ບີຄວາ ແມ່ນແຜນງານໜຶ່ງທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ມີພະນັກງານວິຊາການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຊ່ວຍກະຊວງຈັດຕັ້ງປະຕິບັດແຜນງານ ໂດຍສຸມໃສ່ການພັດທະນາຫຼັກສູດຊັ້ນປະຖົມສຶກສາ, ການພັດທະນາວິຊາຊີບຄູ ແລະ ການເຊື່ອມສານບັນດາຫຼັກການ ແລະ ການປະຕິບັດທີ່ຄຳນຶງເຖິງບົດບາດຍິງ-ຊາຍ ແລະ ການສຶກສາແບບຮຽນຮ່ວມ.

ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ແມ່ນຜູ້ນຳພາແຜນງານບີຄວາຕາງໜ້າໃຫ້ລັດຖະບານລາວ. ວິໃສທັດຂອງກະຊວງສຶກສາທິການ ແລະ ກິລາ ຮອດປີ 2030 ແມ່ນ “ສ້າງໂອກາດໃຫ້ປະຊາຊົນລາວທຸກຄົນເຂົ້າເຖິງການສຶກສາທີ່ມີຄວາມເທົ່າທຽມ ໂດຍສຸມໃສ່ການພັດທະນາຄຸນນະພາບການສຶກສາ”. ແຜນງານບີຄວາແມ່ນ ສອດຄ່ອງກັບແນວທາງຂອງແຜນພັດທະນາຂະແໜງການສຶກສາ ຄັ້ງທີ 8 ແລະ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ 9.

ປະເທດອົດສະຕຣາລີ ເປັນຜູ້ໃຫ້ທຶນທະວິພາຄີທີ່ໃຫຍ່ທີ່ສຸດ ໃນການສະໜັບສະໜູນການສຶກສາຂັ້ນພື້ນຖານ ໃນ ສປປ ລາວ. ແຜນງານບີຄວາເປັນແຜນງານທີ່ພົ້ນເດັ່ນຂອງອົດສະຕຣາລີ ໃນ ສປປ ລາວ ດ້ວຍງົບປະມານທັງໝົດ 80.300.672 ໂດລາອົດສະຕຣາລີ ສໍາລັບໄລຍະທີ 1 ນັບແຕ່ ເດືອນພຶດສະພາ ປີ 2015 ຫາ ເດືອນມິຖຸນາ ປີ 2022 ແລະ ໄດ້ເພີ່ມທຶນອີກ 28.000.000 ໂດລາອົດສະຕຣາລີ ສໍາລັບໄລຍະ ທີ 2 ເຊິ່ງເລີ່ມແຕ່ເດືອນກໍລະກົດ ປີ 2022 ຫາ ເດືອນມິຖຸນາ ປີ 2026.