Menu
Filming of the new teacher development video
ເດືອນກັນຍາ 2023

ກະຊວງສຶກສາທິການ ແລະ ກິລາ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ໃຫ້ການຊ່ວຍຄູສອນຊັ້ນປະຖົມເພື່ອສ້າງຄວາມເຊື່ອໝັ້ນໃນການຮຽນການສອນພາສາອັງກິດ.

ວິດີໂອສຳລັບການພັດທະນາຄູຕອນໃໝ່ ໄດ້ອອກອາກາດເມື່ອບໍ່ດົນມານີ້ ເຊິ່ງໄດ້ນຳສະເໜີ 7 ວີທີແຕກຕ່າງກັນ ທີ່ຄູສາມາດນໍາໃຊ້ເພື່ອປັບປຸງທັກສະພາສາອັງກິດ.

Story reading time for the grade 5 class
ເດືອນກັນຍາ 2023

ລັດຖະບານອົດສະຕຣາລີ ແລະ ອົງການ USAID ໄດ້ປະກາດການຮ່ວມມືຄັ້ງໃໝ່ ເພື່ອສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄລຍະ 2.

ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ທ່ານ ອຸປະທູດ ຈາກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ຈາກສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບປຶ້ມນິທານສໍາລັບມຸມອ່ານໃຫ້ໂຮງຮຽນປະຖົມສຶກສາທົ່ວປະເທດ.

Participants of quarterly meeting on continuing professional development support
ເດືອນກັນຍາ 2023

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມປະຈຳໄຕມາດທີ 2 ກ່ຽວກັບພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນບັນດາແຂວງເປົ້າໝາຍ.

ວິທະຍາໄລຄູເປົ້າໝາຍ 3 ແຫ່ງ ແລະ 7 ແຂວງເປົ້າໝາຍ ໄດ້ແລກປ່ຽນບົດຮຽນ ແລະ ປຶກສາຫາລືວຽກງານໃນຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງດ້ານການພັດທະນາຂີດຄວາມສາມາດດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ.

Participants make learning pyramids as part of an activity to reflect on adult learning theory.
ເດືອນສິງຫາ 2023

ກະຊວງສຶກສາທິການ ແລະ ກິລາ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໃນການສ້າງທີມຄູຝຶກ ດ້ານບົດບາດຍິງ-ຊາຍ ຂອງບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ.

ທີມງານຄູຝຶກທີ່ສ້າງຂຶ້ນໃໝ່ນີ້ ໄດ້ເຂົ້າຮ່ວມການຝຶກອົບຮົມເປັນເວລາ 5 ວັນ ກ່ຽວກັບການເຊື່ອມສານບົດບາດຍິງ-ຊາຍ ແລະ ການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ເດັກໃນໂຮງຮຽນ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ.

Introduction of the table's functions related to IPS's work
ເດືອນກໍລະກົດ 2023

ລັດຖະບານອົດສະຕຣາລີ ແລະ ອົງການ USAID ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ດ້ວຍການນຳໃຊ້ອຸປະກອນເຕັກໂນໂລຊີທີ່ທັນສະໄໝເພື່ອການສື່ສານເຂົ້າໃນລະບົບການພັດທະນາວິຊາຊີບຄູ.

ໄດ້ນຳໃຊ້ແທັບເລັດຈຳນວນ 1.245 ເຄື່ອງ ໃນການເກັບກຳຂໍ້ມູນ ແລະ ການຝຶກອົບຮົມໃຫ້ແກ່ທີມງານຜູ້ເຮັດວຽກສຶກສານິເທດຢູ່ໃນ 30 ເມືອງເປົ້າໝາຍຂອງແຜນງານບີຄວາ.

E-learning team filming the new video
ເດືອນມີນາ 2023

ຂະແໜງສື່ເອເລັກໂຕຼນິກ ແລະ ການສຶກສາທາງໄກ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາໂດຍໄດ້ຮັບການສະໜັບສະໜູນຈາກບລັດຖະບານອົດສະຕາລີ ໄດ້ອອກວິດີໂອສຳລັບການພັດທະນາຄູຕອນໃໝ່ ເພື່ອສົ່ງເສີມການຮຽນດ້ວຍການປະຕິບັດຕົວຈິງ.

ໃນວິດີໂອຝຶກອົບຮົມໃໝ່ນີ້, ຄູຈະໄດ້ຮຽນຮູ້ວິທີຈັດຕັ້ງກິດຈະກຳເປັນຄູ່ ແລະ ເປັນກຸ່ມ ເພື່ອຈັດໃຫ້ນັກຮຽນໄດ້ມີສ່ວນຮ່ວມໃນກິດຈະກຳ ແລະ ເນັ້ນຄວາມສຳຄັນໃນການເຮັດກິດຈະກຳແບບເພື່ອນ-ຊ່ວຍ-ເພື່ອນ.

Co-preparing a lesson to support a teacher with a sciences experience preparation
ເດືອນມີນາ 2023

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ໃຫ້ທຶນສະໜັບສະໜູນວຽກສຶກສາເພື່ອເພີ່ມການຊ່ວຍເຫຼືອດ້ານການສອນແກ່ຄູສອນຊັ້ນປະຖົມສຶກສາ ໃນ 28 ເມືອງ.

ການລົງຕິດຕາມໄດ້ສະແດງໃຫ້ເຫັນວ່າ ການເພີ່ມທະວີການສະຫນັບສະຫນູນດ້ານການສອນ ໄດ້ເຮັດໃຫ້ສາມາດປັບປຸງທັກສະການສອນໄດ້ດີຂຶ້ນກວ່າເກົ່າ.

