ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (BEQUAL), ກໍາລັງຈັດຕັ້ງພັດທະນາໃນການປັບປຸງຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ຊຶ່ງເລີ່ມມາແຕ່ປີ 2015. ສຳລັບການພັດທະນາຫຼັກສູດ ແລະ ຂຽນປຶ້ມໃນແຕ່ລະຂັ້ນ, ການຈັດພີມ ແລະ ການແຈກຢາຍທົ່ວປະເທດ ເປັນວຽກງານທີ່ຫຼວງຫຼາຍ ແລະ ຂຸ້ນຂ້ຽວໃນການວາງແຜນວຽກຕ່າງໆ ລວມທັງການປະສານງານຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຊຶ່ງໃຊ້ເວລາປະມານ 18 ຫາ 24 ເດືອນຈິ່ງສຳເລັດອີງໃສ່ຄວາມຮຽກຮ້ອງຕ້ອງການຂອງລາຍວິຊາ. ໃນປັດຈຸບັນ, ນັກຂຽນຫຼັກສູດ ຂັ້ນປ.3 ກຳລັງປັບປຸງແກ້ໃຂສະບັບສຸດທ້າຍ ເພື່ອໃຫ້ທັນໃນການແຈກຢາຍ ກ່ອນຈະເລີ້ມຕົ້ນສົກຮຽນໜ້າ ແລະ ທັງເປັນເວລາທີ່ເໝາະສົມໃນການທີ່ຈະເລີ່ມພັດທະນາຫຼັກສູດຂອງຂັ້ນຕໍ່ໄປ.
ໃນວັນທີ 12 ເດືອນ ມັງກອນ ທີ່ຜ່ານມາ, ທ່ານ ປອ. ອ່ອນແກ້ວ ນວນນະວົງ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສວສ ໄດ້ເປັນປະທານກ່າວເປີດກອງປະຊຸມສຳມະນາ ກ່ຽວກັບການທົບທວນຄືນ ແລະ ວາງແຜນ ການພັດທະນາຊຸດເຄື່ອງມືການຮຽນການສອນ “ສຳລັບຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.4 ແລະ ຂັ້ນ ປ.5” ກອງປະຊຸມສໍາມະນາຄັ້ງນີ້ ເປັນເຄື່ອງໝາຍຂອງການເລີ່ມຕົ້ນພັດທະນາຊຸດເຄື່ອງມືການຮຽນການສອນ ສຳລັບຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ຂັ້ນ ປ.4 ແລະ ຂັ້ນ ປ.5. ນັກຂຽນຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.4 ແລະ ຂັ້ນ ປ.5 ຈໍານວນ 35 ທ່ານທີ່ມາຈາກ 8 ລາຍວິຊາຄື: (ພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ, ພາສາອັງກິດ, ຄຸນສົມບັດສຶກສາ, ສິນລະປະກຳ ແລະ ຫັດຖະກຳ, ດົນຕີ, ພາລະສຶກສາ ແລະ ສັງຄົມສຶກສາ) ໄດ້ເຂົ້າຮ່ວມທຸກກິດຈະກຳກຸ່ມໃນແຕ່ລະວັນໃນກອງປະຊຸມດັ່່ງກ່າວ.
ໃນບົດກ່າວເປີດກອງປະຊຸມຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ, ເພີ່ນໄດ້ຊຸກຍູ້ໃຫ້ “ບັນດານັກຂຽນຫຼັກສູດ ໄດ້ເອົາໃຈໃສ່ຢ່າງຂຸ້ນຂ້ຽວ ເພື່ອພັດທະນາທັກສະ ແລະ ຄວາມຮູ້ໃໝ່” ນອກຈາກນີ້ ທ່ານຍັງໄດ້ “ຮຽກຮ້ອງໃຫ້ບັນດານັກຂຽນທຸກທ່ານ ຈົ່ງນຳໄປຜັນຂະຫຍາຍ ແລະ ນຳໃຊ້ ເຕັກນິກ ແລະ ວິທີການຮຽນການສອນແບບເນັ້ນການປະຕິບັດຕົວຈິງ ຊຶ່ງໄດ້ນຳມາອະທິບາຍ ແລະ ສາທິດໃຫ້ເຫັນໃນກອງປະຊຸມສຳມະນາໃນຄັ້ງນີ້”.
