Menu

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທວນຄືນກ່ຽວກັບຄູຝຶກຂັ້ນແຂວງ ສຳລັບການຝຶກອົບຮົມໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ສະ ໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ຄູສອນຊັ້ນປະຖົມສຶກສາ.

202102 PT review workshop - Omline in 8 locations (2)

202102 PT review workshop - Omline in 8 locations (1)

ເພື່ອຮັບມືກັບຕສະຖານະການການລະບາດຂອງພະຍາດໂຄວິດ 19, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດກິດຈະກຳຫຼາຍໂຄງການ ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (BEQUAL). ຊຶ່ງກິດຈະກໍາທີ່ສາມາດຈັດຕັ້ງປະຕິບັດໄດ້ມີ ກອງປະຊຸມສໍາມະນາ, ກອງປະຊຸມປຶກສາຫາລື ແລະ ກອງປະຊຸມຝຶກອົບຮົມ ແມ່ນໄດ້ຈັດຂື້ນໂດຍຜ່ານລະບົບວີດີໂອ ຫຼື ນຳໃຊ້ແບບປະສົມປະສານເເບບເຊິ່ງໜ້າ ເເລະຜ່ານລະບົບວີດີໂອ ເພື່ອຫຼຸດຜ່ອນການເດີນທາງ ແລະ ການພັກຄ້າງຄືນ, ຊຶ່ງວິທີການດັ່ງກ່າວນີ້ ມີປະສິດທິພາບ ແລະ ໄດ້ຮັບຜົນດີເຊັ່ນ: ປະຫຍັດເວລາ ແລະ ຫຼຸດຜ່ອນງົບປະມານ.

ໃນປີຜ່ານມາ ລັດຖະບານອົດສະຕຣາລີ ໄດ້ມອບຊຸດອຸປະກອນກອງປະຊຸມຜ່ານລະບົບວີດີໂອ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເພື່ອຕິດຕັ້ງຊຸດອຸປະກອນດັ່ງກ່າວໃນວິທະຍາໄລສ້າງຄູ (TTC) 8 ແຫ່ງໃນຂອບເຂດທົ່ວປະເທດ ສໍາລັບຈັດຕັ້ງກອງປະຊຸມທວນຄືນ ກ່ຽວກັບຄູຝຶກຂັ້ນແຂວງ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.3 ແລະ ໃນປີນີ້ ໄດ້ຈັດກອງປະຊຸມດັ່ງກ່າວຜ່ານລະບົບວິດີໂອຄັ້ງທຳອິດ, ຊຶ່ງມີຜູ້ຕາງໜ້າ 60 ທ່ານຈາກພະແນກສຶກສາທິການ ແລະ ກິລາແຂວງ ຈຳນວນ 18 ແຂວງ, ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາ ລວມທັງວິທະຍາໄລຄູ 8 ແຫ່ງ ເຊີ່ງກອງປະຊຸມໄດ້ຈັດຂຶ້ນທີ່ວິທະຍາໄລຄູແຕ່ລະແຫ່ງ ໂດຍຜ່ານລະບົບວິດີໂອ ເປັນເວລາ 2 ວັນໃນລະຫວ່າງວັນທີ 18-19 ກຸມພາ 2021 ນີ້. ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ວິທະຍາໄລຄູ ດົງຄຳຊ້າງ, ໂດຍການເປັນປະທານກ່າວເປີດໂດຍທ່ານ ຮສ. ນາງ ວົງເດືອນ ໂອໃສ, ຮອງຫົວໜ້າກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ, ທ່ານໄດ້ກ່າວວ່າ: “ການສະໜອງການຝຶກອົບຮົມຄູທີ່ມີການວາງແຜນທີ່ດີ ແລະ ມີຄຸນນະພາບ ເປັນສິ່ງສຳຄັນຕໍ່ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່, ແລະ ຄູຝຶກທີ່ມີຄຸນນະພາບ ກໍເປັນປັດໃຈໜຶ່ງທີ່ສຳຄັນຂອງຜົນສຳເລັດຂອງກິດຈະກຳບຳລຸງຄູ ແລະ ການພັດທະນາຄູ” ນອກຈາກນີ້ ທ່ານຍັງໄດ້ກ່າວອີກວ່າ: “ກອງປະຊຸມໃນ 2 ວັນນີ້, ຂ້າພະເຈົ້າ ຂໍເຊີນໃຫ້ບັນດາຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິທະຍາໄລຄູ ເພື່ອລາຍງານຄືນຜົນສຳເລັດຂອງທີມງານຄູຝຶກຂັ້ນແຂວງໃນເເຂວງຂອງຕົນ ສຳລັບການຝຶກອົບຮົມໃຫ້ຄູ ຂັ້ນ ປ.2 ພ້ອມທັງທົບທວນຄືນສະມາຊິກໃນທີມຄູຝຶກຂອງທ່ານ ເພື່ອຮັບປະກັນວ່າທ່ານມີທີມຄູຝຶກຂັ້ນແຂວງທີ່ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ໃນການຝຶກອົບຮົມທີ່ມີຄຸນນະພາບສູງ ແລະ ໃຫ້ການຊ່ວຍເຫຼືອຄູ ໃນການຈັດຕັ້ງປະຕິບັດຫຼັກສູດ ຂັ້ນ ປ.3”.

