Menu

ພວກເຮົາສາມາດເຮັດວຽກໂດຍປາສະຈາກການນຳໃຊ້ພາສຕິກໄດ້ບໍ່? ແຜນງານບີຄວາມພາຍໃຕ້ບໍລິສັດຄອບຟີ ປຸກລະດົມເພື່ອຫຼຸດຜ່ອນການນຳໃຊ້ພາສຕິກໃນບ່ອນເຮັດວຽກ.

Image 001

Image 004

Image 003

ບໍ່​ເປ​ັນ​ທີ່​ໜ້າ​ສົງ​ໃສ​ເລີຍ​ວ່າ ຂີ້​ເຫຍື້ອ​ທີ່​ເປັນ​ພ​າ​ສ​ຕິກ​ເປັນ​ແຫຼ່ງມົນ​ລະ​ພິດ​ທີ່​ສຳ​ຄັນ ເພາະ​ຂີ້​້​ເຫຍື້ອພາ​ສ​ຕິກ​ຈະ​ບໍ່​ຍ່ອຍສະ​ຫຼາຍ​ໂຕ​ໄປ​ເອງ ແຕ່ມັນ​ຈະ​ປ່ຽນ​ຂະ​ໜາດ​ໃຫ້​ນ້ອຍ​ລົງ ແລະ ນ້ອຍ​ລົງ ແລ້ວກໍ່ຝັງ​ລົງ​ປົນ​ໄປ​ໃນ​ດິນ ແລະ ປ່ອຍ​ສານ​ເຄ​ມີ ເຊິ່ງ​ທ້າຍ​ທີ່​ສຸດກໍ່ຈະ​ເປັນ​ມົນ​ລະ​ພິດ​ໃນ​ນ້ຳ​ໃຊ້. ຂີ້​ເຫຍ​ື້ອ​ຈ​າກ​ພາ​ສ​ຕິກ ມີ​ຜົນ​ສະ​ທ້ອນ​ຕໍ່​ສຸ​ຂະ​ພາບ​ຂອງ​ຄ​ົນ, ທຳ​ລາຍ​ຊັ້ນ​ພື້ນ​ດິນ​ຂອງ​ພວກ​ເຮົາ, ທຳ​ລາຍ​ສັດ​ປ່າ ແລະ ສັດ​ນ້ຳ. ແຕ່ພວກ​ເຮົາກໍ່​ຍັງ​ໃຊ້ ແລະ ຖິ້ມ​ຂີ້​ເຫຍື້ອ​ພາ​ສ​ຕິກ​ຢູ່​ເຮືອນ​ຂອງ​ພວກ​ເຮົາ, ຢູ່​ຫ້ອງ​ການ​ຂອງ​ພວກ​ເຮົາ, ຢູ່​ໂຮງ​ຮຽນ​ຂອງ​ພວກ​ເຮົາ…

ທີມ​ງານ​ບີ​ຄວາ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຫຼຸດຜ່ອນ​ການ​ສ້າງ​ຜົນ​ກະ​ທົບ​ທາງ​ລົບ​​ຕໍ່​ສິ່ງ​ແວດ​ລ້ອມໃຫ້​ໜ້ອຍ​ລົງ ແລະ ຕັດ​ສິນ​ໃຈ​ທີ່​ຈະ​ເລີ່ມ​ປະ​ຕິ​ບັດການ​ຫຼຸດ​ຜ່ອນ ແລະ ກ້າວ​ໄປ​ເຖິງ​ການ​ຢຸດ​ນຳ​ໃຊ້ພາ​ສ​ຕິກ. ທີມ​ງານ​ບີ​ຄວາ​ໄດ້​ລົນ​ນະ​ລົງຫຼຸດ​ຜ່ອນ​ການ​ນຳ​ໃຊ້​ພາ​ສ​ຕິກ​ໃນ​ສະ​ຖານ​ທີ່​ເຮັດ​ວຽກ ແລະ ແນວ​ຄວາມ​ຄິດ​ດັ່ງ​ກ່າວ ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ ເພາະ​ມີ​ທີມ​ງານບ​ີ​ຄວາໄດ້​ສົ່ງ​ຄຳ​ຄິດ​ເຫັນ​ມາ​ທັງ​ໝົດ 65 ຄຳ​ເຫັນ ບໍ່​ວ່າ​ຈະ​ເປັນການ​​ປ່ຽນແປງ​ພຶດ​ຕິ​ກຳ​ການ​ໄປ​ຊື້​ເຄື​່ອງ, ການ​ກິນ ແລະ ການ​ດື່ມ ເພື່ອ​ເປັນ​ລະ​ບຽບ​ໃໝ່​ໃນ​ຫ້ອງ​ການ. ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຂອງ​ພະ​ນັກ​ງານ​ທັງ​ໝົດ,

