ຍຸດທະສາດອັນໜຶ່ງຂອງແຜນງານບີຄວາໃນການປັບປຸງ ການເຂົ້າຮຽນ ແລະ ຂະຫຍາຍໂອກາດການເຂົ້າເຖີງ ການສຶກສາຂັ້ນພື້ນຖານສໍາລັບເດັກກໍ່ຄື ການທົດລອງຈັດຕັ້ງປະຕິບັດກິດຈະກໍາຮູບແບບໃໝ່ ແລະ ສົ່ງເສີມການຄົ້ນຄວ້າສິ່ງໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຂັ້ນແຂວງ, ຂັ້ນເມືອງ, ຂັ້ນໂຮງຮຽນ ແລະ ຊຸມຊົນ ເພື່ອໃຫ້ມີຄວາມສາມາດຄຸ້ມຄອງ, ປະສານງານ ແລະ ຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມການສຶກສາແບບໃໝ່ຢູ່ຂັ້ນ ທ້ອງຖິ່ນໄດ້.
ກອງທຶນ BEIF ໄດ້ຖືກສ້າງຂຶ້ນເພື່ອຊຸກຍູ້ສົ່ງເສີມວິທີຄິດແບບໃໝ່ ແລະ ກິດຈະກໍາແບບສ້າງສັນ ທີ່ສາມາດສົ່ງຜົນໃນດ້ານບວກຕໍ່ກັບການສົ່ງເສີມການສຶກສາ ຂັ້ນພື້ນຖານ. ເປົ້າໝາຍຂອງກອງທຶນນີ້ແມ່ນຈະໄດ້ເຮັດວຽກຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແລະ ໜ່ວຍງານຕ່າງໆຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອທົດລອງນໍາໃຊ້ວິທີການແບບໃໝ່ເບິ່ງວ່າຈະໄດ້ຮັບ ຜົນສໍາເລັດຫຼາຍປານໃດ. ຈາກນັ້ນ ວິທີການໃດທີ່ປະສົບຜົນສໍາເລັດ ຫຼື ການປະສົບຜົນສໍາເລັດຈາກກິດຈະກໍາຂະໜາດນ້ອຍ ກໍ່ສາມາດນໍາໄປສືບຕໍ່ຂະຫຍາຍຈັດຕັ້ງປະຕິບັດໄດ້ ແລະ ເພື່ອໃຫ້ມີ ຜົນຮັບດ້ານບວກໃຫ້ແກ່ໂຮງຮຽນ ແລະ ເດັກນ້ອຍ.
ກອງທຶນ BEIF ເປີດໂອກາດໃຫ້ໜ່ວຍງານພາກລັດ, ຕົວແທນໜ່ວຍງານຕ່າງໆ ຈາກອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຈາກພາກເອກະຊົນ ໄດ້ສະໝັກຂໍທຶນນີ້ ເຊິ່ງ ງົບປະມານຕໍ່າສຸດຂອງກອງທຶນນີ້ແມ່ນຢູ່ທີ່ 10,000 ໂດລາອົດສະຕາລີ ແລະ ສູງສຸດຢູ່ທີ່ 160,000 ໂດລາອົດສະຕຣາລີ ແລະ ທຶນຊ່ວຍເຫຼືອນີ້ແມ່ນຈະມອບ ໃຫ້ບົດສະເໜີທີ່ຜ່ານຂັ້ນຕອນການຄັດເລືອກ ແລະ ປະຕິບັດຕາມເອກະສານແນະນໍາຢ່າງຊັດເຈນ. ໄລຍະການຈັດຕັ້ງປະຕິບັດກິດຈະກໍາທີ່ໃຊ້ງົບປະມານ ກອງທຶນນີ້ ສູງສຸດແມ່ນໄລຍະເວລາສອງປີ ຫຼັງຈາກມື້ລົງລາຍເຊັນ.
- ວິທີການສິດສອນພາສາລາວແບບໃໝ່ໃຫ້ກັບເດັກນ້ອຍຍິງ-ຊາຍ ໂດຍສະເພາະແມ່ນເດັກນ້ອຍທີ່ພາສາລາວ ບໍ່ແມ່ນພາສາແມ່ສໍາລັບເຂົາເຈົ້າ.
- ການຈັດກິດຈະກໍາຢູ່ໃນຊຸມຊົນທີ່ເປັນການສົ່ງເສີມການ ຍອມຮັບການສຶກສາຂອງເດັກຍິງ ແລະ ຢາກໃຫ້ເດັກຍິງເຂົ້າຮຽນຫຼາຍຂຶ້ນ.
- ທົດລອງນໍາໃຊ້ການອອກແບບເນື້ອໃນຫຼັກສູດການຮຽນ-ການສອນແບບ ໃໝ່ສໍາລັບຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ຜົນການຮຽນດີຂຶ້ນຢູ່ຂັ້ນໂຮງຮຽນ ໂດຍປະສານສົມທົບກັບອໍານາດການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງ ຕາມລໍາດັບ.
- ການນໍາໃຊ້ວິທີການຕ່າງໆເຂົ້າໃນການສອນວິຊາ ພາສາລາວໃນຊັ້ນ ປ.1 ໂດຍສະເພາະແມ່ນຢູ່ໃນໂຮງຮຽນທີ່ ນັກຮຽນ ສ່ວນໃຫຍ່ເປັນ ນັກຮຽນ ຊົນເຜົ່າ ເພື່ອສົ່ງເສີມໃຫ້ຜົນການຮຽນຮູ້ໜັງສືດີຂຶ້ນ.
- ກິດຈະກໍາຕ່າງໆທີ່ສົ່ງເສີມໃຫ້ເດັກນ້ອຍພິການມີຄວາມສົນໃຈ ທີ່ຈະເຂົ້າໂຮງຮຽນ ແລະ ຮຽນຈົນຈົບ.
- ກິດຈະກໍາທີ່ສົ່ງເສີມວັດທະນະທໍາການອ່ານ ແລະ ການຮຽນຮູ້.
ທ່ານສາມາດສົ່ງອີເມລ ເພື່ອສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່: BEIF@BEQUAL-laos.org
ຕາຕະລາງໄລຍະການສະໝັກຂໍທຶນ, ການປະເມີນຜົນບົດສະເໜີ ແລະ ການມອບທຶນ
ວັນທີ | ເລີ່ມຈັດຕັ້ງປະຕິບັດ | |
ມີນາ 2017 | ເປີດຮັບສະໝັກຄັ້ງທີ່ສອງ | |
24 ເມສາ 2017 | ປິດສະໝັກ ບົດສະເໜີແນວຄວາມຄິດກ່ຽວກັບໂຄງການ | |
12 ພຶດສະພາ 2017 | ພາກສ່ວນທີ່ໄດ້ຜ່ານການຄັດເລືອກເບື້ອງຕົ້ນ | |
16 ມິຖຸນາ 2017 | ມື້ກຳນົດການສົ່ງບົດສະເໜີໂຄງການ ສະບັບສົມບູນ |