ໃນວັນທີ 17 ກຸມພາ 2023 ທີ່ຜ່ານມານີ້, ທ່ານ ສຸພີ ເພັດດາວົງ, ຮອງຫົວໜ້າກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເຣເບກກ້າ ແມັກຮິວ, ຫົວໜ້າແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພຶ້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເດີນທາງໄປທີ່ວິທະຍາໄລຄູຫຼວງນ້ຳທາ ເພື່ອຮ່ວມພິທີເປີດຫ້ອງການພາກພື້ນຂອງແຜນງານບີຄວາທີ່ວິທະຍາໄລຄູຫຼວງນຳ້ທາຢ່າງເປັນທາງການ. ທັງສອງທ່ານໄດ້ຖືໂອກາດພົບປະກັບ ທ່ານ ຄໍາສຸກ ທອງກ່ານ, ຜູ້ອຳນວຍການວິທະຍາໄລຄູຫຼວງນໍ້າທາ ແລະ ບຸກຄະລາກອນຄົນສຳຄັນຂອງວິທະຍາໄລ ພ້ອມທັງສະແດງຄວາມຂອບໃຈທີ່ໄດ້ອະນຸຍາດໃຫ້ແຜນງານບີຄວາ ໄດ້ມີຫ້ອງການປະຈຳທີ່ແຂວງຫຼວງນຳ້ທາ ໃນວິທະຍາໄລຄູຫຼວງນຳ້ທາ.
ນອກຈາກນີ້, ກໍ່ຍັງໄດ້ຮ່ວມປຶກສາຫາລືກ່ຽວກັບ ແຜນການຮ່ວມມື ແລະ ການຈັດຕັ້ງປະຕິບັດ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນອະນາຄົດ. ພິທີຍັງໄດ້ຕ້ອນຮັບການເຂົ້າຮ່ວມຂອງຕົວແທນຈາກພະແນກສຶກສາທິການຫຼວງນໍ້າທາ, ແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ພ້ອມທັງໄດ້ຮ່ວມປຶກສາຫາລື ເພື່ອກະກຽມການຈັດຕ້ັ້ງປະຕິບັດ ແລະ ການມີສ່ວນຮ່ວມໃນການພັດທະນາລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນເຂດບໍລິການວິທະຍາໄລຄູຫຼວງນໍ້າທາ.
ທ່ານ ສຸພີ ເພັດດາວົງ ໄດ້ກ່າວວ່າ: “ການສ້າງຕັ້ງຫ້ອງການພາກພື້ນແຜນງານບີຄວາ ໃນ 3 ວິທະຍາໄລຄູເປົ້າໝາຍສໍາລັບໄລຍະທີ 2 ແມ່ນເປັນສ່ວນສຳຄັນ ເພື່ອຮັບປະກັນການຮ່ວມມືລະຫວ່າງກົມສ້າງຄູ ແລະ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິພາບ. ກະຊວງສຶກສາທິການ ແລະ ກິລາ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນການປັບປຸງການເຂົ້າເຖິງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ໃນ ສປປ ລາວ ແລະ ມີຄວາມຍິນດີ ທີ່ໄດ້ຮ່ວມມືກັບລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ເພື່ອບັນລຸເປົ້າໝາຍດັ່ງກ່າວ. ກົມສ້າງຄູ ໄດ້ຮ່ວມມືກັບ ແຜນງານບີຄວາ ເພື່ອອອກແບບລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງນຳພາໂດຍຜູ້ຊ່ຽວຊານດ້ານວິຊາການຈາກວິທະຍາໄລຄູ. ແບບແຜນຂອງວຽກງານດັ່ງກາວແມ່ນຈະໄດ້ຖືກທົດລອງຝຶກຢູ່ໃນ 3 ວິທະຍາໄລຄູເປົ້າໝາຍຂອງແຜນງານບີຄວາໄລຍະທີ 2. ການເປີດຫ້ອງການຂອງແຜນງານບີຄວາ ໃໝ່ໃນແຂວງຫຼວງນ້ຳທາ ແມ່ນບາດກ້າວທີ່ສຳຄັນເພື່ອກ້າວໄປຫາການຮ່ວມມືນີ້.”