ທີມຄູຝຶກຂັ້ນແຂວງ ໄດ້ຖຶຂຶ້ນໃນເດືອນ ພະຈິກ 2018 ເພື່ອຝຶກອົບຮົມໃຫ້ຄູຊັ້ນປະຖົມສຶກສາ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ລວມທັງການປະຕິບັດບັນດາກິດຈະກຳຊ່ວຍເຫຼືອຄູຢ່າງຕໍ່ເນື່ອງ. ສຳລັບເງື່ອນໄຂໃນການຄັດເລືອກ ແມ່ນອີງໃສ່ຄຸນສົມບັດຂອງຄູດີເດັ່ນເຊັ່ນ: ປະສົບການໃນການສອນຊັ້ນປະຖົມສຶກສາ, ຄວາມຮູ້ລາຍວິຊາສະເພາະ, ປະສົບການຝຶກອົບຮົມ, ຄວາມຕັ້ງໃຈທີ່ຈະປັບປຸງຄຸນນະພາບຂອງຄູ, ແລະ ການໃຫ້ການຊ່ວຍເຫຼືອຄູໃນຫ້ອງຮຽນ. ຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ພາຍໃນທີມ ຍັງເປັນມາດຖານໜຶ່ງທີ່ສຳຄັນໃນການຄັດເລືອກ. ທີມຄູຝຶກເເມ່ນມີຄວາມຫຼາກຫຼາຍປະກອບດ້ວຍສະມາຊິກທມາຫຼາຍພາກສ່ວນໃນກະຊວງສຶກສາທິການ ແລະ ກິລາ ເຊີ່ງກວມເອົາຕາງໜ້າຈາກຂັ້ນສູນການ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ. ບັນດາທີມຄູຝຶກດັ່ງກ່າວ ຈະໄດ້ທົບທວນນຄືນທຸກໆປີ ເພື່ອຮັບປະກັນວ່າ ສະມາຊິກຄູຝຶກເຫຼົ່ານັ້ນ ມີຄວາມສາມາດດ້ານວິຊາການ, ແລະ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນໃນການເຂົ້າຮ່ວມຈັດຕັ້ງການຝຶກອົບຮົມຄູ ແລະ ປະຕິບັດບັນດາກິດຈະກຳຊ່ວຍເຫຼືອຄູ ເພື່ອພັດທະນາ ແລະ ສ້າງຄວາມສາມາດໃຫ້ຄູຢ່າງຕໍ່ເນື່ອງ ລວມທັງເຂົ້າຮ່ວມຝຶກອົບຮົມ ແລະ ໃຫ້ການຝຶກອົບຮົມຄູໄດ້.

