Menu

ສື່ການຮຽນການສອນ ປີທີ 3 ສະບັບປັບປຸງໃໝ່ ໄດ້ແຈກຢາຍໃຫ້ໂຮງຮຽນແຕ່ລະແຫ່ງ ພ້ອມທັງການຝຶກອົບຮົມໃຫ້ຄູສອນ, ສ່ວນຫຼັກສູດຊັ້ນປະຖົມສຶກສາ ປີທີ 4 ແມ່ນກຳລັງຢູ່ໃນຂັ້ນຕອນການພັດທະນາ, ແຕ່ກໍຍັງມີຄວາມກັງວົນວ່າໂຮງຮຽນຫລາຍແຫ່ງຍັງຕ້ອງໄດ້ປິດການຮຽນການສອນຢູ່.

31 10 Participants joined online from all Ministry line departments, PESS and TTC

31 10 Participants joined online from all Ministry line departments, PESS and TTC

21 10 Opening of Technical Meeting by Dr Bounpanh, Director General of Department of Planning, MoES

21 10 Opening of Technical Meeting by Dr Bounpanh, Director General of Department of Planning, MoES

21 10 Anna Dyason, first secretary, Australian Embassy congratulating Ministry on progress despite COVID-19 challenges

21 10 Anna Dyason, first secretary, Australian Embassy congratulating Ministry on progress despite COVID-19 challenges

90 % of Grade 3 teachers have been trained on the new curriculum - Training followed COVID-19 prevention measures

90 % of Grade 3 teachers have been trained on the new curriculum - Training followed COVID-19 prevention measures

ກອງປະຊຸມວິຊາການຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (BEQUAL) ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ, ສິ່ງທ້າທາຍ ແລະ ການດໍາເນີນກິດຈະກໍາຕ່າງໆໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຄັ້ງວັນທີ 13 ເດືອນ ຕຸລາ ໂດຍການເປັນປະທານຂອງທ່ານ ປອ. ບຸນປັນ ໄຊມູນຕຣີ, ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ແລະ ປະທານຮ່ວມທ່ານນາງ ອານ່າ ໄດສັນ, ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ.

ກອງປະຊຸມ ໄດ້ດໍາເນີນໃນຮູບແບບທາງໄກຢ່າງເຕັມຮູບແບບ ທັງນີ້ກໍເພື່ອປະຕິບັດຕາມມາດຕະການການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າ 75 ທ່ານຈາກກົມກອງອ້ອມຂ້າງກະຊວງ ສສກ, ພະແນກສຶກສາທິການ ແລະ ກິລາແຂວງ 18 ແຂວງ, ວິທະຍາໄລຄູ 8 ແຫ່ງ, ສະຖານບັນ ແລະ ສູນການສຶກສາ ແລະ ຄະນະທີມງານຈາກແຜນງານບີຄວາ ເພື່ອແລກປ່ຽນບົດຮຽນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານຂອງພາກສ່ວນຂອງຕົນ.
ນອກນີ້, ປະທານ ແລະ ປະທານຮ່ວມຂອງກອງປະຊຸມ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບບັນດາຜູ້ເຂົ້າຮ່ວມທັງໝົດ ທີ່ມີຄວາມມຸ້ງໝັ້ນ ແລະ ຄວາມຕັ້ງໃຈໃນການດຳເນີນທຸກວຽກງານເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໂດຍຜ່ານວິກິດຄວາມຫຍຸ້ງຍາກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19.