Ajan Thipmany, Deputy Director General of RIES, opening the Master Trainers workshop
ເດືອນພຶດສະພາ 2023

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ເປີດກອງປະຊຸມຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາ ປີທີ 5 ສະບັບປັບປຸງໃໝ່ ໃຫ້ແກ່ຄູຝຶກຫຼັກແຫຼ່ງ ຢ່າງເປັນທາງການ.

ການຝຶກອົບຮົມຄູຝຶກຫຼັກແຫຼ່ງ ແມ່ນເປັນຂີດໝາຍເລີ່ມຕົ້ນຂອງການຝຶກອົບຮົມ ໃນລັກສະນາການຝຶກໃຫ້ແກ່ຄູຝຶກຫຼັກແຫຼ່ງກ່ອນ ຈາກນັ້ນພວກເຂົາຈະໄປຝຶກຕໍ່ໃຫ້ແກ່ຄູຂັ້ນ ປ.5 ຈຳນວນ 13.268 ຄົນ, ຜູ້ອຳນວຍການໂຮງຮຽນ ແລະ ຜູ້ເຮັດວຽກສຶກສານິເທດ ເພື່ອກຽມພ້ອມໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ປີທີ 5 ສະບັບປັບປຸງ ໃໝ່ໃນຂອບເຂດທົ່ວປະເທດ ໃນເດືອນກັນຍາທີ່ຈະມາເຖິງນີ້.

Visit FM, Vientiane BEQUAL16-05-2023
ເດືອນພຶດສະພາ 2023

ລັດຖະບານອົດສະຕຣາລີຢັ້ງຢືນຄືນຄຳໝັ້ນສັນຍາໃນການຊ່ວຍໃຫ້ເດັກທຸກຄົນ ໃນ ສປປ ລາວ ໄດ້ຮັບການສຶກສາຊັ້ນປະຖົມທີ່ມີຄຸນນະພາບ.

ພະນະທ່ານ ນາງ ເພັນນີ ວອງ, ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທັງເປັນສະມາຊິກວຸດທິສະພາຂອງລັດຖະສະພາອົດສະຕຣາລີ ພ້ອມດ້ວຍ ພະນະທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່.

Australia and Ministry of Education handing over certificates to the young volunteers
ເດືອນພຶດສະພາ 2023

ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ຍ້ອງຍໍນັກຮຽນຕ່າງປະເທດທີ່ບັນທຶກສຽງສຳລັບຫຼັກສູດວິຊາພາສາອັງກິດຂັ້ນ ປ.5 ສະບັບປັບປຸງໃໝ່

ນັກຮຽນລາວຈະຮຽນພາສາອັງກິດແບບມ່ວນຊື່ນ ພ້ອມທັງຈະໄດ້ຟັງສຽງເວົ້າທີ່ມີຫຼາກຫຼາຍຂອງສຳນຽງຈາກຜູ້ທີ່ເວົ້າພາສາອັງກິດເປັນພາສາຫຼັກ.

Making sticks from bamboo for maths lesson
ເດືອນເມສາ 2023

ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ສົ່ງເສີມຄວາມສຳຄັນຂອງການປະດິດສື່ການຮຽນ-ການສອນຈາກວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ ເຊິ່ງເປັນແນວທາງໜຶ່ງໃນຫຼັກສູດການຮຽນ-ການສອນດ້ວຍການປະຕິບັດຕົວຈິງ.

ຫົວຂໍ້ການປະດິດສື່ການຮຽນ-ການສອນຈາກຊັບພະຍາກອນທີ່ຫາໄດ້ຈາກທ້ອງຖິ່ນ ແມ່ນເປັນຫົວຂໍ້ຂອງຕອນໃໝ່ຂອງສາລະຄະດີຄູຕົວແບບ ທີ່ໄດ້ອອກອາກາດທາງຊ່ອງໂທລະພາບສຶກສາ, ວິທະຍຸສຶກສາ ແລະ ຜ່ານທາງຊ່ອງທາງຢູທູບ.

Districts reviewing applications for the new Internal Pedagogical Support role
ເດືອນເມສາ 2023

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ສ້າງກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນຈຳນວນ 1.000 ກວ່າຄົນ ປະຈຳຢູ່ທີ 30 ເມືອງເປົ້າໝາຍຂອງແຜນງານບີຄວາ.

ສະມາຊິກທີມງານຜູ້ເຮັດວຽກສຶກສານິເທດພາຍໃນໄດ້ຖືກຄັດເລືອກໂດຍອີງໃສ່ທັກສະ ແລະ ປະສົບການ. ໃນນັ້ນ 56% ແມ່ນເພດຍິງ.

QR code TDV
ເດືອນມີນາ 2023

ກະຊວງສຶກສາທິການ ແລະ ກິລາ, ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ຜະລິດສື່ການຮຽນ-ການສອນແບບໃໝ່ ຜ່ານທາງຊ່ອງທາງຢູທູບ ເພື່ອສົ່ງເສີມການຮຽນ-ການສອນວິຊາພາສາອັງກິດຊັ້ນປະຖົມສຶກສາໃນບັນດາໂຮງຮຽນຕ່າງໆ.