ກອງປະຊຸມ ຈະໄດ້ດຳເນີນໄປເປັນເວລາ 2 ວັນ, ຊຶ່ງຜູ້ເຂົ້າຮ່ວມທັງໝົດໄດ້ສະທ້ອນຄືນຜົນໄດ້ຮັບ ເເລະ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາຂັ້ນປ.2 ຂອງທີມຄູຝຶກໂດຍເນັ້ນໃສ່ການດຳເນີນການຝຶກອົບຮົມ ພ້ອມທັງກິດຈະກຳໃຫ້ການຊ່ວຍສະໜັບສະໜູນຄູໃນກອງປະຊຸມຜ່ານລະບົບວິດີໂອ. ພວກເຂົາໄດ້ປຶກສາຫາລືເຖິງຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍອີງໃສ່ຂໍ້ມູນ ເເລະ ສະຖິຕິທີ່ມີໃນເເຂວງຂອງຕົນ. ພວກເຂົາຍັງໄດ້ຮັບຄໍາແນະນຳ ເເລະ ເເຫຼ່ງຂໍ້ມູນ ເພື່ອຊເປັນເເນວທາງໃນການທົບທວນນທີມຄູຝຶກຂັ້ນແຂວງຢ່າງເອກະລາດໃນວິທະຍາໄລຄູເເຕ່ລະເເຫ່ງ.

ໃນຕອນທ້າຍຂອງກອງປະຊຸມແຕ່ລະພະແນກສຶກສາທິການ ແລະ ກິລາແຂວງ ໄດ້ນຳສະເໜີລາຍຊື່ຂອງຄູຝຶກຂັ້ນແຂວງໃນເເຂວງຂອງຕົນທີ່ໄດຮັບການປັບປຸງໃຫ້ເເກ່ຜູ້ເຂົ້າຮ່ມທັງໝົດ ຜ່ານກອງປະຊຸມເເບບວິດີໂອ ເເລະ ຮັບປະກັນວ່າຈະສັງລວມລາຍ ລາຍຊື່ຄູຝຶກຂັ້ນເເຂວງທີ່ໄດ້ປັບປຸງເເລ້ວໃຫ້ສຳເລັດໃນອາທິດຕໍ່ໄປ.

ໃນເດືອນ ເມສາ 2021, ຄູຝຶກຂັ້ນແຂວງ ຈາກແຂວງເປົ້າໝາຍທີ່ໄດ້ຮັບການສະໜັບສະໜູນຈາກເເຜນນງານບີຄວາ: ເເຂວງຜົ້ງສາລີ, ຫຼວງນຳ້ທາ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ຈະໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມຄູຝຶກ ກ່ຽວກັບຊຸດອຸປະກອນຊ່ວຍເຫຼືອຄູເພື່ອສ້າງຂີດຄວາມສາມາດໃຫ້ເເກ່ເຂົາເຈົ້າໃນການໃຫ້ການຊ່ວຍຄູໃນພາກຮຽນ ໂດຍສະເພາະສິ່ງທ້າທ້າທີ່ຄູອາດທີພົບພໍ້ໃນລະຫວ່າງ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່. ໃນເດືອນ ມີຖຸນາ 2021, ຄູຝຶກຂັ້ນແຂວງທັງໝົດ ຈະໄດ້ຮັບການຝຶກອົບຮົມການຈັດຕັ້ງປະຕິບັດຫຼັກສູດ ຂັ້ນ ປ.3 ສະບັບປັບປຸງໃໝ່ເປັນເວລາ 5 ວັນ, ແລະ ຫຼັງຈາກນັ້ນ,ຈະໄດ້ດຳເນີນການຝຶກອົບຮົມໃຫ້ເເກ່ຄູ ຂັ້ນ ປ.3 ໃນເດືອນ ກໍລະກົດ – ສິງຫາ.