ຕອນທຳອິດຂອງລາຍການຮຽນຮູ້ຮ່ວມ ໄດ້ອອກອາກາດໄປແລ້ວ ໃນວັນອາທິດ 25 ສິງຫາ ແລະ ຕອນນີ້ແມ່ນສາມາດເຂົ້າເບິ່ງໄດ້ທີ່ຊ່ອງຢູທູບ “ຮຽນຮູ້ຮ່ວມກັນ Learn Together Laos”. ລາຍການນີ້ຍັງອອກອາກາດທາງຊ່ອງໂທລະພາບປ້ອງກັນຄວາມສະຫງົບ ແລະ ຊ່ອງໂທລະພາບແຫ່ງຊາດລາວ ຊ່ອງ 3 ດ້ວຍ.
ໃນວັນທີ 1 ເດືອນກັນຍາ, ຢູ່ທີ່ບ້ານປ່າຜາສຸກ ແມ່ນກຽມພ້ອມແລ້ວສຳລັບວັນເປີດສົກຮຽນໃໝ່. ກະຕູນດິນປັ້ນຕົວເອກຂອງໃນລາຍການຮຽນຮູ້ຮ່ວມກັນແມ່ນ ນາງດີ, ທ້າວດອນ, ນາງປາເຢຍ, ທ້າວຈື່ລີ່, ນາງຫຼ້າ ແລະ ທ້າວຄຳ, ພວກເຂົາຕື່ນເຕັ້ນ ແລະ ຄ່ອນຂ້າງກັງວົນກັບວັນເປີດຮຽນໃໝ່ ແຕ່ພໍ່ແມ່ ແລະ ຊຸມຊົນຂອງພວກເຂົາ ຈະຊ່ວຍໃຫ້ພວກເຂົາກຽມພ້ອມສຳລັບວັນເປີດຮຽນໃໝ່ນີ້.