ນ. ມີນາມັກແຕ້ມຮູບ, ແຕ່ວ່າລາວເປັນຄົນທີ່ແຕ້ມບໍ່ເກັ່ງ. ມາຟັງ ນ. ສອນດາລາ ສີຫາວົງ ເລົ່າເລື່ອງວ່າ ນ. ມີນາ ກາຍເປັນນັກສິນລະປະທີ່ມີຄວາມຄິດສ້າງສັນໄດ້ຄືແນວໃດ.
ຢູ່ບ້ານປ່າຜາສຸກ, ປີນີ້ແມ່ນປີທີ່ເຕັມໄປດ້ວຍປະສົບການໃໝ່ໆ ແລະ ການຮຽນຮູ້ຂອງໂຕກາຕູນທີ່ຮຽນຢູ່ຂັ້ນ ປ. 1. ມື້ນີ້ເປັນມື້ພິເສດ ເພາະວ່າພໍ່ແມ່ຂອງເດັກຈະມາໂຮງຮຽນເພື່ອເບິ່ງການສະແດງຂອງຜົນການຮຽນ. ດີ, ຫຼ້າ, ດອນ, ຄຳ ແລະ ໝູ່ຂອງລາວມີຄວາມພູມໃຈໃນການສະແດງຜົນງານຈາກການຮຽນຂອງພວກເຂົາ ທີ່ພວກເຂົາໄດ້ຮຽນຮູ້ໃນສົກປີຮຽນ!
ລາຍການຮຽນຮູ້ຮ່ວມກັນຜະລິດໂດຍກະຊວງສຶກສາທິການ ແລະ ກິລາ ຮ່ວມມືກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ.
ມາຮັບຊົມລາຍການ ຮຽນຮູ້ຮ່ວມກັນ Learn Together Laos. ຢ່າລືມກົດຕິດຕາມ ແລະ ແບ່ງປັນນຳໝູ່ເພື່ອນຂອງເຈົ້າເດີ້.