Menu

ອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄລຍະທີ 2 ຈະໃຫ້ການສະໜັບສະໜູນກະຊວງສຶກສາ ແລະກິລາ ຕື່ມອີກ ໃນວຽກງານການພັດທະນາ ແລະ ຝຶກອົບຮົມວິຊາຊີບຄູ.

Matching roles and responsibilities of TTC, DESB and IPS

Participants of Continuing Professional Development Workshop in Khang Kai

Participants of Continuing Professional Development Workshop in Luang Namtha

Participants of Continuing Professional Development Workshop in Savannakhet

TTC Lecturers present their expectations for Continuing Professional Development

ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໂດຍຜ່ານ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ), ໄດ້ເລີ່ມໃຫ້ຄຳໝັ້ນສັນຍາໃນການພັດທະນາຄວາມອາດສາມາດດ້ານວຽກງານການພັດທະນາວິຊາຊີບຢ່າງຄູແບບຕໍ່ເນື່ອງ (CPD) ໃນ ສປປ ລາວ. ເປົ້າໝາຍແມ່ນເພື່ອປັບປຸງການຮຽນ-ການສອນໃນບັນດາໂຮງຮຽນຂັ້ນປະຖົມສຶກສາ.

ການສຳມະນາຄັ້ງທຳອິດ ແມ່ນໄດ້ຈັດຂຶ້ນທີ່ ວິທະຍາໄລຄູແຂວງສະຫວັນນະເຂດ ເຊິ່ງໄດ້ດຳເນີນເປັນເວລາ 9 ວັນ ແລະ ມີຜູ້ເຂົ້າຮ່ວມເຖິງ 70 ກວ່າຄົນ ໃນກາງເດືອນ ມັງກອນ ທີ່ ຜ່ານມາ. ການສໍາມະນາຄັ້ງທີ່ 2 ແມ່ນໄດ້ຈັດຂຶ້ນອາທິດທີ່ຜ່ານມາ ທີ່ວິທະຍາໄລຄຄູຫຼວງນຳ້ທາ ແລະ ການສຳມະນາຄັ້ງທີ່ 3 ແມ່ນໄດ້ຈັດຂຶ້ນໃນລະຫວ່າງອາທິດນີ້ ທີ່ວິທະຍາໄລຄູຄັງໄຂ, ແຂວງຊຽງຂວາງ.

ຈຸດປະສົງຫຼັກຂອງການຝຶກອົບຮົມແມ່ນເພື່ອຄູຈາກວິທະຍາໄລຄູ ກ່ຽວກັບວິທີການໃຫ້ການຊ່ວຍເຫຼືອພະນັກງານນະເທດພາຍໃນ. ພະນັກງານນິເທດພາຍໃນ ແມ່ນຕໍາແຫນ່ງໃຫມ່ ແລະ ຈະປະຈຳຢູ່ໃນໂຮງຮຽນ. ຄູສອນຈາກວິທະຍາໄລຄູ ຈະຮັບຜິດຊອບການຝຶກອົບຮົມ ແລະ ສະຫນັບສະຫນູນພະນັກງານພະນັກງານນິເທດພາຍໃນ. ຈາກນັ້ນ, ພະນັກງານນິເທດພາຍໃນ ຈະມີໜ້າທີ່ສົ່ງເສີມວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ຄູສອນໃນໂຮງຮຽນເຂດຮັບຜິດຊອບຂອງຕົນ ແລະ ໃກ້ຄຽງ.
ຫົວຂໍ້ສໍາລັບການຝຶກອົບຮົມຄັ້ງນີ້ປະກອບມີ: ການເສີມຂະຫຍາຍຄວາມສາມາດດ້ານວິຊາການຂອງຄູໃນວິທະຍາໄລຄູ; ຮັບຟັງຜົນການເກັບກຳຂໍ້ມູນທາງດ້ານຄຸນນະພາບກ່ຽວກັບແນວຄວາມຄິດຂອງຜູ້ມີສ່ວນຮ່ວມໃນຂັ້ນທ້ອງຖິ່ນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ; ການວາງແຜນ, ວາງງົບປະມານ, ການຝຶກອົບຮົມ ແລະ ການປະເມີນຜົນໃນອະນາຄົດ ໃຫ້ແກ່ພະນັກງານຂອງຂະແໜງສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ.

ໃນວາລະສຳມະນາທີ່ແຂວງສະຫວັນນະເຂດ, ທ່ານ ນາງ ວົງເດືອນ ໄອໂສ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ພວກເຮົາຄາດຫວັງວ່າ ບັນດາບົດຮຽນທີ່ພວກເຮົາໄດ້ຮຽນຮູ້ຮ່ວມກັນຈະຊ່ວຍເປັນຂໍ້ຄວາມທີ່ສໍາຄັນຕໍ່ບັນດາແຂວງອື່ນໆ ແລະ ວິທະຍາໄລຄູແຫ່ງອື່ນໃນລາວ ເພື່ອເລີ່ມຕົ້ນການສ້າງຄວາມເຂັ້ມແຂງດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສໍາລັບຄູສອນຂັ້ນນປະຖົມ.”

