ກະຊວງສຶກສາທິການ ແລະ ກິລາ, ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ຜະລິດສື່ການຮຽນ-ການສອນແບບໃໝ່ ຜ່ານທາງຊ່ອງທາງຢູທູບ ເພື່ອສົ່ງເສີມການຮຽນ-ການສອນວິຊາພາສາອັງກິດຊັ້ນປະຖົມສຶກສາໃນບັນດາໂຮງຮຽນຕ່າງໆ.
ຟາຍສຽງໃນວິຊາພາສາອັງກິດຂອງຊັ້ນປະຖົມສຶກສາປີທີ່ 4 ຫຼາຍກວ່າ 100 ສຽງ ໄດ້ຖືກສ້າງເປັນວິດີໂອ ແລະ ໄດ້ຖືກອັບໂຫຼດລົງທາງສອງທາງຢູ່ທູບ ທີ່ມີຊື່ວ່າ “ວິດີໂອສຳລັບການພັດທະນາຄູ Teacher Development Videos”
ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຈັດຝຶກອົບຮົມໃຫ້ແກ່ຂະແໜງສື່ອີເລັກໂຕຼນິກ ແລະ ການສຶກສາທາງໄກ ແລະ ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ໃນຫົວຂໍ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ.
ໃນພິທີດັ່ງກ່າວ, ລັດຖະບານອົດສະຕຣາລີ ກໍ່ຍັງໄດ້ມອບອຸປະກອນທີ່ມີມູນຄ່າ 476.000.000 ກີບ (40.400 ໂດລາອົດສະຕຣາລີ) ໃຫ້ແກ່ທີມງານ ຂະແໜງສື່ອີເລັກໂຕຼນິກ ແລະ ການສຶກສາທາງໄກ ເພື່ອນຳໃຊ້ໃນການຜະລິດວິດີໂອການສຳລັບພັດທະນາຄູ.
ພິທີເປີດຫ້ອງການພາກພື້ນແຫ່ງທີ່ 3 ຂອງແຜນງານບິຄວາທີ່ວິທະຍາໄລຄູຄັງໄຂ
ລັດຖະບານອົດສະຕຣາລີ ໄດ້ຊ່ວຍເຫຼືອເພື່ອສ້າງຄວາມເຂັ້ມແຂງດ້ານຄຸນນະພາບການສອນຂັ້ນປະຖົມສຶກສາໃຫ້ແກ່ກະຊວງສຶກສາ ແລະ ກິລາ ໂດຍການສ້າງຕັ້ງຫ້ອງການພາກພື້ນຂອງແຜນງານບິຄວາ ທີ່ວິທະຍາໄລຄູ 3 ແຫ່ງ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ເປີດຫ້ອງການພາກພື້ນຂອງແຜນງານບີຄວາ ແຫ່ງທີ 2 ຢູ່ວິທະຍາໄລຄູຫຼວງນ້ຳທາ.
ລັດຖະບານອົດສະຕຣາລີ ແລະ ກົມການສ້າງຄູ ກຳລັງເຮັດວຽກຮ່ວມກັນເພື່ອສ້າງຂີດຄວາມສາມາດໃຫ້ແກ່ບັນດາວິທະຍາໄລຄູເປົ້າຫມາຍ ດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມສ້າງຂີດຄວາມສາມາດດ້ານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຄັ້ງທີ ທຳອິດ ທີ່ວິທະຍາໄລຄູສະຫວັນນະເຂດ
ອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄລຍະທີ 2 ຈະໃຫ້ການສະໜັບສະໜູນກະຊວງສຶກສາ ແລະກິລາ ຕື່ມອີກ ໃນວຽກງານການພັດທະນາ ແລະ ຝຶກອົບຮົມວິຊາຊີບຄູ.
ກະຊວງສຶກສາທິການ ແລະ ກິລາ ອະນຸມັດປຶ້ມແບບຮຽນ ປ.5 ແລະ ຄູ່ມືຄູ ສະບັບປັບປຸງໃໝ່ ທີ່ໄດ້ຮັບການພັດທະນາໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ
ປີນີ້ແມ່ນປີສຸດທ້າຍຂອງຄວາມພະຍາຍາມປັບປຸງຫຼັກສູດຂັ້ນປະຖົມສຶກສາທີ່ໄດ້ເລີ່ມຕົ້ນນັບແຕ່ໃນ2018 ໂດຍການສະຫນັບສະຫນູນຈາກລັດຖະບານອົດສະຕາລີ
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານ ຄົນພິການ ແລະ ການສຶກສາຮຽນຮ່ວມ
ເນື່ອງໃນໂອກາດວັນຄົນພິການສາກົນ, ກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາຂື້ນ 2 ວັນ ກ່ຽວກັບການສຶກສາຮຽນຮ່ວມໃຫ້ແກ່ຄູຝຶກຫຼັກແຫຼ່ງ ແລະ ຄູຝຶກຂັ້ນແຂວງ.
ທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ
ພະນະທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ.
ພິທີເປີດຫ້ອງການຂອງແຜນງານບີຄວາ ຢູ່ທີ່ວິທະຍາໄລຄູ (ວຄ) ສະຫວັນນະເຂດ ຢ່າງເປັນການ ໂດຍໄດ້ຮັບການຮ່ວມມືຈາກກົມສ້າງຄູ ແລະ ໄດ້ຮັບການສະໜັບສະໜູນຈາກອົດສະຕຣາລີ
ອົດສະຕຣາລີ, ໂດຍຜ່ານທາງແຜນງານບີຄວາ ແລະ ກົມສ້າງຄູ ໄດ້ເຮັດວຽກຮ່ວມກັນ ເພື່ອເສີມສ້າງຂີດຄວາມສາມາດໃຫ້ແກ່ ວິທະຍາໄລຄູ ເປົ້າໝາຍ ໃນການປະຕິບັດວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.
ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມເປັນປະທານໃນພິທີເປີດແຜນງານບີຄວາ ໄລຍະທີ 2 ຢ່າງເປັນທາງການ
ລັດຖະບານອົດສະຕຣາລີໃຫ້ການຊ່ວຍເຫຼືອແກ່ການສຶກສາຊັ້ນປະຖົມໂດຍຜ່ານແຜນງານບີຄວາ ມູນຄ່າຫຼາຍກວ່າ 28 ລ້ານໂດລາອົດສະຕຣາລີ ເປັນໄລຍະເວລາ 4 ປີ (2022-2026).
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ສະເຫຼີມສະຫຼອງການເລີ່ມຕົ້ນການສອນຫຼັກສູດສະບັບປັບປຸງໃໝ່ຂອງ ຂັ້ນ ປ.4 ແລະ ຮັບຮູ້ບົດບາດສຳຄັນຂອງຄູໃນຜົນສຳເລັດຂອງຫຼັກສູດສະບັບປັບປຸງໃໝ່ ໃນ ສປປ ລາວ
ເນື່ອງໃນໂອກາດວັນຄູ, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ພະນະທ່ານ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ມອບອຸປະກອນການຮຽນການສອນ ຂັ້ນ ປ.4 ໃຫ້ແກ່ຄູຢ່າງເປັນທາງການ
ລັດຖະບານອົດສະຕຣາລີ ມອບອຸປະກອນການຜະລິດວີດີໂອໃຫ້ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ປະເທດລາວ
ໃນໂອກາດນີ້, ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຢ້ຽມກິດຈະກຳສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ໃນສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ຊົມເຊີຍທີມງານພວກເຂົາທີ່ມີປະກອບສ່ວນໂຄສະນາ.
ການຊ່ວຍເຫຼືອນັກຮຽນຊົນເຜົ່າ: ວິດີໂອການພັດທະນາຄູ ຕອນໃໝ່ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.
ດ້ວຍວິດີໂອການຝຶກອົບຮົມໃໝ່ນີ້, ຄູສາມາດຮຽນຮູ້ 5 ເຕັກນິກພື້ນຖານໃນການຊ່ວຍເຫຼືອນັກຮຽນຊົນເຜົ່າ
ສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ແລະ ວຽກງານຂອງນັກພັດທະນາຫຼັກສູດວິຊາພາສາລາວ
ການປະຕິບັດຫຼັກສູດວິຊາພາສາລາວຂັ້ນ ປ. 4 ສະບັບປັບປຸງໃໝ່ ທີ່ພັດທະນາໂດຍກະຊວງສຶກສາທິການ ແລະ ກິລາ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈະໄດ້ເລີ່ມຕົ້ນ ການຮຽນ-ການສອນນັບແຕ່ເດືອນກັນຍານີ້ເປັນຕົ້ນໄປ.
ອົດສະຕຣາລີ ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຂຽນປຶ້ມແບບຮຽນ ແລະ ຄູ່ມືຄູ ສຳລັບຫຼັກສູດໃໝ່ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນ ປ.5.
ຫຼັກສູດວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມສະບັບປັບປຸງໃໝ່ໄດ້ເໜັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດຕົວຈິງຜ່ານການທົດລອງ ທີ່ຈະຊ່ວຍໃຫ້ນັກຮຽນສາມາດໝູນໃຊ້ວິທະຍາສາດເຂົ້າໃນຊີວິດປະຈໍາວັນ ແລະ ໃນແວດລ້ອມຊຸມຊົນຂອງເຂົາເຈົ້າ.
ລັດຖະບານປະເທດອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຕິດຕັ້ງລະບົບບັນທຶກສຽງທີ່ທັນສະໄໝໃໝ່ ຢູ່ໃນຫ້ອງສະຕູດິໂອສຽງ ຂອງກະຊວງສຶກສາທິການ ແລະກິລາ ແຫ່ງ ສປປ ລາວ.
ລະບົບບັນທຶກສຽງໃໝ່ນີ້ຈະຊ່ວຍໃຫ້ກະຊວງສາມາດຍົກສູງຄຸນນະພາບຂອງລາຍການວິທະຍຸຂອງກະຊວງ ກໍ່ຄືການຜະລິດແຫຼ່ງສຽງເພື່ອການຮຽນ-ການສອນ.
ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ເປັນເຈົ້າພາບໃນການຈັດກອງປະຊຸມກ່ຽວກັບໂຄງການທົດລອງການຝຶກເວົ້າພາສາລາວ, ຈຸດປະສົງແມ່ນເພື່ອປຶກສາຫາລືກັນກ່ຽວກັບພາກສ່ວນທີ່ກ່ຽວຂ້ອງໃນການສະໜັບສະໜູນນັກຮຽນ ຂັ້ນ ປ.1 ຜູ້ທີ່ບໍ່ເວົ້າພາສາລາວເປັນພາສາທີໜຶ່ງໃນໂຮງຮຽນປະຖົມສຶກສາຢູ່ເຂດຊົນນະບົດ.
ຫຼັກສູດການຝຶກເວົ້າພາສາລາວໄດ້ເຮັດການທົດລອງມາເປັນເວລາ 2 ປີແລ້ວໃນ 80 ໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ແລະ ໃນປັດຈຸບັນ, ຫຼັກສູດດັ່ງກ່າວພວມໄດ້ຮັບການປັບປຸງ ເພື່ອກຽມພ້ອມຜັນຂະຫຍາຍນຳໃຊ້ໃນແຂວງອື່ນໆຕື່ມອີກ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສົ່ງເສີມວຽກງານດ້ານການສຶກສາຮຽນຮ່ວມ ຜ່ານທາງຟີມເອກະສານອັນ ໃໝ່ ພາຍໄຕ້ຫົວຂໍ້ “ຄູຕົວແບບ”.
ທີມງານນັກຂ່າວ ຈາກກະຊວງ ສສກ ໄດ້ເດີນທາງໄປແຂວງຊຽງຂວາງ ເພື່ອສຳພາດຄູສອນທີ່ມີຄວາມກະຕືລືລົ້ນ ແລະ ອຸທິດຕົນສູງ ຈົນກາຍເປັນຄູຕົວແບບ ດ້ານການສຶກສາຮຽນຮ່ວມ.
ພວກເຮົາຈະປະດິດ ແລະ ນໍາໃຊ້ບັດຄໍາ ແລະ ບັດຮູບພາບຄືແນວໃດ: ວິດີໂອສໍາລັບການພັດທະນາຄູລ້າສຸດ ໄດ້ຖືກຜະລິດຂຶ້ນໂດຍກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຂອງລັດຖະບານອົດສະຕຣາລີ.
ບັດຄໍາ ແລະ ບັດຮູບພາບແມ່ນເປັນສື່ການຮຽນການສອນທີ່ມີປະໂຫຍດຫຼາຍໃນການຊຸກຍູ້ໃຫ້ນັກຮຽນມີສ່ວນຮ່ວມເຂົ້າໃນການຮຽນຮູ້ຢ່າງຫ້າວຫັນ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ເປີດການຝຶກອົບຮົມຄູສອນຊັ້ນປະຖົມສຶກສາຂັ້ນ ປ.4 ຢ່າງເປັນທາງການກ່ຽວກັບຫຼັກສູດສະບັບປັບປຸງໃໝ່ ເຊິ່ງເປັນການຝຶກອົບຮົມແບບປະສົມປະສານລະຫວ່າງຮູບແບບທາງໄກ ແລະ ແບບເຊິ່ງໜ້າ ເປັນເວລາ 6 ວັນ.
ການຝຶກອົບຮົມຄູຝຶກຫຼັກແຫຼ່ງແມ່ນເປັນການຝຶກອົບຮົມຂັ້ນຕົ້ນຂອງຂະບວນການຝຶກອົບຮົມຄູສອນຂັ້ນ ປ.4 ແລະ ຄູສຶກສານິເທດ ລວມກັນປະມານ 9,000 ຄົນ ເພື່ອກຽມຄວາມພ້ອມໃຫ້ພວກເຂົາໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ທົ່ວປະເທດໃນເດືອນກັນຍາທີ່ຈະມາເຖິງນີ້.
ການສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ – ເລື່ອງລາວຂອງຄວາມສຳເລັດຈາກເມືອງ ສະໝ້ວຍ, ແຂວງ ສາລະວັນ
ລັດຖະບານອົດສະຕຣາລີ ໄດ້ເຮັດວຽກຮ່ວມກັນກັບຄູ່ຮ່ວມພັດທະນາຫຼັກໃນທຸກໆຂັ້ນ ຂອງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍຜ່ານແຜນງານບີຄວາ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມຄວາມເທົ່າທຽມທາງເພດ ແລະ ໂອກາດຂອງແມ່ຍິງໃນການດຳເນີນກິດຈະກຳຕ່າງໆຂອງແຜນງານ.
ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ຮັບຮູ້ເຖິງການສະໜັບສະໜູນຂອງນັກຮຽນຈາກໂຮງຮຽນນານາຊາດວຽງຈັນທີ່ອາສາສະໝັກຊ່ວຍເຫຼືອໃນການຜະລິດສື່ອຸປະກອນຟາຍສຽງ ສຳລັບຫຼັກສູດພາສາອັງກິດແຫ່ງຊາດ ຂັ້ນ ປ.4 ສະບັບປັບປຸງໃໝ່.
ສື່ອຸປະກອນຟາຍສຽງມີທັງໝົດ 100 ກວ່າແບບໃຫ້ນັກຮຽນ ແລະ ຄູສອນ ຂັ້ນປ.4 ໄດ້ຮຽນພາສາອັງກິດຢ່າງມ່ວນຊື່ນ ແລະ ໃນຂະນະດຽວກັນກໍໄດ້ສຳຜັດກັບຄວາມຫຼາກຫຼາຍຂອງສຳນຽງການເວົ້າໃນພາສາອັງກິດອີກດ້ວຍ.
ເພື່ອເປັນການຕອບສະໜອງຕໍ່ສິ່ງທ້າທາຍອັນເນື່ອງມາຈາກພະຍາດໂຄວິດ-19, ກະຊວງສຶກສາທິການ ແລະ ກິລາ ພ້ອມທັງລັດຖະບານອົດສະຕຣາລີ ໄດ້ຂະຫຍາຍການຮຽນຮູ້ແບບປະສົມປະສານໃຫ້ແກ່ຄູຝຶກທັງໝົດໃນທົ່ວປະເທດ.
ຈຸດປະສົງຂອງແຜນງານລິເລີ່ມນີ້ແມ່ນເພື່ອພັດທະນາທັກສະຂອງຄູຝຶກ ແລະ ຄວາມໝັ້ນໃຈໃນການນຳໃຊ້ Zoom ເພື່ອເຂົ້າຮ່ວມ ແລະ ຈັດກອງປະຊຸມສຳມະນາຜ່ານທາງອິນເຕີເນັດ ພ້ອມທັງໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ໂດຍການນຳໃຊ້ວິທີການແບບປະສົມປະສານກັນລະຫວ່າງທາງອອນລາຍ ແລະ ໜ້າຕໍ່ໜ້າ.
ງານສະເຫຼີມສະຫຼອງວັນແມ່ຍິງສາກົນ: ທ່ານເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເນັ້ນໜັກຄວາມສຳຄັນຂອງວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ໃນການບຳລຸງຄູ
ຊົມເຊີຍກົມສ້າງຄູ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໃນການຄັດເລືອກທີມງານຄູຝຶກໃຫ້ມີຄວາມຫຼາກຫຼາຍ ແລະ ມີຄວາມສົມດູນດ້ານບົດບາດຍິງ-ຊາຍ.
