ໃນເດືອນກັນຍາ 2019, ນັກສຶກສາຄູປີທີ 1 ຢູ່ ວິທະຍາໄລຄູ 8 ແຫ່ງ (ວຄ) ທົ່ວປະເທດໄດ້ເລີ່ມຈັດການຮຽນການສອນຫຼັກສູດກໍ່ສ້າງຄູປະຖົມສຶກສາສະບັບປັບປຸງໃໝ່ ເຊິ່ງໄດ້ສ້າງຂຶ້ນບົນພື້ນຖານການຮຽນການສອນທີ່ເນັ້ນການປະຕິບັດຕົວຈິງ. ຫຼັກສູດການກໍ່ສ້າງຄູສະບັບປັບປຸງໃໝ່ແມ່ນສອດຄ່ອງຫຼາຍກັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່, ທີ່ໄດ້ຈັດຕັ້ງປະຕິບັດການສອນໃນຫ້ອງຮຽນສຳລັບຂັ້ນ ປ.1 ເຊິ່ງເລີ່ມແຕ່ສົກຮຽນປັດຈຸບັນ. ການພັດທະນາ ແລະ ການຈັດຕັ້ງປະຕິບັດທັງສອງຫຼັກສູດ ແມ່ນນຳພາໂດຍກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ.
“ກອງປະຊຸມທົບທວນຫຼັກສູດການສ້າງຄູ ຄັ້ງທີ 2” ໄດ້ຈັດຂຶ້ນໃນອາທິດນີ້ ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະໜອມ ທຳມະຈັກ, ວ່າການຜູ້ອຳນວຍການສູນພັດທະນາຄູ ແລະ ເປັນປະທານຮ່ວມໂດຍ ທ່ານ ນາງ ພອນທິດາ ວົງໄຊ, ຜູ້ຮັບຜິດຊອບແຜນງານ (ຝ່າຍການສຶກສາ), ສະຖານທູດອົດສະຕຣາລີ ເຊິ່ງກອງປະຊຸມດັ່ງກ່າວມີທີມພັດທະນາຫຼັກສູດຫຼາຍກວ່າ 50 ທ່ານ ຈາກ ວິທະຍາໄລຄູ, ກົມສ້າງຄູ, ສູນພັດທະນາຄູ, ຄະນະສຶກສາສາດ ແລະ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນ, ກວດແກ້ ແລະ ສຳເລັດສື່ການຮຽນການສອນສຳລັບປີທີ 1 ພາກຮຽນທີ 1
ໂດຍອີງໃສ່ຄຳຄິດຄຳເຫັນຈາກການທົດລອງນຳໃຊ້ ພາຍຫຼັງການຈັດການຮຽນການສອນສຳເລັດພາກຮຽນ 1.
ຂະບວນການພັດທະນາຫຼັກສູດການສ້າງຄູນີ້ໄດ້ທົບທວນຄືນເພື່ອການຮຽນຮູ້ ແລະ ປັບປຸງຢ່າງຕໍ່ເນື່ອງ. ວິທະຍາໄລຄູທັງ 8 ແຫ່ງ ນຳໃຊ້ຫຼັກສູດການສ້າງຄູສະບັບປັບປຸງໃໝ່ ແລະ ການຈັດຕັ້ງປະຕິບັດນຳໃຊ້ສື່ການຮຽນການສອນຫຼັກສູດໃໝ່ ໄດ້ມີການຕິດຕາມຢ່າງໃກ້ຊິດຢູ່ວິທະຍາໄລສອງແຫ່ງຄື: ວິທະຍາໄລຄູປາກເຊ ແລະ ວິທະຍາໄລຄູດົງຄຳຊ້າງ. ກອງປະຊຸມພັດທະນາ ແລະ ກວດແກ້ຄືນຫຼັກສູດການສ້າງຄູ ໄດ້ມີການກຳນົດໄວ້ຕະຫຼອດສົກຮຽນ ເພື່ອປັບປຸງສື່ການຮຽນການສອນ ໂດຍອີງໃສ່ປະສົບການ ແລະ ການຮຽນຮູ້ຈາກທົດລອງນຳໃຊ້ສື່ການຮຽນການສອນ.