ເພື່ອສ້າງຄວາມເຂັ້ມແຂງດ້ານຄວາມອາດສາມາດໃຫ້ແກ່ຄູທີ່ວິທະຍາໄລຄູ ສະນັ້ນ ຕ້ອງມີຝຶກອົບຮົບຮົມທັກສະທີ່ຈຳເປັນໃຫ້ແກ່ ພະນັກງານນິເທດພາຍໃນ. ກອງປະຊຸມແບບດຽວກັນນີ້ ກໍ່ຍັງຈະໄດ້ຈັດຂຶ້ນຕື່ມຈັດອີກໃນເດືອນ ພຶດສະພາ. ຄູຝຶກຈາກວິທະຍາໄລຄູຈະໄດ້ຮຽນຮູ້ ແລະ ຝຶກຊ້ອມທັກສະທີ່ຈະໄດ້ນຳໃຊ້ໃນການຝຶກທັກສະໃຫ້ແກ່ພະນັກງານນິເທດພາຍໃນ. ຈາກນັ້ນ, ພະນັກງານນິເທດພາຍໃນ ຈະໄດ້ເຂົ້າຮ່ວມການຝຶກອົບຮົມໃນໄລຍະພັກພາກຮຽນກ່ອນທີ່ຈະໄດ້ຝຶກອົບຮົມໃຫ້ແກ່ບັນດາຄູໃນຂົງເຂດຂອງຕົນ ເພື່ອໃຫ້ປະກອບສ່ວນໃນກິດຈະກຳຕ່າງໆເພື່ອຝຶກຝົນວິຊາຄູຂອງຕົນ. ຈຸດສຸມອັນສຳຄັນໃນວຽກງານນີ້ ແມ່ນເພື່ອຊ່ວຍເຫຼືອບັນດາໃຫ້ພັດທະນາດ້ານຄຸນນພາບການສອນເພື່ອເພີ່ມອັດຕາການຮູ້ໜັງສື ແລະ ການຄິດໄລ່ເລກເປັນຂອງນັກຮຽນໃຫ້ໄດ້ຫລາຍຂຶ້ນ.

ທ່ານຜູ້ອຳນວຍການຂອງທັງ 3 ວິທະຍາໄລຄູ ໄດ້ຊຸກຍູ້ໃຫ້ບັນດານັກສຳມະນາກອນເຂົ້າຮ່ວມຢ່າງຕັ້ງ ໜ້າໃນການຝຶກອົບຮົມຄັ້ງນີ້ ແລະ ພະຍາຍາມແລກປ່ຽນຄວາມຮູ້ກັບບັນດາຊ່ຽວຊານວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອກະກຽມໃຫ້ແກ່ການຊ່ວຍເຫຼືອການສອນພາຍໃນໂຮງຮຽນໃນທ້ອງຖິ່ນຂອງຕົນ. ການຝຶກອົບຮົມໄລຍະຫນຶ່ງອາທິດນີ້ ແມ່ນມີຄວາມສໍາຄັນຕໍ່ກັບອາຈານຂອງວິທະຍາໄລຄູທຸກທ່ານ ເພາະຈະໄດ້ຮຽນຮູ້ທັກສະທີ່ພວກເຂົາຈະສາມາດນໍາໃຊ້ໄດ້ໃນເວລາທີ່ໃຫ້ການຊ່ວຍເຫຼືອແກ່ຄູໃນຊຸມຊົນທ້ອງຖິ່ນ. ຜົນໄດ້ຮັບທີ່ຫນ້າປະທັບໃຈ ແມ່ນຈະເຮັດໃຫ້ບັນດາຄູສອນໃນໂຮງຮຽນມີຄວາມຮູ້ສຶກຫມັ້ນໃຈກັບການສອນຂອງຫຼັກສູດໃຫມ່ ແລະ ສືບຕໍ່ປັບປຸງທັກສະຂອງພວກເຂົາຕະຫຼອດສົກຮຽນ.

ອີງຕາມຜົນການເກັບກຳຂໍ້ມູນທາງດ້ານຄຸນນະພາບກ່ຽວກັບແນວຄວາມຄິດຂອງຜູ້ມີສ່ວນຮ່ວມຂັ້ນທ້ອງຖິ່ນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຊີ້ໃຫ້ເຫັນວ່າ ຄູຢາກໃຫ້ສົ່ງເສີມດ້ານຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ໂດຍສະເພາະໃນຂົງເຂດເມືອງເປົ້າໝາຍຂອງແຜນງານບີຄວາໄລຍະທີ່ 2. ແຜນງານບີຄວາ ແລະ ກະຊວງສຶກສາທີ່ການ ແລະ ກິລາ ໄດ້ພົບວ່າ ເຫດຜົນທີ່ຄູຢາກມີສ່ວນຮ່ວມໃນວຽກງານການພັດທນາວິຊາຊີບແບບຕໍ່ເນື່ອງແມ່ນມີຄື: ເພື່ອປັບປຸງຄຸນນະພາບການສອນ ແລະ ຜົນການຮຽນຂອງເດັກທີ່ດີຂຶ້ນ; ເພື່ອເຂົ້າໃຈວີທີການຮຽນຮູ້ຂອງນັກຮຽນ ແລະ ພັດທະນາຄວາມຮູ້ຂອງພວກເຂົາໃນລາຍວິຊາ; ຕ້ອງການໃຫ້ສະໜັບສະໜູນຄວາມຮູ້ວຽກງານສົ່ງເສີມບົດບາດຍິງຊາຍ ແລະ ການສຶກສາຮຽນຮ່ວມເພື່ອປະກອບເຂົ້າໃນການສອນຂອງພວກເຂົາ, ການໄດ້ຮັບຄໍາແນະນໍາແບບບຸກຄົນ ຫຼື ການສອນຮ່ວມກັນ ແລະ ການເຮັດກິດຈະກໍາຢູ່ໃນກຸ່ມໂຮງຮຽນເພື່ອໃຫ້ຄູູສາມາດແລກປ່ຽນບົດຮຽນລະຫວ່າງກັນ.