ລັດຖະບານອົດສະຕຣາລີ ໄດ້ໃຫ້ຄໍາໝັ້ນສັນຍາກ່ຽວກັບການສະໜັບສະໜູນລັດຖະບານ ສປປ ລາວ ໃນການພັດທະນາການຮຽນການສອນໂດຍເນັ້ນໃສ່ເຂດທີ່ດ້ອຍໂອກາດ ແລະ ການສຶກສາຮຽນຮ່ວມ ໃນ ສປປ ລາວ.
ກະຊວງສຶກສາທິການ ແລະ ກິລາ ລວມທັງພາກສ່ວນທີ່ກ່ຽວຂ້ອງໃນຂັ້ນແຂວງ ແລະ ລັດຖະບານອົດສະຕຣາລີ ປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໃນປັດຈຸບັນນີ້.
ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຮັບຮອງເອົາປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຂັ້ນປ.4 ສະບັບປັບປຸງໃໝ່.
ສຳລັບຫຼັກສູດຂັ້ນ ປ.4 ນີ້ ລວມມີວິຊາ ພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ພາສາອັງກິດ, ຊຶ່ງລັດຖະບານອົດສະຕຣາລີ ໃຫ້ການສະໜັບສະໜູນໃນການພັດທະນາ, ຈັດພີມ, ແຈກຢາຍ ແລະ ຝຶກອົບຮົມຄູ.
ລັດຖະບານອົດສະຕຣາລີ ສະໜັບສະໜູນກົມສ້າງຄູໃນການພັດທະນາຊຸດອຸປະກອນຊ່ວຍເຫຼືອຄູໃໝ່ ຈຳນວນ 4 ໂມດູນ.
ໂມດູນເຫຼົ່ານີ້ແມ່ນໄດ້ພັດທະນາຂຶ້ນມາ ເພື່ອຊ່ວຍເຫຼືອຄູສອນຊັ້ນປະຖົມສຶກໃນການແກ້ໄຂສິ່ງທ້າທາຍຕ່າງໆ ທີ່ໄດ້ພົບພໍ້ໃນລະຫວ່າງການສິດສອນ.
ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະ ຕຣາລີ ໄດ້ຈັດກອງປະຊຸມທົບທວນຄືນຂໍ້ມູນທີມຄູຝຶກຂັ້ນແຂວງໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ເປັນເວລາ 2 ວັນ ໂດຍນຳໃຊ້ຮູບແບບທາງໄກ ເຊິ່ງມີຕາງໜ້າ ຈາກ 18 ແຂວງ ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້.
ການທົບທວນຄືນ ແລະ ການປັບປຸງທີມງານຄູຝຶກຂັ້ນແຂວງໃນປີນີ້ ໄດ້ມີການກຳນົດເປົ້າໝາຍໃຫ້ແຕ່ລະແຂວງບັນລຸ ໂດຍແນໃສ່ການເພີ່ມຈຳນວນສະມາຊິກ ຄູຝຶກຂັ້ນແຂວງທີ່ເປັນເພດຍິງ ໃຫ້ໄດ້ເຖິງ 50% ຫຼື ໃກ້ຄຽງທີ່ສຸດ.
ບົດສຳພາດຂອງທ່ານເອກອັກຄະລາສະທູດ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສຳເລັດຄວາມພະຍາຍາມໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ.3 ສະບັບປັບປຸງໃໝ່.
ເຖິງແມ່ນວ່າຈະມີສິ່ງທ້າທາຍຕໍ່ກັບສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ແຕ່ກໍ່ໄດ້ສໍາເລັດການຝຶກອົບຮົມຄູສອນຂັ້ນ ປ.3 ແລະ ແຈກຢາຍສື່ການຮຽນການສອນສຳລັບປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ປີທີ 3 ໃນທົ່ວປະເທດ.
ຮຽນຮູ້ວິທີການສື່ສານດ້ວຍການນຳໃຊ້ພາສາມື.
ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຈັດການຝຶກອົບຮົມແບບອອນລາຍ ກ່ຽວກັບການຮຽນຮູ້ວິທີການສື່ສານດ້ວຍການນຳໃຊ້ພາສາມືລາວຂັ້ນພື້ນຖານ ພ້ອມທັງການສະເຫຼີມສະຫຼອງວັນຄົນພິການສາກົນ.
ນັກຂຽນຫຼັກສູດຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ສຳເລັດການຂຽນຫຼັກສູດວິຊາພາສາອັງກິດຂັ້ນ ປ.4 ໃນໄລຍະປິດເມືອງ.
ຜົນສຳເລັດໃນການປັບປຸງວິທີການດຳເນີນວຽກງານແບບອອນລາຍເພື່ອສືບຕໍ່ພັດທະນາຫຼັກສູດ ແລະ ການຮ່ວມມືທີ່ເພີ່ມຂຶ້ນ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສະແດງຄວາມຊົມເຊີຍຕໍ່ກັບບັນດາພະນັກງານສຶກສາທິການ ແລະ ກິລາ ໃນຂັ້ນສູນກາງຈົນເຖິງຂັ້ນທ້ອງຖິ່ນ ທີ່ໄດ້ສຸມໃສ່ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ໃຫ້ສໍາເລັດ ເຖິງແມ່ນວ່າຈະມີສິ່ງທ້າທາຍຈາກສະພາບການລະບາດຂອງພະຍາດໂຄວິດ 19.
ສື່ການຮຽນການສອນ ປີທີ 3 ສະບັບປັບປຸງໃໝ່ ໄດ້ແຈກຢາຍໃຫ້ໂຮງຮຽນແຕ່ລະແຫ່ງ ພ້ອມທັງການຝຶກອົບຮົມໃຫ້ຄູສອນ, ສ່ວນຫຼັກສູດຊັ້ນປະຖົມສຶກສາ ປີທີ 4 ແມ່ນກຳລັງຢູ່ໃນຂັ້ນຕອນການພັດທະນາ, ແຕ່ກໍຍັງມີຄວາມກັງວົນວ່າໂຮງຮຽນຫລາຍແຫ່ງຍັງຕ້ອງໄດ້ປິດການຮຽນການສອນຢູ່.
ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ການດຳເນີນກອງປະຊຸມຝຶກອົບຮົມແບບອອນລາຍ ເພື່ອຊ່ວຍແນະນຳຄູສອນໃນບັນດາ 28 ເມືອງ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.3 ສະບັບປັບປຸງໃໝ່.
ເນື່ອງຈາກມີຂໍ້ຈຳກັດໃນການເດີນທາງ ແລະ ການປິດການເຂົ້າອອກໃນເຂດທີ່ມີການລະບາດຂອງພະຍາດໂຄວິດ, ການຈັດຝຶກອົບຮົມແບບອອນລາຍແມ່ນໄດ້ດຳເນີນໃນອາທິດຜ່ານມາ ເຊິ່ງຖືໂອກາດນີ້ເພື່ອພັດທະນາທັກສະການນຳໃຊ້ຮູບແບບການປະຊຸມແບບອອນລາຍ ຫຼື ແບບທາງໄກ ໃຫ້ແກ່ນັກສຳມະນາກອນ.
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ເຜີຍແຜ່ຟາຍວິດີໂອ ການສອນສາທິດ 21 ສຽງພາສາອັງກິດຂັ້ນ ປ.3 ຜ່ານຊ່ອງຢູທູບ ເພື່ອສະໜັບສະໜັບການຮຽນການສອນ ສຳລັບວິຊາ ພາສາອັງກິດຂັ້ນ ປ.3
ວິດີໂອຊຸດໃໝ່ ສຳລັບຟາຍການສອນສາທິດສຽງພາສາອັງກິດຂັ້ນ ປ.3 ຫຼາຍກວ່າ 100 ສຽງ ໄດ້ຖືກເຜີຍແຜ່ຜ່ານຊ່ອງຢູທູບທີ່ມີຊື່ວ່າ: “ວິດີໂອສໍາລັບການພັດທະນາຄູ Teacher Development Videos.”
ກະຊວງສຶກສາທິການ ແລະ ກິລາ ກະກຽມຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ 5 ປີ ຄັ້ງທີ 9, 2021-2025.
ເປັນຄັ້ງທຳອິດທີທາງ ກະຊວງ ສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນທາງດ້ານງົບປະມານຂອງລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມວາງແຜນຈັດຕັ້ງປະຕິ ບັດ ແລະ ການຕິດຕາມ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ 9, ຊຶ່ງໄດ້ມີຜູ້ຕາງໜ້າເຂົ້າຮ່ວມຈາກພາກສ່ວນຕ່າງໆຈາກກົມກອງອ້ອມຂ້າງກະຊວງໃນຂັ້ນສູນກາງ.
ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເປີດແຜນງານການໂຄສະນາຊຸດໃໝ່ເອີ້ນວ່າ: “ແຜນງານການໂຄສະນາຄູຕົວແບບ” ເພື່ອສົ່ງເສີມວິທີການສິດສອນທີ່ດີ ແລະ ການຈັດຕັ້ງປະຕິບັດວຽກງານການສຶກສາຮຽນຮ່ວມໃນທົ່ວປະເທດລາວ.
ທີມງານສູນໂຄສະນາຂ່າວສານການສຶກສາທິການ ແລະ ກິລາ ຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເດີນທາງໄປແຂວງຫຼວງພະບາງ ເພື່ອສໍາພາດຄູຕົວແບບຄົນທໍາອິດ ຜູ້ທີ່ມີຄວາມຫ້າວຫັນ ແລະ ມີຄວາມຊ່ຽວຊານໃນການຈັດຕັ້ງປະຕິບັດການຮຽນການສອນແບບໃໝ່ ໂດຍເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ເພື່ອຊ່ວຍເຫຼືອນັກຮຽນໃຫ້ຮຽນດີຂຶ້ນ.
ກະຊວງສຶກສາທິການ ແລະ ກິລາ ກະກຽມຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ 9, 2021-2025.
ເປັນຄັ້ງທຳອິດທີທາງ ກະຊວງ ສຶກສາທິການ ແລະ ກິລາ ແລະ 3 ພາກສ່ວນຈາກ ອະດີດກະຊວງ ວິທະຍາສາດ ແລະ ເທັກໂນໂລຊີ ໄດ້ຈັດກອງປະຊຸມວາງແຜນຈັດຕັ້ງປະຕິບັດ ແລະ ການຕິດຕາມ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ 9, ຊຶ່ງກອງປະຊຸມໄດ້ຈັດຂຶ້ນເປັນເວລາ 4 ວັນ ໂດຍການສະໜັບສະໜູນທາງດ້ານງົບປະມານຂອງລັດຖະບານອົດສະຕຣາລີ.
ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ລົງຢ້ຽມຢາມການຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ.3 ສະບັບປັບປຸງໃໝ່.
ຄູສອນຊັ້ນປະຖົມສຶກສາຂັ້ນ ປ.3 ຈຳນວນ 9.645 ຄົນ ແລະ ຄູສຶກສານິເທດ ຈຳນວນ 366 ຄົນທົ່ວປະເທດ ໄດ້ຮັບການຝຶກອົບຮົມ. ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ອອກແບບເພື່ອຮັບປະກັນມາດຕະການການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.
ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ເປີດກອງປະຊຸມຮັບຮອງຜົນການທົດລອງຫຼັກສູດສ້າງຄູຊັ້ນປະຖົມສຶກສາ.
ຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ແລະ ທີມຄະນະວິຊາການຈາກວິທະຍາໄລຄູ ໄດ້ເຂົ້າຮ່ວມປະຊຸມເພື່ອທວນຄືນການຈັດຕັ້ງພັດທະນາ ແລະ ປັບ ປຸງແຕ່ລະລາຍວິຊາລວມທັງຮັບຮອງຜົນການທົດລອງຫຼັກສາຍສູດສ້າງຄູຊັ້ນປະຖົມສຶກສາ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງເຜີຍແຜ່ກ່ຽວກັບວິທີການສອນສຽງ ເພື່ອຮຽນພາສາອັງກິດ
ວິດີໂອສຳລັບການພັດທະນາຄູໃໝ່ນີ້ ແມ່ນເພື່ອແນະນຳວິທີການສອນສຽງພາສາອັງກິດ ຊຶ່ງຜະລິດໂດຍກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ເປີດຊຸດຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ສຳລັບຄູສອນຂັ້ນ ປ.3.
ການຈັດຝຶກອົບຮົມທົ່ວປະເທດຄັ້ງຍິ່ງໃຫ່ຍນີ້ ໄດ້ຖືກອອກແບບມາເພື່ອຮັບປະກັນໄລຍະການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19.
ທີມງານຂອງບໍລິສັດເທດທຣາເທັກ ໃນ ສປປ ລາວ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈໃນການປ້ອງກັນຕົນເອງ ແລະ ຄົນອື່ນໃນໄລຍະການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19
Tetra Tech work on COVID
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຊອກຫາວິທີທາງເພື່ອສືບຕໍ່ການຜະລິດວິດີໂອສຳລັບການຝຶກອົບຮົມຄູ ໃນໄລຍະການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19.
ເມື່ອການຖ່າຍທຳ ແລະ ການຕັດຕໍ່ຢູ່ໃນສະຕູດີໂອ ໄດ້ຍ້າຍໄປຈັດຕັ້ງຢູ່ເຮືອນ.
ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ກຳລັງເຜີຍແຜ່ວິດີໂອສຳລັບການພັດທະນາຄູຊຸດໃໝ່.
ວິດີໂອສຳລັບການພັດທະນາຄູໃໝ່ນີ້ ແມ່ນການຮຽນຮູ້ເຕັກນິກທີ 13ກ ໃນວິຊາພາສາລາວຂັ້ນ ປ.2 ແລະ ເປັນຄັ້ງທຳອິດທີ່ໄດ້ເພີ່ມພາສາມືເຂົ້າໃນວິດີໂອ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງຖ່າຍທຳພາສາມືເພີ່ມເຂົ້າໃນວິດີໂອສຳລັບການພັດທະນາຄູ.
ທຸກວິດີໂອສຳລັບການພັດທະນາຄູໃນອານາຄົດ ແມ່ນຈະໄດ້ເພີ່ມພາສາມືເຂົ້າ ເພື່ອຝຶກອົບ ຮົມໃຫ້ຄູໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ວິທີການຮຽນການສອນແບບໃໝ່.
ສະຖານທູດອົດສະຕຣາລີ ຈັດຝຶກອົບຮົມໃຫ້ກັບທີມງານຂອງກະຊວງສຶກສາທິການ ແລະ ກິລາ ກ່ຽວກັບວິທີການສ້າງວິດີໂອ, ການຖ່າຍພາບ ແລະ ການນຳໃຊ້ຮູບພາບເຂົ້າໃນສື່ ເພື່ອໃຫ້ມີຄວາມໝາຍ ແລະ ຫຼາກຫຼາຍຂຶ້ນກວ່າເກົ່າ.
ເດືອນແຫ່ງການສະເຫຼີມສະຫຼອງວັນແມ່ຍິງສາກົນ, ກອງປະຊຸມຝຶກອົບຮົມ “ວິທີການນຳໃຊ້ຮູບພາບເຂົ້າໃນສື່” ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ, ຊຶ່ງຜະລິດໂດຍກະຊວງສຶກສາທິການ ແລະ ກິລາ .
ລັດຖະບານອົດສະຕຣາລີ ກຳລັງສະໜັບສະໜູນກົມສ້າງຄູໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.
ທີມງານນັກຂຽນຫຼັກສູດບຳລຸງຄູປະຈຳການທີ່ສ້າງຕັ້ງຂຶ້ນໃໝ່ ໄດ້ເຂົ້າຮ່ວມກອງປະຊຸມຂຽນຫຼັກສູດຄັ້ງທຳອິດ ເພື່ອຜະລິດສື່ການຮຽນການສອນສຳລັບຄູສອນຊັ້ນປະຖົມສຶກສາໃຫ້ມີຄຸນນະພາບສູງຂຶ້ນ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງພັດທະນາສື່ໂຄສະນາເພື່ອສົ່ງເສີມວິທີການຮັກສາປຶ້ມແບບຮຽນ
ອາທິດຜ່ານມາ, ທີມງານຈາກສູນໂຄສະນາຂ່າວສານການສຶກສາທິການ ແລະ ກິລາ ໄດ້ລົງຖ່າຍທຳວິດີໂອເພື່ອຜະລິດຂ່າວໂຄສະນາທາງໂທລະພາບ ເພື່ອຢຳ້ເຕືອນໃຫ້ນັກຮຽນ ແລະ ພໍ່ແມ່ນັກຮຽນ ກ່ຽວກັບການຮັກສາປຶ້ມແບບຮຽນໃຫ້ຢູ່ໃນສະພາບດີກ່ອນສົ່ງຄືນໃຫ້ໂຮງຮຽນໃນທ້າຍສົກຮຽນ.
ການຮ່ວມກັນລົງຕິດຕາມ ແລະ ປະເມີນຄວາມຄືບໜ້າ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່
ພະນັກງານວິຊາການຈາກກະຊວງສຶກສາທິການ ແລະ ກິລາ ຈະລົງຕິດຕາມ ແລະ ປະເມີນ ຢູ່ໃນ 21 ເມືອງເປົ້າໝາຍ ເປັນເວລາ 8 ອາທິດ.
ການສ້າງຄວາມເຂັ້ມແຂງໃຫ້ບັນດາທີມງານຄຸ້ມຄອງແຜນງານຂອງໂຄງການຂັ້ນທ້ອງຖິ່ນ.