ຟາຍສຽງໃນວິຊາພາສາອັງກິດຂອງຊັ້ນປະຖົມສຶກສາປີທີ່ 4 ຫຼາຍກວ່າ 100 ສຽງ ໄດ້ຖືກສ້າງເປັນວິດີໂອ ແລະ ໄດ້ຖືກອັບໂຫຼດລົງທາງສອງທາງຢູ່ທູບ ທີ່ມີຊື່ວ່າ “ວິດີໂອສຳລັບການພັດທະນາຄູ Teacher Development Videos”

Ambassador of Australia to Lao PDR and Vice Minister of Education discussing gender equality progress
ເດືອນມີນາ 2023

ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຈັດຝຶກອົບຮົມໃຫ້ແກ່ຂະແໜງສື່ອີເລັກໂຕຼນິກ ແລະ ການສຶກສາທາງໄກ ແລະ ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ໃນຫົວຂໍ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ໃນພິທີດັ່ງກ່າວ, ລັດຖະບານອົດສະຕຣາລີ ກໍ່ຍັງໄດ້ມອບອຸປະກອນທີ່ມີມູນຄ່າ 476.000.000 ກີບ (40.400 ໂດລາອົດສະຕຣາລີ) ໃຫ້ແກ່ທີມງານ ຂະແໜງສື່ອີເລັກໂຕຼນິກ ແລະ ການສຶກສາທາງໄກ ເພື່ອນຳໃຊ້ໃນການຜະລິດວິດີໂອການສຳລັບພັດທະນາຄູ.

PESS representatives from the target provinces of Houaphanh and Xiangkhouang attended the opening ceremony
ເດືອນມີນາ 2023

ພິທີເປີດຫ້ອງການພາກພື້ນແຫ່ງທີ່ 3 ຂອງແຜນງານບິຄວາທີ່ວິທະຍາໄລຄູຄັງໄຂ

ລັດຖະບານອົດສະຕຣາລີ ໄດ້ຊ່ວຍເຫຼືອເພື່ອສ້າງຄວາມເຂັ້ມແຂງດ້ານຄຸນນະພາບການສອນຂັ້ນປະຖົມສຶກສາໃຫ້ແກ່ກະຊວງສຶກສາ ແລະ ກິລາ ໂດຍການສ້າງຕັ້ງຫ້ອງການພາກພື້ນຂອງແຜນງານບິຄວາ ທີ່ວິທະຍາໄລຄູ 3 ແຫ່ງ.

Mr. Phetdavong, DDG of DTE and Mr. Thongkhan, director of the TTC visiting the new BEQUAL office
ເດືອນກຸມພາ 2023

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ເປີດຫ້ອງການພາກພື້ນຂອງແຜນງານບີຄວາ ແຫ່ງທີ 2 ຢູ່ວິທະຍາໄລຄູຫຼວງນ້ຳທາ.

ລັດຖະບານອົດສະຕຣາລີ ແລະ ກົມການສ້າງຄູ ກຳລັງເຮັດວຽກຮ່ວມກັນເພື່ອສ້າງຂີດຄວາມສາມາດໃຫ້ແກ່ບັນດາວິທະຍາໄລຄູເປົ້າຫມາຍ ດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

Matching roles and responsibilities of TTC, DESB and IPS
ເດືອນກຸມພາ 2023

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມສ້າງຂີດຄວາມສາມາດດ້ານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຄັ້ງທີ ທຳອິດ ທີ່ວິທະຍາໄລຄູສະຫວັນນະເຂດ

ອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄລຍະທີ 2 ຈະໃຫ້ການສະໜັບສະໜູນກະຊວງສຶກສາ ແລະກິລາ ຕື່ມອີກ ໃນວຽກງານການພັດທະນາ ແລະ ຝຶກອົບຮົມວິຊາຊີບຄູ.

3 subjects textbooks and teacher guides supported by Australia
ເດືອນກຸມພາ 2023

ກະຊວງສຶກສາທິການ ແລະ ກິລາ ອະນຸມັດປຶ້ມແບບຮຽນ ປ.5 ແລະ ຄູ່ມືຄູ ສະບັບປັບປຸງໃໝ່ ທີ່ໄດ້ຮັບການພັດທະນາໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ

ປີນີ້ແມ່ນປີສຸດທ້າຍຂອງຄວາມພະຍາຍາມປັບປຸງຫຼັກສູດຂັ້ນປະຖົມສຶກສາທີ່ໄດ້ເລີ່ມຕົ້ນນັບແຕ່ໃນ2018 ໂດຍການສະຫນັບສະຫນູນຈາກລັດຖະບານອົດສະຕາລີ

Ambassador of Australia and Vice-Minister of Education open a two-day workshop on inclusive education
ເດືອນທັນວາ 2022

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານ ຄົນພິການ ແລະ ການສຶກສາຮຽນຮ່ວມ

ເນື່ອງໃນໂອກາດວັນຄົນພິການສາກົນ, ກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາຂື້ນ 2 ວັນ ກ່ຽວກັບການສຶກສາຮຽນຮ່ວມໃຫ້ແກ່ຄູຝຶກຫຼັກແຫຼ່ງ ແລະ ຄູຝຶກຂັ້ນແຂວງ.
ທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ
ພະນະທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ.

Director of Savannakhet TTC welcoming the Department of Teacher Education and BEQUAL Team to the new office in the TTC
ເດືອນທັນວາ 2022

ພິທີເປີດຫ້ອງການຂອງແຜນງານບີຄວາ ຢູ່ທີ່ວິທະຍາໄລຄູ (ວຄ) ສະຫວັນນະເຂດ ຢ່າງເປັນການ ໂດຍໄດ້ຮັບການຮ່ວມມືຈາກກົມສ້າງຄູ ແລະ ໄດ້ຮັບການສະໜັບສະໜູນຈາກອົດສະຕຣາລີ

ອົດສະຕຣາລີ, ໂດຍຜ່ານທາງແຜນງານບີຄວາ ແລະ ກົມສ້າງຄູ ໄດ້ເຮັດວຽກຮ່ວມກັນ ເພື່ອເສີມສ້າງຂີດຄວາມສາມາດໃຫ້ແກ່ ວິທະຍາໄລຄູ ເປົ້າໝາຍ ໃນການປະຕິບັດວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

HE Paul Kelly, Ambassador of Australia observes a Grade 4 English lesson
ເດືອນພະຈິກ 2022

ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມເປັນປະທານໃນພິທີເປີດແຜນງານບີຄວາ ໄລຍະທີ 2 ຢ່າງເປັນທາງການ

ລັດຖະບານອົດສະຕຣາລີໃຫ້ການຊ່ວຍເຫຼືອແກ່ການສຶກສາຊັ້ນປະຖົມໂດຍຜ່ານແຜນງານບີຄວາ ມູນຄ່າຫຼາຍກວ່າ 28 ລ້ານໂດລາອົດສະຕຣາລີ ເປັນໄລຍະເວລາ 4 ປີ (2022-2026).

