Menu

ທີມງານນັກຂ່າວ ຈາກກະຊວງ ສສກ ໄດ້ເດີນທາງໄປແຂວງຊຽງຂວາງ ເພື່ອສຳພາດຄູສອນທີ່ມີຄວາມກະຕືລືລົ້ນ ແລະ ອຸທິດຕົນສູງ ຈົນກາຍເປັນຄູຕົວແບບ ດ້ານການສຶກສາຮຽນຮ່ວມ.

Ajan Viengkeo preparing the students for a group activity

Ajan Viengkeo preparing the students for a group activity

The Ministry Media team in Xiengkhouang

The Ministry Media team in Xiengkhouang

TV Team from the Ministry interviewing Ajan Viengkeo

TV Team from the Ministry interviewing Ajan Viengkeo

ສຳລັບເອກະສານຕອນທີສອງກ່ຽວກັບຄູຕົວແບບ, ທີມງານນັກຂ່າວໂທລະພາບ ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາຂອງກະຊວງ ສສກ ໄດ້ເດີນທາງໄປແຂວງຊຽງຂວາງ ເພື່ອບັນທຶກເລື່ອງລາວທີ່ສ້າງແຮງບັນດານໃຈຂອງຄູສອນ ຢູ່ໃນໂຮງຮຽນຂອງລັດຜູ້ທີ່ມີຄວາມຮູ້ວຽກງານດ້ານການສຶກສາຮຽນຮ່ວມດີ. ໂຄງການນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ. ຈຸດປະສົງຂອງການສ້າງຕອນທີສອງຄັ້ງນີ້ ແມ່ນເພື່ອສ້າງແຮງບັນດານໃຈ ແລະ ກະຕຸກຊຸກຍູ້ຄູສອນໃນທົ່ວປະເທດ ເພື່ອໃຫ້ສາມາດແຕ່ງບົດສອນໃນແບບທີ່ເນັ້ນໃຫ້ນັກຮຽນໝົດທຸກຄົນ ໄດ້ມີສ່ວນຮ່ວມ ໂດຍບໍ່ຈຳແນກຂີດຄວາມສາມາດ ຫຼື ເຜົ່າຊົນ. ປະຈຸບັນນີ້, ຟີມເອກະສານຕ່າງໆ ແມ່ນມີຢູ່ໃນຊ່ອງຢູທູບ ວິດີໂອ ສຳລັບການພັດທະນາຄູ ແລະ ອອກອາກາດທາງໂທລະພາບສຶກສາທິການ ແລະ ກິລາ. ໂດຍອີງໃສ່ຄຳໝັ້ນສັນຍາຂອງກະຊວງ ສສກ ແລະ ຂອງລັດຖະບານອົດສະຕຣາລີ ໃນການສົ່ງເສີມການສຶກສາຮຽນຮ່ວມ ສຳລັບທຸກຄົນ, ເຊິ່ງວິດີໂອດັ່ງກ່າວ ແມ່ນຈະມີພາສາມືແນະນຳໄປພ້ອມ.