ອາທິດຜ່ານມາ ແຜນງານບີຄວາໄດ້ຈັດກອງປະຊຸມການຄຸ້ມຄອງວຽກງານຂັ້ນພື້ນຖານຂອງແຜນງານໂຄງການ ເປັນເວລາ 1.5 ວັນ ໃຫ້ພະນັກງານຢູ່ຂັ້ນທ້ອງຖີ່ນຂອງແຜນງານບີຄວາ ແລະ ບັນດາຫົວໜ້າໂຄງການຂອງສະຖາບັນລາວ-ອົດສະຕຣາລີ ຢູ່ ສປປ ລາວ.
ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດກອງປະຊຸມແບບອອນລາຍເປັນເວລາ 2 ວັນ ໂດຍເຊື່ອມຕໍ່ກັບບັນດາພາກ ສ່ວນທີ່ກ່ຽວຂ້ອງຫຼາຍກວ່າ 60 ທ່ານຈາກກະຊວງ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ພະນັກງານຈາກວິທະຍາໄລສ້າງຄູ 8 ແຫ່ງທົ່ວປະເທດ ຜ່ານກອງປະຊຸມລະບົບວິດີໂອ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທວນຄືນກ່ຽວກັບຄູຝຶກຂັ້ນແຂວງ ສຳລັບການຝຶກອົບຮົມໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ສະ ໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ຄູສອນຊັ້ນປະຖົມສຶກສາ.
ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມທົບທວນ ແລະ ປຶກສາຫາລືໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ໂດຍມີຜູ້ຕາງໜ້າຈາກທຸກໆແຂວງເຂົ້າຮ່ວມ.
ຕາງໜ້າຫຼາຍກວ່າ 100 ທ່ານ ໄດ້ເຂົ້າຮ່ວມແລກປ່ຽນ ແລະ ຖອດຖອນບົດຮຽນໃນການພັດທະນາຫຼັກສູດ ແລະ ການຈັດຕັ້ງປະຕິບັດຫຼັກສູດ ສະບັບປັບປຸງໃໝ່.
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ປຶກສາຫາລືກ່ຽວ ກັບຄວາມຄືບໜ້າ ແລະ ວາງແຜນການຈັດຕັ້ງປະຕິບັດການພັດທະນາຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໃນສົກຮຽນປີຕໍ່ໄປ.
ກອງປະຊຸມດັ່ງກ່າວ, ລັດຖະບານອົດສະຕຣາລີ ໄດ້ຖືໂອກາດມອບເຄື່ອງອຸປະກອນການ ຈັດວາງເອກະສານ ແລະ ອຸປະກອນການຜະລິດວິດີໂອເພື່ອພັດທະນາຄູ ໃຫ້ແກ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ).
ລັດຖະບານອົດສະຕຣາລີ ນຳເອົານັກຮຽນນານາຊາດ ເພື່ອມາບັນທຶກສຽງພາສາອັງກິດ ສຳລັບຊຸດເຄືື່ອງມືຫຼັກສູດຊັ້ນປະຖົມສຶກສາ ວິຊາພາສາອັງກິດ ຂັ້ນ ປ.3 ສະບັບປັບປຸງໃໝ່ ຂອງກະຊວງສຶກສາທິການ ແລະ ກິລາ.
ການບັນທຶກສຽງດັ່ງກ່າວ ຈະຊ່ວຍໃຫ້ນັກຮຽນຄົນລາວໄດ້ຮຽນຮູ້ພາສາອັງກິດດ້ວຍຄວາມມ່ວນຊື່ນ ແລະ ມີຄວາມ ຫຼາກຫຼາຍໃນສຳນຽງທີ່ມີຢູ່ພາສາເວົ້າຂອງພາສາອັງກິດ.
ທີມງານຂອງສະຖານທູດອົດສະຕຣາລີ ຈັດຝຶກອົບຮົມກ່ຽວກັບວິທີການ ເພີ້ມພາສາມືເຂົ້າໃນວິດີໂອ ໃຫ້ກັບທີມງານຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.
ວິດີໂອສຳລັບການພັດທະນາຄູໃນອານາຄົດ ສ້າງຂຶ້ນເພື່ອຝຶກໃຫ້ຄູໄດ້ພັດທະນາ ກ່ຽວກັບຫຼັກ ສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໂດຍເນັ້ນໃສ່ການຮຽນການສອນແບບໃໝ່ ທີ່ເພີ້ມພາສາມືເຂົ້າໃນວິດີໂອ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງທົດລອງການຈັດຕັ້ງປະຕິບັດ ການສອນຝຶກເວົ້າພາສາລາວ ສຳລັບນັກຮຽນ ຂັ້ນ ປ.1 ທີ່ບໍ່ເວົ້າພາສາລາວເປັນພື້ນຖານ ໃນໂຮງຮຽນ 80 ແຫ່ງ ຢູ່ເຂດຫ່າງໄກສອກຫຼີກ.
ນັກຮຽນ ຂັ້ນ ປ.1 ທີ່ບໍ່ເວົ້າພາສາລາວເປັນພື້ນຖານຈະໄດ້ຮຽນເພີ່ມອີກ 1 ຊົ່ວຕໍ່ມື້ເພື່ອປັບປຸງທັກສະດ້ານການອ່ານ ແລະ ຂຽນພາສາລາວຂອງຕົນເອງ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງຈັດຕັ້ງປະຕິບັດ ການຂຽນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ຂັ້ນ ປ.4 ແລະ ຂັ້ນ ປ.5.
ນັກຂຽນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໄດ້ຮັບການແນະນຳເພື່ອສົ່ງເສີມວິທີການຮຽນການສອນແບບເນັ້ນການປະຕິບັດຕົວຈິງ ແລະ ວິທີການສອນຫ້ອງຄວບ ປະສົມປະສານເຂົ້າໃນການພັດທະນາຊຸດຄູ່ມືການຮຽນການສອນແບບໃໝ່.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຈັດຕັ້ງປະຕິບັດການທົດ ລອງການຮຽນແບບປະສົມປະສານເພື່ອໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງແກ່ຄູສອນຊັ້ນປະຖົມສຶກສາ.
ອາທິດຜ່ານມາ ກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດການຕິດຕາມສັງເກດການຮຽນການສອນໃນຫ້ອງຮຽນຊັ້ນປະຖົມເຂດຫ່າງໄກຊອກຫຼີກ ພ້ອມທັງໃຫ້ຄຳແນະນຳແກ່ຄູຝຶກຂັ້ນແຂວງ ໂດຍຜ່ານການປະຊຸມທາງອອນລາຍ.
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສືບຕໍ່ການຮ່ວມມືປັບປຸງດ້ານການສຶກສາຮຽນຮ່ວມ ສຳລັບເດັກນ້ອຍພິການ
ການຮ່ວມຈັດງານສະເຫຼີມສະຫຼອງ ຄວາມຄືບໜ້າວຽກງານການສຶກສາຮຽນຮ່ວມສຳລັບຄົນພິການ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກ່ຽວກັບປະສົບການຊີວິດຂອງຄົນພິການ ແລະ ການແລກປ່ຽນປະສົບການຂອງບຸກຄົນທີ່ເຮັດວຽກງານການພັດທະນາ ແລະ ຊ່ວຍເຫຼືອໃຫ້ເດັກນ້ອຍພິການ.
ກະຊວງສຶກສາທິການ ແລະ ກິລາ ໄດ້ໂຄສະນາເຜີຍແຜ່ 3 ວິດີໂອຝຶກອົບຮົມຄູ “ວິດີໂອສໍາລັບການພັດທະນາຄູ” ໂດຍຜ່ານທາງອອນລາຍ ຊ່ອງຍູທູບ
ວິດີໂອ ເພື່ອການສາທິດເຕັກນິກການສອນທີ່ແຕກຕ່າງກັນ ສຳລັບເຕັກນິກວິທີການປະເມີນນັກຮຽນ ແລະ ການໃຫ້ຄວາມຊ່ວຍເຫຼືອນັກຮຽນໃນຫ້ອງຮຽນ
ຄວາມຄືບໜ້າການຈັດຕັ້ງປະຕິບັດໃນການພັດທະນາຫຼັກສູດຊັ້ນປະຖົມສຶກສາ ແລະ ຊຸດຄູ່ມືຄູ ຂັ້ນປ.3 ສະບັບປັບປຸງໃໝ່.
ຄະນະທີມງານວິຊາການຂຽນຫຼັກສູດ ແລະ ວາງແຜນ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມກວດແກ້ຂັ້ນສຸດທ້າຍ ສຳລັບຫຼັກສູດ ການຮຽນ-ການສອນ ສະບັບປັບປຸງໃໝ່.