Pic 1
ເດືອນຕຸລາ 2022

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ສະເຫຼີມສະຫຼອງການເລີ່ມຕົ້ນການສອນຫຼັກສູດສະບັບປັບປຸງໃໝ່ຂອງ ຂັ້ນ ປ.4 ແລະ ຮັບຮູ້ບົດບາດສຳຄັນຂອງຄູໃນຜົນສຳເລັດຂອງຫຼັກສູດສະບັບປັບປຸງໃໝ່ ໃນ ສປປ ລາວ

ເນື່ອງໃນໂອກາດວັນຄູ, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ພະນະທ່ານ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ມອບອຸປະກອນການຮຽນການສອນ ຂັ້ນ ປ.4 ໃຫ້ແກ່ຄູຢ່າງເປັນທາງການ

DSC01136
ເດືອນກັນຍາ 2022

ລັດຖະບານອົດສະຕຣາລີ ມອບອຸປະກອນການຜະລິດວີດີໂອໃຫ້ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ປະເທດລາວ

ໃນໂອກາດນີ້, ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຢ້ຽມກິດຈະກຳສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ໃນສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ຊົມເຊີຍທີມງານພວກເຂົາທີ່ມີປະກອບສ່ວນໂຄສະນາ.

Supporting students with Lao Language
ເດືອນກັນຍາ 2022

ການຊ່ວຍເຫຼືອນັກຮຽນຊົນເຜົ່າ: ວິດີໂອການພັດທະນາຄູ ຕອນໃໝ່ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.

ດ້ວຍວິດີໂອການຝຶກອົບຮົມໃໝ່ນີ້, ຄູສາມາດຮຽນຮູ້ 5 ເຕັກນິກພື້ນຖານໃນການຊ່ວຍເຫຼືອນັກຮຽນຊົນເຜົ່າ

Launch of the new primary curriculum
ເດືອນກັນຍາ 2022

ສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ແລະ ວຽກງານຂອງນັກພັດທະນາຫຼັກສູດວິຊາພາສາລາວ

ການປະຕິບັດຫຼັກສູດວິຊາພາສາລາວຂັ້ນ ປ. 4 ສະບັບປັບປຸງໃໝ່ ທີ່ພັດທະນາໂດຍກະຊວງສຶກສາທິການ ແລະ ກິລາ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈະໄດ້ເລີ່ມຕົ້ນ ການຮຽນ-ການສອນນັບແຕ່ເດືອນກັນຍານີ້ເປັນຕົ້ນໄປ.

Representatives from Science Section of RIES practice an experiment on electricity
ເດືອນສິງຫາ 2022

ອົດສະຕຣາລີ ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຂຽນປຶ້ມແບບຮຽນ ແລະ ຄູ່ມືຄູ ສຳລັບຫຼັກສູດໃໝ່ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນ ປ.5.

ຫຼັກສູດວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມສະບັບປັບປຸງໃໝ່ໄດ້ເໜັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດຕົວຈິງຜ່ານການທົດລອງ ທີ່ຈະຊ່ວຍໃຫ້ນັກຮຽນສາມາດໝູນໃຊ້ວິທະຍາສາດເຂົ້າໃນຊີວິດປະຈໍາວັນ ແລະ ໃນແວດລ້ອມຊຸມຊົນຂອງເຂົາເຈົ້າ.

Pic1.Teacher Phawady.Head of Radio Section and Ms. Khanchana.Deputy Head are recording their radio programs with the new sound recording system.
ເດືອນສິງຫາ 2022

ລັດຖະບານປະເທດອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຕິດຕັ້ງລະບົບບັນທຶກສຽງທີ່ທັນສະໄໝໃໝ່ ຢູ່ໃນຫ້ອງສະຕູດິໂອສຽງ ຂອງກະຊວງສຶກສາທິການ ແລະກິລາ ແຫ່ງ ສປປ ລາວ.

ລະບົບບັນທຶກສຽງໃໝ່ນີ້ຈະຊ່ວຍໃຫ້ກະຊວງສາມາດຍົກສູງຄຸນນະພາບຂອງລາຍການວິທະຍຸຂອງກະຊວງ ກໍ່ຄືການຜະລິດແຫຼ່ງສຽງເພື່ອການຮຽນ-ການສອນ.

150 participants from Central and sub-national level joined face to face or online_resized
ເດືອນກໍລະກົດ 2022

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ເປັນເຈົ້າພາບໃນການຈັດກອງປະຊຸມກ່ຽວກັບໂຄງການທົດລອງການຝຶກເວົ້າພາສາລາວ, ຈຸດປະສົງແມ່ນເພື່ອປຶກສາຫາລືກັນກ່ຽວກັບພາກສ່ວນທີ່ກ່ຽວຂ້ອງໃນການສະໜັບສະໜູນນັກຮຽນ ຂັ້ນ ປ.1 ຜູ້ທີ່ບໍ່ເວົ້າພາສາລາວເປັນພາສາທີໜຶ່ງໃນໂຮງຮຽນປະຖົມສຶກສາຢູ່ເຂດຊົນນະບົດ.

