ກອງປະຊຸມປຶກສາຫາລືກ່ຽວກັບຊຸດອຸປະກອນ ຂັ້ນ ປ.3 ສະບັບປັບປຸງໃໝ່
ຜົນຂອງການປຶກສາຫາລືໃນກອງປະຊຸມແມ່ນຈະຖືກນຳໄປປັບປຸງຮ່າງສະບັບສຸດທ້າຍຂອງປຶ້ມແບບຮຽນຂັ້ນ ປ.3 ແລະ ປຶ້ມຄູ່ມືຄູເພື່ອນຳໄປຈັດຕັ້ງປະຕິບັດໃນເດືອນກັນຍາ 2021
ມີວິດີໂອຝຶກອົບຮົມໃໝ່ ໃນຊ່ອງຢູທຸບ (YouTube) ທີ່ມີຊື່ວ່າ “ວິດີໂອສໍາລັບການພັດທະນາຄູ Teacher Development Videos
ວິດີໂອໃໝ່ ທີ່ສຸມໃສ່ເຕັກນິກການສອນພາສາລາວສຳລັບຫຼັກສູດຂັ້ນ ປ. 1 ແລະ ການບຳລຸງວິຊາຊີບຄູ.
ວິຊາພາລະສຶກສາຫຼັກສູດໃຫມ່ – ນັກຮຽນ ຂັ້ນ ປ.3 ຈະໄດ້ຮັບການຝຶກຝົນໂຍຄະໃນໂຮງຮຽນ
ການສອນໂຍຄະແມ່ນມີຄຸນປະໂຫຍດຫຼາຍດ້ານ ຊ່ວຍເສີມສ້າງພັດທະນາການຂອງເດັກນ້ອຍ, ຊ່ວຍພັດທະນາກາຍະພາບ ແລະ ສົ່ງຜົນດີຕໍ່ການຮຽນ.
ຮຽນຮູ້ກັບການອ່ານ
ເຈົ້າຈື່ຄຳກອນທຳອິດຂອງເຈົ້າບໍ່? ປຶ້ມຫົວທຳອິດທີ່ເຈົ້າສາມາດອ່ານດ້ວຍຕົນເອງ? ມາເບິ່ງການພະຈົນໄພຂອງກະຕູນໂຕນ້ອຍ ແລະ ມາຟັງຄຳກອນມ່ວນໆກ່ຽວກັບເລື່ອງສວນໃນລາຍການຮຽນຮູ້ຮ່ວມກັນຕອນໃໝ່ລ່າສຸດ.
ສະເຫຼີມສະຫຼອງວັນແມ່ຍິງສາກົນພ້ອມກັບຄູຊັ້ນປະຖົມສຶກສາ 3 ທ່ານ ຈາກແຂວງຫ່າງໄກທາງພາກເໜືອຫຼວງນ້ຳທາ
ບໍ່ມີວິທີການສະເຫຼີມສະຫຼອງວັນແມ່ຍິງສາກົນໃດທີ່ຈະໜ້າສົນໃຈ ແລະ ສົ່ງເສີມຄວາມສຳຄັນຂອງການສຶກສາເທົ່າກັບການໄດ້ພົບປະກັບຄູຜູ້ຍິງ 3 ທ່ານຜູ້ທີ່ເຕັມໄປດ້ວຍແຮງບັນດານໃຈ ແລະ ໃຫ້ພວກເຂົາໄດ້ມີໂອກາດຮຽນຮູ້ກ່ຽວກັບ ຂັ້ນຕອນການຫຸ້ມຫໍ່ສື່ການຮຽນການສອນສະບັບປັບປຸງໃໝ່ສຳລັບຂັ້ນ ປ.2 ຢູ່ທີ່ສາງຫຼັກ 3 ກະຊວງສຶກສາທິການ ແລະ ກິລາເຊິ່ງເປັນບ່ອນເກັບຮັກສາທີ່ໄດ້ຮັບການສ້ອມແປງໃໝ່.
ກອງປະຊຸມພັດທະນາ ແລະ ປັບປຸງຫຼັກສູດການກໍ່ສ້າງຄູ ລະດັບອະນຸປະລິນຍາໃນລະຫວ່າງວັນທີ 11-15 ພະຈິກ 2019 ທີ່ສູນ ໄອຊີທີ ກະຊວງສຶກສາທິການ ແລະ ກິລາ.