ທ່ານ ນາງ ເຣເບກກ້າ ແມັກຮິວ, ຫົວໜ້າແຜນງານບີຄວາ ໄດ້ກ່າວວ່າ “ລັດຖະບານອົດສະຕຣາລີ ແລະ ລັດຖະບານ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນການປັບປຸງຄຸນນະພາບການສອນ ແລະ ເພື່ອໃຫ້ສາມາດປັບປຸງຜົນການຮຽນຂອງນັກຮຽນ. ການໄດ້ມີໂອກາດໃນການເຮັດວຽກຮ່ວມກັນກັບທີມງານຈາກວິທະຍາໄລຄູ ໂດຍຜ່ານພະນັກງານຂອງແຜນງານທີ່ປະຈຳຢູ່ທີ່ວິທະຍາໄລຄູ ຊຶ່ງຈະຊ່ວຍອໍານວຍຄວາມສະດວກ ໃນການຮ່ວມມືທີ່ມີປະສິດທິພາບເພື່ອບັນລຸເປົ້າຫມາຍນີ້ຮ່ວມກັນ ພາຍໃຕ້ການຊີ້ນຳຈາກກົມສ້າງຄູ. ພວກເຮົາຂໍຂອບໃຈມາຍັງການນຳຂອງວິທະຍາໄລຄູຫຼວງນໍ້່າທາທີ່ໄດ້ແບ່ງປັນພື້ນທີ່ໃຫ້ແກ່ຫ້ອງການຂອງພວກເຮົາ. ຫ້ອງການແມ່ນຕັ້ງຢູ່ໃນສູນຄົ້ນຄວ້າເພື່ອການສຶກສາ ແລະ ການຮຽນຮູ້, ຊຶ່ງເປັນສະພາບແວດລ້ອມທີ່ສົມບູນແບບສໍາລັບການພັດທະນາລະບົບພັດທະນາວິຊາຊີບຄູແບບຕໍ່ເນື່ອງສໍາລັບຄູ.”
ບູລິມະສິດທີ່ສຳຄັນຂອງໄລຍະທີ 2 ຂອງແຜນງານ ແມ່ນສະໜັບສະໜູນກົມສ້າງຄູ ໃນການພັດທະນາລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອໃຫ້ການຊ່ວຍເຫຼືອໂດຍກົງ ແລະ ຕໍ່ເນື່ອງແກ່ຄູປະຖົມດ້ານການຮຽນການສອນ ໃຫ້ບັນລຸເປົ້າໝາຍຂອງການປັບປຸງການສອນ. ພາຍໃຕ້ການຊີ້ນໍາຂອງກົມສ້າງຄູ, ທີມງານພະນັກງານຊ່ວຍເຫຼືອດ້ານການຮຽນການສອນໃນຂັ້ນໂຮງຮຽນຈະໄດ້ຮັບການພັດທະນາຄວາມສາມາດ ແລະ ສະຫນອງການຝຶກອົບຮົມ ແລະ ການຊ່ວຍເຫຼືອຄູໃນທ້ອງຖິ່ນດ້ານວິຊາການ ທີ່ພວກເຂົາຕ້ອງການຂໍຄວາມຊ່ວຍເຫຼືອ. ແຜນງານບີຄວາ ຈະເຮັດວຽກຮ່ວມກັນເພື່ອພັດທະນາຄວາມອາດສາມາດໃກ້ແກ່ພະນັກງານຂອງວິທະຍາໄລຄູ ທີ່ຈະໃຫ້ການ່ຊວຍເຫຼືອດ້ານວິຊາການ ແລະ ການຝຶກອົບຮົມໃຫ້ພະນັກງານສຶກສານິເທດໃນຂັ້ນໂຮງຮຽນ ແລະ ຮັບປະກັນວ່າພວກເຂົາມີຄວາມພ້ອມໃນການປະຕິບັດພາລະບົດບາດຂອງຕົນ.