ຫຼັກສູດການຝຶກເວົ້າພາສາລາວໄດ້ເຮັດການທົດລອງມາເປັນເວລາ 2 ປີແລ້ວໃນ 80 ໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ແລະ ໃນປັດຈຸບັນ, ຫຼັກສູດດັ່ງກ່າວພວມໄດ້ຮັບການປັບປຸງ ເພື່ອກຽມພ້ອມຜັນຂະຫຍາຍນຳໃຊ້ໃນແຂວງອື່ນໆຕື່ມອີກ.

Ajan Viengkeo preparing the students for a group activity
ເດືອນກໍລະກົດ 2022

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສົ່ງເສີມວຽກງານດ້ານການສຶກສາຮຽນຮ່ວມ ຜ່ານທາງຟີມເອກະສານອັນ ໃໝ່ ພາຍໄຕ້ຫົວຂໍ້ “ຄູຕົວແບບ”.

ທີມງານນັກຂ່າວ ຈາກກະຊວງ ສສກ ໄດ້ເດີນທາງໄປແຂວງຊຽງຂວາງ ເພື່ອສຳພາດຄູສອນທີ່ມີຄວາມກະຕືລືລົ້ນ ແລະ ອຸທິດຕົນສູງ ຈົນກາຍເປັນຄູຕົວແບບ ດ້ານການສຶກສາຮຽນຮ່ວມ.

Teacher preparing a language activity with flashcards_resized
ເດືອນມີນາ 2022

ພວກເຮົາຈະປະດິດ ແລະ ນໍາໃຊ້ບັດຄໍາ ແລະ ບັດຮູບພາບຄືແນວໃດ: ວິດີໂອສໍາລັບການພັດທະນາຄູລ້າສຸດ ໄດ້ຖືກຜະລິດຂຶ້ນໂດຍກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຂອງລັດຖະບານອົດສະຕຣາລີ.

ບັດຄໍາ ແລະ ບັດຮູບພາບແມ່ນເປັນສື່ການຮຽນການສອນທີ່ມີປະໂຫຍດຫຼາຍໃນການຊຸກຍູ້ໃຫ້ນັກຮຽນມີສ່ວນຮ່ວມເຂົ້າໃນການຮຽນຮູ້ຢ່າງຫ້າວຫັນ.

220516 MT Training TV and newspapers covering the launch of the G4 training (2)
ເດືອນພຶດສະພາ 2022

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ເປີດການຝຶກອົບຮົມຄູສອນຊັ້ນປະຖົມສຶກສາຂັ້ນ ປ.4 ຢ່າງເປັນທາງການກ່ຽວກັບຫຼັກສູດສະບັບປັບປຸງໃໝ່ ເຊິ່ງເປັນການຝຶກອົບຮົມແບບປະສົມປະສານລະຫວ່າງຮູບແບບທາງໄກ ແລະ ແບບເຊິ່ງໜ້າ ເປັນເວລາ 6 ວັນ.

ການຝຶກອົບຮົມຄູຝຶກຫຼັກແຫຼ່ງແມ່ນເປັນການຝຶກອົບຮົມຂັ້ນຕົ້ນຂອງຂະບວນການຝຶກອົບຮົມຄູສອນຂັ້ນ ປ.4 ແລະ ຄູສຶກສານິເທດ ລວມກັນປະມານ 9,000 ຄົນ ເພື່ອກຽມຄວາມພ້ອມໃຫ້ພວກເຂົາໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ທົ່ວປະເທດໃນເດືອນກັນຍາທີ່ຈະມາເຖິງນີ້.

Ms. Sysai Panyachack, Pedagogical Advisor from Samuay District
ເດືອນພຶດສະພາ 2022

ການສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ – ເລື່ອງລາວຂອງຄວາມສຳເລັດຈາກເມືອງ ສະໝ້ວຍ, ແຂວງ ສາລະວັນ

ລັດຖະບານອົດສະຕຣາລີ ໄດ້ເຮັດວຽກຮ່ວມກັນກັບຄູ່ຮ່ວມພັດທະນາຫຼັກໃນທຸກໆຂັ້ນ ຂອງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍຜ່ານແຜນງານບີຄວາ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມຄວາມເທົ່າທຽມທາງເພດ ແລະ ໂອກາດຂອງແມ່ຍິງໃນການດຳເນີນກິດຈະກຳຕ່າງໆຂອງແຜນງານ.

Certicate handover ceremony at the school (3)
ເດືອນພຶດສະພາ 2022

ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ຮັບຮູ້ເຖິງການສະໜັບສະໜູນຂອງນັກຮຽນຈາກໂຮງຮຽນນານາຊາດວຽງຈັນທີ່ອາສາສະໝັກຊ່ວຍເຫຼືອໃນການຜະລິດສື່ອຸປະກອນຟາຍສຽງ ສຳລັບຫຼັກສູດພາສາອັງກິດແຫ່ງຊາດ ຂັ້ນ ປ.4 ສະບັບປັບປຸງໃໝ່.

ສື່ອຸປະກອນຟາຍສຽງມີທັງໝົດ 100 ກວ່າແບບໃຫ້ນັກຮຽນ ແລະ ຄູສອນ ຂັ້ນປ.4 ໄດ້ຮຽນພາສາອັງກິດຢ່າງມ່ວນຊື່ນ ແລະ ໃນຂະນະດຽວກັນກໍໄດ້ສຳຜັດກັບຄວາມຫຼາກຫຼາຍຂອງສຳນຽງການເວົ້າໃນພາສາອັງກິດອີກດ້ວຍ.

