາຫຼັກຢູ່ໃນເຮືອນ. ສາລະຄະດີຕອນນີ້ຈະຖືກອອກ ອາກາດໄວໆນີ້. ຄູສາມາດຮັບຊົມວິດີໂອເພື່ອເບິ່ງເຕັກນິກການຊ່ວຍເຫຼືອນັກຮຽນຊົນເຜົ່າ ໄດ້ທາງຊ່ອງຢູທູບ ວິດີໂອສໍາລັບການ ພັດທະນາຄູ Development Videos.
ທ່ານ ຄໍາຈັນ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ພວກເຮົາແມ່ນລໍຖ້າເບິ່ງຜົນສໍາເລັດຂອງຫຼັກສູດຂອງໂຄງການຝຶກເວົ້າສະບັບ ປັບປຸງໃໝ່ ແລະ ການໃຫ້ການສະໜັບສະໜູນຄູຢ່າງຕໍ່ເນື່ອງ ເພື່ອປັບປຸງຜົນການຮຽນຂອງນັກຮຽນທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາ ລາວຢູ່ໃນຄອບຄົວ”.