ທ່ານ ປອ ບຸນປັນ ໄຊມູນຕຣີ ໄດ້ໃຫ້ຄໍາເຫັນວ່າ: “ເຖິງວ່າຈະມີສິ່ງທ້າທາຍໃນໄລຍະວິກິດການຂອງການລະບາດຂອງພະຍາດໂຄວິດ 19, ແຕ່ທຸກໆຄົນໄດ້ເຮັດວຽກຢ່າງຂຸ້ນຂ້ຽວເພື່ອຊອກຫາວິທີແກ້ໄຂ ແລະ ຜ່ານຜ່າວິກິດດັ່ງກ່າວໄດ້. ສົກຮຽນໄດ້ເປີດຢ່າງເປັນທາງການ ຊຶ່ງນັ້ນກໍໝາຍຄວາມວ່າອຸປະກອນຫຼັກສູດຊັ້ນປະຖົມສຶກສາ ປີທີ 3 ສະບັບປັບປຸງໃໝ່, ສື່ການຮຽນການສອນ ໄດ້ຈັດສົ່ງແຈກຢາຍໄປເຖິງໂຮງຮຽນ ແລະ ຄູສອນຈໍານວນ ຫຼາຍກວ່າ 90% ໄດ້ຮັບການຝຶກອົບຮົມວິທີການຮຽນການສອນແບບໃໝ່ແລ້ວ. ນອກຈາກນີ້, ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງກະຊວງການຕ່າງປະເທດ ແລະ ການຄ້າ ປະເທດອົດສະຕຣາລີ ປະຈຳ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຂະແໜງສາທາລະນະສຸກ ສຳລັບແຜນວຽກການສັກຢາປ້ອງກັນພະຍາດ ແລະ ສ້າງຄວາມອາດສາມາດໃຫ້ກັບລັດຖະບານ ສປປ ລາວ ໃນການຕອບໂຕ້ຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ 19 ເພື່ອສາມາດເຮັດໃຫ້ມາດຕະການການຈໍາກັດການເດີນທາງສັນຈອນ (ລັອກດາວ) ຜ່ອນຄາຍລົງ.

ທ່ານ ນາງ ອານ່າ ໄດສັນ ໄດ້ກ່າວຍ້ອງຍໍ ແລະ ຊົມເຊີຍຕໍ່ກັບຄວາມທຸ້ມເທ ແລະ ເຮັດວຽກຢ່າງຂຸ້ນຂ້ຽວຂອງທຸກພາກສ່ວນວ່າ: “ກ່ອນອື່ນໝົດ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍ ແລະ ຊົມເຊີຍມາຍັງທີມງານຂອງກະຊວງສຶກສາທິການ ແລະ ກິລາ ໃນທົ່ວທຸກຂັ້ນ ແລະ ທີມງານຂອງແຜນງານບີຄວາ ທີ່ໄດ້ທຸມເທຄວາມສາມາດ ແລະ ຊອກຫາທຸກວິທີທາງໃນການປັບປ່ຽນການເຮັດວຽກໄດ້ຢ່າງໄວວາໃນໄລຍະຜ່ານມາຕໍ່ກັບແຜນການຈັດຕັ້ງປະຕິບັດຂອງແຜນງານເພື່ອຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19. ຄວາມມຸ້ງໝັ້ນ ແລະ ຄວາມຕັ້ງໃຈຂອງທ່ານ ເປັນການຢັ້ງຢືນວ່າແຜນກິດຈະກໍາ ໄດ້ບັນລຸຕາມເປົ້າໝາຍຕາມທີ່ວາງໄວ້.”

ເຖິງແມ່ນວ່າຈະມີການຈໍາກັດການເດີນທາງສັນຈອນກໍຕາມ ແຕ່ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ສາມາດໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໄດ້ສໍາເລັດການຈັດພິມ ແລະ ແຈກຢາຍສື່ການຮຽນການສອນສຳລັບປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ປີທີ 3 ຈຳນວນ 612,600 ຫົວ ແລະ ແຈກຢາຍໃຫ້ທຸກເມືອງກ່ອນເປີດສົກຮຽນ, ຈັດຝຶກອົບຮົມຄູໃຫ້ແກ່ຄູຝຶກ ຈຳນວນ 663 ທ່ານ ແລະ ຈັດຝຶກອົບຮົມຄູສອນຂັ້ນ ປ.3 ແບບໜ້າເຊີ່ງໜ້າ ຈຳນວນ 9,645 ທ່ານ ແລະ ຈັດຝຶກອົບຮົມຄູສຶກສານິເທດຈຳນວນ 366 ທ່ານ ໄດ້ເກືອບໝົດທຸກແຂວງຕາມແຜນທີ່ວາງໄວ້ ພ້ອມກັບການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19, ພ້ອມທັງສືບຕໍ່ພັດທະນາຫຼັກສູດຊັ້ນປະຖົມສຶກສາ ປີທີ 4 ແລະ ເປີດນໍາໃຊ້ຫຼັກສູດສ້າງຄູຢູ່ໃນວິທະຍາໄລຄູທຸກແຫ່ງ.