ທີມ​ງານ​ບີ​ຄວາ​ພາຍ​ໃຕ້​ບໍ​ລິ​ສັດ​ຄອບ​ຟີ ໄດ້​ເລືອກແນວ​ຄວາມ​ຄິດ 5 ອັນ​ເພື່ອ​ປະ​ຕິ​ບັດ​ທັນ​ທີ ແລະ ອີກ 2 ແນວ​ຄວາມ​ຄິດ​ສ້າງ​ສັນ​ເພື່ອ​ປະ​ຕິ​ບັດ​ໃນ​ຕໍ່​ໜ້າ.

ນະ​ໂຍ​ບາຍ​ຫຼຸດ​ຜ່ອນ​ການ​ນຳ​ໃຊ້​ພາ​ສ​ຕິກ​ຂອງ​ແຜນ​ງານ​ບີ​ຄວາ ​ຕອນ​ນີ້​ແມ່ນ​ໄດ້​ເລີ່ມ​ຮ່າງ​ຂຶ້ນ​ແລ້ວ ແລະ ​ນະ​ໂຍ​ບາຍ​ນີ້ ຈະຖືກ​ນຳ​ໃຊ້​ກັບ​ຫ້ອງ​ການ, ​ການ​ຈັດງານ ແລະ ກິດ​ຈະ​ກຳ​ຕ່າງໆ​ທັງ​ໝົດ​ຂອງ​ແຜນ​ງານ​ບີ​ຄວາ.

ແນວ​ຄວາມ​ຄິດ​ທຳ​ອິດ​ຄື​ ຫ້າມນຳ​ໃຊ້ຕຸກ​ນ້ຳ​ດື່ມ​ໃນ​ງານ ແລະ ກອງ​ປະ​ຊຸມ​ທີ່​ຈັດ​ໂດຍ​ແຜນ​ງານ​ບີ​ຄວາ. ທີມ​ງານ​ຈະ​ຊ່ວຍ ແລະ ບອກ​ໃຫ້​ຜູ້​ຈັດ​ກອງ​ປະ​ຊຸມ​ຈັດ​ຫາ​ນ້ຳ​ດື່ມ ໂດຍ​ໃຊ້​ເຢືອກ​ນ້ຳ ແລະ ຈອກ​ທີ່​ສາ​ມາດ​ໃຊ້​ຊ້ຳ​ໄດ້. ທີມ​ງານ​ຍັງ​ເຫັນ​ດີ​ໃນ​ການ​ຫ້າມ​ນຳ​ໃຊ້ ຊອງ​ເອ​ກະ​ສານ ແລະ ແຟ້ມ​ເອ​ກະ​ສານ​ທີ່​ເປັນ​ພາ​ສ​ຕິກ ທີ່​ໃຊ້​ກັນ​ເລື້ອຍໆເພື່ອ​ສົ່ງ​ເອ​ກະ​ສານ​ໃນ​ຫ້ອງ​ການ ແລະ ໃນ​ກອງ​ປະ​ຊຸມ; ແລະ ​ຈະ​ຫັນ​ມາ​ໃຊ້ອຸ​ປະ​ກອ​ນ​ອື່ນ​ທົດ​ແທນ​ເຊັ່ນ​ວ່າ ຊອງ​ເອ​ກະ​ສານ​ເຈ້ຍ.

