ນັບຕັ້ງແຕ່ປີ 2015, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພັດທະນາຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ ຄຽງຄູ່ກັບສື່ການຮຽນການສອນສະບັບປັບປຸງໃໝ່ສຳລັບນັກຮຽນ ແລະ ຄູສອນ. ການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ໄດ້ເລີ່ມນຳໃຊ້ໃນເດືອນກັນຍາ ສຳລັບຂັ້ນ ປ.1 ແລະ ການພັດທະນາຫຼັກສູດນີ້ຈະປັບປຸງໄປເທື່ອລະຂັ້ນຕໍ່ປີ.
ໃນວັນທີ 16 – 18 ຕຸລາ, ກອງປະຊຸມຄະນະກຳມະການຮັບຮອງຫຼັກສູດ ແລະ ສື່ການຮຽນການສອນ (ກາຊິມ) ໂດຍການເປັນປະທານໂດຍຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເຊິ່ງກອງປະຊຸມຈະໄດ້ທົບທວນ ແລະ ພິຈາລະນາການຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູ ສຳລັບຂັ້ນ ປ.2 ສະບັບປັບປຸງໃໝ່ ເຊິ່ງຈະແຈກຢາຍໃຫ້ທຸກໂຮງຮຽນຊັ້ນປະຖົມທົ່ວປະເທດສຳລັບສົກຮຽນ 2020 – 2021 ນີ້.
ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ກ່າວວ່າ “ເພື່ອໃຫ້ເຍົາວະຊົນໄດ້ຮຽນຮູ້ຕາມຍຸກສະໄໝ ຫຼັກສູດກໍ່ຄວນປັບປຸງໄປຕາມຍຸກສະໄໝ ພ້ອມນັ້ນກໍ່ຄວນຄຳນຶງເຖິງຄວາມຫຼາກຫຼາຍທາງດ້ານຊົນເຜົ່າຂອງ ສປປ ລາວ ແລະ ຄວນຄຳນຶງເຖິງຄວາມແຕກຕ່າງຂອງຫຼາຍໆທ້ອງຖິ່ນ”. ພ້ອມນັ້ນ ທ່ານຍັງກ່າວຂອບໃຈມາຍັງໃຫ້ການສະໜັບສະໜູນໃນການປັບປຸງຫຼັກສູດຂັ້ນ ປ.1 ແລະ ຂັ້ນ ປ.2 ແລະ ຫວັງວ່າທາງຜູ້ໃຫ້ທຶນ ຈະສຶກສືບຕໍ່ໃຫ້ການສະໜັບສະໜູນໃນຂັ້ນຕໍ່ໆໄປ.
ສື່ການຮຽນການສອນສະບັບປັບປຸງໃໝ່ນີ້ ໄດ້ທົດລອງນຳໃຊ້ຢູ່ໂຮງຮຽນທົດລອງພາຍໃນປະເທດ ແລະ ໄດ້ປັບປຸງຄືນຕາມຄຳເຫັນຈາກການທົດລອງ ແລະ ກອງປະຊຸມປຶກສາຫາລືນຳຄູ ກ່ອນທີ່ຈະນຳສະເໜີໃນກອງປະຊຸມກາຊີມອາທິດນີ້. ໃນໄລຍະສາມມື້ຂອງກອງປະຊຸມຮັບຮອງ, ຫົວໜ້າທີມແຕ່ລະວິຊາຈາກທີມຂຽນຫຼັກສູດຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈະໄດ້ນຳສະເໜີວິຊາຂອງຕົນໃຫ້ທາງຄະນະກຳມະການກາຊິມ ແລະ ຕອບຄຳຖາມຈາກຄະນະກຳມະການກາຊິມ. ຄະນະກຳມະການກາຊິມຈະແນະນຳ ສວສ ສຳລັບການຮັບຮອງສຸດທ້າຍ.
ຫຼັກສູດສະບັບປັບປຸງໃໝ່ໄດ້ອອກແບບມາເພື່ອສົ່ງເສີມຄວາມກ້າວໜ້າໃນການຮຽນຂອງນັກຮຽນ ໃນຫົວຂໍ້ສຳຄັນໃນແຕ່ລະວິຊາໄປຕາມແຕ່ລະຂັ້ນຮຽນ. ສື່ການຮຽນການສອນສະບັບປັບປຸງໃໝ່ຍັງອອກແບບມາເພື່ອສົ່ງເສີມການຮຽນທີ່ເນັ້ນການປະຕິບັດຕົວຈິງທີ່ນັກຮຽນຕ້ອງຄົ້ນຄິດ, ຝຶກຝົນ ແລະ ນຳໃຊ້ຄວາມຮູ້ໃໝ່ຈາກການຮຽນເຂົ້າໃນຊີວິດຈິງ. ສື່ການຮຽນ ຂັ້ນ ປ.2 ສະບັບປັບປຸງໃໝ່ ແມ່ນສ້າງຂຶ້ນເພື່ອໃຫ້ສອດຄ່ອງກັບສື່ການຮຽນ ຂັ້ນ ປ.1 ເຊິ່ງຂຽນ ແລະ ຂະຫຍາຍເນື້ອໃນ ແລະ ຫົວຂໍ້ທີ່ມີໃນສື່ການຮຽນຂອງຂັ້ນ ປ.1.
