Menu

ໝູ 3 ໂຕ + ງົວ 2 ໂຕ + ເປັດ 3 ໂຕ =?
ມາມ່ວນກັບການຮຽນນັບເລກ ໃນຕອນໃໝ່ຂອງລາຍການຮຽນຮູ້ຮ່ວມກັນ.

Learn Together Episode 12 (1)

Learn Together Episode 12 (4)

Learn Together Episode 12 (5)

ມື້ນີ້ໃນຊ່ວງເລື່ອງເລົ່າ, ນ. ມິສຸດາ ແລະ ນ. ດາດ້າຈະເຊີນແຂກພິເສດ 2 ທ່ານ ຄື ທ. ສາຍຟ້າ ຕຸກກະຕາລິງນ້ອຍ ກັບ ແມ່ຂອງລາວ. ພວກເຂົາຈະເລົ່າເລື່ອງ “ລິງນ້ອຍໄດ້ໝາກກ້ວຍ” ທີ່ມີຈັງຫວະມ່ວນຊື່ນ ແລະ ສອນການຮຽນບວກເລກ.
ຢູ່ບ້ານປ່າຜາສຸກ, ເດັກນ້ອຍກໍ່ຮຽນນັບເລກ. ພວກເຂົານັບໄດ້ດີ ໂດຍນຳໃຊ້ອຸປະກອນນັບ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຫຼັງຈາກຮຽນວິຊາຄະນິດສາດແລ້ວໆ, ພວກເຂົາຮຽນວິຊາສິລະປະໂດຍການແຕ້ມຮູບດ້ວຍມືຢ່າງມ່ວນຊື່ນ. ມາເດົາເບິ່ງວ່າໃຜຈະແຕ້ມຮູບດອກຕາເວັນໄດ້ງາມ ຈົນມີແມງກະເບື້ອມາຈັບ? ແລະ ໃຜຈະມີສີແຕ້ມເປືອນຢູ່ໜ້າ ຫຼາຍກວ່າຢູ່ເຈ້ຍ? ຖ້າຢາກຮູ້ວ່າເກີດຫຍັງຂື້ນ, ມາເບິ່ງຕອນ “ມານັບເລກນໍາກັນ” ຊຶ່ງເປັນຕອນໃໝ່ຫຼ້າສຸດຂອງລາຍການຮຽນຮູ້ຮ່ວມກັນ ພ້ອມໆກັນເລຍ.

ລາຍການຮຽນຮູ້ຮ່ວມກັນອອກອາກາດທຸກວັນອາທິດທາງຊ່ອງໂທລະພາບລາວຊ່ອງ 3 ເວລາ 16.45 ໂມງ ແລະ ທາງຊ່ອງ ປກສ ເວລາ 10.30 ໂມງ. ທຸກໆຕອນສາມາດເຂົ້າເບິ່ງໄດ້ທາງຊ່ອງຢູທູບ. ລາຍການຮຽນຮູ້ຮ່ວມກັນຜະລິດໂດຍກະຊວງສຶກສາທິການ ແລະ ກິລາ ຮ່ວມມືກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ.

ມາຮັບຊົມລາຍການ ຮຽນຮູ້ຮ່ວມກັນ Learn Together Laos. ຢ່າລືມກົດຕິດຕາມ ແລະ ແບ່ງປັນນຳໝູ່ເພື່ອນຂອງເຈົ້າເດີ້.