Menu

ການຈັດກອງ​ປະ​ຊຸມຝຶກອົບຮົມຄູໃນຄັ້ງນີ້ແມ່ນ​ເນັ້ນ​ໜັກ​ໃສ່ການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19​ ເປັນ​ຫຼັກ

2020 06 Mt Training (5)

2020 06 Mt Training (4)

2020 06 Mt Training (1)

2020 06 MT Training G2 (3)

2020 06 Mt Training (2)

ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົສຕຣາລີ ແລະ ສະຫະພາບເອີຣົບ ໃນການທົບທວນຄືນຫຼັກສູດຂັ້ນປະຖົມສຶກສາແຫ່ງຊາດ ຄ່ຽງ​ຄູ່​ກັບ​ການພັດທະນາເຄື່ອງມືຊ່ວຍເຫຼືອການຮຽນການສອນ ແລະ ການຝຶກອົບຮົມຄູ. ການທົບທວນຄືນຫຼັກສູດໃໝ່ແມ່ນໄດ້ເລີ້ມຕົ້ນ​ຂຶ້ນປີກາຍນີ້ ສຳ​ລັບຂັ້ນ ປ.1 ແລະ ຈະທົບ​ທວນ​ໃນ​ຂັ້ນ​ຕໍ່​ໄປ​ໃນ​ມີ​ຖັດ​ມາ. ສິ່ງທີ່ສຳຄັນສຸດໃນການທົບທວນຫຼັກສູດຄືນໃຫມ່ແມ່ນ ການປັບປ່ຽນວິທີການຮຽນການສອນທີ່ເຄີຍປະຕິບັດຜ່ານມາ. ການຝຶກອົບຮົມຄູແມ່ນໝາກຫົວໃຈອັນສຳຄັນໃນການກ້າວ​ໄປ​ສູ່​ຜົນສຳເລັດຂອງການຈັດຕັ້ງປະຕິບັດຫຼັກສູດໃໝ່ ແລະ ນຳໄປສູ່ການພັດທະນາການຮຽນຮູ້ຂອງນັກຮຽນລາວໃຫ້ດີຂຶ້ນ. ໃນວັນທີ 09 ມິຖຸນາ, ທ່ານ ປອ ອ່ອນແກ້ວ ນວນນາວົງ, ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານນາງ ເຈນ ແຊນ​ເລີ, ຮອງເອກະອັກຄະລັດຖະທູດ, ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ຮ່ວມກັນເປັນປະທານກ່າວເປີດກອງປະຊຸມ “ການຝຶກອົບຮົມຄູຝຶກຫຼັກແຫຼ່ງ ຂັ້ນ ປ.2 ສະບັບປຸງໃໝ່” ຂຶ້ນຢ່າງເປັນທາງການ.
ທ່ານ ປອ ອ່ອນ​ແກ້ວ ນວນ​ນາ​ວົງ ກ່າວ​ຄຳ​ເຫັນ:”ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່​ໄດ້​ເປີດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງກ່ຽວກັບການນໍາໃຊ້ຫຼັກສູດ ຂັ້ນ ປ.2 ສະບັບປັບປຸງໃໝ່ ຂຶ້ນ​ໃນ​ມື້​ນີີ້. ຈຸດພິເສດຂອງຫຼັກສູດ ປ.2 ສະບັບປັບປຸງໃໝ່ນີ້ ແມ່ນຫຼັກສູດທີ່ເນັ້ນມາດຕະຖານຜົນສໍາເລັດດ້ານການຮຽນ; ນໍາໃຊ້ວິທີສອນ, ຮູບແບບ ແລະ ເຕັກນິກການສອນທີ່ຫຼາກຫຼາຍ ເພື່ອສົ່ງເສີມການຮຽນທີ່ເນັ້ນການປະຕິບັດຕົວຈິງ, ຫຼຸດຜ່ອນການບັນຍາຍ ເພີ່ມການເຮັດກິດຈະກໍາ, ການຄິດວິເຄາະ, ການແກ້ບັນຫາ ແລະ ການນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນສະຖານະການໃໝ່ ໃນຊີວິດຕົວຈິງ. ທ່ານ​ນາງ ເຈນ ແຊນ​ເລີ ກ່າວເສີມ​ວ່າ:”ຫາກ​ພວກ​ເຮົາ​ມີການວາງແຜນທີ່ດີ, ສົ່ງມອບການຝຶກອົບຮົມຄູໃຫ້ໄດ້ຄຸນນະພາບແມ່ນມີຄວາມສຳຄັນຫຼາຍໃນການ ຈັດຕັ້ງປະຕິບັດຫຼັກສູດໃໝ່ນີ້ໃຫ້ປະສົບຜົນສຳເລັດ. ການຝຶອົບຮົມຄູຝຶກຫຼັກແຫຼ່ງນີ້ຖືວ່າເປັນການຝຶກອົບຮົມຂັ້ນເບື້ອງຕົ້ນທີ່ມີຄວາມສຳຄັນຫຼາຍຕໍ່ກັບການຝຶກໃນຂັ້ນຕໍ່ໄປ ເພື່ອໃຫ້ຄູສອນຂັ້ນ ປ.2 ຮຽນຮູ້ທັກສະ ແລະ ເຕັກນິກຕ່າງໆທີ່ຈຳເປັນ ເພື່ອນຳໄປໃຊ້ຕົວຈິງເວລາຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ນີ້ ແລະ ເພື່ອພັດທະນາການຮຽນຮູ້ຂອງນັກຮຽນ.