ເປັນເວລາຫຼາຍກວ່າ 20 ປີແລ້ວ, ທີ່ອາຈານ ວຽງແກ້ວ ດວງພະຈັນ ໄດ້ສອນຢູ່ໃນໂຮງຮຽນລັດ ຢູ່ທີ່ແຂວງຊຽງຂວາງ ເຊິ່ງເປັນເຂດທີ່ມີເດັກນ້ອຍທີ່ມີຄວາມພິການຫຼາຍຄົນ ເຊິ່ງສ່ວນຫຼາຍ ແມ່ນຈະບໍ່ໄດ້ຮັບການກວດວິເຄາະ ຫຼື ອາດກວດວິເຄາະແບບບໍ່ຖືກຕ້ອງ. ຢູ່ໃນໂຮງຮຽນຂອງອາຈານ ວຽງແກ້ວ, ມີນັກຮຽນ ທັງໝົດເຈັດຄົນ ທີ່ມີຄວາມພິການທາງສະໝອງ ຫຼື ທາງຮ່າງກາຍ. ອາຈານ ວຽງແກ້ວ ມີຄວາມເຊື່ອວ່າ ເດັກນ້ອຍທຸກຄົນ ແມ່ນມີສິດທີ່ຈະໄດ້ຮັບການສຶກສາ. ລາວ ໄດ້ດັດປັບຮູບແບບການສອນຂອງຕົນ ເພື່ອຮັບປະກັນໃຫ້ ນັກຮຽນໝົດທຸກຄົນ ສາມາດເຂົ້າຮ່ວມໃນກິດຈະກຳຕ່າງໆໃນຫ້ອງ ແລະ ຮູ້ສຶກໄດ້ຮັບການຕ້ອນຮັບ ຢ່າງເຕັມສ່ວນ. ລາວ ອະທິບາຍວ່າ “ນັກຮຽນໃນຫ້ອງທຸກກຸ່ມ ແມ່ນມີຄວາມແຕກຕ່າງກັນ ແລະ ຕະຫຼອດໄລຍະເວລາຂອງຊີວິດຄູສອນນັ້ນ, ພວກເຂົາ ຈະໄດ້ພົບພໍ້ກັບນັກຮຽນ ທີ່ມີຄວາມຂີດສາມາດ, ປະຫວັດຄວາມເປັນມາ ແລະ ຄວາມປາດຖະໜາທີ່ແຕກຕ່າງກັນ. ການເປັນຄູສອນທີ່ດີ ແມ່ນຕ້ອງມີການດັດປັບຮູບແບບການສອນຂອງຕົນ ໃຫ້ສາມາດຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງນ້ອງນັກຮຽນ ເຊິ່ງຄວາມພິການ ກໍແມ່ນສ່ວນໜຶ່ງຂອງຄວາມຫຼາກຫຼາຍດັ່ງກ່າວ.”

ໂດຍໄດ້ຮັບການຊ່ວຍເຫຼືອຈາກອຳນວຍການໂຮງຮຽນ ແລະ ຄູສອນຄົນອື່ນໆ, ລາວ ສາມາດພັດທະນາຮູບແບບການສິດສອນແບບໃໝ່ໆ ເພື່ອຮັບປະກັນໃຫ້ ເດັກນ້ອຍ ທີ່ມີຄວາມພິການ ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ ເພື່ອໃຫ້ພວກເຂົາເຈົ້າ ສາມາດເຂົ້າຮ່ວມໃນກິດຈະກຳຕ່າງໆ ໃນໂຮງຮຽນໄດ້. ອາຈານ ວຽງແກ້ວ ບອກກັບທີມງານນັກຂ່າວ ວ່າ: “ກ່ອນອື່ນໝົດ, ຈຸດສຳຄັນທີ່ສຸດ ແມ່ນການຕິດຕໍ່ກັບພໍ່ແມ່ຜູ້ປົກຄອງຂອງເດັກ ທີ່ມີຄວາມພິການດັ່ງກ່າວ ເພື່ອທຳຄວາມເຂົ້າໃຈ ກ່ຽວກັບເລື່ອງລາວຕ່າງໆຂອງເດັກ ເພື່ອຮັບປະກັນໃຫ້ພວກນັກຮຽນ ມາເຂົ້າໂຮງຮຽນ ໄດ້ຢ່າງເປັນປົກກະຕິ. ນອກຈາກນີ້, ຂ້ອຍ ຍັງໄປພົບກັບພໍ່ແມ່ຜູ້ປົກຄອງຂອງພວກນັກຮຽນ ຢູ່ເລື້ອຍໆ ເພື່ອສົນທະນາ ກ່ຽວກັບວິທີການຊ່ວຍສົ່ງເສີມການຮຽນຂອງລູກໆພວກເຂົາ ຢູ່ທີ່ບ້ານ.