“ຂະບວນການເພີ່ມເຕີມຂອງການພັດທະນາຫຼັກສູດເພື່ອໃຫ້ເກີດການຮຽນຮູ້ ແລະ ການປັບປຸງຢ່າງຕໍ່ເນື່ອງ”
ວັນຫ້ອງນ້ຳໂລກ 2019 – ບໍ່ໃຫ້ມີໃຜຖືກປະປ່ອຍໄວ້ເບື້ອງຫຼັງ!
ນັກຮຽນຈະມີສຸຂະພາບດີໄດ້ແນວໃດ ຖ້າຫາກໂຮງຮຽນຂອງພວກເຂົາບໍ່ມີຫ້ອງນ້ຳ? ໃນທຸກໆປິມີຄົນເສຍຊີວິດໃນທົ່ວໂລກເຖິງ 432,000 ຄົນ ຍ້ອມພະຍາດຖອກທ້ອງ ແລະປັດໃຈຫຼັກທີ່ກໍ່ໃຫ້ເກີດພະຍາດ ດັ່ງກ່າວນີ້ແມ່ນຍ້ອນແມ່ທ້ອງ.
ການປັບປຸງຄຸນນະພາບປຶ້ມສຳລັບເດັກນ້ອຍລາວ
ກອງປະຊຸມເສີມສ້າງຄວາມອາດສາມາດກັບຄູ່ຮ່ວມງານຜະລິດປຶ້ມສຳລັບເດັກນ້ອຍລາວ: “ການຈັດລະດັບປຶ້ມນິທານສຳລັບເດັກນ້ອຍ”
ວິດີໂອໃໝ່ ກ່ຽວກັບ ໂຄງການທຶນການສືກສານັກຮຽນຄູ
ມາເບິ່ງແຮງບັນດານໃຈຈາກບົວລີ ແລະ ໂຊຄອງ ຊຶ່ງເປັນນັກຮຽນປີທີສາມ ຢູ່ວິທະຍາໄລຄູ. ຄວາມຝັນຂອງພວກເຂົາແມ່ນການໃຫ້ການ ສຶກສາທີ່ດີຂຶ້ນ ແລະ ມີອະນາຄົດທີ່ສົດໃສຂຶ້ນ ໃຫ້ແກ່ເດັກນ້ອຍທີ່ຢູ່ໝູ່ບ້ານຫ່າງໄກ ສອກຫຼີກຂອງພວກເຂົາ.
ບັນດາແຂວງລິເລິ່ມກະກຽມຄວາມພ້ອມເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ຫຼັກສູດຂັ້ນ ປ.1 ສະບັບປັບປຸງໃໝ່
ໃນເດືອນມີນາ 2019, ໄດ້ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ 17 ແຂວງ ແລະ ນະຄອນຫຼວງ ແລະ ວິທະຍາໄລຄູ 8 ແຫ່ງ ເກືອບ 100 ທ່ານ ເຂົ້າຮ່ວມຝຶກອົບຮົມ “ການວາງແຜນຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ” ທົ່ວປະເທດ ເປັນເວລາ 4 ວັນ ເພື່ອສ້າງທັກສະໃນການວາງແຜນ ແລະ ການບໍລິຫານງົບປະມານໃນການບຳລຸງຄູ, ຜູ້ອຳນວຍການໂຮງຮຽນ ແລະ ຄູສຶກສານິເທດ ກ່ຽວກັບ ຫຼັກສູດຂັ້ນ ປ.1 ສະບັບປັບປຸງໃໝ່.
ບົດສຳພາດ ທ່ານ ສຸລິຍາ ພູມິວົງ, ຜູ້ຜະລິດລາຍການ ກ່ຽວກັບ ຄວາມຮູ້ສູ່ຄວາມບັນເທີງ
ມາຮູ້ຈັກ ທ່ານ ສຸລິຍາ ພູມິວົງ, ນັກສິນລະປິນ ທີ່ສ້າງແຮງບັນດານໃຈ ແລະ ເປັນຜູ້ຜະລິດລາຍການກ່ຽວກັບ ຄວາມຮູ້ສູ່ຄວາມບັນເທີງ ໃຫ້ແກ່ເດັກນ້ອຍໃນ ສປປ ລາວ. ລາວຈະມາແລກປ່ຽນຄວາມມັກຮັກຂອງລາວ ແລະ ເວົ້າເລື່ອງໂຄງການໃໝ່ທີ່ຊື່ວ່າ ຮຽນຮູ້ຮ່ວມກັນ ຊຶ່ງເປັນລາຍການທີ່ຖືກພັດທະນາຂຶ້ນມາເພື່ອສະໜັບສະໜູນຫຼັກສູດຂັ້ນ ປ. 1 ສະບັບປັບປຸງໃໝ່.