Blended Learning Pilot - Master Trainers doing a role play
ເດືອນມີນາ 2022

ເພື່ອເປັນການຕອບສະໜອງຕໍ່ສິ່ງທ້າທາຍອັນເນື່ອງມາຈາກພະຍາດໂຄວິດ-19, ກະຊວງສຶກສາທິການ ແລະ ກິລາ ພ້ອມທັງລັດຖະບານອົດສະຕຣາລີ ໄດ້ຂະຫຍາຍການຮຽນຮູ້ແບບປະສົມປະສານໃຫ້ແກ່ຄູຝຶກທັງໝົດໃນທົ່ວປະເທດ.

ຈຸດປະສົງຂອງແຜນງານລິເລີ່ມນີ້ແມ່ນເພື່ອພັດທະນາທັກສະຂອງຄູຝຶກ ແລະ ຄວາມໝັ້ນໃຈໃນການນຳໃຊ້ Zoom ເພື່ອເຂົ້າຮ່ວມ ແລະ ຈັດກອງປະຊຸມສຳມະນາຜ່ານທາງອິນເຕີເນັດ ພ້ອມທັງໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ໂດຍການນຳໃຊ້ວິທີການແບບປະສົມປະສານກັນລະຫວ່າງທາງອອນລາຍ ແລະ ໜ້າຕໍ່ໜ້າ.

2022 02 BEQUAL technical meeting cahired by Dr Bounpanh
ເດືອນມີນາ 2022

ລັດຖະບານອົດສະຕຣາລີ ໄດ້ໃຫ້ຄໍາໝັ້ນສັນຍາກ່ຽວກັບການສະໜັບສະໜູນລັດຖະບານ ສປປ ລາວ ໃນການພັດທະນາການຮຽນການສອນໂດຍເນັ້ນໃສ່ເຂດທີ່ດ້ອຍໂອກາດ ແລະ ການສຶກສາຮຽນຮ່ວມ ໃນ ສປປ ລາວ.

ກະຊວງສຶກສາທິການ ແລະ ກິລາ ລວມທັງພາກສ່ວນທີ່ກ່ຽວຂ້ອງໃນຂັ້ນແຂວງ ແລະ ລັດຖະບານອົດສະຕຣາລີ ປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໃນປັດຈຸບັນນີ້.

Illustration from future Grade 4 textbooks - An active inclusive classroom
ເດືອນກຸມພາ 2022

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຮັບຮອງເອົາປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຂັ້ນປ.4 ສະບັບປັບປຸງໃໝ່.

ສຳລັບຫຼັກສູດຂັ້ນ ປ.4 ນີ້ ລວມມີວິຊາ ພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ພາສາອັງກິດ, ຊຶ່ງລັດຖະບານອົດສະຕຣາລີ ໃຫ້ການສະໜັບສະໜູນໃນການພັດທະນາ, ຈັດພີມ, ແຈກຢາຍ ແລະ ຝຶກອົບຮົມຄູ.

5-day online workshop to write the TSP module 8 on building confidence to teach English
ເດືອນມັງກອນ 2022

ລັດຖະບານອົດສະຕຣາລີ ສະໜັບສະໜູນກົມສ້າງຄູໃນການພັດທະນາຊຸດອຸປະກອນຊ່ວຍເຫຼືອຄູໃໝ່ ຈຳນວນ 4 ໂມດູນ.

ໂມດູນເຫຼົ່ານີ້ແມ່ນໄດ້ພັດທະນາຂຶ້ນມາ ເພື່ອຊ່ວຍເຫຼືອຄູສອນຊັ້ນປະຖົມສຶກໃນການແກ້ໄຂສິ່ງທ້າທາຍຕ່າງໆ ທີ່ໄດ້ພົບພໍ້ໃນລະຫວ່າງການສິດສອນ.

2021 11 Online review of the Provincial Trainers teams
ເດືອນທັນວາ 2021

ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະ ຕຣາລີ ໄດ້ຈັດກອງປະຊຸມທົບທວນຄືນຂໍ້ມູນທີມຄູຝຶກຂັ້ນແຂວງໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ເປັນເວລາ 2 ວັນ ໂດຍນຳໃຊ້ຮູບແບບທາງໄກ ເຊິ່ງມີຕາງໜ້າ ຈາກ 18 ແຂວງ ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້.

ການທົບທວນຄືນ ແລະ ການປັບປຸງທີມງານຄູຝຶກຂັ້ນແຂວງໃນປີນີ້ ໄດ້ມີການກຳນົດເປົ້າໝາຍໃຫ້ແຕ່ລະແຂວງບັນລຸ ໂດຍແນໃສ່ການເພີ່ມຈຳນວນສະມາຊິກ ຄູຝຶກຂັ້ນແຂວງທີ່ເປັນເພດຍິງ ໃຫ້ໄດ້ເຖິງ 50% ຫຼື ໃກ້ຄຽງທີ່ສຸດ.

Min and Amb with G3 teachers and their trainers
ເດືອນທັນວາ 2021

ບົດສຳພາດຂອງທ່ານເອກອັກຄະລາສະທູດ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສຳເລັດຄວາມພະຍາຍາມໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ.3 ສະບັບປັບປຸງໃໝ່.

ເຖິງແມ່ນວ່າຈະມີສິ່ງທ້າທາຍຕໍ່ກັບສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ແຕ່ກໍ່ໄດ້ສໍາເລັດການຝຶກອົບຮົມຄູສອນຂັ້ນ ປ.3 ແລະ ແຈກຢາຍສື່ການຮຽນການສອນສຳລັບປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ປີທີ 3 ໃນທົ່ວປະເທດ.

