Menu

ການກະກຽມເພື່ອຈັດຕັ້ງປະຕິບັດຫຼັກສູດໃໝ່ ຂັ້ນ ປ.2 ແລະ ເລີ່ມຂຽນຫຼັກສູດ ຂັ້ນ ປ.3, ຜູ້ມີສ່ວນຮ່ວມດ້ານການສຶກສາໄດ້ປະຊຸມເພື່ອປຶກສາຫາລືການສອນຫ້ອງຄວບໃນໂຮງຮຽນຊັ້ນປະຖົມ

Image 001

Image 002

Image 4

ການສອນຫ້ອງຄວບໃນຊັ້ນປະຖົມ ເມື່ອຄູສອນນັກຮຽນສອງ ຫຼື ຫຼາຍຊັ້ນຮຽນໃນຫ້ອງຮຽນດຽວກັນ. ໃນສະຖານະການທີ່ທ້າທາຍນີ້, ຄູຈະຕ້ອງນຳສະເໜີຫົວຂໍ້ໂດຍການໃຊ້ສື່ການຮຽນທີ່ແຕກຕ່າງກັນໄປສຳລັບນັກຮຽນທີ່ມີອາຍຸ, ຊັ້ນຮຽນ ແລະ ຄວາມສາມາດທີ່ຕ່າງກັນ ເຊິ່ງທັງໝົດນີ້ແມ່ນສອນໃນເວລາດຽວກັນໃນຫ້ອງຮຽນ. ເຊິ່ງເລື້ອຍໆທີ່ຄູບໍ່ຮັບການຝຶກອົບຮົມ ຫຼື ການຊຸກຍູ້ທີ່ພຽງພໍເພື່ອສອນຫ້ອງຄວບ ແລະ ເລື້ອຍໆທີ່ຕ້ອງພົບກັບທັດສະນະຄະດ້ານລົບຈາກຜູ້ປົກຄອງ ແລະ ຊຸມຊົນກ່ຽວກັບການສອນຫ້ອງຄວບ. ໝູ່ບ້ານໃນເຂດຫ່າງໄກສອກຫຼີກຢູ່ໃນປະເທດລາວ, 75% ຫຼື ຫ້ອງຮຽນທີ່ມີນັກຮຽນອາຍຸທີ່ແຕກຕ່າງກັນ ແລະ ຫຼາຍຊັ້ນຮຽນໃນຫ້ອງດຽວກັນແມ່ນບໍ່ປົກກະຕິ, ຍິ່ງໝູ່ບ້ານໂດດດ່ຽວ ແລະ ອັບປະໂຫຍດເປີເຊັນການສອນຫ້ອງຄວບຍິ່ງເພີ້ມຂຶ້ນ. ໃນປະເທດລາວ ແລະ ປະເທດອື່ນໆ, ການສອນຫ້ອງຄວບສາມາດແກ້ໄຂບັນຫາການຂາດແຄນຄູສອນ ແລະ ເພີ້ມການເຂົ້າເຖິງການສຶກສາສຳລັບເດັກນ້ອຍຊົນນະບົດ.
ກະຊວງສຶກສາທິການ ແລະ ກິລາແຫ່ງປະເທດລາວ (ສສກ) ໄດ້ຖືໂອກາດນີ້ເພື່ອປັບປຸງຫຼັກສູດຊັ້ນປະຖົມສຶກສາເພື່ອສຶກສາ ແລະ ແກ້ໄຂການສອນຫ້ອງຄວບ. ໃນວັນທີ 20 ມັງກອນ 2020, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ)

ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຮຽນການສອນຫ້ອງຄວບແຫ່ງຊາດຄັ້ງທຳອິດ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍການເປັນປະທານໂດຍ ທ່ານ ປອ. ອ່ອນແກ້ວ ນວນນະວົງ, ຜູ້ອຳນວຍການ ສວສ ແລະ ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ. ເປົ້າໝາຍຂອງກອງປະຊຸມນີ້ແມ່ນເພື່ອເຂົ້າໃຈຄວາມແຕກຕ່າງຂອງການສອນຫ້ອງຄວບ ແລະ ປຶກສາຫາລືສິ່ງທີ່ປະຕິບັດໄດ້ດີຜ່ານມາ ແລະ ທາງເລືອກສຳລັບແນວທາງໃໝ່. ໂດຍມີຜູ້ເຂົ້າຮ່ວມ 36 ທ່ານ ທົ່ວຂະແໜງການສຶກສາ, ລວມທັງພະນັກງານຈາກ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກົມສ້າງຄູ ແລະ ກົມສາມັນ, ອາຈານຈາກວິທະຍາໄລຄູ, ພະນັກງານຈາກ ສສກ ຂັ້ນແຂວງ ແລະ ຂັ້ນເມືອງ ລວມທັງຄູສອນ ແລະ ຜູ້ອຳນວຍການ ເພື່ອແບ່ງປັນແນວຄວາມຄິດ ແລະ ປະສົບການໃນການສອນຫ້ອງຄວບ.
[ທ່ານ ອ່ອນແກ້ວ ກ່າວວ່າ ການສອນຫ້ອງຄວບແມ່ນສິ່ງທີ່ຈຳເປັນໃນລາວ ເຊິ່ງຕ້ອງດຳເນີນໄປຄຽງຄູ່ກັບການສອນຫ້ອງປົກກະຕິ ຫຼື ຫ້ອງດ່ຽວ ເພື່ອຮັບປະກັນໃຫ້ຜູ້ຮຽນໄດ້ມີໂອກາດໄດ້ຮັບການສຶກສາທີ່ມີຄຸນນະພາບ, ການຮຽນຕະຫຼອດຊີວິດຢ່າງສະເໝີພາບ ແລະ ເທົ່າທຽມກັນ]
ຜ່ານການປຶກສາຫາລືແບບທັງໝົດ, ແບບເປັນກຸ່ມ ແລະ ເປັນຄະນະ, ຜູ້ເຂົ້າຮ່ວມໄດ້ທົບທວນ ແລະ ປຶກສາຫາລືຂອບເຂດການຮຽນການສອນຫ້ອງຄວບທີ່ມີຫຼາຍຢູ່ໃນປະເທດລາວ, ກອງປະຊຸມໄດ້ວິເຄາະສິ່ງທ້າທາຍທີ່ປະສົບພົບພໍ້ໂດຍຄູ, ຜູ້ອຳນວຍການໂຮງຮຽນ ແລະ ຜູ້ຮຽນຮູ້ໃນຫ້ອງຮຽນຄວບ ແລະ ວິທີທາງແບບໃໝ່ທີ່ພວກເຂົາໄດ້ປັບເພື່ອເພີ້ມການຮຽນຮູ້. ຊ່ຽວຊານຍັງໄດ້ນຳສະເໜີການປະຕິບັດທີ່ດີເລີດຂອງສາກົນກ່ຽວກັບການຮຽນ ແລະ ການສອນຫ້ອງຄວບ, ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຍັງໄດ້ນຳສະເໜີຫຼາຍຕົວຢ່າງຂອງການສອນຫ້ອງຄວບທີ່ໄດ້ທົດລອງໃນປະເທດລາວ ລວມທັງຈຸດດີ ແລະ ຈຸດອ່ອນຂອງເຂົາເຈົ້າ. ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືຄວາມຕ້ອງການ ການຝຶກອົບຮົມຂັ້ນ ປ.2 ເພາະວ່າ ການຝຶກອົບຮົມຄູສຳລັບຫຼັກສູດຂັ້ນ ປ.2 ຈະເລີ່ມໃນເດືອນພຶດສະພາ ໂດຍການກະກຽມຂອງຄູຝຶກຫຼັກແຫຼ່ງ. ກອງປະຊຸມປຶກສາຫາລືໄດ້ຊ່ວຍໃຫ້ຜູ້ຂຽນຫຼັກສູດ ແລະ ທີມຝຶກອົບຮົມຄູທົບທວນການປະຕິບັດການສອນທີ່ສາມາດນຳໄປໃຊ້ໃນຫ້ອງຮຽນຄວບ ແລະ ສິ່ງສຳຄັນໃນການສະໜັບສະໜູນຄູ. ໜ່ວຍງານການຮຽນ ແລະ ການສອນຫ້ອງຄວບ ພ້ອມກັບຜູ້ຕາງໜ້າຈາກກົມ ແລະ ພະແນກທີ່ກ່ຽວຂ້ອງຈາກ ສສກ ໄດ້ຈັດຕັ້ງຂຶ້ນເພື່ອກຳນົດຂັ້ນຕອນຕໍ່ໄປໃນການປັບປຸງຜົນການຮຽນສຳລັບນັກຮຽນລາວໃນຊັ້ນປະຖົມ.

ສວສ

ສວສ ຈັດກອງປະຊຸມປຶກສາຫາລືການສອນຫ້ອງຄວບຢູ່ຊັ້ນປະຖົມສຶກສາ

Posted by ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ on Tuesday, 4 February 2020