ນອກຈາກນີ້ ຄວາມມຸ້ງໝັ້ນ ແລະ ຄວາມຄືບໜ້າຂອງແຜນງານກໍຄືການນໍາເອົາວຽກງານສົ່ງເສີມບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ມາເປັນອີກວຽກງານໜຶ່ງທີ່ສຳຄັນ ຊຶ່ງໄດ້ມີການເນັ້ນໜັກເປັນສະເພາະຄື: ການນໍາສະເໜີພາບລັກວຽກງານການສົ່ງເສີມດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ໃນສື່ການຮຽນການສອນ, ຄູ່ມືຄຳແນະນຳພາກປະຕິບັດໃນການຝຶກອົບຮົມ ແລະ ກິດຈະກຳຕ່າງໆ, ການຈັດຝຶກອົບຮົມຮ່ວມກັບທີມງານສື່ສານຂອງກະຊວງ ສສກ ກ່ຽວກັບການສົ່ງເສີມດ້ານບົດບາດຍິງ -ຊາຍ ແລະ ການສຶກສາຮຽນຮ່ວມ, ແລະ ວິດີໂອສຳລັບການພັດທະນາຄູທີ່ເພີ່ມພາສາມືເຂົ້າໃນວິດີໂອ. ນອກນີ້ ຍັງມີການທົດລອງນະວະຕະກໍາ ຫຼາຍອັນແກ້ໄຂສິ່ງທີ່ເປັນອຸປະສັກຕໍ່ກັບວຽກງານການສົ່ງເສີມດ້ານບົດບາດຍິງ -ຊາຍ ແລະ ການສຶກສາຮຽນຮ່ວມ ເຊັ່ນ: ໂຄງການທົດລອງຝຶກເວົ້າພາສາລາວ ສໍາລັບເດັກທີ່ບໍ່ເວົ້າພາສາລາວຢູ່ເຮືອນ, ໂຄງການທົດລອງການຮຽນການສອນແບບປະສົມປະສານ ໂດຍຜ່ານການຝຶກອົບຮົມຮູບແບບອອນລາຍ ສໍາລັບຜູ້ເຂົ້າຮ່ວມທີ່ຢູ່ເຂດຫ່າງໄກຊອກຫຼີກ ຫຼື ການສ້າງວິດິໂອສາລະຄະດີຄູຕົວແບບຊຶ່ງເປັນການນໍາສະເໜີ ແລະ ຖ່າຍທອດຜົນສໍາເລັດການຮຽນການສອນໃນການສຶກສາຮຽນຮ່ວມ.