Nearly 50 participants from BEQUAL, Ministry, Embassy and Media joined a fun session to learn sign Language
ເດືອນທັນວາ 2021

ຮຽນຮູ້ວິທີການສື່ສານດ້ວຍການນຳໃຊ້ພາສາມື.

ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຈັດການຝຶກອົບຮົມແບບອອນລາຍ ກ່ຽວກັບການຮຽນຮູ້ວິທີການສື່ສານດ້ວຍການນຳໃຊ້ພາສາມືລາວຂັ້ນພື້ນຖານ ພ້ອມທັງການສະເຫຼີມສະຫຼອງວັນຄົນພິການສາກົນ.

31 10 Participants joined online from all Ministry line departments, PESS and TTC
ເດືອນຕຸລາ 2021

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສະແດງຄວາມຊົມເຊີຍຕໍ່ກັບບັນດາພະນັກງານສຶກສາທິການ ແລະ ກິລາ ໃນຂັ້ນສູນກາງຈົນເຖິງຂັ້ນທ້ອງຖິ່ນ ທີ່ໄດ້ສຸມໃສ່ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ໃຫ້ສໍາເລັດ ເຖິງແມ່ນວ່າຈະມີສິ່ງທ້າທາຍຈາກສະພາບການລະບາດຂອງພະຍາດໂຄວິດ 19.

ສື່ການຮຽນການສອນ ປີທີ 3 ສະບັບປັບປຸງໃໝ່ ໄດ້ແຈກຢາຍໃຫ້ໂຮງຮຽນແຕ່ລະແຫ່ງ ພ້ອມທັງການຝຶກອົບຮົມໃຫ້ຄູສອນ, ສ່ວນຫຼັກສູດຊັ້ນປະຖົມສຶກສາ ປີທີ 4 ແມ່ນກຳລັງຢູ່ໃນຂັ້ນຕອນການພັດທະນາ, ແຕ່ກໍຍັງມີຄວາມກັງວົນວ່າໂຮງຮຽນຫລາຍແຫ່ງຍັງຕ້ອງໄດ້ປິດການຮຽນການສອນຢູ່.

Reminder of Covid-19 prevention and how to properly wear a mask was part of the training
ເດືອນຕຸລາ 2021

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ການດຳເນີນກອງປະຊຸມຝຶກອົບຮົມແບບອອນລາຍ ເພື່ອຊ່ວຍແນະນຳຄູສອນໃນບັນດາ 28 ເມືອງ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.3 ສະບັບປັບປຸງໃໝ່.

ເນື່ອງຈາກມີຂໍ້ຈຳກັດໃນການເດີນທາງ ແລະ ການປິດການເຂົ້າອອກໃນເຂດທີ່ມີການລະບາດຂອງພະຍາດໂຄວິດ, ການຈັດຝຶກອົບຮົມແບບອອນລາຍແມ່ນໄດ້ດຳເນີນໃນອາທິດຜ່ານມາ ເຊິ່ງຖືໂອກາດນີ້ເພື່ອພັດທະນາທັກສະການນຳໃຊ້ຮູບແບບການປະຊຸມແບບອອນລາຍ ຫຼື ແບບທາງໄກ ໃຫ້ແກ່ນັກສຳມະນາກອນ.

Young native English speakers recording the G3 English audio files
ເດືອນຕຸລາ 2021

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ເຜີຍແຜ່ຟາຍວິດີໂອ ການສອນສາທິດ 21 ສຽງພາສາອັງກິດຂັ້ນ ປ.3 ຜ່ານຊ່ອງຢູທູບ ເພື່ອສະໜັບສະໜັບການຮຽນການສອນ ສຳລັບວິຊາ ພາສາອັງກິດຂັ້ນ ປ.3

ວິດີໂອຊຸດໃໝ່ ສຳລັບຟາຍການສອນສາທິດສຽງພາສາອັງກິດຂັ້ນ ປ.3 ຫຼາຍກວ່າ 100 ສຽງ ໄດ້ຖືກເຜີຍແຜ່ຜ່ານຊ່ອງຢູທູບທີ່ມີຊື່ວ່າ: “ວິດີໂອສໍາລັບການພັດທະນາຄູ Teacher Development Videos.”

21 08 DOI workshop (2)
ເດືອນກັນຍາ 2021

ກະຊວງສຶກສາທິການ ແລະ ກິລາ ກະກຽມຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ 5 ປີ ຄັ້ງທີ 9, 2021-2025.

ເປັນຄັ້ງທຳອິດທີທາງ ກະຊວງ ສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນທາງດ້ານງົບປະມານຂອງລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມວາງແຜນຈັດຕັ້ງປະຕິ ບັດ ແລະ ການຕິດຕາມ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ 9, ຊຶ່ງໄດ້ມີຜູ້ຕາງໜ້າເຂົ້າຮ່ວມຈາກພາກສ່ວນຕ່າງໆຈາກກົມກອງອ້ອມຂ້າງກະຊວງໃນຂັ້ນສູນກາງ.

2021 08 Role Model Active Learning - Other teachers come to observe Ms Souphaphone class and learn from her
ເດືອນກັນຍາ 2021

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເປີດແຜນງານການໂຄສະນາຊຸດໃໝ່ເອີ້ນວ່າ: “ແຜນງານການໂຄສະນາຄູຕົວແບບ” ເພື່ອສົ່ງເສີມວິທີການສິດສອນທີ່ດີ ແລະ ການຈັດຕັ້ງປະຕິບັດວຽກງານການສຶກສາຮຽນຮ່ວມໃນທົ່ວປະເທດລາວ.