ການຈັດສັນຫ້ອງຮຽນ ກໍມີຄວາມສຳຄັນເຊັ່ນດຽວກັນ. “ໃນຫ້ອງຮຽນຂອງຂ້ອຍ, ຂ້ອຍ ສອນນັກຮຽນ 5 ຄົນ ທີ່ມີຄວາມພິການໃນຮູບແບບທີ່ແຕກຕ່າງກັນ. ໂດຍອີງຕາມແຕ່ລະກໍລະນີ, ຂ້ອຍ ຈະຈັດຫ້ອງຮຽນຂອງຂ້ອຍໃນຮູບແບບທີ່ແຕກຕ່າງກັນ. ຂ້ອຍ ຈະຈັດນັກຮຽນ ທີ່ມີຄວາມພິການທາງຮ່າງກາຍ ຫຼື ມີປັນຫາດ້ານການຟັງ ໃຫ້ມານັ່ງຢູ່ແຖວໜ້າ ເພື່ອໃຫ້ພວກເຂົາ ເຄື່ອນຍ້າຍໄປມາ ໄດ້ງ່າຍຂຶ້ນ ຫຼື ໄດ້ຍິນໃນສິ່ງທີ່ຂ້ອຍ ເວົ້າຊັດເຈນຂຶ້ນ. ຖ້າພວກນັກຮຽນ ພົບຄວາມຫຍຸ້ງຍາກ, ຂ້ອຍ ຈະສາມາດຕິດຕາມໃຫ້ການຊ່ວຍເຫຼືອພວກເຂົາ ໄດ້ຢ່າງໄກ້ຊິດຂຶ້ນກວ່າເກົ່າ. ສິ່ງສຳຄັນກໍຄື ຕ້ອງເຮັດໃຫ້ນັກຮຽນ ຮູ້ສຶກສະດວກສະບາຍ ໃນເວລາຮຽນ.”

ບັນດາສື່ການສອນ ແລະ ກິດຈະກຳການສອນ ແມ່ນຈຳເປັນຕ້ອງໄດ້ຮັບການດັດປັບ ໃຫ້ມີການກວມລວມເອົາເດັກນ້ອຍໝົດທຸກຄົນ. ອາຈານ ວຽງແກ້ວ ຍັງໄດ້ກ່າວເພີ່ມເຕີມອີກວ່າ “ຂ້ອຍ ຈະດັດປັບການສອນຂອງຂ້ອຍ ໂດຍອີງໃສ່ຂີດຄວາມສາມາດຂອງເດັກນ້ອຍ. ຍົກຕົວຢ່າງ: ມີເດັກຊາຍຄົນໜຶ່ງ ທີ່ຂ້ອຍ ສອນ ໃນປີນີ້ ແມ່ນມີປັນຫາເລື່ອງການໄດ້ຍິນ; ດັ່ງນັ້ນ, ຂ້ອຍ ຈຶ່ງໃຊ້ຮູບພາບຕ່າງໆ ເພື່ອອະທິບາຍ ກ່ຽວກັບຄຳສັບຕ່າງໆ. ປຶ້ມແບບຮຽນຂັ້ນ ປ.1 ສະບັບປັບປຸງໃໝ່ ແມ່ນມີຄວາມສະດວກສະບາຍຫຼາຍ ທີ່ຈະປະຕິບັດສິ່ງດັ່ງກ່າວ ເພາະມີຮູບພາບ ທີ່ຫຼາກຫຼາຍ. ຂ້ອຍ ຈະໃຫ້ວຽກບ້ານພິເສດແກ່ ລາວ ຍ້ອນວ່າ ລາວ ຕ້ອງໄດ້ໃຊ້ເວລາເນັດວຽກບ້ານດັ່ງກ່າວ ຫຼາຍກວ່ານັກຮຽນ ຄົນອື່ນໆ ແລະ ຂ້ອຍ ຕ້ອງການທີ່ຈະຮັບປະກັນວ່າ ລາວ ຈະສາມາດຮຽນໄດ້ດີຂຶ້ນ ໂດຍບໍ່ຕ້ອງປະເຊີນກັບຄວາມທໍ້ຖອຍໃດໆ.”