ສຳລັບການຝຶກອົບຮົມໃນ 9 ມື້ນີ້, ຊ່ຽວຊານຈາກ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຄູຝຶກຈາກກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົສຕຣາລີ ແລະ ສະຫະພາບເອີຣົບ ​ທີ່ໄດ້ສະໜັບສະໜູນທຶນແກ່ແຜນງານບີຄວາໃນການຈັດຝຶກອົບ

ຮົມຄູຝຶກຫຼັກແຫຼ່ງຈຳນວນ 59 ທ່ານ ກ່ຽວກັບການສອນຂອງຄູ, ວິທີການນຳໃຊ້ກິດຈະກຳ ແລະ ເນື້ອໃນຂອງຫຼັກສູດຂັ້ນປ.2 ສະບັບປັບປຸງໃໝ່ນີ້. ພາຍຫຼັງສຳເລັດການຝຶກອົບຮົມ 9 ມື້ແລ້ວ, ຜູ້ເຂົ້າຮ່ວມທັງໝົດຈະສາມາດນຳເອົາເນື້ອໃນນີ້ໄປຝຶກໃຫ້ແກ່ຄູຝຶກຂັ້ນແຂວງຕໍ່ໄປ ແລະ ຝຶກໃຫ້ແກ່ຄູສອນໃນທົ່ວປະເທດ. ໃນລະຫວ່າງການຝຶກອົບຮົມນີ້, ຜູ້ເຂົ້າຮ່ວມທຸກທ່ານຈະໄດ້ຮັບການຝຶກກ່ຽວກັບເຄື່ອງມືນຳໃຊ້ໃນຫຼັກສູດ ຂັ້ນ ປ.2 ສະບັບປັບປຸງໃໝ່ນີ້, ພ້ອມກັນນີ້ຍັງຈະໄດ້ລົງເລິກເນື້ອໃນລະອຽດ, ມີການທົບ ລອງ ແລະ ວິເຄາະ ກິດຈະກຳທີ່ຈະນຳໄປໃຊ້ໃນຫ້ອງຮຽນຂັ້ນຕ່າງໆ. ເນື້ອໃນການຝຶກອົບຮົມຈະໄດ້ລວມເອົາຜົນໄດ້ຮັບຈາກການຈັດຝຶກອົບຮົມຄູຂັ້ນປ.1 ທີ່ຜ່ານມາ, ນຳສະເໜີພາບລວມຂອງເນື້ອໃນວິຊາໃນຫຼັກສູດຂັ້ນ ປ.2 ວິທີການສອນວິຊາພາສາລາວ ແລະ ເຕັກນິກຕ່າງໆທີ່ນຳໃຊ້ເຂົ້າໃນການຮຽນການສອນ.

