Menu

ທີມຂຽນຫຼັກສູດຊັ້ນປະຖົມໄດ້ເຂົ້າຮ່ວມກອງປະຊຸມພັດທະນາຂີດຄວາມສາມາດ ເປັນເວລາ 3 ວັນ ເພື່ອຝຶກທັກສະການຂຽນຫຼັກສູດ ການສອນ ແລະ ການຮຽນທີ່ເນັ້ນການປະຕິບັດຕົວຈິງໃຫ້ເຂັ້ມແຂງ

DSC_0762

DSC_0775

DSC_0788

DSC_0792

ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ, ນັກ​ຮຽນຂັ້ນ ປ.1 ທົ່ວ​ປະ​ເທດ ໄດ້​ເລີ່ມ​ຕົ້ນ​ສົກ​ຮຽນ​ໃໝ່​ພ້ອມ​ກັບ​ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາ​ສະ​ບັບ​ປັບ​ປຸງ​ໃໝ່. ຫຼັກ​ສູດ ຂັ້ນ ປ.1 ສະ​ບັບ​ປັບ​ປຸງ​ໃໝ່ ແມ່ນ​ບາດ​ກ້າວ​ທຳ​ອິດໃນການ​ພັດ​ທະ​ນາ​ຫຼັກ​ສູ​ດ​ຊັ້ນ​ປະ​ຖົມ​ສຶກ​ສາ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ (ສ​ສກ) ໂດ​ຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ. ສ​ສກ ຈະ​ດຳ​ເນີນ​ການ​ປັບ​ປຸງ​ໄປ​ເທື່ອ​ລະ​ຂັ້ນ​ຮຽນ​ທຸກໆ​ປີ​ຈົນ​ຮອດ​ຂັ້ນ ປ.5. ຈຸດ​ຫຼັກ​ໆ​ຂອງ​ຫຼັກ​ສູດ​ສະ​ບັບ​ປ​ັບ​ປຸງ​ໃໝ່​ແມ່ນນັກ​ຮຽນ​ເປັນ​ໃຈ​ກາງ ພ້ອມ​ວິ​ທີ​ການ​ສອນ​ແບບ​ໃໝ່ທີ່​ເນັ້ນ​ໃສ່​ການ​ຮຽນ​ທີ່​ເນັ້ນ​ການ​ປະ​ຕິ​ບັດ​ຕົວ​ຈິງ. ນຳ​ໃຊ້​ວິ​ທີ​ການ​ນີ້​ເພື່ອ​ການ​ຮຽນ​ຮູ້​ຂອງ​ເດັກ​ນ້ອຍ​ໂດຍ​ການ​ເຮັດ​ກິດ​ຈະ​ກຳ, ແບ່ງ​ປັບ​ແນວ​ຄວາມ​ຄິດ ແລະ ນຳ​ໃຊ້​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້.

ທີມ​ຂຽນ​ຫຼັກ​ສູດ​ຈຳ​ນວນ 38 ທ່ານ ຈາກ ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ (ສວ​ສ) ໄດ້​ຮ່າງ, ອອກ​ແບບ ແລະ ຂຽນ​ແຕ່​ລະ​ວິ​ຊາ​ສຳ​ລັບ​ຄູ່​ມື​ຄູ ແລະ ປຶ້ມ​ແບບ​ຮຽນ​ສຳ​ລັບ​ນັກ​ຮຽນ. ທີມ​ຂຽນ​ຫຼັກ​ສູດ​ໄດ້​ແບ່ງ​ເປັນ​ລາຍ​ວິ​ຊາ ເຊັ່ນ​ວ່າ: ວິ​ຊາ​ພາ​ສາ​ລາວ, ວິ​ທະ​ຍາ​ສາດ ແລະ ສິ່ງ​ແວດ​ລ້ອມ, ຄະ​ນິດ​ສາດ, ຄຸນ​ສົມ​ບັດ, ສິ​ລະ​ປະ​ກຳ ແລະ ຫັດ​ຖະ​ກຳ, ສິ​ລະ​ປະ​ດົນ​ຕີ, ພະ​ລະ​ສຶກ​ສາ, ພາ​ສາ​ອັງ​ກິດ (ເລີ່ມ​ໃນ​ຂັ້ນ ປ.3) ແລະ ສັງ​ຄົມ​ສຶກ​ສາ (ເລີມ​ໃນ​ຂັ້ນ ປ.4).

ພ້ອມ​ກັ​ບ​ສື່​ການ​ຮຽນ ແລະ ການ​ສອນແບບ​ໃໝ່, ຄູ​ຮຽນ​ຮູ້​ທີ່​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຮຽນ​ຫຼາຍກວ່າ​ການ​ໃຫ້​ພຽງຂໍ້​ມູນ.

