“ຖ້າຄູບໍ່ມີຄວາມຮູ້ພື້ນຖານ ກ່ຽວກັບລາຍວິຊາທີ່ຕົນສອນຢ່າງເລີກເຊິ່ງ, ມີທັກສະການສອນທີ່ດີ ແລະ ເຕັກນິກການສອນທີ່ເໝາະສົມ, ພວກເຮົາກໍ່ຈະບໍ່ສາມາດບັນລຸຜົນການຮຽນຂອງນັກຮຽນຕາມເປົ້າໝາຍໄດ້” ກ່າວໂດຍ ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ (ສຄ). ພ້ອມດຽວກັນນັ້ນ, ການວິໄຈຈາກທົ່ວໂລກຢຶນຢັນ ແລະ ຊີ້ໃຫ້ເຫັນແລ້ວວ່າ ຄຸນນະພາບຂອງຄູສອນແມ່ນມີຜົນກະທົບໂດຍກົງຕໍ່ຜົນສຳເລັດທາງດ້ານການຮຽນຮູ້ຂອງນັກຮຽນ.
ໃນເດືອນກັນຍາ 2019 ກໍໄດ້ເລີ້ມຈັດຕັ້ງການຮຽນການສອນ ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ໃນ ຊັ້ນປະຖົມສຶກສາປີທີ.1 ໃນຂອບເຂດທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ເພື່ອປັບປຸງຜົນສຳເລັດທາງດ້ານການຮຽນຂອງເດັກນ້ອຍລາວ, ກະຊວງສຶກສາທິການ ແລະ ກິລາ ໄດ້ເລີ່ມດຳເນີນການປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງຂອງຫຼັກສູດສ້າງຄູໂດຍຜ່ານການຝຶກອົບຮົມຄູຮຸ້ນຕໍ່ໄປ. ນັບແຕ່ປີ 2017, ກົມສ້າງຄູ ແລະ ສູນພັດທະນາຄູ (ສພຄ), ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ, ໂດຍຜ່ານແຜນງານບີຄວາ, ໄດ້ປັບປຸງຫຼັກສູດສ້າງຄູ ເພື່ອໃຫ້ສອດຄ່ອງກັບຫຼັກສູດສະບັບປັບປຸງໃໝ່. ໃນເດືອນກັນຍາ 2019, ນັກສຶກສາຄູລະບົບ 12+2 ຢູ່ ວິທະຍາໄລຄູທຸກແຫ່ງ ໄດ້ເລີ່ມຈັດການຮຽນການສອນຫຼັກສູດສ້າງຄູປະຖົມສຶກສາ ປີທີ 1 ສະບັບປັບປຸງໃໝ່ເປັນປີທຳອິດ ທີ່ເນັ້ນໃສ່ຫຼັກການຂອງການຮຽນການສອນທີ່ເນັ້ນການປະຕິບັດຕົວຈິງ.
ຫຼັກສູດສ້າງຄູປະຖົມສຶກສາປະກອບມີ 9 ລາຍວິຊາຂອງຫຼັກສູດຊັ້ນປະຖົມສຶກສາ ແລະ 8 ວິຊາທີ່ກ່ຽວຂ້ອງກັບວິຊາຊີບຄູ, ລວມທັງປະສົບການໃນໂຮງຮຽນ ແລະ ການລົງຝຶກຫັດວິຊາຊີບ.
ສະນັ້ນ ຕໍ່ກັບການປັບປຸງຫຼັກສູດທີ່ກວມເອົາທັງເນື້ອໃນລາຍວິຊາຮຽນ ແລະ ວິຊາຄູ, ແລະ ວິທີການສອນ, ວິທີການປະເມີນຜົນການຮຽນຂອງນັກສຶກສາຄູ ຕ້ອງໄດ້ປັບປຸງເຊັ່ນດຽວກັນ. ເປົ້າໝາຍຂອງຫຼັກສູດສະບັບປັບປຸງໃໝ່ແມ່ນເພື່ອເພີ້ມຜົນສຳເລັດທາງດ້ານການຮຽນຮູ້ ແລະ ເພື່ອກຽມຄວາມພ້ອມໃຫ້ນັກສຶກສາຄູໃຫ້ກາຍມາເປັນຄູສອນຊັ້ນປະຖົມສຶກສາທີ່ເຂັ້ມແຂງໃນອະນາຄົດ. ດັ່ງນັ້ນ, ໃນອາທິດນີ້ ຈຶ່ງໄດ້ມີການຈັດ “ກອງປະຊຸມພັດທະນາຫຼັກສູດສ້າງຄູ – ປະເມີນຜົນ” ໂດຍການເປັນປະທານຂອງ ທ່ານ ຄຳໃບ ຄຳສີ, ຮອງຫົວໜ້າກົມສ້າງຄູ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດປະມານ 75 ທ່ານ
ໃນຕອນທ້າຍກອງປະຊຸມ, ຮ່າງການປະເມີນແຕ່ລະວິຊາຂອງພາກຮຽນທີ 1 – ປີທີ 1 ຈະສຳເລັດ ສຳລັບນັກສຶກສາຄູ ປີທີ 1ໃນວິທະຍາໄລຄູ ທັງ 8 ແຫ່ງ ເພື່ອມາເຂົ້າຮ່ວມການສອບເສັງໃນເດືອນມັງກອນ 2020.
ກະຊວງ ສສກ ຈັດກອງປະຊຸມພັດທະນາຫຼັກສູດສ້າງຄູປະຖົມສຶກສາ
Posted by ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ on Tuesday, 17 December 2019