ກອງປະຊຸມຄະນະກຳມະການຮັບຮອງຫຼັກສູດ ແລະ ສື່ການຮຽນການສອນ ອອກອາກາດທາງໂທລະພາບແຫ່ງຊາດລາວ
ຄະນະກຳມະການຮັບຮອງຫຼັກສູດ ແລະ ສື່ການຮຽນການສອນໄດ້ພົບປະກັນໃນກອງປະຊຸມ ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນທັນວາ 2018 ເພື່ອທົບທວນສື່ການຮຽນການສອນຂອງຂັ້ນ ປ. 1 ຊຶ່ງໄດ້ມີນັກຂ່າວເຂົ້າຮ່ວມ.
ເບື້ອງຫຼັງການຖ່າຍທຳລາຍການ ຮຽນຮູ້ຮ່ວມກັນ
ຊົມເຊີຍ ວັນເດັກນ້ອຍສາກົນ!
ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍ ສາກົນປີນີ້, ພວກເຮົາຈະນຳສະເໜີເບື້ອງຫຼັງການຖ່າຍທຳ ຮຽນຮ່ວມກັນ ເຊິ່ງ ເປັນ ໜັງ ອະນິເມຊັ່ນ ທາງດ້ານການສຶກສາ ທີ່ຈະອອກອາກາດ ທາງຊ່ອງ 3 ຂອງ ໂທລະພາບແຫ່ງຊາດ ແລະ ລາວສະຕາ ຕັ້ງແຕ່ວັນທີ 10 ມິຖຸນາ ເປັນຕົ້ນໄປ. ອົດສະຕຣາລີ ແລະ ສະຫະພາບ ເອີຣົບ ມີຄວາມພາກພູມໃຈຈະສະໜັບສະໜູນໂຄງ ການນີ້ເພື່ອຊຸກຍູ້ສົ່ງເສີມໃຫ້ເດັກນ້ອຍໄດ້ ພັດທະນາມີ ໃຈຮັກໃນການຮຽນ ແລະ ເຂົ້າເຖິງສັກກາຍະພາບຂອງພວກເຂົາຢ່າງ ເຕັມທີ.
ຫຼັກສູດຊັ້ນປະຖົມສຶກສາໃໝ່ຈະເລີ່ມຖືກນໍາໃຊ້ໃນຕົ້ນເດືອນກັນຍາ 2019.
ນັບແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ລິເລີ່ມຂະບວນການ ການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດໃນ ສປປ ລາວ ແລະ ພັດທະນາປື້ມແບບຮຽນ, ປື້ມຄູ່ມືຄູ ແລະ ສື່ການຮຽນ ການສອນໃຫ້ແກ່ບັນດາໂຮງຮຽນ.
ວັນເດັກ
ວັນທີ 1 ມິຖຸນາ ແມ່ນວັນເດັກສາກົນ. ກໍ່ຄືກັນກັບປະເທດອື່ນໆ, ການສະເຫຼີມສະຫຼອງວັນເດັກຢູ່ໃນປະເທດ ລາວ ກໍ່ມີການຈັດກິດຈະກຳແບບທົ່ວໆໄປທີ່ມີມາ ແຕ່ດົນນານແລ້ວ ເຊັ່ນ: ກິດຈະກຳການຟ້ອນ, ຮ້ອງເພງ, ແຕ້ມຮູບ, ຫຼິ້ນເກມ, ການວາງສະແດງຕ່າງໆ ແລະ ໃນບາງເຂດ ກໍ່ຈັດໃຫ້ມີການປູກຕົ້ນໄມ້ຄວບຄູ່ກັນໄປນຳ.
ການຖ່າຍທໍາວີດີໂອ ກ່ຽວກັບວຽກງານສ້າງຄູຊົນເຜົ່າ
ມາພົບກັບນ້ອງ ສາມີ້ ແລະ ນ້ອງ ໂຊກຄົງ, ສອງນັກຮຽນຄູຊົນເຜົ່າທີ່ມາຈາກເມືອງສິງ ເຂດພາກເໜືອຂອງປະເທດ ລາວ. ພວກເຂົາ ມີຄວາມໄຝ່ຝັນຢາກເປັນຄູສອນຊັ້ນປະຖົມ ເພື່ອທີ່ຈະນໍາເອົາອະນາຄົດອັນສົດໃສກວ່າເກົ່າ ມາສູ່ໝູ່ບ້ານຂອງຕົນ.