ລັດຖະບານອົດສະຕຣາລີ ສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ເພື່ອການພັດທະນາຫຼັກສູດຊັ້ນປະຖົມສຶກສາ ໂດຍເນັ້ນໃສ່ບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ.
ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19), ລັດຖະບານອົດສະ ຕຣາລີ ໄດ້ມອບອຸປະກອນຊຸດເຄື່ອງສາຍວິດີໂອໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນກອງປະຊຸມສຳມະນາ ແລະ ກອງປະຊຸມຝຶກອົບຮົມຜ່ານທາງໄກອອນລາຍ
ການພິມປື້ມບຽບຮຽນຂັ້ນ ປ3
ກອງປະຊຸມແນະນຳກ່ອນການປະມູນຈະໄດ້ຈັດຂຶ້ນໃນ ວັນສຸກ 20 ພະຈິກ 2020, 1.
ການພິມປື້ມຄູ່ມືຄູຂັ້ນ ປ3
ກອງປະຊຸມແນະນຳກ່ອນການປະມູນຈະໄດ້ຈັດຂຶ້ນໃນ ວັນສຸກ 20 ຕຸລາ 2020 ເວລາ 10.
ລັດຖະບານອົດສະຕຣາລີ ໃຫ້ການສະໜັບສະໜູນເປັນພິເສດ ເພີ້ມອີກ 2 ເມືອງ ທີ່ຢູ່ໃນບັນດາລາຍຊື່ 40 ເມືອງບູລິມະສິດ ຂອງກະຊວງສຶກສາທິການ ແລະ ກິລາ
18 ເມືອງບູລິມະສິດ ຂອງກະຊວງສຶກສາທິການ ແລະ ກິລາ ທີ່ນອນຢູ່ໃນ 34 ເມືອງເປົ້າໝາຍຂອງແຜນງານບີຄວາ ຈະໄດ້ຮັບການສະໜັບສະໜູນເປັນພິເສດ ຈາກລັດຖະບານອົດສະຕຣາລີ ເພື່ອສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່
ຫ້ອງການສຶກສາທິການ ແລະ ກິລາເມືອງ ກຳລັງຈັດຕັ້ງການຝຶກອົບຮົມທົບທວນຄືນ ກ່ຽວກັບຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ1 ສະບັບປັບປຸງໃໝ່
ການລິເລີ່ມນຳໃຊ້ງົບປະມານທີ່ເກັບທ້ອນມາຈາກທຶນສະໜັບສະໜູນວຽກສຶກສາ ເພື່ອຈັດຕັ້ງປະຕິບັດການພັດທະນາວິຊາຊີບຄູສອນ ຂັ້ນ ປ1
ກະຊວງສຶກສາທິການ ແລະ ກິລາ ເລີ່ມການຖ່າຍທຳວິດີໂອການພັດທະນາຄູຊຸດໃໝ່ ສຳລັບຄູສອນຂັ້ນປະຖົມສຶກສາ
ໃນຂະນະທີ່ຄູສອນຂັ້ນປະຖົມສຶກສາໃນທົ່ວປະເທດກຳລັງໄດ້ຮັບການຝຶກອົບຮົມຫຼັກສູດສະບັບປັບປຸງໃໝ່ຂັ້ນ ປ.2 ຢູ່ນັ້ນ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກໍໄດ້ທຳການຜະລິດວິດີໂອການພັດທະນາຄູຊຸດໃໝ່ຂຶ້ນມາເພື່ອຊ່ວຍເຫຼືອແກ່ຄູໃນການເຮັດປະເມີນນັກຮຽນ ແລະ ຊ່ວຍເຫຼືອດ້ານການຮຽນຮູ້ຂອງນັກຮຽນ
ກອງປະຊຸມຝຶກອົບຮົມຫຼັກສູດສະບັບປັບປຸງໃໝ່ໃຫ້ແກ່ຄູສອນ ຂັ້ນ ປ.2 ທົ່ວປະເທດ
ຄູສອນຊັ້ນປະຖົມສຶກສາ ຂັ້ນ ປ.2 ຈຳນວນ 10,304 ຄົນ ແລະ ຄູສຶກສານິເທດໄດ້ຮັບການຝຶກອົບຮົມໃນທົ່ວປະເທດ. ການຈັດກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບການປັບປຸງເພື່ອໃຫ້ສອດຄ່ອງກັບນະໂຍບາຍການປ້ອງກັນພະຍາດໂຄວິດ-19
ແຂວງຈຳປາສັກເປັນແຂວງທີ່ສາທິດການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ດີທີ່ສຸດໃນລະຫວ່າງການຈັດກອງປະຊຸມຝຶກອົບຮົມ
ປະຈຸບັນ ຄູສອນຊັ້ນປະຖົມສຶກສາ ຂັ້ນ ປ.2 ທົ່ວປະເທດກຳລັງໄດ້ຮັບການຝຶກອົບຮົມກ່ຽວກັບການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ພາຍໃຕ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19
ຄວາມຄືບໜ້າການພັດທະນາຫຼັກສູດສ້າງຄູປະຖົມ ປີທີ 2
ກະຊວງສຶກສາທິການ ແລະ ກິລາ ກຳລັງພັດທະນາວິທີການຮຽນການສອນແບບໃໝ່ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ.
ການລົງຕິດຕາມການທົດລອງນຳໃຊ້ຫຼັກສູດສ້າງຄູປະຖົມສະບັບປັບປຸງໃໝ່ຂອງກະຊວງສຶກສາທິການ ແລະ ກິລາ ທີ່ 2 ວິທະຍາໄລຄູເປົ້າໝາຍ
ການລົງຕິດຕາມການທົດລອງນຳໃຊ້ຫຼັກສູດສ້າງຄູປະຖົມສະບັບປັບປຸງໃໝ່ນີ້ແມ່ນໄດ້ຖືກໂຈະໃນໄລຍະການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19, ຊຶ່ງໃນປັດຈຸບັນນີ້ວິທະຍາໄລຄູໄດ້ເລີ້ມຈັດການຮຽນການສອນຕາມປົກກະຕິແລ້ວ
ກອງປະຊຸມປຶກສາຫາລືກ່ຽວກັບຊຸດອຸປະກອນ ຂັ້ນ ປ.3 ສະບັບປັບປຸງໃໝ່
ຜົນຂອງການປຶກສາຫາລືໃນກອງປະຊຸມແມ່ນຈະຖືກນຳໄປປັບປຸງຮ່າງສະບັບສຸດທ້າຍຂອງປຶ້ມແບບຮຽນຂັ້ນ ປ.3 ແລະ ປຶ້ມຄູ່ມືຄູເພື່ອນຳໄປຈັດຕັ້ງປະຕິບັດໃນເດືອນກັນຍາ 2021
ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມປຶກສາຫາລືກັບ ສະຖານທູດອົສຕຣາລີ ແລະ ສະຫະພາບເອີຣົບ ກ່ຽວກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ກັບການຈັດຕັ້ງປະຕິບັດຫຼັກສູດຂັ້ນ ປ.2 ສະບັບປັບປຸງໃໝ່, ການພັດທະນາຫຼັກສູດຂັ້ນປະຖົມ ແລະ ການຈັດຕັ້ງປະຕິບັດກິດຈະກຳ
ກອງປະຊຸມຄະນະຊີ້ນຳດ້ານວິຊາການແຜນງານບີຄວາ ແມ່ນຈັດຂຶ້ນໂດຍການນຳເອົາຮູບແບບການປະຊຸມອອນລາຍ ປະສົມປະສານ ກັບການປະຊຸມແບບເຊິ່ງໜ້າ ໂດຍໄດ້ຈັດແບ່ງອອກເປັນສີ່ສູນຫຼັກໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອເປັນການຈຳກັດຈຳນວນຜູ້ເຂົ້າຮ່ວມ, ເພື່ອຮັກສາໄລຍະຫ່າງ, ຫຼຸດຜ່ອນການເດີນທາງລະຫວ່າງແຂວງຕໍ່ແຂວງ ແລະ ເພື່ອເປັນການປະຕິບັດມາດຕະການປ້ອງກັນເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19
ກະຊວງສຶກສາທິການ ແລະ ກິລາ ໂດຍການຮ່ວມມືຈາກ ລັດຖະບານອົສຕຣາລີ ໄດ້ເລີ່ມຕົ້ນເປີດການຝຶກອົບຮົມຄູຝຶກຫຼັກແຫຼ່ງກ່ຽວກັບຫຼັກສູດສະບັບປັບປຸງໃໝ່ຂັ້ນ ປ.2
ການຈັດກອງປະຊຸມຝຶກອົບຮົມຄູໃນຄັ້ງນີ້ແມ່ນເນັ້ນໜັກໃສ່ການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເປັນຫຼັກ
ສຳເລັດການຂົນສົ່ງສື່ການຮຽນການສອນສຳລັບ ຂັ້້ນ ປ. 2 ຢູ່ 148 ເມືອງ
ບັນດາເມືອງຕ່າງໆກຳລັງປະສານງານເຖິງໂຮງຮຽນປະຖົມ ເພື່ອມອບປຶ້ມແບບຮຽນ ແລະ ແກັດສື່ການ ຮຽນການສອນ ຂອງຄູ ຂັ້ນ ປ. 2 ສະບັບປັບປຸງໃໝ່ ໃຫ້ແກ່ທຸກໂຮງຮຽນກ່ອນການເປີດສົກຮຽນໃໝ່.
ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົສຕຣາລີ ແລະ ສະຫະພາບເອີຣົບ ກຽມຄວາມພ້ອມສຳລັບການເປີດສົກຮຽນປີໜ້າ
ລັດຖະບານອົສຕຣາລີ ແລະ ສະຫະພາບເອີຣົບ ສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາຫຼັກສູດການຮຽນ-ການສອນໃນແຕ່ລະຂັ້ນຮຽນ ແລະ ກະກຽມການຈັດສົ່ງອອກຫາໂຮງຮຽນຕ່າງໆ ພາຍໃຕ້ວິກິດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19
ຜົນສຳເລັດທຳອິດຈາກການຈັດຕັ້ງປະຕິບັດຫຼັກສູດຂັ້ນ ປ. 1 ລາຍງານຈາກເມືອງຕ່າງໆໃນ 6 ແຂວງ
ການສັງເກດການເຫັນວ່າ ນັກຮຽນຂັ້ນ ປ. 1 ຈຳນວນ 98% ຢູ່ໂຮງຮຽນປະຖົມຫຼາຍກວ່າ 1,900 ແຫ່ງ ໄດ້ຮຽນ ແລະ ນຳໃຊ້ຊຸດປຶ້ມແບບຮຽນສະບັບປັບປຸງໃໝ່.
ວັນພິເສດຂອງເດັກນ້ອຍຂັ້ນ ປ. 1
ມື້ນີ້ແມ່ນມື້ເຂົ້າຮຽນມື້ສຸດທ້າຍ ຊຶ່ງເປັນເວລາທີ່ນັກຮຽນຄຶດເຖິງຊ່ວງເວລາດີໆທີ່ຜ່ານມາ ແລະ ຈິນຕະນາການກິດຈະກຳທີ່ຈະເຮັດໃນຕອນພັກແລ້ງ
ລາຍການ ການຮຽນ-ການສອນ ທາງໂທລະພາບ ເພື່ອສົ່ງເສີມນັກຮຽນຊັ້ນປະຖົມໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19
ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງລາຍການສອນທາງໂທລະພາບ ແລະ ວິທະຍຸຂຶ້ນໃຫມ່ ໂດຍນຳເອົາວິຊາຮຽນຫຼັກໃນຂັ້ນປະຖົມສຶກສາມາສອນ ເພື່ອທົດແທນໃນໄລຍະໂຮງຮຽນປິດຊົ່ວຄາວເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດຈຸລະໂລກສາຍພັນໃຫມ່ ໂຄວິດ-19
For the BEQUAL team, Earth Day is every day!
Last year, Coffey’s BEQUAL team in Laos decided to minimize its negative impact on the environment and to take action against single plastic use in the workplace.
ອຸປະກອນປະກອບການຮຽນ-ການສອນຊຸດໃຫມ່ສຳລັບຊັ້ນປະຖົມ ຂັ້ນ ປ.2
ການຫຸ້ມຫໍ່ແກັດອຸປະກອນ ປະກອບການຮຽນ-ການສອນສຳລັບໂຮງຮຽນປະຖົມສຶກສາ ຂັ້ນ ປ.2 ໄດ້ສຳເລັດລົງພາຍໃນໄລຍະເວລາທີ່ກຳນົດ ກ່ອນເລີ່ມການຈັດຕັ້ງປະຕິບັດຄຳສັ່ງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06. ສຳລັບການຂົນສົ່ງແມ່ນໄດ້ກຳນົດອອກຈາກສາງທີ່ນະຄອນຫຼວງວຽງຈັນນຳສົ່ງໄປຫາຫ້ອງການສຶກສາທິການ ແລະ ກິລາເມືອງ ຈຳນວນ 148 ເມືອງ ສຳລັບແຈກຢາຍໃຫ້ທຸກໆໂຮງຮຽນພາຍໃນປະເທດ.
ເບິ່ງສິ່ງທີ່ພວກເຮົາໄດ້ຮຽນຮູ້!
ມື້ພິເສດຂອງລາຍການຮຽນຮູ້ຮ່ວມກັນ – ພໍ່ແມ່ມາເບິ່ງລູກໆວາງສະແດງຜົນງານການຮຽນຢູ່ຫ້ອງຮຽນ…
ມີວິດີໂອຝຶກອົບຮົມໃໝ່ ໃນຊ່ອງຢູທຸບ (YouTube) ທີ່ມີຊື່ວ່າ “ວິດີໂອສໍາລັບການພັດທະນາຄູ Teacher Development Videos
ວິດີໂອໃໝ່ ທີ່ສຸມໃສ່ເຕັກນິກການສອນພາສາລາວສຳລັບຫຼັກສູດຂັ້ນ ປ. 1 ແລະ ການບຳລຸງວິຊາຊີບຄູ.
ວິຊາພາລະສຶກສາຫຼັກສູດໃຫມ່ – ນັກຮຽນ ຂັ້ນ ປ.3 ຈະໄດ້ຮັບການຝຶກຝົນໂຍຄະໃນໂຮງຮຽນ
ການສອນໂຍຄະແມ່ນມີຄຸນປະໂຫຍດຫຼາຍດ້ານ ຊ່ວຍເສີມສ້າງພັດທະນາການຂອງເດັກນ້ອຍ, ຊ່ວຍພັດທະນາກາຍະພາບ ແລະ ສົ່ງຜົນດີຕໍ່ການຮຽນ.
ມານັບເລກນຳກັນ
ໝູ 3 ໂຕ + ງົວ 2 ໂຕ + ເປັດ 3 ໂຕ =?
ມາມ່ວນກັບການຮຽນນັບເລກ ໃນຕອນໃໝ່ຂອງລາຍການຮຽນຮູ້ຮ່ວມກັນ.
ຮຽນຮູ້ກັບການອ່ານ
ເຈົ້າຈື່ຄຳກອນທຳອິດຂອງເຈົ້າບໍ່? ປຶ້ມຫົວທຳອິດທີ່ເຈົ້າສາມາດອ່ານດ້ວຍຕົນເອງ? ມາເບິ່ງການພະຈົນໄພຂອງກະຕູນໂຕນ້ອຍ ແລະ ມາຟັງຄຳກອນມ່ວນໆກ່ຽວກັບເລື່ອງສວນໃນລາຍການຮຽນຮູ້ຮ່ວມກັນຕອນໃໝ່ລ່າສຸດ.
ສະເຫຼີມສະຫຼອງວັນແມ່ຍິງສາກົນພ້ອມກັບຄູຊັ້ນປະຖົມສຶກສາ 3 ທ່ານ ຈາກແຂວງຫ່າງໄກທາງພາກເໜືອຫຼວງນ້ຳທາ
ບໍ່ມີວິທີການສະເຫຼີມສະຫຼອງວັນແມ່ຍິງສາກົນໃດທີ່ຈະໜ້າສົນໃຈ ແລະ ສົ່ງເສີມຄວາມສຳຄັນຂອງການສຶກສາເທົ່າກັບການໄດ້ພົບປະກັບຄູຜູ້ຍິງ 3 ທ່ານຜູ້ທີ່ເຕັມໄປດ້ວຍແຮງບັນດານໃຈ ແລະ ໃຫ້ພວກເຂົາໄດ້ມີໂອກາດຮຽນຮູ້ກ່ຽວກັບ ຂັ້ນຕອນການຫຸ້ມຫໍ່ສື່ການຮຽນການສອນສະບັບປັບປຸງໃໝ່ສຳລັບຂັ້ນ ປ.2 ຢູ່ທີ່ສາງຫຼັກ 3 ກະຊວງສຶກສາທິການ ແລະ ກິລາເຊິ່ງເປັນບ່ອນເກັບຮັກສາທີ່ໄດ້ຮັບການສ້ອມແປງໃໝ່.
