ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (BEQUAL), ໄດ້ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ພ້ອມທັງປັປປຸງຊຸດອຸປະກອນສື່ການຮຽນການສອນໃຫ້ຄູ ແລະ ນັກຮຽນ. ໃນແຕ່ລະປີ, ຊຸດປຶ້ມແບບຮຽນ ຂອງຂັ້ນຮຽນໜຶ່ງໆ ຈະໄດ້ຮັບການປັບປຸງ ເພື່ອແຈກຢາກໃຫ້ນັກຮຽນທົ່ວປະເທດ, ຊຶ່ງປຶ້ມແບບຮຽນດັ່ງກ່າວ ໄດ້ເພີ້ມສີສັນ ແລະ ຮູບພາບທີ່ຫຼາກຫຼາຍ ເພື່ອເຮັດໃຫ້ນັກຮຽນໄດ້ຮຽນໂດຍຜ່ານກິດຈະກຳຕ່າງໆຢ່າງມ່ວນຊື່ນ. ນອກຈາກນີ້ ຊຸດປຶ້ມແບບຮຽນ ຍັງໄດ້ອອກແບບໃຫ້ມີຄວາມໜ້າສົນໃຈ ເພື່ອດຶງດູດໃຫ້ນັກຮຽນໄດ້ມີສ່ວນຮ່ວມຫຼາຍຂຶ້ນ. ສໍາລັບນັກຮຽນຂັ້ນ ປ.1 ແລະ ຂັ້ນ ປ.2, ພວກເຂົາໄດ້ຮັບຊຸດປຶ້ມແບບຮຽນໃໝ່ແຕ່ເດືອນ ກັນຍາ 2019 ແລະ 2020. ໃນເດືອນ ກັນຍາ 2021 ນັກຮຽນຂັ້ນ ປ.3 ທຸກຄົນ ຈະໄດ້ຮັບຊຸດປຶ້ມແບບຮຽນຄື: ວິຊາພາສາລາວ, ພາສາອັງກິດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ.
ນັກຮຽນທຸກຄົນ ຈະໄດ້ຖືກຊຸກຍູ້ໃຫ້ນຳເອົາປຶ້ມແບບຮຽນກັບບ້ານ ເພື່ອໃຫ້ພວກເຂົາໄດ້ຮຽນອ່ານ, ເຮັດວຽກບ້ານ ແລະ ແລກປ່ຽນສິ່ງທີ່ພວກເຂົາໄດ້ຮຽນມາກັບພໍ່ແມ່ຂອງພວກເຂົາເຈົ້າ; ຊຶ່ງຈະໄດ້ສະທ້ອນໃຫ້ເຫັນວິທີການຮຽນການສອນແບບໃໝ່ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ.
ໃນທ້າຍສົກຮຽນ, ນັກຮຽນທຸກຄົນຕ້ອງໄດ້ນຳປຶ້ມແບບຮຽນຂອງພວກເຂົາໄປສົ່ງຄືນໃຫ້ໂຮງຮຽນ ຊຶ່ງປຶ້ມແບບຮຽນຕ້ອງຢູ່ໃນສະພາບດີ ແລະ ມີສີສັນໜ້າສົນໃຈຢາກຮຽນ ເພື່ອເກັບໄວ້ໃຫ້ນັກຮຽນລຸ້ນນ້ອງນໍາໃຊ້ໃນປີຕໍ່ໄປ.
ແຕ່ຈາກການລົງຕິດຕາມຜ່ານມາ ໄດ້ສະແດງໃຫ້ເຫັນວ່າການຮັກສາປຶ້ມແບບຮຽນຍັງເປັນບັນຫາ ເນື່ອງຈາກວ່າປຶ້ມແບບຮຽນສ່ວນຫຼາຍ ມີສະພາບຖືກຈີກຂາດ ແລະ ບາງໜ້າກໍ່ເປື້ອນເປິ ເພາະວ່າພວກເຂົາບໍ່ໄດ້ຫໍ່ປຶ້ມເພື່ອປ້ອງກັນນຳ້ ແລະ ຂີ້ຝຸ່ນ. ປຶ້ມແບບຮຽນຫຼາຍຫົວ ກໍສູນເສຍໄປ ແລະ ບໍ່ໄດ້ມີການປ່ຽນແທນ ຈຶ່ງເຮັດໃຫ້ຄູບໍ່ຢາກໃຫ້ນັກຮຽນເອົາປຶ້ມກັບບ້ານ.
