ກອງປະຊຸມແນະນຳກ່ອນການປະມູນຈະໄດ້ຈັດຂຶ້ນໃນ ວັນອັງຄານ ວັນທີ 4 ມີນາ 2021 10:00 ເຊົ້າ am
ວັນທີປິດຮັບເອກະສານປະມູນ: ວັນຈັນ ທີ 22 ມີນາ ເວລາ 4.00 ໂມງແລງ pm, ເວລາທີ່ ສປປ ລາວ
ເທັດທຣາເທັກ ສາກົນເພືື່ອການພັດທະນາ ກຳລັງຈັດຕັ້ງປະຕິບັດ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານ ບີຄວາ), ພາຍໄຕ້ສັນຍາຂອງກະຊວງການຕ່າງປະເທດ ແລະ ການຄ້າຂອງອົດສະຕຣາລີ (DFAT). ເທັດທຣາເທັກ ກຳລັງຊອກຫາບໍລິສັດການພິມທີ່ມີປະສົບການ ແລະ ມີຄຸນນະພາບເໝາະສົມເພື່ອຂົນສົ່ງ ແລະ ແຈກຢາຍອຸປະກອນການຮຽນການສອນໄປຍັງສະຖານທີ່ຕ່າງໆໃນ ສປປ ລາວ. ຜູ້ຮັບ ເໝົາຈະຕ້ອງສະໜອງການບໍລິການດ້ານການແລ່ນເອກະສານຍົກເວັ້ນພາສີ, ການເກັບຮັກສາສິນຄ້າ, ການບໍລິການຫຸ້ມຫໍ່, ການປະສານງານການຂົນສົ່ງຈາກສາງກະຊວງສຶກສາທິການ ແລະກິລາໄປຫາສາງຂອງຜູ້ຮັບເໝົາ ແລະ ທຳການແຈກຢາຍອຸປະກອນການຮຽນການສອນ ຊັ້ນປະຖົມສຶກສາ ປີທີ3 ແລະ 4 ໄປຍັງສະຖານທີ່ໆກຳນົດໃນທົ່ວປະເທດ.
ວິທີການຍື່ນຊອງປະມູນ
ທ່ານສາມາດດາວໂຫລດເອົາເອກະສານປະມູນໄດ້ຈາກລິ້ງຂ້າງລຸ່ມນີ້ ຫລື ມາຮັບຈາກຫ້ອງການ BEQUAL.
AM-6369 RFT G3+G4 Distribution Part ABC LAO-ENG 25FEB2021 (PDF)
AM-6369 RFT G3+G4 Distribution Part D Form (MS Word)
ຄຳຮ້ອງສະໝັກຈະຖືກພິຈາລະນາເມື່ອການປະກອບແບບຟອມພາກ ງ ເອກະສານຕອບຮັບການປະມູນ ພາກທີ ງ , ຕາຕະລາງຕອບຮັບການຈັດຕັ້ງປະຕິບັດ ແລະ ຕາຕະລາງລາຄາ ເທົ່ານັ້ນ ແລະ ສົ່ງທາງອີເມວຫາ info@bequal-laos.org.
ທີ່ຕັ້ງຂອງຫ້ອງການ
ຜູ້ທີ່ສົນໃຈການປະມູນສາມດສື່ສານຢ່າງເປັນລາຍລັກອັກສອນໄດ້ທາງດຽວໂດຍທາງອີເມວເທົ່ານັ້ນສົງໄປທີ່: info@bequal-laos.org
ຜູ້ຕິດຕໍ່: Anne Stasinowsky
ເທັດທຣາເທັກ ແມ່ນນາຍຈ້າງທີ່ໃຫ້ໂອກາດເທົ່າທຽມກັນໃນການຄັດເລືອກ ແລະ ມີຄວາມຕັ້ງໃຈຕໍ່ການປົກປ້ອງເດັກ.