ຜູ້ເຂົ້າຮ່ວມທຸກທ່ານຈະໄດ້ຮັບການຝຶກວິທີການນຳໃຊ້ປຶ້ມແບບຮຽນ ແລະ ປຶ້ມອ່ານເສີມ, ການສອນຫ້ອງຄວບ ແລະ ນຳໃຊ້ ວິດີໂອການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເປັນເຄື່ອງມືໃນການຊ່ວຍເຫຼືອເພື່ອເພີ່ມທັກສະຂອງຕົນເອງໃຫ້ດີຂຶ້ນກວ່າເກົ່າ. ຍົກຕົວຢ່າງເຊັ່ນ: ວິທີການຮຽນຮູ້ດ້ວຍຕົນເອງ ແລະ ການຝຶກວິທີການສົ່ງມອບຕໍ່ການຝຶກອົບຮົມນີ້ໄປຫາຄູ. ຄູຝຶກຫຼັກແຫຼ່ງທຸກທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຍັງຈະໄດ້ຮັບຊົມ ວິດີໂອການພັດທະນາຄູ ທີ່ທາງສະຖາບັນຄົ້ນຄວ້າວິທະຍາດສາດການສຶກ ຮ່ວມກັບ ກົມສ້າງຄູ ຜະລິດອອກມາໂດຍໄດ້ຮັບການສະໜັບສະໜູນຈາກແຜນງານບີຄວາ ເພື່ອນຳເອົາໄປເປັນເຄື່ອງມືຊ່ວຍເຫຼືອໃຫ້ແກ່ຄູໃນການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ນີ້. ທັງໝົດນີ້ຈະຊ່ວຍສົ່ງເສີມທັກສະ ແລະ ຄວາມາຮູ້ທີ່ຈຳເປັນໃຫ້ແກ່ຜູ້ຝຶກທຸກໆທ່ານ ເພື່ອຈະນຳເອົາໄປຝຶກຕໍ່ໃຫ້ແກ່ຄູຝຶກຂັ້ນແຂວງຈຳນວນ 599 ທ່ານ ໂດຍທີທັງໝົດນັ້ນຈະນຳເອົາໄປຝຶກຕໍ່ອີກເທື່ອໜຶ່ງໃຫ້ແກ່ ຄູສອນຂັ້ນ ປ.2 ຈຳນວນ 9,843 ທ່ານ ແລະ ຄູສຶກສານິເທດ ຈຳນວນ 561 ໃນຂອບເຂດທົ່ວປະເທດ. ການຈັດຝຶກອົບຮົມຄູຝຶກໃນປີນີ້ແມ່ນຄຳນຶ່ງເຖິງການປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເປັນຫຼັກ. ຄູຝຶກຫຼັກແຫຼ່າງທີ່ເຂົ້າຮ່ວມໃນຄັ້ງທີ່ຈະຖືກແບ່ງອອກເປັນກຸ່ມຍ່ອຍເພື່ອຫຼຸດຈຳນວນຄົນໃນຫ້ອງປະຊຸມ ພ້ອມທັງເພື່ອໃຫ້ແນ່ໃຈວ່າແຕ່ລະທ່ານສາມາດນັ່ງຫ່າງກັນຕາມມາດຕະຖານການຮັກສາໄລຍະຫ່າງທາງສັງຄົມ 2 ແມັດໄດ້ (ຕ່ຳສຸດແມ່ນບໍ່ໃຫ້ຫຼຸດ 1 ແມັດ) ໂດຍທີ່ບໍ່ກະທົບໃສ່ຄຸນນະພາບຂອງການຝຶກອົບຮົມ. ຜູ້ເຂົ້າຮ່ວມທຸກໆຄົນຈະໄດ້ຮັບການວັດແທກອຸນຫະພູມຮ່າງກາຍ, ໃສ່ໜ້າກາກອະນາໄມ, ທີມງານຈະມີການຈັດກຽມນ້ຳຢາລ້າງມື, ສະບູ ແລະ ຜ້າເຊັດມືໄວ້ໃຫ້ທຸກທ່ານກ່ອນເຂົ້າຫ້ອງປະຊຸມໃນແຕ່ລະມື້. ເຊັ່ນດຽວກັນກັບການເຮັດກິດຈະກຳ

