ໃນໄລຍະ 4 ປີ ທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ພ້ອມກັບປັບປຸງສື່ການຮຽນການສອນສຳລັບຄູສອນ ແລະ ນັກຮຽນ ຊັ້ນປະຖົມສຶກສາ. ການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ ຈະປັບປຸງໄປເທື່ອລະຂັ້ນໃນແຕ່ລະປີ. ໃນປັດຈຸບັນ ສື່ການຮຽນການສອນສຳລັບຂັ້ນ ປ.1 ແມ່ນຖືກຮັບຮອງແລ້ວ ແລະ ກຳລັງຈັດພິມ ເພື່ອກຽມພ້ອມນຳໃຊ້ສຳລັບສົກຮຽນ 2019-2020 ໃນຂະນະທີ່ສື່ການຮຽນການສອນສຳລັບຂັ້ນ ປ.2 ຢູ່ໃນຂັ້ນຕອນດັດແກ້ປັບປຸງ.
ສື່ການຮຽນການສອນທັງໝົດສຳລັບຂັ້ນ ປ.2 ທີ່ຈະນຳໃຊ້ໃນສົກຮຽນຕໍ່ໄປ ໄດ້ທົດລອງນຳໃຊ້ຢູ່ໂຮງຮຽນ 25 ແຫ່ງ ໃນສົກຮຽນ 2017-2018 ທີ່ແຂວງ ຫຼວງນ້ຳທາ, ສະຫວັນນະເຂດ, ສາລະວັນ ແລະ ນະຄອນຫຼວງວຽງຈັນ. ເມືອງ ແລະ ໂຮງຮຽນທີ່ເຮັດການທົດລອງແມ່ນໄດ້ຖືກຄັດເລືອກຢ່າງຮອບຄອບ ໂດຍອີງໃສ່ສະພາບຄວາມແຕກຕ່າງທາງດ້ານສັງຄົມ, ເສດຖະກິດ ແລະ ພາສາຂອງໂຮງຮຽນໃນທົ່ວປະເທດ. ນັກພັດທະນາຫຼັກສູດຈາກ ສວສ ຮ່ວມກັບ ພະນັກງານວິຊາການຈາກ ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ລົງຕິດຕາມການຮຽນການ
ໃນເດືອນນີ້, ສວສ ແລະ ຊ່ຽວຊານຈາກແຜນງານບີຄວາ ໄດ້ສົ່ງຕົວຢ່າງຂອງຮ່າງສື່ການຮຽນການສອນ ແລະ ເກັບກຳຄຳຄິດຄຳເຫັນ ຈາກຄູສອນຂັ້ນ ປ.2, ພະນັກງານວິຊາການຈາກພະແນກສິກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ. ໜ່ວຍງານສະເພາະທີ່ຮ່າງປຶ້ມແບບຮຽນຂັ້ນ ປ.2 ແລະ ຄູ່ມືຄຸ ສຳລັບແຕ່ລະວິຊາ ໄດ້ປຶກສາຫາລື ແລະ ວິເຄາະເນື້ອໃນ ແລະ ການນຳໃຊ້ຕົວຈິງ ຊຶ່ງຜູ້ເຂົ້າຮ່ວມໃນແຕ່ລະແຂວງໄດ້ລອງເຮັດກິດຈະກຳຈາກປຶ້ມຄູ່ມືຄູດັ່ງກ່າວ ໃນກຸ່ມນ້ອຍ ປະມານສາມຫາຫົກຄົນ.
ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ຂັ້ນ ປ.1 ຈະເລີ່ມນຳໃຊ້ໃນເດືອນ ກັນຍາ 2019 ຢູ່ທຸກໂຮງຮຽນ ແລະ ຫຼັກສູດນີ້ ຈະຊ່ວຍປະກອບສ່ວນສຳຄັນ ໃນການປັບປຸງຜົນການຮຽນຂອງເດັກນ້ອຍ ແລະ ເພີ່ມທັກສະ ແລະ ຄວາມຮູ້ ໃນການຮຽນ ແລະ ເຮັດວຽກຂອງເຂົາເຈົ້າໃນອະນາຄົດ.