Menu

ມາ​ຮັບ​ຊົມ​ລາຍ​ການ​ຮຽນ​ຮູ້​ຮ່ວມ​ຕອນ​ລ່າ​ສຸດ ແລະ ມາ​ເບິ່ງ​ນຳ​ກັນ​ວ່າ ເປັນ​ຫຍັງ​ການ​ໄປ​ໂຮງ​ຮຽນ​ທຸກໆ​ມື້​ຈຶ່ງ​ມີ​ຄວາມ​ສຳ​ຄັນ!

LT-EP8 (2)

LT-EP8 (3)

LT-EP8 (5)

ເຈົ້າ​ສົງ​ໃສ​ບໍ່​ວ່າ ເປັນ​ຫຍັງ​ການ​ໄປ​ໂຮງ​ຮຽນ​ຈຶ່ງ​ມີ​ຄວາມ​ສຳ​ຄັນ? ຈະ​ເປັນ​ແນວ​ໃດ​ຖ້າ​ເຈົ້າ​ທຳ​ທ່າບໍ່​ສະ​ບາຍ​ເພາະ​ຢາກ​ຢູ່​ບ້ານ ຫຼື ຢາກ​ຂາດ​ຮຽ​ນ ແລະ ຢາກ​ໄປ​ຫຼິ້ນ?

ໃນ​ລາຍ​ການ​ທີ່​ເຈົ້າ​ມັກ​ຕອນ​ໃໝ່​ນີ້, ມ​າ​ຟັງ​ເລື່ອງ​ເລົ່າ “ຂ້ອຍ​ຢາກ​ຢູ່​ບ້ານ” ທີ່​ເລົ່າ​ໂດຍ ປ້າ​ສອນ​ດາ​ລາ ແລະ ມາ​ຕິດ​ຕາມ​ການ​ພະ​ຈົນ​ໄພ​ຂອງ​ກະ​ຕູນ​ດິນ​ປັ້ນ​ຕົວ​ນ້ອຍ​ຢູ່​ບ້ານ​ປ່າ​ຜາ​ສຸກ​ຂອງ​ພວກ​ເຮົາ. ພວກ​ເຂົາ​ກຳ​ລັງ​ມ່ວນ​ຊື່ນ​ກັບ​ການ​ເຮັດ​ກິດ​ຈະ​ກຳ​ໃນ​ຫ້ອງ​ຮຽນ​ມື້​ນີ້. ແຕ່​ລອງ​ເດົາ​ເບິ່ງ​ດຸ ແມ່ນ​ໃຜ​ຂາດ​ຮຽນ?

ລາຍ​ການ​ຮຽນ​ຮູ້​ຮ່ວມ​ກັນ​ອອກ​ອາ​ກາດ​ທຸກ​ໆ​ວັນ​ອາ​ທິດ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ​ຊ່ອງ 3 ເວ​ລາ 16.45 ແລະ ທາງ​ຊ່ອງ ປກ​ສ ເວ​ລາ 10.30 ໂມງ​ເຊົ້າ. ທຸກໆ​ຕອນ​ສາ​ມາດ​ເບິ່ງ​ໄດ້​​ທີ່​ຊ່ອງ​ຢູ​ທູບ 

ມາ​ຮັບ​ຊົມ ຮຽນຮູ້ຮ່ວມກັນ Learn Together Laos ທາງ​ຊ່ອງ​ຢູ​ທູບ ແລະ ແບ່ງ​ປັນ​ກັບ​ໝູ່​ຂອງ​ເຈົ້າ!