ແກ້ວ ແລະ ນ້ອຍ ເປັນໝູ່ທີ່ຮັກແພງກັນ ແຕ່ວ່າມື້ໜຶ່ງ, ນ້ອຍຢອກແນວແປກໆໃສ່ແກ້ວ ແລ້ວເຮັດໃຫ້ລາວລົ້ມ ແລະ ເຈັບຫົວເຂົາ… ມາຟັງເລື່ອງເລົ່ານີ້ກັບ ປ້າ ມິສຸດາ ຜູ້ທີ່ຈະມາເລົ່າເລື່ອງມິດຕະພາບຂອງແກ້ວ ແລະ ນ້ອຍໃຫ້ພວກເຮົາຟັງ
ໃນຂະນະດຽວກັນ, ຢູ່ບ້ານປ່າຜາສຸກກໍ່ແມ່ນເວລາພັກຜ່ອນຂອງໂຮງຮຽນຊັ້ນປະຖົມ.. ກະຕູນດິນປັ້ນໂຕນ້ອຍຂອງພວກເຮົາກຳລັງມ່ວນຊື່ນກັບການຫຼິ້ນຢູ່ເດີນໂຮງຮຽນ ແຕ່ວ່າມີຫຍັງເກີດຂຶ້ນກັບນາງດີ? ລາວຄືເບິ່ງເສົ້າແທ້…
ຖ້າຢາກຮູ້ວ່າເກີດຫຍັງຂຶ້ນ, ຢ່າລືມຮັບຊົບລາຍການຮຽນຮູ້ຮ່ວມກັນຕອນລ່າສຸດສະບັບເຕັມ ໃນຕອນ “ໂມງຫຼິ້ນ”.
ລາຍການຮຽນຮູ້ຮ່ວມກັນ ອອກອາກາດທຸກໆວັນອາທິດ ທາງຊ່ອງໂທລະພາບແຫ່ງຊາດລາວ ຊ່ອງ 3 ເວລາ 16.45 ໂມງ ແລະ ທາງຊ່ອງ ປກສ ເວລາ 10.30 ໂມງເຊົ້າ. ທຸກໆຕອນສາມາດເຂົ້າເບິ່ງໄດ້ທາງຊ່ອງຢູທູບ
ລາຍການຮຽນຮູ້ຮ່ວມກັນຜະລິດໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການຮ່ວມມືກັບກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ.
ຮັບຊົມລາຍການ ຮຽນຮູ້ຮ່ວມກັນ Learn Together Laos ທາງຊ່ອງຢູທູບ
ຢ່າລືມກົດຕິດຕາມ ແລະ ແບ່ງປັນນຳໝູ່ເພື່ອນຂອງເຈົ້າເດີ່.