Menu

ລາຍງານພິເສດຈາກສູນໂຄສະນາຂໍ້ມູນຂ່າວສານ ແລະ ກິລາ ທີ່ອອກອາກາດໃນວັນອັງຄານ 27 ສິງຫາ ທາງໂທລະພາບແຫ່ງຊາດລາວຊ່ອງ 1

Image 001

Image 004

Image 003

ທ່ານ​ສາ​ມາດ​ຮັບ​ຊົມ​ລາຍ​ງານ​ພິ​ເສດ​ດັ່ງ​ກ່າວ ​ໄດ້​ທີ່​ນີ້.

ໃນ​ໄວໆ​ນີ້ ນັກ​ຮຽນ​ຫ້ອງ ປ.1 ທຸກ​ຄົນ ໃກ້ຈະ​ເປ​ີດ​ສົກ​ຮຽນ​ໃໝ່ ພ້ອມ​ກັບ​ປຶ້ມ​ຮຽນ​ສະ​ບັບ​ປັບ​ປຸງ​ໃໝ່​ ແລະ ວິ​ທີ​ການ​ຮຽນທີ່​ເນັ້ນ​ການ​ປະ​ຕິ​ບັດ​ຕົວ​ຈິງແລ້ວ.

ລາຍ​ການ​ຮຽນ​ຮູ້​ຮ່ວມ​ກັນ​ໄດ້​ອອກ​ອາ​ກາດ​ຕອນ​ທຳ​ອິດ ໃນ​ວັນ​ທີ 11 ສິ​ງ​ຫາ ໃນ​ຕອນ​ທີ່​ຊື່​ວ່າ “ການ​ກຽມ​ພ້ອມ​ສຳ​ລັບ​ມື້​ເປີດ​ສົກ​ຮຽນ​ໃໝ່” ທີ່​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດລາວ ແລະ ຊ່ອງ​ຢູ​ທູບ. ລາຍ​ການ​ຮຽນ​ຮູ້​ຮ່ວມ​ກັນ ເປັນ​ລາຍ​ການ​ທີ່​ມ່ວນ​ຊື່ນ ແລະ ເປັນ​ລາຍ​ການ​ໂທ​ລະ​ພາບ​ເພື່ອ​ການ​ສຶກ​ສາ​ຮູບ​ແບບ​ໃໝ່

ທີ່​ສ້າງ​ຂຶ້ນ​ມາ​ສະ​ເພາະ​ພ້ອມ​ກັບ​ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່​ເພື່ອ​ການ​ຮຽນ​ຮູ້​ທີ່​ດີ​ຂຶ້ນ​ຂອງ​ເດັກ​ນ້ອຍ.

ລາຍ​ງານ​ພິ​ເສດ​ຈາກ​ນັກ​ຂ່າວ​ຂອງ​ສູນ​ໂຄ​ສະ​ນາ​ຂໍ້​ມູນ​ຂ່າວ​ສານ ແລະ ກິ​ລາ ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແຫ່ງ ສ​ປ​ປ ລາວ, ທ່ານ ນາງ ເຄ​ທີ ສະ​ມິດ​ທ໌, ເລ​ຂາ​ເອກ​ຂອງ​ສະ​ຖານ​ທູດ​ອົດ​ສະ​ຕ​ຣາ​ລີ​ປະ​ຈຳ​ ສ​ປ​ປ ລາວ ແລະ ທ່ານ ສຸ​ລິ​ຍາ ພູ​ມິ​ວົງ, ຜູ້​ຜະ​ລິດ​ລາຍ​ການ​ຮຽນ​ຮູ້​ຮ່ວມ​ກັນ ໄດ້​ເວົ້າ​ເຖິງ​ເບື້ອງ​ຫຼັງ​ການ​ຖ່າຍ​ທຳ​ການ​ຜະ​ຈົນ​ໄພ​ທີ່​ຕື່ນ​ເຕັ້ນ​ນີ້ ເພື່ອ​ປັ​ັບ​ປຸງ​ການ​ສຶກ​ສາ​ຂອງ​ເດັກ​ນ້ອຍ​ລາວ​ທຸກ​ຄົນ.