ໃນຊ່ວງອາທິດຂອງກອງປະຊຸມ, ທີມພັດທະນາຫຼັກສູດຈະທົວທວນຄືນສື່ການຮຽນການສອນສຳລັບ 11 ລາຍວິຊາ ທີ່ສອນໃນປີທີ 1 ພາກຮຽນທີ 1 ຄື: ວິຊາພາສາລາວ, ວິຊາຄະນິດສາດ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ພັດທະນາການເດັກ, ໄອຊີທີ, ສັງຄົມສຶກສາ, ສິລະປະ ແລະ ຫັດຖະກຳ, ຫຼັກສູດຊັ້ນປະຖົມ, ຄຸນສົມບັດ, ພາລະສຶກສາ ແລະ ການບໍລິຫານໂຮງຮຽນ ແລະ ການພັດທະນາຊຸມຊົນ.
ການກວດແກ້ຄືນນັ້ນຈະອີງໃສ່ຄຳຄິດຄຳເຫັນທົ່ວໄປ ແລະ ຄຳເຫັນສະເພາະຂອງແຕ່ລະວິຊາຈາກຄູອາຈານສອນ ໂດຍສະເພາະແມ່ນເນັ້ນໃສ່ຄຳເຫັນການຖອດຖອນບົດຮຽນຈາກວິທະຍາໄລຄູສອງແຫ່ງ. ຄຳຄິດຄຳເຫັນຂອງເຂົາເຈົ້າຈະໄດ້ຮັບການວິເຄາະ ແລະ ຮວບຮວມເຂົ້າໃນສື່ໃນພາກຮຽນ 1. ເນື່ອງຈາກທີມພັດທະນາຫຼັກສູດກໍ່ຍັງແມ່ນຄູອາຈານສອນ, ພວກເຂົາກໍ່ຈະນຳໃຊ້ປະສົບການການສອນຂອງຕົນໃນພາກຮຽນ 1 ເພື່ອແນະນຳການປັບປຸງກວດແກ້ຄືນຕໍ່ໄປ. ໃນລະຫວ່າງກອງປະຊຸມ, ທີມງານຍັງຈະໄດ້ອອກແບບວາງແຜນເພື່ອຮັບປະກັນວ່າສື່ການຝຶກອົບຮົມຈະສຳເລັດໃນກາງເດືອນມີນາ.
ພາຍຫຼັງ ສົ່ງຮ່າງສະບັບສຸດທ້າຍ, ສື່ຝຶກອົບຮົມຈະຖືກນຳສະເໜີໃຫ້ທີມກວດແກ້ ເຊິ່ງມີ ກົມສ້າງຄູ ແລະ ພະນັກງານຈາກສູນພັດທະນາຄູ, ອາຈານຈາກວິທະຍາໄລຄູ ແລະ ການຄັດເລືອກທີມພັດທະນາຫຼັກສູດເພື່ອຮັບປະກັນຄຸນນະພາບ ແລະ ການດັດແກ້. ສຸດທ້າຍ, ຫຼັກສູດດັ່ງກ່າວຈະຖືກນຳສະເໜີໃຫ້ຄະນະສະພາທີ່ປຶກສາດ້ານວຽກງານສ້າງຄູແຫ່ງຊາດ ແລະ ກົມສ້າງຄູເພື່ອຮັບຮອງ. ເມື່ອສື່ຖືກຮັບຮອງແລ້ວ, ສື່ຈະຖືກສົ່ງໄປຂັ້ນຕອນສຸດທ້າຍຄື ການຈັດໜ້າເຈ້ຍ, ຈັດພິມ ແລະ ແຈກຢາຍໃຫ້ວິທະຍາໄລຄູ 8 ແຫ່ງ ສຳລັບນັກສຶກສາປີທີ 1 ລຸ້ນຕໍ່ໄປ ຜູ້ທີ່ຈະເລີ່ມການຝຶກອົບຮົມໃນເດືອນກັນຍາ 2020.