ຮັບຟັງສະປອດໂຄສະນາໄດ້ທີ່ນີ້
ເນື່ອງຈາກວ່າ ນັກຮຽນ ຂັ້ນ ປ.1 ຈະເລີ່ມຕົ້ນສົກຮຽນໃໝ່ອາທິດໜ້ານີ້ແລ້ວພ້ອມກັບຫຼັກສູດສະບັບປັບປຸງໃໝ່, ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ໄດ້ປະສານຫາໂຮງຮຽນປະຖົມທຸກແຫ່ງພາຍໃນປະເທດເພື່ອປະສານການແຈກຢາຍປຶ້ມແບບຮຽນສະບັບປັບປຸງໃໝ່ ແລະ ຊຸດສື່ການຮຽນການສອນສຳລັບຄູໃຫ້ໂຮງຮຽນ.
ສະປອດໂຄສະນາທາງວິທະຍຸໄດ້ອອກອາກາດວັນທີ 9 ສິງຫາ ແລະ ພ້ອມນັ້ນ ກໍ່ໄດ້ປະກາດອອກໂທລະໂຄ່ງບ້ານ
ມາຮອດປັດຈຸບັນນີ້, ປະມານ 67% ຂອງຈຳນວນໂຮງຮຽນ ແມ່ນໄດ້ໄປຮັບສື່ການຮຽນການສອນແລ້ວ! ຂ່ອນຂ້າງປະສົບຜົນສຳເລັດ ແລະ ເປັນສັນຍານບົ່ງບອກເຖິງຄວາມຫ້າວຫັນຂອງພະນັກງານສຶກສາ ເພື່ອຮັບປະກັນການເລີ່ມຕົ້ນສົກຮຽນໃໝ່ໃຫ້ມີສື່ການຮຽນການສອນພ້ອມໃຊ້ໃນສົກຮຽນນີ້.