ຕ່າງໆໃນລະຫວ່າງການຝຶກ ທຸກໆຄົນແມ່ນຈະຕ້ອງໄດ້ສວມໃສ່ໜ້າກາກອະນາໄມໄວ້ຕະຫຼອດເວລາ ແລະ ມີການຮັກສາໄລຍະຫ່າງຢ່າງສະໝ່ຳສະເໝີ. ສຳລັບການຝຶກອົບຮົມໃນບາງຊ່ວງ, ຜູ້ເຂົ້າຮ່ວມອາດຈະໄດ້ຖືກແບ່ງອອກເປັນກຸ່ມຍ່ອຍລົງໄປຕື່ມອີກ ແລະ ມີການແຍກຫ້ອງເຮັດກິດຈະກຳເພື່ອໃຫ້ໝັ້ນໃຈວ່າມາດຕະການຮັກສາໄລຍະຫ່າງຖືກປະຕິບັດຢ່າງເຄັ່ງຄັດ.
ສຳລັບການຝຶກອົບຮົມໃນຂັ້ນແຂວງ ລະຫວ່າງວັນທີ 22 ເດືອນມິຖຸນາ ຫາ ວັນທີ 12 ກໍລະກົດ ແມ່ນຈະນຳໃຊ້ວິທີການ ແລະ ມາດຕະການດຽວກັນສຳລັບຜູ້ເຂົ້າຮ່ວມ 29 ກຸ່ມຍ່ອຍໃນທົ່ວປະເທດ ເພື່ອຈຳກັດຜູ້ເຂົ້າຮ່ວມໃນຫ້ອງປະຊຸມ ແລະ ຈຳກັດບໍ່ໃຫ້ມີການເດີນທາງຂອງຜູ້ເຂົ້າຮ່ວມຫຼາຍເກີນໄປ. ຈຳນວນຄູຝຶກຂັ້ນແຂວງທີ່ຈະເຂົ້າຮ່ວມຝຶກອົບຮົມແມ່ນເພີ່ມຂຶ້ນ 122 ທ່ານ ຈາກ 477 ທ່ານ ມາເປັນ 599 ທ່ານ ເພື່ອໃຫ້ພຽງພໍສຳລັບການຝຶກອົບຮົມໃຫ້ແກ່ຄູເນື່ອງຈາກວ່າຄູທີ່ເຂົ້າຝຶກຈະຖືກແບ່ງອອກເປັນກຸ່ມຍ່ອຍເຊັ່ນກັນ. ການຝຶກອົບຮົມຄູສອນແມ່ນມີການປ່ຽນແປງວັນທີເພື່ອໃຫ້ສອດຄ້ອງກັບການເປີດຮຽນພາກທີ 2 ສືບເນື່ອງມາຈາກການໂຈະຮຽນຊົ່ວຄາວເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດ.

ສຳລັບການກຳນົດມື້ຝຶກອົບຮົມຄູຂັ້ນປ.2 ແມ່ນຈະກຳນົດເອົາພາຍຫຼັງສຳເລັດການເສັງຈົບຊັ້ນຂອງນັກຮຽນຂັ້ນ ປ.5 ເພື່ອໃຫ້ໝັ້ນໃຈວ່າຄູສາມາດເຂົ້າຮ່ວມຝຶກໄດ້ຢ່າງສະໝ່ຳສະເໝີ (ປະຈຸບັນນີ້ຄາດວ່າວັນທີ 17 ກໍລະກົດ 2020 ຈະສຳເລັດການເສັງຈົບ ຂັ້ນ ປ.5).
ຄູຝຶກຫຼັກແຫຼ່ງທຸກທ່ານທີ່ເຂົ້າຮ່ວມໃນຄັ້ງນີ້ຈະໄດ້ຮັບຂໍ້ມູນຢ່າງລະອຽດກ່ຽວກັບການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນລະຫວ່າງການຝຶກ ແລະ ຜູ້ເຂົ້າຮ່ວມທຸກໆທ່ານຈະໄດ້ຮັບຂໍ້ມູນກ່ຽວກັບ ວິທີການຫຼີກລ່ຽງຈາກເຊື້ອພະຍາດ ໂຄວິດ-19 ໃນລະຫວ່າງການຝຶກ ແລະ ຜູ້ຝຶກຈະອະທິບາຍພ້ອມສາທິດວິທີການປະຕິບັດ ຢ່າງຖືກຕ້ອງ ເພື່ອເປັນຕົວຢ່າງ ແລະ ຈະ ມີການຢ້ຳຄືນຢູ່ເລື້ອຍໆໃນລະຫວ່າງການຝຶກ. ຈຸດປະສົງແມ່ນເພື່ອໃຫ້ຄູໄດ້ເຂົ້າໃຈວິທີການປະຕິບັດຢ່າງຈະແຈ້ງ ແລະ ສົ່ງເສີມມາດ ຕະການ ການປ້ອງກັນເຊື້ອພະຍາດໂຄວິດ-19 ເພື່ອນຳໄປເຜີຍແຜ່ໃຫ້ນັກຮຽນໃນຫ້ອງຮຽນເຂົາເຈົ້າ. ການຝຶກອົບຮົມຄູຝຶກຫຼັກແຫຼ່ງນີ້ ຖືວ່າເປັນການຝຶກອົບຮົມຂັ້ນເບື້ອງຕົ້ນທີ່ມີຄວາມສຳຄັນຫຼາຍຕໍ່ກັບການຝຶກໃນຂັ້ນຕໍ່ໄປ ເພື່ອໃຫ້ຄູສອນຂັ້ນ ປ.2 ຮຽນຮູ້ທັກສະ ແລະ ເຕັກນິກຕ່າງໆທີ່ຈຳເປັນ ເພື່ອນຳໄປໃຊ້ຕົວຈິງເວລາຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ ສົກປີໜ້າໃນເດືອນກັນຍາທີ່ຈະມາເຖິງນີ້.