ຄວາມແຕກຕ່າງຫຼັກໆທີ່ຢູ່ໃນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ນີ້ ແມ່ນເນັ້ນໃສ່ວິທີການສອນໂດຍເອົານັກຮຽນເປັນໃຈກາງ ແລະ ເນັ້ນໃສ່ການຮຽນແບບປະຕິບັດຕົວຈິງ ເພື່ອສ້າງໃຫ້ພວກເຂົາກ້າສະແດງອອກດ້ານແນວຄວາມຄິດຂອງຕົນເອງ ໂດຍຜ່ານການຫຼີ້ນ ຊຶ່ງຈະໄດ້ຮັບຜົນສຳເລັດໃນການຮຽນຮູ້. ນັກຮຽນ ໄດ້ຮຽນຮູ້ຜ່ານການປະຕິບັດກິດຈະກຳຕົວຈິງ, ໄດ້ສະທ້ອນຄືນກ່ຽວກັບຄວາມຮູ້ໃໝ່ໆ ແລະ ນຳໃຊ້ທັກສະ ທີ່ພວກເຂົາໄດ້ຮຽນທັງພາຍໃນຫ້ອງຮຽນ ແລະ ນອກຫ້ອງຮຽນ.
ອີງຕາມການຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າການຮຽນຮູ້ໂດຍຜ່ານການປະຕິບັດຕົວຈິງ ແມ່ນມີປະສິດທິພາບຫຼາຍກວ່າການຮຽນແບບບໍ່ມີການສະແດງເໜັງຕິງ . ການຮຽນການສອນແບບເນັ້ນການປະຕິບັດຕົວຈິງ ເສີມສ້າງຜົນການຮຽນຂອງນັກຮຽນດີຂຶ້ນ ແລະ ຊຸກຍູ້ໃຫ້ນັກຮຽນມີຄວາມຕ້ອງການຢາກຮຽນ ແລະ ຢາກຮູ້.. ຍ້ອນເຫດຜົນເຫຼົ່ານີ້ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ນຳສະເໜີວິທີການຮຽນການສອນແບບເນັ້ນການປະຕິບັດຕົວຈິງ ເຂົ້າໃນການພັດທະນາຊຸດເຄື່ອງມືການຮຽນການສອນ ສະບັບປັບປຸງໃໝ່ນີ້.
ໃນລະຫວ່າງກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມໄດ້ຮັບຄຳແນະນຳກ່ຽວກັບການປະສົມປະສານ ເຊື່ອມໂຍງ ແລະ ນຳໃຊ້ຫຼາກຫຼາຍເຕັກນິກ ແລະ ວິທີການເຂົ້າໃນການພັດທະນາຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.4 ແລະ ຂັ້ນ ປ.5, ຊຶ່ງໃນປະຈຸບັນ ນັກຂຽນກຳລັງທົບທວນຄືນເຕັກນິກທີ່ນຳໃຊ້ເຂົ້າໃນການພັດທະນາຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ.3 ແລ້ວກຳນົດສິ່ງທີ່ເຂົາເຈົ້າຈະນຳໄປປັບປຸງຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.4 ແລະ ຂັ້ນ ປ.5, ພ້ອມດຽວກັນ ພວກເຂົາກໍໄດ້ສຶກສາຄົ້ນຄວ້າກ່ຽວກັບການສອນຫ້ອງຄວບ ເພື່ອນຳເຂົ້າໄປຂຽນເຂົ້າໃນການພັດທະນາຫຼັກສູດປຶ້ມຕຳລາໃນຂັ້ນຕໍ່ໄປ: ຊຶ່ງໃນປະຈຸບັນນັກຂຽນໄດ້ເລີ່ມວາງແຜນຂຽນໂຄງຮ່າງຫຼັກສູດທັງສອງຂັ້ນ.
ໃນເດືອນທີ່ຈະມາເຖິງນີ້, ນັກຂຽນຈະໄດ້ເຮັດວຽກເປັນທີມໃນແຕ່ລະລາຍວິຊາ ແລະ ຄາດວ່າໂຄງຮ່າງທຳອິດຂອງ ປຶ້ມຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.4 ຈະສຳເລັດໃນທ້າຍປີນີ້.