ສົກຮຽນໃໝ່ໃກ້ຈະເປີດແລ້ວ… ນ້ອງໆຕື່ນເຕັ້ນບໍ່? ກັງວົນໃຈບໍ່? ພ້ອມແລ້ວບໍ່?
ມາເບິ່ງຕອນໃໝ່ຂອງລາຍການຮຽນຮູ້ຮ່ວມກັນຕອນ ມື້ເຂົ້າຮຽນໃໝ່ຂອງເດັກນ້ອຍຂັ້ນ ປ.1 ເພື່ອຕິດຕາມການພະຈົນໄພຂອງຕົວກະຕູນດິນປັ້ນໂຕນ້ອຍຂອງພວກເຮົາຢູ່ບ້ານປ່າຜາສຸກ ເພາະວ່າພວກເຂົາຈະໄປເຂົ້າໂຮງຮຽນຫ້ອງ ປ.1 ແລະ ພົບປະກັບໝູ່ໃໝ່.
ລາຍການນີ້ ອອກອາກາດທາໂທລະພາບແຫ່ງຊາດລາວຊ່ອງ 3 ແລະ ທາງຊ່ອງ ປກສ ໃນວັນອາທິດ 25 ສິງຫາ.
ມາຮັບຊົມ ຮຽນຮູ້ຮ່ວມກັນ Learn Together Laos ທາງຊ່ອງຢູທູບ ແລະ ແບ່ງປັນນຳໝູ່ຂອງເຈົ້າເລີຍ!