ການກະກຽມບົດຮຽນແບບໃຫ້ນັກຮຽນມີສ່ວນຮ່ວມ ແລະ ໄດ້ປະຕິບັດຕົວຈິງສຳລັບນັກຮຽນຊັ້ນປະຖົມສຶກສາ – ວິທີການສອນ ແລະ ການຮຽນແບບໃໝ່
ທີມຂຽນຫຼັກສູດຊັ້ນປະຖົມໄດ້ເຂົ້າຮ່ວມກອງປະຊຸມພັດທະນາຂີດຄວາມສາມາດ ເປັນເວລາ 3 ວັນ ເພື່ອຝຶກທັກສະການຂຽນຫຼັກສູດ ການສອນ ແລະ ການຮຽນທີ່ເນັ້ນການປະຕິບັດຕົວຈິງໃຫ້ເຂັ້ມແຂງ
ໂມງຫຼິ້ນ
ເຈົ້າເຄີຍຜິດກັນກັບໝູ່ສະນິດຂອງເຈົ້າບໍ່? ແລ້ວເຈົ້າເຮັດແນວໃດເພື່ອດີກັນ? ແລະ ເວລາພັກຜ່ອນຫຼິ້ນເດ? ເຈົ້າຫຼິ້ນນຳໝູ່ບໍ່ ຫຼື ຢູ່ຄົນດຽວແບບບໍ່ຮູ້ຈະຫຼິ້ນຫຍັງ? ມາຕິດຕາມການພະຈົນໄພຂອງກະຕຸນດິນປັ້ນໂຕນ້ອຍຂອງພວກເຈົ້າ ໃນລາຍການຮຽນຮູ້ຮ່ວມກັນຕອນໃໝ່ ທີ່ມີຊື່ຕອນວ່າ ໂມງຫຼິ້ນ, ແລະ ມາຮຽນຮູ້ກ່ຽວກັບການເປັນເພື່ອນທີ່ດີຕໍ່ກັນ!
“ກອງປະຊຸມທົບທວນຄືນຫຼັກສູດການສ້າງຄູ ຄັ້ງທີ 2” ໃນລະຫວ່າງວັນທີ 10 – 14 ກຸມພາ 2020
ຜູ້ຂຽນຫຼັກສູດທົບທວນຄືນສື່ການຮຽນການສອນສຳລັບພາກຮຽນທີ 1 ປີທີ 1 ໂດຍອີງໃສ່ຄຳຄິດເຫັນຈາກຄູອາຈານສອນ ທີ່ໄດ້ທົດລອງຢູ່ວິທະຍາໄລຄູ.
ຮຽນຮູ້ວິທະຍາສາດ ແລະການຊ່ວຍເຫຼືອກັນ
ໃບໄມ້ຈະຈົມ ຫຼື ຟູນໍ? ແລ້ວກ້ອນຫີນນ້ອຍເດ? ເຈົ້າເຄີຍລອງເອົາສິ່ງຂອງຫຍັງລົງໃນນ້ຳບໍ່ ແລ້ວຈະເກີດຫຍັງຂຶ້ນ?
ວັນທີ 23 ມັງກອນ 2020 ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຮຽນການສອນຫ້ອງຄວບແຫ່ງຊາດຄັ້ງທຳອິດ
ການກະກຽມເພື່ອຈັດຕັ້ງປະຕິບັດຫຼັກສູດໃໝ່ ຂັ້ນ ປ.2 ແລະ ເລີ່ມຂຽນຫຼັກສູດ ຂັ້ນ ປ.3, ຜູ້ມີສ່ວນຮ່ວມດ້ານການສຶກສາໄດ້ປະຊຸມເພື່ອປຶກສາຫາລືການສອນຫ້ອງຄວບໃນໂຮງຮຽນຊັ້ນປະຖົມ
ຄວາມປະທັບໃຈທຳອິດຈາກຄູ ແລະ ຄູຝຶກ ຜູ້ທີ່ໄດ້ເຂົ້າຮ່ວມການຝຶກອົບຮົມທົດລອງຫຼັກສູດຂັ້ນປ.2 ສະບັບປັບປຸງໃໝ່
ໃນເດືອນທີ່ຜ່ານມາ, ກຸ່ມຄູຝຶກຫຼັກແຫຼ່ງ 3 ທ່ານ ແລະ ຄູ 25 ທ່ານໄດ້ເຂົ້າຮ່ວມການຝຶກອົບຮົມທົດລອງຫຼັກສູດຂັ້ນປ.2 ສະບັບປັບປຸງໃໝ່ ເພື່ອຮຽນ ແລະ ທົດສອບສື່ການຮຽນ ການສອນຂັ້ນ ປ.2 ສະບັບປັບປຸງໃໝ່ ທີ່ຈະນຳໃຊ້ທົ່ວປະເທດ ເຊິ່ງຈະເລີ່ມໃນສົກຮຽນໜ້ານີ້.
ວິດີໂອການຝຶກອົບຮົມໃໝ່ ໄດ້ເຜີຍແຜ່ແລ້ວໃນຊ່ອງຢູ່ທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos
ວິດີໂອໃໝ່ນີ້ເນັ້ນໃສ່ເຕັກນິກຫຼັກໆຂອງວິຊາພາສາລາວຂອງຫຼັກສູດ ຊັ້ນ ປ.1 ສະບັບປັບປຸງໃໝ່
ກອງປະຊຸມຖອດຖອນບົດຮຽນ ກອງທຶນນະວັດຕະກຳໃໝ່ດ້ານການສຶກສາຂອງແຜນງານບີຄວາ (BEQUAL Education Innovation Fund – BEIF)
ຜູ້ມີສ່ວນຮ່ວມຈາກຂະແໜງການສຶກສາເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນມື້ນີ້ເພື່ອປຶກສາຫາລືກ່ຽວກັບຜົນໄດ້ຮັບ, ການຮຽນຮູ້ ແລະ ແຜນຕໍ່ໜ້າຈາກ 15 ໂຄງການທົດລອງນະວັດຕະກຳໃໝ່.
“ກອງປະຊຸມພັດທະນາຫຼັກສູດສ້າງຄູປະຖົມສຶກສາ – ການປະເມີນຜົນ” ໃນລະຫວ່າງວັນທີ 9-13 ທັນວາ 2019
ໃນເດືອນກັນຍາ 2019, ນັກສຶກສາຄູ ປີ 1 ທັງໝົດ ໃນວິທະຍາໄລຄູ 8 ແຫ່ງໄດ້ເລີ່ມຈັດການຮຽນການສອນຫຼັກສູດສ້າງຄູປະຖົມສຶກສາສະບັບປັບປຸງໃໝ່. ໃນທ້າຍພາກຮຽນ 1, ທີມງານຂຽນຫຼັກສູດສ້າງຄູປະຖົມກຳລັງກະກຽມການປະເມີນຜົນການຮຽນ ໃນທ້າຍພາກຮຽນ 1 ໃໝ່ ເພື່ອປະເມີນຄວາມເຂົ້າໃຈ, ຄວາມຮູ້ ແລະ ທັກສະຂອງນັກສຶກສາຄູພາຍຫຼັງການຮຽນການສອນໃນໄລຍະທຳອິດ
ການຂາດຮຽນ
ມາຮັບຊົມລາຍການຮຽນຮູ້ຮ່ວມຕອນລ່າສຸດ ແລະ ມາເບິ່ງນຳກັນວ່າ ເປັນຫຍັງການໄປໂຮງຮຽນທຸກໆມື້ຈຶ່ງມີຄວາມສຳຄັນ!
ໂຄງການທົດລອງໃໝ່ກ່ຽວກັບການຝຶກເວົ້າພາສາລາວສຳລັບນັກຮຽນຂັ້ນ ປ.1 ທີ່ເວົ້າພາສາລາວເປັນພາສາທີສອງ ໄດ້ເລີ່ມທົດລອງແລ້ວໃນ 4 ແຂວງ.
ໃນ 2 ອາທິດທີ່ຜ່ານມາ, ໄດ້ມີການຄັດເລືອກນັກຮຽນຂັ້ນ ປ.1 ເພື່ອປະເມີນທັກສະດ້ານພາສາລາວ ຫຼື ເອີ້ນວ່າ “ການປະເມີນພາສາລາວສຳລັບນັກຮຽນຊັ້ນປະຖົມສຶກສາຕອນຕົ້ນ” (Early Grade Lao Language Assessment – EGLA) ເພື່ອເປັນຂໍ້ມູນເບື້ອງຕົ້ນຂອງໂຄງການທົດລອງນີ້.
ກອງປະຊຸມພັດທະນາ ແລະ ປັບປຸງຫຼັກສູດການກໍ່ສ້າງຄູ ລະດັບອະນຸປະລິນຍາໃນລະຫວ່າງວັນທີ 11-15 ພະຈິກ 2019 ທີ່ສູນ ໄອຊີທີ ກະຊວງສຶກສາທິການ ແລະ ກິລາ.
“ຂະບວນການເພີ່ມເຕີມຂອງການພັດທະນາຫຼັກສູດເພື່ອໃຫ້ເກີດການຮຽນຮູ້ ແລະ ການປັບປຸງຢ່າງຕໍ່ເນື່ອງ”