ເພື່ອແກ້ໄຂບັນຫາເຫຼົ່ານັ້ນ ແລະ ເພື່ອສົ່ງເສີມໃຫ້ຮູ້ຈັກວິທີການຮັກສາປຶ້ມແບບຮຽນ, ກະຊວງສຶກສາທິການ ແລະ ກິລາ ໂດຍການໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (BEQUAL), ຈຶ່ງໄດ້ພັດທະນາສື່ໂຄສະນາເຜີຍແຜ່ທາງໂທລະພາບ, ວິທະຍຸ ແລະ ໂທລະໂຄ່ງ, ຊຶ່ງສື່ໂຄສະນາດັ່ງກ່າວ ແມ່ນໄດ້ອອກແບບໂດຍເນັ້ນໃສ່ພໍ່ແມ່ ແລະ ຜູ້ປົກຄອງເດັກ. ຂ່າວໂຄສະນາທາງໂທລະພາບ ກ່ຽວກັບສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດ ສຳລັບວິທີການຮັກສາປຶ້ມແບບຮຽນ ໄດ້ຜະລິດ ແລະ ເຜີຍແຜ່ໄປແລ້ວທາງໂທລະພາບຊ່ອງ ສຶກສາທິການ ແລະ ກິລາ ອອນລາຍ? (Education and Sports TV), ຊ່ອງ 8 ທາງ ESTV. ສ່ວນໂປສະເຕີ ກ່ຽວກັບວິທີການຮັກສາປຶ້ມແບບຮຽນ ແມ່ນໄດ້ແຈກຢາກໃຫ້ແກ່ບັນດາໂຮງຮຽນທົ່ວປະເທດ ເພື່ອ ຕິດໄວ້ຕາມໝູ່ບ້ານ ຫຼື ສະຖານທີ່ທີ່ຄົນກາຍໄປມາສາມາດເຫັນໄດ້ງ່າຍ. ໃນອາທິດຜ່ານມາ, ສູນໂຄສະນາຂ່າວສານການສຶກສາທິການ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຖ່າຍທຳວິດີໂອ ຊຶ່ງເປັນພາກທີສອງຂອງແຜນໂຄສະນາ ໂດຍເນັ້ນໃສ່ການສົ່ງຄືນປຶ້ມແບບຮຽນ ພ້ອມທັງຢໍ້າເຕືອນໃຫ້ພໍ່ແມ່ ຊ່ວຍຊຸກຍູ້ໃຫ້ລູກຫຼານຂອງພວກເຂົາຮູ້ຈັກວິທີການຮັກສາປຶ້ມແບບຮຽນ. ຂ່າວໂຄສະນາຜ່ານທາງໂທລະພາບໃໝ່ນີ້ ຈະໄດ້ເຜີຍແຜ່ໃນເດືອນ ເມສາ ຫາ ພຶດສະພາ ກ່ອນຈະປິດສົກຮຽນ. ສ່ວນຂ່າວໂຄສະນາຜ່ານທາງວິທະຍຸ ແລະ ໂທລະໂຄ່ງ ກໍຈະໄດ້ເຜີຍແຜ່ໃນເວລາດຽວກັນ ເຊີ່ງທັງໝົດນີ້ ຍັງຢູ່ໃນຂັ້ນຕອນຜະລິດຈະສຳເລັດໃນໄວໆນີ້ ເພື່ອຮັບປະກັນວ່າທຸກຄົນຈະໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບວິທີການຮັກສາປຶ້ມແບບຮຽນ ແລະ ການສົ່ງປຶ້ມຄືນ.
ການໂຄສະນະເຜີຍແຜ່ນີ້ ຄາດຫວັງໃຫ້ພໍ່ແມ່ຂອງນັກຮຽນ ແລະ ນັກຮຽນ ເພີ່ມຄວາມຮັບຜິດຊອບໃນການຮັກສາປຶ້ມແບບຮຽນ ເພື່ອເຮັດໃຫ້ປຶ້ມຢູ່ໃນສະພາບດີ ເພື່ອໃຫ້ນັກຮຽນລຸ້ນນ້ອງໄດ້ສືບຕໍ່ນຳໃຊ້ໃນປີຕໍ່ໄປ.