ວັນທີ 15-16 ຕຸລາ ກົມສ້າງຄູ (ກສຄ) ໄດ້ຈັດກອງປະຊຸມເພື່ອຖອດຖອນບົດຮຽນກ່ຽວກັບ ການຈັດຝຶກອົບຮົມການນຳໃຊ້ຫຼັກສູດ ຂັ້ນ ປ.1 ສະບັບປັບປຸງໃໝ່ທົ່ວປະເທດ. ຈຸດປະສົງຂອງກອງປະຊຸມນີ້ແມ່ນເພື່ອສະທ້ອນໃຫ້ເຫັນປະສິດຕິພາບ ແລະ ປະສິດຕິຜົນຂອງຄູຝຶກປະຈຳແຂວງ ແລະ ເພື່ອປັບປຸງສະມາຊິກໃນທີມງານຄູຝຶກປະຈຳແຂວງໃນແຕ່ລະແຂວງ, ໂດຍອີງໃສ່ການປະເມີນຄູຝຶກ ແລະ ຈຳນວນຄູຝຶກທີ່ຕ້ອງການ ແລະ ສະເໜີສະມາຊິກຄູຝຶກປະຈຳແຂວງຄົນໃໝ່ເພື່ອເຂົ້າເປັນທີມຄູຝຶກ.
ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ ເຊິ່ງມີຜູ້ເຂົ້າຮ່ວມຈາກກົມທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ (ສກຂ) 18 ແຂວງ ແລະ ຜູ້ເຂົ້າຮ່ວມຈາກວິທະຍາໄລຄູ 8 ແຫ່ງ ທັງໝົດຫຼາຍກວ່າ 60 ທ່ານ. ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ກໍ່ໄດ້ເຂົ້າຮ່ວມສັງເກດການ. ສະຖານທູດອົດສະຕາລີ ພ້ອມທຶນສົມທົບຈາກສະຫະພາບເອີຣົບ, ເພື່ອສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ເພື່ອປັບປຸງ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົົມສະບັບປັບປຸງໂດຍຜ່ານແຜນງານບີຄວາ.
ທີມງານຄູຝຶກຫຼັກແຫຼ່ງ ແລະ ຄູຝຶກປະຈຳແຂວງ ແມ່ນໄດ້ຖືກຄັດເລືອກໂດຍພະນັກງານຈາກຂັ້ນແຂວງ ແລະ ຂັ້ນສູນກາງຂອງກະຊວງສຶກສາທິການ ແລະ ກິລາ ໃນເດືອນພະຈິກ 2018. ເງື່ອນໄຂໃນການຄັດເລືອກຄູຝຶກຫຼັກແຫຼ່ງແມ່ນອີງໃສ່ ປະສົບການໃນການສອນຊັ້ນປະຖົມ, ມີຄວາມຮູ້ວິຊາສະເພາະ,
ສຳລັບຂັ້ນ ປ.1, ຄູຝຶກຫຼັກແຫຼ່ງຈຳນວນ 60 ຄົນ ໄດ້ຈັດຝຶກອົບຮົມຄູຝຶກທົ່ວປະເທດໃນເດືອນພິຶດສະພາ ແລະ ມິຖຸນາ 2019 ທັງໝົດ 23 ຄັ້ງ, ແລະ ຄູຝຶກປະຈຳແຂວງຈຳນວນ 611 ຄົນ ໄດ້ການຝຶກອົບຮົມແບບເຊິ່ງໜ້າໃຫ້ກັບຄູ, ຜູ້ອຳນວຍການ ແລະ ຄູສຶກສານິເທດເກືອບ 17,000 ຄົນທົ່ວປະເທດໃນເດືອນກໍລະກົດ ແລະ ສິງຫາ ທັງໝົດ 483 ຄັ້ງ. ທຸກຄວາມຄິດເຫັນຈາກການສັງເກດຝືກອົບຮົມ ຊີ້ໃຫ້ເຫັນວ່າ ຄຸນນະພາບການຝຶກອົບຮົມແມ່ນສູງ, ລວມທັງການຝຶກອົບຮົມຄູຝຶກ ແລະ ການຝຶກອົບຮົມແບບເຊິ່ງໜ້າ ເພາະຄູຝຶກມີການກຽມພ້ອມທີ່ດີໃນການຝຶກອົບຮົມ, ອຳນວຍຄວາມສະດວກໃນການມີສ່ວນຮ່ວມດີ ແລະ ນຳໃຊ້ສື່ການຮຽນການສອນຢ່າງເໝາະສົມ, ການຖ່າຍທອດການເຮັດກິດຈະກຳໃຫ້ຜູ້ເຂົ້າຮ່ວມ ແລະ ມີການປັບປຸງການຖ່າຍທອດຄວາມຮູ້ຢ່າງສະໝຳ່ສະເໝີ.
ສກຂ ແຕ່ລະແຫ່ງຈະມີທີມງານຄູຝຶກປະຈຳແຂວງຂອງຕົນ ແລະ ມັນເປັນຄວາມຮັບຜິດຊອບຂອງຕົນໃນການບໍລິຫານຈັດການ. ທີມງານຄູຝຶກຫຼັກແຫຼ່ງແມ່ນບໍລິຫານໂດຍກົມສ້າງຄູ.
ອີງຕາມກອງປະຊຸມ, ຜູ້ຕາງໜ້າຈາກ ສກຂ ໄດ້ທົບທວນ ແລະ ປຶກສາຫາລືປັບປຸງລາຍຊື່ຄູຝຶກປະຈຳແຂວງພ້ອມກັບຄູ່ຮ່ວມງານທີ່ກ່ຽວຂ້ອງກ່ອນທີ່ຈະຕົກລົງເຫັນດີເປັນເອກະພາບ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄູຝຶກປະຈຳແຂວງຂອງຕົນຢ່າງເປັນທາງການ.
ຄູຝຶກຫຼັກແຫຼ່ງ ແລະ ຄູຝຶກຂັ້ນແຂວງທີ່ໄດ້ຮັບການແຕ່ງຕັ້ງ ຈະເລີ່ມຝຶກອົບຮົມໃຫ້ແກ່ຄູສອນຂັ້ນ ປ.2 ແລະ ຄູສຶກສານິເທດກ່ຽວກັບຫຼັກສູດສະບັບປັບປຸງໃໝ່ ໃນເດືອນພຶດສະພາ 2020.
ກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຝຶກອົບຮົມ ການນຳໃຊ້ຫຼັກສູດ ຂັ້ນ ປໍ.1 ສະບັບປັບປຸ່ງໃໝ່
Posted by ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ on Monday, 21 October 2019