ໃນໄລຍະທີ 2 ຂອງແຜນງານບີຄວາ ຈະໄດ້ເຮັດວຽກໂດຍກົງກັບທັງ 3 ວິທະຍາໄລຄູເປົ້າໝາຍ (ສະຫວັນນະເຂດ, ຫຼວງນ້ຳທາ ແລະ ຄັງໄຂ), ໃນ 7 ເຂດເປົ້າໝາຍບໍລິການຂອງພະແນກສຶກສາທິການ ແລະ ກິລາແຂວງ (ຫຼວງນ້ຳທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ) ແລະ 30 ເມືອງເປົ້າໝາຍໃນແຂວງເຫຼົ່ານີ້. ເພື່ອອໍານວຍຄວາມສະດວກໃຫ້ແກ່ການການປະສານງານທີ່ຄວາມຄ່ອງຕົວ ແລະ ມີປະສິດທິພາບ. ສະນັ້ນ, ແຜນງານຈິ່ງໄດ້ສ້າງຕັ້ງຫ້ອງການໃນ 3 ແຂວງເປົ້າໝາຍດັ່ງກ່າວ ໂດຍຈະມີພະນັກງານຂອງແຜນງານຈຳນວນໜຶ່ງປະຈຳທີ່ວິທະຍາໄລຄູ. ຫ້ອງການທີ່ວິທະຍາໄລຄູຫຼວງນ້ຳທາ ເປັນແຫ່ງທີ 2 ຂອງທັງໝົດ 3 ຫ້ອງການຂອງແຜນງານ ທີ່ມີຄວາມພ້ອມໃນການປະຕິບັດງານ. ຫ້ອງການທີ່ແຂວງສະຫວັນນະເຂດໄດ້ເປີດແລ້ວໃນ ເດືອນພະຈິກ 2022 ທີ່ຜ່ານມາ ສ່ວນຫ້ອງການແຫ່ງຕໍ່ໄປແມ່ນມີແຜນທີ່ຈະເປີດທີ່ວິທະຍາໄລ ຄູຄັງໄຂ ເຊິ່ງຈະກຽມພ້ອມເປີດຢ່າງເປັນທາງການໃນທ້າຍ ເດືອນ ກຸມພາ 2023.
ກົມສ້າງຄູມີແມ່ນໄດ້ຊີ້ນຳລວມໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ການພັດທະນາວິຊາຊີຍຄູແບບຕໍ່ເນື່ອງ ທົ່ວປະເທດຜ່ານ ວິທະຍາໄລຄູ ພ້ອມດ້ວຍການຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ. ແຜນງານບີຄວາຈະສະໜັບສະໜູນກົມສ້າງຄູ ເພື່ອສົ່ງເສີມວິໄສທັດການປັບປຸງວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການຮ່ວມມືກັບບັນດາພາກສ່ວນຕ່າງໆ.
ທ່ານ ສຸພີ ເພັດດາວົງ ຍັງໄດ້ກ່າວອີກວ່າ “ພວກເຮົາມີຄວາມຍິນດີທີ່ຈະສູ້ຊົນເພື່ອບັນລຸບາດກ້າວຕໍ່ໄປໃນການຮ່ວມມືອັນຍາວນານຂອງກັບລັດຖະບານອົດສະຕຣາລີ ໂດຍຜ່ານຫ້ອງການຂອງແຜນງານບີຄວາ ໂດຍສະເພາະທີ່ວິທະຍາໄລຄູຫຼວງນ້ຳທາທີ່ເປີດ ໃໝ່ນີ້ ແລະ ພວກເຮົາຫວັງວ່າຈະເຮັດວຽກຮ່ວມກັນເພື່ອບັນລຸການປັບປຸງຄຸນນະພາບການຮຽນ-ການສອນຂັ້ນປະຖົມສຶກສາ ຢູ່ ສປປ ລາວ.”