ຜ່ານກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ສະແດງຄວາມຄິດເຫັນວ່າບັນຫາສິ່ງທ້າທາຍອັນທີ່ໃຫຍ່ຫຼວງຂອງການການແຜ່ລະບາດຂອງພະຍາດໂຄວິດ 19 ແມ່ນເຮັດໃຫ້ໂຮງຮຽນຫຼາຍແຫ່ງໄດ້ປິດເປັນເວລາດົນ. ນອກນີ້ ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນຫ່ວງໃຍຕໍ່ການລືມບົດຮຽນ ແລະ ການເຂົ້າເຖິງທາງເລືອກການຮຽນໃນຮູບແບບທາງໄກ ແລະ ທາງອອນລາຍ ໄດ້ຢ່າງທົ່ວເຖິງ. ຜູ້ເຂົ້າຮ່ວມຈາກພະແນກສຶກສາທິການ ແລະ ກິລາແຂວງ ຕ່າງໆກໍໄດ້ໃຫ້ຄໍາເຫັນວ່າ ພໍ່ແມ່ນັກຮຽນ ຍັງບໍ່ລົງທະບຽນການເຂົ້າຮຽນໃຫ້ລູກຫຼານຂອງຕົນ ແລະ ມີຄວາມກັງວົນວ່ານັກຮຽນຫຼາຍຄົນຈະອອກໂຮງຮຽນຢ່າງຖາວອນ ຖ້າຫາກບໍ່ມີການເປີດການຮຽນການສອນແບບເຊິ່ງໜ້າຄືນໃນໃກ້ໆນີ້. ນອກນີ້ ຍັງມີຄວາມຫຍຸ້ງຍາກທາງດ້ານການເສື່ອຕໍ່ອິນເຕີເນັດ, ຄວາມສາມາດນໍາໃຊ້ການໃຫ້ການບໍລິການທາງອອນລາຍ, ການຂາດອຸປະກອນໃນການເຊື່ອມຕໍ່ ຫຼື ຍ້ອນພໍ່ແມ່ຂອງນັກຮຽນບໍ່ຮູ້ວິທີຊ່ວຍເຫຼືອລູກຫຼານຂອງຕົນເອງເຂົ້າຮຽນອອນລາຍ ກໍ່ໃຫ້ເກີດສິ່ງທ້າທາຍສໍາລັບການຮຽນການສອນໃນຮຸບແບບອອນລາຍສຳລັບເດັກນ້ອຍທີ່ຮຽນໃນຊັ້ນປະຖົມສຶກສາເປັນສ່ວນຫຼາຍ. ບັນດາເດັກດ້ອນໂອກາດໃນເຂດຫ່າງໄກສອກຫຼີກ ແລະ ເຂດຊົນນະບົດ, ເດັກເພດຍິງ, ແລະ ເດັກທີ່ມີຄວາມພິການແມ່ນໄດ້ຮັບຜົນກະທົບຫຼາຍກວ່າເດັກກຸ່ມອື່ນ. ທ່ານ ປອ ບຸນປັນ ຍັງໄດ້ກ່າວຕື່ມອີກວ່າ: “ຖ້າເປັນໄປໄດ້ ການຮຽນການສອນແບບໜ້າເຊີ່ງໜ້າ ເປັນທາງເລືອກທີ່ດີທີ່ສຸດ ແຕ່ພວກເຮົາທຸກຄົນກໍຫວັງວ່າ ສະຖານະການທີ່ຍັງບໍ່ສາມາດເປີດການຮຽນການສອນໄດ້, ຄູສອນຈະສາມາດເປີດການຮຽນການສອນໃນຮູບແບບອອນລາຍແມ່ນເປັນທາງເລືອກໜຶ່ງໃນເຂດຫ່າງໄກຊອກຫຼີກ ເພື່ອຊ່ວຍໃຫ້ນັກຮຽນຂອງພວກເຂົາ.”

ໃນຕອນທ້າຍຂອງກອງປະຊຸມ, ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຮອງເອົາແຜນງານການຈັດຕັ້ງປະຕິບັດຂອງໄລະຍະເດືອນທີ່ຍັງເຫຼືອ ຂອງໄລຍະທີ 1 ຂອງແຜນງານບີຄວາ ຈົນຮອດວັນທີ 30 ເດືອນ ມີຖຸນາ 2022. ທ່ານ ປອ ບຸນປັນ ໄດ້ກ່າວປິດກອງປະຊຸມໃນຄັ້ງນີ້ວ່າ: “ແຜນງານບີຄວາ ໄລຍະທີ 1 ແມ່ນຈະຮອດວັນທີ 30 ເດືອນ ມີຖຸນາ 2022 ແລະ ເຫັນວ່າມີຫຼັກຖານໃນທາງບວກຫຼາຍອັນທີ່ພວກເຮົາໄດ້ໄດປະຕິບັດຮ່ວມກັນເພື່ອປັບປຸງອຸປະກອນຫຼັກສູດ ແລະ ການຮຽນການສອນ ໄດ້ປະສົບຜົນສໍາເລັດ. ສິ່ງນີ້ເປັນເວລາອັນສໍາຄັນເພື່ອນໍາມາສົນທະນາກ່ຽວກັບສິ່ງທີ່ຖອດຖອນໄດ້ຈາກ ການຈັດຕັ້ງປະຕິບັດວຽກງານໃນໄລຍະທີ 1 ນີ້ ສະນັ້ນການສ້າງແຜນວຽກງານໄລຍະທີ 2 ແມ່ນອີງໃສ່ຜົນສຳເລັດຂອງພວກເຮົາ ແລະ ວິທີການແກ້ໄຂ ບັນຫາທ້າທາຍທີ່ພວກເຮົາໄດ້ປະເຊີນມາ.”