ສະຖານທູດອົດສະຕຣາລີ, ພ້ອມດ້ວຍທຶນສົມທົບຈາກສະຫະພາບເອີຣົບ ແລະ ລັດຖະບານສະຫະລັດອາເມລິກາ, ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາໃນການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ ແລະ ສະໜັບສະໜູນສື່ການຮຽນໂດຍຜ່ານແຜນງານບີຄວາ.
“ອົດສະຕຣາລີມີຄວາມດີໃຈເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກໍຄືກະຊວງສຶກສາທິການ ແລະ ກິລາ ເພື່ອສະໜັບສະໜູນການພັດທະນາຫຼັກສູດປະຖົມໃໝ່” ກ່າວໂດຍທ່ານນາງ ເຈນ ແຊັນເລີ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ໃນພິທີເປີດກອງປະຊຸມກາຊິມ. ທ່ານຍັງໄດ້ກ່າວອີກວ່າ “ຂ້າພະເຈົ້າເຊື່ອວ່າພວກເຮົາທຸກຄົນມີຄວາມຕື່ນເຕັ້ນທີ່ສື່ການຮຽນການສອນໃໝ່ອີກຂັ້ນໜຶ່ງກຳລັງຈະສຳເລັດ ແລະ ນຳໃຊ້ໂດຍນັກຮຽນຂັ້ນ ປ. 2 ທົ່ວປະເທດ. ຫຼັກສູດຊັ້ນປະຖົມໃໝ່ຕອບສະໜອງຕໍ່ການປ່ຽນແປງຢ່າງໄວລາຂອງສັດຕະວັດທີ 21 ແລະ ຈະຊ່ວຍປັບປຸງຜົນການຮຽນຂອງນັກຮຽນລາວ ເພື່ອໃຫ້ສາມາດແຂ່ງຂັນໄດ້ໃນພາກພື້ນອາຊຽນ”.
ນັກຮຽນ ຂັ້ນ ປ.2 ທຸກຄົນຈະໄດ້ຮັບຊຸດປຶ້ມແບບຮຽນສະບັບປັບປຸງໃໝ່ເຊັ່ນວ່າ ວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາຄຸນສົມບັດ. ປຶ້ມແບບຮຽນສະບັບປັບປຸງໃໝ່ມີສີສັນ ແລະ ຮູບພາບປະຈັກຕາເພື່ອຄວາມເຂົ້າໃຈ, ເພີ່ມຄວາມສົນໃຈ ແລະ ເພື່ອຊ່ວຍໃນການຈື່ຈຳຂອງນັກຮຽນ.
ນອກນັ້ນ, ຫ້ອງຮຽນ ປ.2 ທຸກຫ້ອງຈະໄດ້ຮັບຊຸດການຮຽນການສອນ ເຊິ່ງລວມມີ ຮູບພາບ, ປຶ້ມອ່ານທີ່ເໝາະສົມຕາມເກນອາຍຸເພື່ອສົ່ງເສີມບົດຮຽນການຮູ້ໜັງສືລາວ ແລະ ປຶ້ມອ່ານເສີມ ເພື່ອສົ່ງເສີມການພັດທະນາການຮູ້ໜັງສືສຳລັບຜູ້ອ່ານໄວໜຸ່ມນ້ອຍ. ເນື້ອໃນຂອງປຶ້ມແບບຮຽນ, ສື່ ແລະ ກິດຈະກຳຕ່າງໆແມ່ນອອກແບບໂດຍທີມຂຽນຫຼັກສູດເພື່ອຮັບປະກັນວ່າເນື້ອໃນນັ້ນແທດເໝາະກັບເດັກນ້ອຍທຸກຄົນ
ພາຍຫຼັງການຮັບຮອງຂອງຄະນະກຳມະການກາຊິມ, ການຈັດພິມ ແລະ ການແຈກຢາຍສື່ການຮຽນການສອນໃຫ້ທຸກໆໂຮງຮຽນຊັ້ນປະຖົມທົ່ວປະເທດຈະເປັນໜ້າທີ່ຫຼັກຂອງ ສສກ. ເຊັ່ນກັນກັບການນຳສະເໜີຫຼັກສູດ ຂັ້ນ ປ.1 ສະບັບປັບປຸງໃໝ່, ຄູຂັ້ນ ປ.2 ແລະ ຄູສຶກສານິເທດທົ່ວປະເທດຈະໄດ້ຮັບການຝຶກອົບຮົມ ແລະ ສະໜັບສະໜູນ ເພື່ອນຳສະເໜີຫຼັກສູດສະບັບປັບປຸງໃໝ່ ແລະ ຜູ້ທີ່ລຶ້ງເຄີຍກັບການນຳໃຊ້ສື່ການຮຽນໃໝ່ນີ້.
ນັກຮຽນ ຂັ້ນ ປ.2 ຊັ້ນປະຖົມທຸກຄົນຈະໄດ້ເລີ່ມສົກຮຽນໃໝ່ພ້ອມກັບຫຼັກສູດ ແລະ ສື່ການຮຽນການສອນສະບັບປັບປຸງໃໝ່ໃນເດືອນກັນຍາ 2020 ນີ້.
.
ສສກ ຜ່ານປື້ມແບບຮຽນ ປ2ສະຖາບັນຄົ້ນຄົ້ວວິທະຍາສາດການສຶກສາ ຈັດກອງປະຊຸມກວດຜ່ານ-ຮັບຮອງຫຼັກສູດ ປື້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ປ2
Posted by ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ on Tuesday, 29 October 2019