ການມີສ່ວນຮ່ວມຂອງນັກຮຽນຄົນອື່ນໆ ກໍມີຄວາມສຳຄັນ ຕໍ່ກັບການສົ່ງເສີມການສຶກສາຮຽນຮ່ວມ ເຊັ່ນດຽວກັນ. ທຸກໆເຊົ້າ, ໃນຂັ້ນນຳເຂົ້າສູ່ບົດຮຽນ ຢູ່ໃນຫ້ອງຮຽນຂອງ ອາຈານ ວຽງແກ້ວ, ລາວ ຈະກະຕຸກຊຸກຍູ້ໃຫ້ນັກຮຽນໝົດທຸກຄົນ ຊ່ວຍເຫຼືອກັນ ແລະ ຫຼິ້ນນຳກັນ ເຖິງແມ່ນວ່າ ພວກເຂົາ ຈະມີຄວາມແຕກຕ່າງກັນກໍຕາມ. “ໃນເວລາເຮັດກິດຈະກຳກຸ່ມ, ຂ້ອຍ ຈະຈັບຄູ່ນັກຮຽນຊາຍ ທີ່ມີຄວາມພິການດັ່ງກ່າວ ໃຫ້ຢູ່ຄູ່ກັບນັກຮຽນ ທີ່ຮຽນດີ ເພື່ອໃຫ້ສາມາດຊ່ວຍລາວໄດ້. ໃນເວລາຫຼິ້ນຢູ່ເດີ່ນໂຮງຮຽນ, ຂ້ອຍ ຈະຕິດຕາມເບິ່ງວ່າ ພວກນັກຮຽນ ຫຼິ້ນນຳກັນບໍ ແລະ ໃຫ້ຄວາມເຄົາລົບກັນບໍ. ຂ້ອຍ ສັງເກດເຫັນວ່າ: ພວກນັກຮຽນ ກຳລັງຮ້ອງໃສ່ເດັກນ້ອຍຊາຍ ທີ່ມີຄວາມພິການ ດ້ວຍຊື່ທີ່ບໍ່ສົມຄວນ; ດັ່ງນັ້ນ, ຂ້ອຍ ຈຶ່ງໄດ້ເວົ້າກັບນັກຮຽນໝົດທຸກຄົນໃນຫ້ອງ ກ່ອນທີ່ຈະເລີກຮຽນ ກ່ຽວກັບການໃຫ້ຄວາມເຄົາລົບນັບຖືກັນ.”

ເມື່ອທ່ານ ເຫັນຮອຍຍິ້ມໃນໃບໜ້າຂອງນັກຮຽນຂັ້ນ ປ.1 ທີ່ຢູ່ໃນຫ້ອງຮຽນຂອງອາຈານ ວຽງແກ້ວ ໃນເວລາທີ່ພວກເຂົາ ຍ່າງເຂົ້າມາໃນຫ້ອງຮຽນໃນຕອນເຊົ້າ, ທ່ານ ຈະສາມາດຮັບຮູ້ໄດ້ວ່າ ພວກນັກຮຽນເຫຼົ່ານັ້ນ ມີຄວາມມ່ວນຊື່ນດີ ແລະ ພວກເຂົາ ຈະຮັບຟັງ, ຈະເຂົ້າໄປມີສ່ວນຮ່ວມ ແລະ ຮຽນຮູ້ໄດ້ດີຂຶ້ນ ໂດຍບໍ່ກ່ຽວກັບຂີດຄວາມສາມາດຂອງພວກເຂົາ. ເຫັນໄດ້ຢ່າງຊັດເຈນວ່າ ຄູສອນ ທີ່ມີຄວາມກະຕືລືລົ້ນ ແລະ ເນັ້ນໃສ່ການຮຽນຮ່ວມນັ້ນ ຈະສາມາດສ້າງຜົນກະທົບອັນຍິ່ງໃຫຍ່ ຕໍ່ກັບວຽກງານການສຶກສາ ແລະ ຕໍ່ກັບອະນາຄົດຂອງຄົນຮຸ່ນໃໝ່ໄດ້.

ທ່ານ ສາມາດເຂົ້າເບິ່ງເລື່ອງລາວຂອງອາຈານ ວຽງແກ້ວ ໄດ້ໃນຊ່ອງຢູທູບ – ວິດີໂອສຳລັບການພັດທະນາຄູ (Teacher Development Videos) ແລະ ຢູ່ໃນຊ່ອງໂທລະພາບສຶກສາທິການ ແລະ ກິລາ ຊ່ອງ 8 ຂອງຈານດາວທຽມ ລາວ.