ນັກ​ຮຽນຮຽນ​ຮູ້​ຈາກ​ການ​ເຮັດ, ການ​ເຮັດ​ກິ​ດ​ຈະ​ກຳ​ຕົວ​ຈິງ ແລະ ສະ​ທ້ອນ​ຄືນ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ເຮັດ. ພາຍ​ໃຕ້​ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່, ເດັກ​ນ້ອຍ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ຫ້າວ​ຫັນ​ໃນ​ການ​ຮຽນ​ຮູ້​ຂອງ​ຕົນ, ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ, ຄວາ​ວ​ສົນ​ໃຈ​ກັບ​ສື່​ການ​ຮຽນ ແລະ ການ​ທົດ​ລອງ​ຜ່ານ​ການ​ເຮັດ​ກິດ​ຈະ​ກຳ​ຕ່າງໆ.

ເພື່ອ​ໃຫ້​ສາ​ມາດ​ປະ​ຕິ​ບັດ​ວິ​ທີ​ການ​ສອນ​ໃໝ່​ນີ້​ໃນ​ຫ້ອງ​ຮຽນ, ທີ​ມ​ຂຽນ​ຫຼັກ​ສູດ​ໄດ້​ອອກ​ແບບ​ບົດ​ຮຽນພ້ອມ​ກັບ​ກິດ​ຈະ​ກຳ​ທີ່​ເຮັດ​ໃຫ້​ນັກ​ຮຽນ​ມີ​ສ່ວນ​ຮ່ວມ ແລະ ສົ່ງ​ເສີມ​ໃຫ້​ພວ​ກ​ເຂົາ​ໄດ້​ຮັບ​ຂໍ້​ມູນ​ໃໝ່ໆ ແລະ ນຳ​ໃຊ້​ຄວາມ​ຮູ້​ໃໝ່. ພ້ອມ​ນັ້ນ, ກໍ່​ຍັງ​ມີ​ປຶ້ມ​ຄູ່​ມື​ຄູ ທີ່​ມີ​ຄຳ​ແນະ​ນຳ​ລະ​ອຽດ​ຫຼາຍກ່ຽວ​ກັບ​ວິ​ທີ​ການ​ສອນ​ບົດ​ຮຽນ​ໃນ​ວິ​ທີ ​ທີ່​ຈະ​ເຮັດ​ໃຫ້​ນັກ​ຮຽນ​ມີ​ສ່ວນ​ຮ່ວມ ແລະ ດຶງ​ດູ​ດ​ກັບ​ຂະ​ບວນ​ການ​ຮຽນ​ຮູ້​ຫຼາຍ​ຂຶ້ນ.

ທີມ​ຂຽນ​ຫຼັກ​ສູດເຂົ້າ​ຮ່ວມກອງ​ປະ​ຊຸມ​ພັດ​ທະ​ນາ​​ຂີດ​ຄວາມ​ສາ​ມາດ​ຢ່າງ​ເປັນ​ເປັນ​ປະ​ຈຳ​ເພື່ອ​ຝຶ​ກ​ທັກ​ສະ​ຂອງ​ພວກ​ເຂົາ​ໃຫ້​ເຂັ້ມ​ແຂງ ໃນ​ການ​ອອກ​ແບບ ແລະ ພັດ​ທະ​ນາ​ສື່​ສຳ​ລັບ​ການ​ຮຽນ​ທີ່​ເນັ້ນ​ການ​ປະ​ຕິ​ບັດ​ຕົວ​ຈິງ. ໃນ​ລະ​ຫວ່າງວັນ​ທີ 5 – 7 ກຸມ​ພາ ໄດ້​ມີ​ກອງ​ປ​ະ​ຊຸມ​ພັດ​ທະ​ນາ​ວິ​ຊາ​ຊ​ີບ​ຢູ່​ທີ່ ສວ​ສ, ທີມ​ຂຽນ​ຫຼັກ​ສູດ​ຂັ້ນ ປ.3 ໄດ້​ຝຶກການ​ຂຽນ​ບົດ​ຮຽນທີ່ສົ່ງເສີມການມີສ່ວນຮ່ວມ ແລະ ຄວາມກະຕືລືລົ້ນ, ພິຈາລະນາຫຼັກການການຮຽນທີ່ເນັ້ນການປະຕິບັດຕົວຈິງ ແລະ ໃສ່ໃຈໃນເລື່ອງຄວາມເທົ່າທຽມດ້ານບົດບາດຍິງ-ຊາຍ ແລະ ການມີສ່ວນຮ່ວມໃນສັງຄົມໃຫ້ຫຼາຍຂຶ້ນໃນສື່ການສອນ ແລະ ການຮຽນ ແລະ ການປະຕິບັດ.​