ສຽງຂອງ ແມ່ຍິງລາວ ທ່ານນາງ ນວນສີ
“ເມື່ອແມ່ຍິງພວກເຮົາໄດ້ຮັບການສຶກສາ ແນ່ນອນ ເຂົາເຈົ້າຈະມີຄວາມຮູ້, ມີຄວາມສາມາດໃນລະດັບຕ່າງໆຕາມທີ່ໄດ້ ສຶກສາມາ ແລະຈະເຮັດໃຫ້ເຂົາເຈົ້າສາມາດຮູ້ປົກປ້ອງ ຕົນເອງ, ສາມາດເຂົ້າເຖິງຂໍ້ມູນຂ່າວສານຕ່າງໆໄດ້ ແລະ ສາມາດພັດທະນາຕົນເອງ, ພັດທະນາຄອບຄົວ ແລະມີວຽກເຮັດງານທໍາ, ມີອາຊີບທີ່ໝັ້ນຄົງ, ມີລາຍຮັບ ແລະສາມາດແກ້ໄຂບັນຫາໄດ້ໃນອື່ນໆ”
ສຽງຂອງ ແມ່ຍິງລາວ ນາງ ວາລະດຸນ ອາມາລະທິທາດາ
“ມັນເປັນສິ່ງວິເສດ ເມື່ອທ່ານຮຽນຮູ້ຈາກປະສົບການຂອງຜູ້ອື່ນ ເພື່ອມາແກ້ໄຂໃນສິ່ງທີ່ຕົວເອງເຫັນວ່າມັນເປັນ ຊ່ອງວ່າງຈະເປັນອັນດີທີ່ສຸດ ແລະອັນສໍາຄັນ ເຮົາເປັນແມ່ຍິງ ເຖິງວ່າເພິ່ນສົ່ງເສີມບົດບາດຍິງ-ຊາຍກໍ່ຕາມ ການໃຫ້ຄວາມນັບຖືເຊິ່ງກັນແລະກັນ ເປັນອັນສໍາຄັນ ບໍ່ວ່າຍິງ-ຊາຍ, ບໍ່ວ່າຜູ້ເຖົ້າຜູ້ແກ່ ຫຼືວ່າແນວໃດກໍ່ຕາມ”
ລາວ, ອົດສະຕຣາລີ ແລະ ສະຫະພາບເອີຣົບ ຕົກລົງເປັນເອກະພາບກັນກ່ຽວກັບແຜນ ປະຕິບັດງານ ປະຈໍາປີເພື່ອປັບປຸງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ
ສສກ ຮ່ວມກັບ ແຜນງານບີຄວາ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບການ ຄຸ້ມຄອງແຜນງານຂຶ້ນໃນເດືອນກຸມພາ 2017 ເພື່ອທົບທວນຄືນກ່ຽວກັບຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດແຜນງານ ໃນໄລຍະເວລາເກືອບສອງປີທີ່ຜ່ານມາ ແລະ ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຮອງເອົາ ແຜນປະຕິບັດງານປະຈໍາ ສົກປີ 2016-2017 ນໍາອີກ.
ສຳລັບພິທີເຊັນບົດບັນທຶກຄວາມເຂົ້າໃຈ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນສຳລັບ ການສຶກສາຂັ້ນພື້ນຖານ ພາຍໃນແຂວງຄຳມ່ວນ.
ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ ໄດ້ລົງນາມ ໃນບົດບັນທືກຄວາມເຂົ້າໃຈ (MOU) ສຳລັບດຳເນີນການຈັດຕັ້ງປະຕິບັດກິດຈະກຳ ຂອງແຜນງານບີຄວາ ພາຍໃນ ແຂວງ ຄຳມ່ວນ.
ກະຊວງສຶກສາທິການ ແລະກິລາ ເປັນຜູ້ລິເລີ່ມຕິດຕັ້ງລະບົບອີເມວລວມສູນ ໂດຍນໍາໃຊ້ລະບົບໄມໂຄຼຊອບເອັກສ໌ເຈນ (Microsoft Exchange)
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈະກາຍເປັນກະຊວງທໍາອິດຂອງ ສປປ ລາວ ທີ່ຈະນໍາໃຊ້ຮູບແບບລະບົບອີເມວ ແລະ ການແລກປ່ຽນຂໍ້ມູນທີ່ມີຄວາມເຂັ້ມແຂງ ແລະ ກວ້າງຂວາງ ໂດຍຈະໃຊ້ລະບົບ Microsoft Exchange.