ໃນລະຫວ່າງວັນທີ 4 ເຖິງ 5 ກໍລະກົດ, ນັກຮຽນຄູຈາກເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ຈຳນວນ 122 ຄົນ ລຸ່ນທີສອງ, ໃນນີ້ ຍິງມີ 73 ຄົນ ແລະ ຊາຍ 39 ຄົນ ທີ່ໄດ້ຮັບທຶນການສຶກສາ ແລະ ການສະໜັບສະໜູນຈາກແຜນງານບີຄວາ ໄດ້ສຳເລັດການສຶກສາຈາກວິທະຍາໄລຄູ 3 ແຫ່ງຄື ວິທະຍາໄລຄູແຂວງຫຼວງນ້ຳທາ, ວິທະຍາໄລຄູແຂວງສະຫວັນນະເຂດ ແລະ ວິທະຍາໄລຄູແຂວງສາລະວັນ. ພວກເຂົາແຕ່ລະຄົນຈະຖືກຊັບຊ້ອນເພື່ອກັບໄປສອນໃນຊຸມຊົນຂອງພວກເຂົາໃນເຂດຫ່າງໄກສອກຫຼີກ.
ພິທີສົ່ງນັກສຶກສາຄູທີ່ວິທະຍາໄລຄູຫຼວງນ້ຳທາ ໄດ້ຈັດຂຶ້ນໃນວັນທີ 04 ກໍລະກົດ ເຊິ່ງເປັນປະທານໂດຍ ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ, ທ່ານ ນາງ ເຄທີ ສະມິດ, ຮັກສາການຮອງເອກອັກຄະລັດຖະທູດ, ສະຖານທູດອົດສະຕຣາລີປະຈຳລາວ ແລະ ທ່ານ ຄຳສຸກ ທອງກ່ານ, ຜູ້ອຳນວຍການວິທະຍາໄລຄູຫຼວງນ້ຳທາ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງນ້ຳທາ.
ພ້ອມດຽວກັນນັ້ນ ພິທີສົ່ງນັກສຶກສາຢູ່ທີ່ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 05 ກໍລະກົດ ໂດຍການເປັນປະທານຂອງ ທ່ານ ຄຳໃບ ຄຳສີ, ຮອງຫົວໜ້າກົມສ້າງຄູ, ທ່ານ ລັດສະໝີ ພະໄຊສີ, ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ,
ແລະ ວິທະຍາໄລຄູສາລະວັນ ກໍ່ໄດ້ຈັດຂຶ້ນໃນວັນທີ 05 ກໍລະກົດ ເຊັ່ນກັນ ໂດຍການເປັນປະທານຂອງ ທ່ານ ສິລິສັກ ຖະໜອມຮັກ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ທ່ານ ສົມພາຍ ແສງວິໄລສັກ, ຫົວໜ້າພະແນກກໍ່ສ້າງຄູ, ທ່ານ ສຸດອນ ວົງສະຫວັດ, ຮອງອຳນວຍການວິທະຍາໄລຄູສາລະວັນ
ແຜນງານບີຄວາ ພາຍໃຕ້ການນຳພາຂອງກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕາລີ ແລະ ສະຫະພາບເອີລົບ ໄດ້ສະໜັບສະໜູນບຸລິມະສິດວຽງານການສຶກສາ ຂອງລັດຖະບານແຫ່ງ ສປປ ລາວ. ຈຸດປະສົງຂອງແຜນງານແມ່ນເພື່ອ ສະໜັບສະໜູນນັກຮຽນຄຸຊົນເຜົ່ານີ້ ຈາກຊຸມຊົນຫ່າງໄກສອກຫຼີກ ເພື່ອໄປປັບປຸງຜົນການຮຽນໃນເຂດທີ່ດ້ອຍໂອກາດທາງການສຶກສາ ໂດຍການຝຶກອົບຮົມນັກຮຽນຄູຊົນເຜົ່າຈາກໝູ່ບ້ານຫ່າງໄກສອກຫຼີກໃຫ້ກາຍມາເປັນຄູໃນອະນາຄົດຢູ່ຊຸມຊົນຂອງພວກເຂົາ.
ຄູຊົນເຜົ່າແມ່ນຜູ້ທີ່ເໝາະສົມໃນການຊ່ວຍຜົນການຮຽນຂອງເດັກນ້ອຍຢູ່ໂຮງຮຽນຊັ້ນປະຖົມໃນຊຸມຊົນຫ່າງໄກສອກຫຼີກໃຫ້ດີຂຶ້ນ ໂດຍສະເພາະຊຸມຊົນຊົນເຜົ່າ. ພວກເຂົາເຂົ້າໃຈພາສາ ແລະ ວັດທະນະທຳຂອງນັກຮຽນຕົນເອງ, ເຊິ່ງມີຄວາມສຳຄັນໃນການເຂົ້າຮຽນປີທຳອິດ ແລະ ການຮຽນພາສາລາວຂອງເດັກນ້ອຍ.
ໃນ ສປປ ລາວ, ເປັນປະເທດທີ່ມີຊົນເຜົ່າເກືອບ 50 ຊົນເຜົ່າ ທີ່ແຕກຕ່າງກັນ, ເດັກນ້ອຍຢູ່ບ້ານຫ່າງໄກສອກຫຼີກຈຳນວນຫຼາຍ ບໍ່ເຄີຍໄດ້ຮຽນພາສາລາວ ເມື່ອພວກເຂົາເຂົ້າໂຮງຮຽນໃໝ່. ບໍ່ມີໃຜເປັນຂົວເຊື່ອມຕໍ່ດ້ານພາສາ ແລະ ຊ່ວຍເດັກໃນຊຸມຊົນຂອງພວກເຂົາ ໃນການເວົ້າ, ອ່ານ ແລະ ການຂຽນພາສາລາວໃຫ້ດີຂຶ້ນ ແລະ ໄວຂຶ້ນ ລວມທັງການຮຽນການນັບເລກ – ທັກສະຕ່າງໆທີ່ຈຳເປັນໃນປະໂຫຍດໃນຍຸກປະຈຸບັນເພື່ອການຊອກວຽກເຮັດງານທຳທີ່ດີ ຫຼື ການປະກອບທຸລະກິດ. ນອກຈາກນີ້ ຄູຊົນເຜົ່າທີ່ມາຈາກທ້ອງຖິ່ນ ຍັງມີແນວໂນ້ມທີ່ຈະສືບຕໍ່ສອນຢູ່ໂຮງຮຽນໃນບ້ານຂອງພວກເຂົາ ແລະ ຄູທ້ອງຖິ່ນເພດຍິງກໍຍັງເປັນຕົວແບບໃຫ້ແກ່ແມ່ຍິງ, ໂດຍສະເພາະເດັກຍິງ ໃນຊຸມຊົນຂອງພວກເຂົາ
ມາຟັງເລື່ອງລາວຂອງ ບົວລີ ແລະ ໂຊຄອງ ນັກສຶກສາຄູທີ່ສຳເລັດການສຶກສາປີນີ້, ສາມາດເຂົ້າເບິ່ງເລື່ອງລາວຂອງພວກເຂົາໄດ້ທີ່ນີ້