Menu

ແນວທາງໃໝ່ຂອງການຮຽນຢູ່ ສປປ ລາວ.

Students with new textbook

Student using new textbook (1)

teachers receiving teacher resource pack

ມື້​ນີ້​ແມ່ນ​ວັນ​ການ​ສຶກ​ສາ​ສາ​ໂລກ – ເຊິ່ງ​ເປັນ​ວັນ​ທີ່​ຄົນ​ທົ່ວ​ໂລ​ກ​ທຳ​ການສ​ະ​ເຫຼີມ​ສະ​ຫຼອງ, ຫວນ​ຄືນ ແລະ ຄຳ​ນຶງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮຽນ​ຮູ້​ຂອງ​ຄົນ, ຂອງ​ໂລກ, ຄວາມອຸ​ດົມ​ຮັ່ງ​ມີ ແລະ ສັນ​ຕິ​ພາບ #EducationDay.

ການ​ໄດ້​ຮັບ​ສິດ​ຂັ້ນ​ພື້ນ​ຖານ​ແມ່ນບາດ​ກ້າວ​ທຳ​ອິດ ​ໃນ​ການ​ມອບສົ່ງ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ ແລະ ​ໃນ​ປີ​ກາຍ​ນີ້ມີ​ນັກ​ຮຽນ​ຫຼາຍກວ່າ 162,000 ຄົນ ຢູ່ 18 ແຂວງ​ທົ່ວ ສ​ປ​ປ ລາວ ໄດ້​ເລີ່ມ​ຕົ້ນ​ສົກ​ຮຽນ​ໃໝ່ຂອງ​ພວກ​ເຂົາ​ດ້ວຍ​ການ​ນຳ​ໃຊ້​ຫຼັກ​ສູດ​ຂັ້ນ ປ.1 ສະ​ບັບ​ປັບ​ປຸງ​ໃໝ່​ປີ​ກາຍ​ນີ້.

ຫຼັກ​ສູດ​ຂັ້ນ ປ.1 ສະ​ບັບ​ປັບ​ປຸງ​ໃໝ່ ແມ່ນ​ຂັ້ນທຳ​ອິດ​ໃນ​ການ​ປັບ​ປຸງ​ຫຼັກ​ສູ​ດ​ຊັ້ນ​ປະ​ຖົມ​ແຫ່​ງ​ຊາດ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ, ສະ​ຫະ​ພາບ​ເອີ​ຣົບ ແລະ ລັດ​ຖະ​ບານ​ສ​ະ​ຫະ​ລັດ​ອາ​ເມ​ລິ​ກາ

ໂດຍ​ຜ່ານ​ແຜນ​ງານ​ການ​ປັບ​ປຸງ​ຄຸນ​ນະ​ພາບ ແລະ ຂະ​ຫຍາຍ​ໂອ​ກາດ​ເຂົ້າ​ຮຽນ ສຳ​ລັບ​ຢູ່​ ສ​ປ​ປ ລາວ ທີ່​ບໍ​ລິ​ຫານ​ໂດຍ​ບໍ​ລິ​ສັດ​ຄອບ​ຟີ.

ການ​ອອກ​ແບບ ແລະ ສ້າງ​ຫຼັກ​ສູດ​ໃໝ່​ແມ່ນໜ້າ​ທີ່​ສຳ​ຄັນ ແລະ ມື້​ນີ້​ແມ່ນ​ວັນ​ການ​ສຶກ​ສາ​ສາ​ກົນ, ພວກ​ເຮົາ​ຢາກ​ໃຫ້​ບັນ​ດາ​ທ່ານ​ຮັບ​ຮູ້​ວ່າ​ໃຜ​ເປັນ ສ້າງ​ຫຼັກ​ສູດ​ຂັ້ນ ປ.1 ສະ​ບັບ​ປັບ​ປຸງ​ໃໝ່​ໃຫ້​ສຳ​ເລັດ. ຕະ​ຫຼອດ​ປີ​ທີ່​ຜ່ານ​ມາ ທີມ​ງານ​ທົ່ວ​ປະ​ເທດ​ແມ່ນ​ໄດ້:

  • ພັດ​ທະ​ນາ, ຜະ​ລິດ ແລະ ແຈກ​ຢາຍ​ປຶ້ມ​ແບບ​ຮຽນ​ຫຼາຍກວ່າ 856,000 ຫົວ ສຳ​ລັບ 4 ວິ​ຊາ​ຮຽນ ແລະ ປຶ້​ມ​ຄູ່​ມື​ຄູ​ຈຳ​ນວນ 146,000 ຫົ​ວ ສຳ​ລັບ 7 ວິ​ຊາ
  • ໄດ້​ມີ​ກ່ອງ​ອຸ​ປະ​ກອນ​ການ​ສອນ​ສຳ​ລັບ​ຄູຈຳ​ນວນ 9,105 ກ່ອງ
  • ໄດ້​ຝຶກ​ອົບ​ຮົມຄູ​ຂັ້ນ ປ.1 ຈຳ​ນວນ 9,662 ທ່ານ ແລະ ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ຊັ້ນປະ​ຖົມ 6,300 ທ່ານ

ພ້ອມ​ນັ້ນ, ທີມ​ງານບ​ີ​ຄວາ​ຍັງ​ໄດ້​ຜະ​ລິດ​ລາຍ​ການ​ໂທ​ລະ​ພາບ​ຮູບ​ແບບ​ໃໝ່​ທີ່​ມີ​ຊື່​ວ່າ ລາຍ​ການ​ຮຽນ​ຮູ້​ຮ່ວມ​ກັນ. ລາຍ​ການ​ຮຽນ​ຮູ້​ຮ່ວມ​ກັນ​ມີ​ທັງ​ໝົດ 15 ຕອນ ເຊິ່ງ​ຈະ​ອອກ​ອາ​ກາດ​ທາງ​ 2 ຊ່ອງ​ໂທ​ລະ​ພາບ​ແຫ່ງ​ຊາດ ແລະ ທາງ​ຊ່ອງ​ຢູ​ທູບ. ລາຍ​ການ​ດັ່ງ​ກ່າວ​ປະ​ກອບ​ມີ​ພາກ​ເລົ່າ​ເລື່ອງ​ທີ່​ຈະ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ກະ​ກຽມ​ຄວາມ​ພ້ອມ​ສຳ​ລັບ​ຫຼັກ​ສູດ​ສະ​ບັບ​ປັບ​ປຸງໃໝ່ ແລະ ການ​ສະ​ແດງ​ກະ​ຕູນ​ດິນ​ປັ້ນ. ທ່ານ​ສາ​ມາດ​ເຂົ້າ​ເບິ່ງ​ລາຍ​ນີ້​ທາງ Learn Together YouTube channel.

ຮຽນ​ຮູ້​ເພີ້ມ​ເຕີມ​ກ່ຽວ​ໂຄງ​ການ​ທີ່​ໜ້າ​ຕື່ນ​ເຕັ້ນນີ້​ໄດ້​ທີ່​ນີ້ BEQUAL. http://www.bequal-laos.org/wp-content/uploads/2020/02/20200203-Curriculum-infographic-LA-edited-DFAT3.pdf ແລະ ຂໍຊົມ​ເຊີຍ​ຕໍ່​ການ​ມີ​ສ່ວນ​ຮ່ວມ​ຂອງ​ທຸກໆ​ທ່ານ !