ພວກເຂົາຍັງຄົ້ນພົບການນຳໃຊ້ວັດ​ສະ​ດູ​ທີ່​ມີ​ໃນທ້ອງຖິ່ນ ເຊັ່ນວ່າ ກ້ອນຫີນສຳລັບການຮຽນນັບເລກ, ໄມ້ສຳລັບ​ປະ​ດິດຮູບຊົງ ແລະ ວັດຖຸຕ່າງໆ, ການ​ຂຽນ​ໜັງ​ສື​ໃສ່​ພື້ນ​ດິນ ຫຼື ຂີ້​ຊາຍ, ​ຕິບເຂົ້າສຳລັບວັດແທກເປັນ​ຮູບ​ຮ່າງ ແລະ ສິ້ນພື້ນເມືອງໃນການຈຳ​ແນກ​ລາຍທ້ອງ​ຖິ່ນຕ່າງໆ ແລະ ການຮຽນກ່ຽວກັບກຸ່ມຊົນເຜົ່າ​ໃນ​ປະ​ເທດລາວ.

ຜູ້​ຂຽນ​ຫຼັກ​ສູດ​ຍັງໄດ້​ທົດ​ລອງ​ການ​ສອນ​ໃນ​ຫ້ອງ​ຮຽນ​ຂັ້ນ ປ.3 ເພື່ອ​ກຳ​ນົດ “ຄວາມ​ສາ​ມາດ​ໃນ​ການ​ສອນ” ບົດ​ຮຽນ​ຂອງ​ພວກ​ເຂົາ. ຜູ້​ຂຽນ​ຫຼັກ​ສູດ​ຈາກ 7 ຂົງ​ເຂດ​ຫຼັກ​ສູດໄດ້​ຂຽນ ແລະ ຝຶກ​ການ​ຈັດ​ກິດ​ຈ​ະ​ກຳ​ການ​ຮຽນ​ທີ່​ເນັ້ນ​ການ​ປະ​ຕິ​ບັດ​ຕົວ​ຈິງກັບ​ເພື່ອນ​ຮ່ວມ​ງານ ແລະ ໄດ້ຮັບຄຳ​ຄິດ​ເຫັນ​ເພື່ອ​ນຳ​ໄປ​ປັບ​ປຸງ. ກິດ​ຈະ​ກຳ​ນີ້​ແມ່ນ​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຂຽນ​ຫຼັກ​ສູດ​ເຂົ້າ​ໃຈ​ເຖິງ​ສິ່ງ​ທ້າ​ທາຍ​ທີ່​ຄູ​ປະ​ສົບ​ພົບ​ພໍ້​ໃນ​ໂຮງ​ຮຽນທົ່ວ​ປະ​ເທດ​ລາວ ແລະ ເພື່ອ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ທັກ​ສະ​ການ​ມີ​ສ່ວນ​ຮ່ວມ, ການ​ຖອດ​ຖອນ​ບົດ​ຮຽນ​​ການ​ເຮັດ ແລະ ຮຽນ​ຮູ້​ຕົວ​ຈິງ ທີ່​ສາ​ມາດ​ນຳ​ໃຊ້​ໃນ​ບົດ​ຮຽນ ແລະ ສົ່ງ​ເສີມ​ການ​ນຳ​ໃຊ້​ວັດ​ສະ​ດູ​ທີ່​ມີ​ໃນ​ທ້ອງ​ຖິ່ນ.

ທີມ​ຂຽນ​ຫຼັກ​ສູດ ສວ​ສ ຈະ​ສືບ​ຕໍ່​ປັບ​ປຸງ​ຄວາມ​ສາ​ມາດ​ໃນ​ການ​ອອກ​ແບບ​ບົດ​ຝຶກ​ຫັດ​ການ​ຮຽນ ທີ່​ຈະ​ຊ່ວຍ​ເດັກ​ນ້ອຍ​ລາວ​ໃນ​ການ​ປັບ​ປຸງ​ທັກ​ສະ​ການ​ອ່ານ, ການ​ຂຽນ, ການ​ຄິດ, ການ​ແກ້​ໄຂ​ບັນ​ຫາ ແລະ ການ​ຄິດ​ແບບ​ສ້າງ​ສັນ. ຄູ​ທົ່ວ​ປະ​ເທດ​ຈະ​ສອນ​ຫຼັກ​ສູດ​ຂັ້ນ ປ.3 ສະ​ບັບ​ປັບ​ປຸງ​ໃໝ່ນັບ​ແຕ່​ເດືອນ​ກັນ​ຍາ 2021 ເປັນ​ຕົ້ນ​ໄປ.