ມີ​ຫຼາຍກອງ​ປະ​ຊຸມ​ທີ່​ໄດ້​ຈັດ​ຜ່ານ​ມາ ເຊິ່ງສອງ​ຄວາມ​ຄິດດັ່ງ​ກ່າວ ​ຈະ​ຊ່ວຍສ້າງ​ຜົນ​ກະ​ທົບ​ທາງບວກ​ຕໍ່​ການ​ຫຼຸດ​ຜ່ອນການ​ນຳ​ໃຊ້​ພາ​ສ​ຕິກ​ຂອງ​ແຜນ​ງານ​ບີ​ຄວາໄດ້.

ທີມ​ງານ​ບີ​ຄວາ​ພາຍ​ໃຕ້​ບໍ​ລິ​ສັດ​ຄອບ​ຟີ ຍັງ​ລົງ​ຄະ​ແນນ​ສຽງ​ໃນ​ການ​ປ່ຽນ​ແປງ​ພຶດ​ຕິ​ກຳ​ການ​​ພິມເອ​ກະ​ສານ ເພື່ອ​ຫຼຸດຜ່ອນ​ຈຳ​ນວນ​ບັ້ງ​ນ້ຳ​ມຶກ​​ທີ່​ເປັນ​ພາ​ສ​ຕິກ, ຢຸດ​ການ​ນຳ​ໃຊ້​ຖົງ​ຢາງ​ຮອງ​ກະ​ຕ່າ​ຂີ້​ເຫຍື້ອ ແລະ ສະ​ໜອງ​ຖົງ​ຜ້າ​ຝ້າຍ​ທີ່​ສາ​ມາດ​ນຳ​ມາ​ໃຊ້​ຄືນສຳ​ລັບ​ຊື້​ເຄື່​ອງ​​ຕ່າງໆ​ສຳ​ລັບ​ຫ້ອງ​ການ

ແລະ ແຜນ​ງານ​ບີ​ຄວາ​ຍັງ​ຈະ​ບໍ່​ຢຸດຢູ່​ພຽງ​ເທົ່າ​​ນີ້! ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້, ທີມ​ງານ​ບີ​ຄວາ​ສັນ​ຍາ​ວ່າ ຈະ​ເຮັດ​ໃຫ້​ກອງ​ປ​ະ​ຊຸມ​ທີ່​ຈັດ​ຂຶ້ນ ເປັນ​ກອງ​ປະ​ຊຸມ​ທີ່​ປາ​ສະ​ຈາກ​ຂີ້​ເຫຍື້ອ ແລະ ຈະ​ເຮັດ​ວຽກ​ຮ່ວມ​ກັບ​ບັນ​ດາ​ຜູ້​ສະ​ໜອງສິນ​ຄ້າ​ເພື່ອ​ຫຼຸດ​ຜ່ອ​ນ​ການ​ນຳ​ໃຊ້​ພາ​ສ​ຕິກ​ໃນ​ການ​ຫຸ້ມ​ຫໍ່ເຄື່ອງ ຫຼື ສິນ​ຄ້າ​ຕ່າງໆ.

ແລ້ວ​ທ່ານ​ເດ, ທ່ານ​ຈະ​ເຮັດ​ຫຍັງ​ເພື່ອ​ຫຼຸດ​ຜ່ອນ​ຂີ້​ເຫຍື້ອ​ທີ່​ເປັນ​ພາ​ສ​ຕິກ​? ທ່ານ​ພ້ອມ​ແລ້ວບໍ່​ທີ່​ຈະ​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດຮ່ວມ​ກັບ​ທີມ​ງານ​ບີ​ຄວາ? ແລະ ເປັນ​ສ່ວນ​ໜຶ່ງ​ໃນ​ການ​ແກ້​ໄຂ​ບັນ​ຫາ, ບໍ່​ແມ່ນ​ສ້າງ​ມົນ​ລະ​ພິດ!