ທີມງານສູນໂຄສະນາຂ່າວສານການສຶກສາທິການ ແລະ ກິລາ ຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເດີນທາງໄປແຂວງຫຼວງພະບາງ ເພື່ອສໍາພາດຄູຕົວແບບຄົນທໍາອິດ ຜູ້ທີ່ມີຄວາມຫ້າວຫັນ ແລະ ມີຄວາມຊ່ຽວຊານໃນການຈັດຕັ້ງປະຕິບັດການຮຽນການສອນແບບໃໝ່ ໂດຍເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ເພື່ອຊ່ວຍເຫຼືອນັກຮຽນໃຫ້ຮຽນດີຂຶ້ນ.

21 08 DOI workshop (2)
ເດືອນກັນຍາ 2021

ກະຊວງສຶກສາທິການ ແລະ ກິລາ ກະກຽມຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ 9, 2021-2025.

ເປັນຄັ້ງທຳອິດທີທາງ ກະຊວງ ສຶກສາທິການ ແລະ ກິລາ ແລະ 3 ພາກສ່ວນຈາກ ອະດີດກະຊວງ ວິທະຍາສາດ ແລະ ເທັກໂນໂລຊີ ໄດ້ຈັດກອງປະຊຸມວາງແຜນຈັດຕັ້ງປະຕິບັດ ແລະ ການຕິດຕາມ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ 9, ຊຶ່ງກອງປະຊຸມໄດ້ຈັດຂຶ້ນເປັນເວລາ 4 ວັນ ໂດຍການສະໜັບສະໜູນທາງດ້ານງົບປະມານຂອງລັດຖະບານອົດສະຕຣາລີ.

Handover of grammar book
ເດືອນສິງຫາ 2021

ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ລົງຢ້ຽມຢາມການຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ.3 ສະບັບປັບປຸງໃໝ່.

ຄູສອນຊັ້ນປະຖົມສຶກສາຂັ້ນ ປ.3 ຈຳນວນ 9.645 ຄົນ ແລະ ຄູສຶກສານິເທດ ຈຳນວນ 366 ຄົນທົ່ວປະເທດ ໄດ້ຮັບການຝຶກອົບຮົມ. ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ອອກແບບເພື່ອຮັບປະກັນມາດຕະການການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

Pre-service pic 6
ເດືອນສິງຫາ 2021

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ເປີດກອງປະຊຸມຮັບຮອງຜົນການທົດລອງຫຼັກສູດສ້າງຄູຊັ້ນປະຖົມສຶກສາ.

ຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ແລະ ທີມຄະນະວິຊາການຈາກວິທະຍາໄລຄູ ໄດ້ເຂົ້າຮ່ວມປະຊຸມເພື່ອທວນຄືນການຈັດຕັ້ງພັດທະນາ ແລະ ປັບ ປຸງແຕ່ລະລາຍວິຊາລວມທັງຮັບຮອງຜົນການທົດລອງຫຼັກສາຍສູດສ້າງຄູຊັ້ນປະຖົມສຶກສາ.

Pictures for Video 16 (5)
ເດືອນມີນາ 2021

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງເຜີຍແຜ່ກ່ຽວກັບວິທີການສອນສຽງ ເພື່ອຮຽນພາສາອັງກິດ

ວິດີໂອສຳລັບການພັດທະນາຄູໃໝ່ນີ້ ແມ່ນເພື່ອແນະນຳວິທີການສອນສຽງພາສາອັງກິດ ຊຶ່ງຜະລິດໂດຍກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.

New Grade 3 materials (2)
ເດືອນມີນາ 2021

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ເປີດຊຸດຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ສຳລັບຄູສອນຂັ້ນ ປ.3.

ການຈັດຝຶກອົບຮົມທົ່ວປະເທດຄັ້ງຍິ່ງໃຫ່ຍນີ້ ໄດ້ຖືກອອກແບບມາເພື່ອຮັບປະກັນໄລຍະການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19.

Thump 4
ເດືອນພຶດສະພາ 2021

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ກຳລັງເຜີຍແຜ່ວິດີໂອສຳລັບການພັດທະນາຄູຊຸດໃໝ່.

ວິດີໂອສຳລັບການພັດທະນາຄູໃໝ່ນີ້ ແມ່ນການຮຽນຮູ້ເຕັກນິກທີ 13ກ ໃນວິຊາພາສາລາວຂັ້ນ ປ.2 ແລະ ເປັນຄັ້ງທຳອິດທີ່ໄດ້ເພີ່ມພາສາມືເຂົ້າໃນວິດີໂອ.

Filming SLD 3
ເດືອນເມສາ 2021

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງຖ່າຍທຳພາສາມືເພີ່ມເຂົ້າໃນວິດີໂອສຳລັບການພັດທະນາຄູ.

ທຸກວິດີໂອສຳລັບການພັດທະນາຄູໃນອານາຄົດ ແມ່ນຈະໄດ້ເພີ່ມພາສາມືເຂົ້າ ເພື່ອຝຶກອົບ ຮົມໃຫ້ຄູໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ວິທີການຮຽນການສອນແບບໃໝ່.

DSC_0021
ເດືອນເມສາ 2021

ສະຖານທູດອົດສະຕຣາລີ ຈັດຝຶກອົບຮົມໃຫ້ກັບທີມງານຂອງກະຊວງສຶກສາທິການ ແລະ ກິລາ ກ່ຽວກັບວິທີການສ້າງວິດີໂອ, ການຖ່າຍພາບ ແລະ ການນຳໃຊ້ຮູບພາບເຂົ້າໃນສື່ ເພື່ອໃຫ້ມີຄວາມໝາຍ ແລະ ຫຼາກຫຼາຍຂຶ້ນກວ່າເກົ່າ.

ເດືອນແຫ່ງການສະເຫຼີມສະຫຼອງວັນແມ່ຍິງສາກົນ, ກອງປະຊຸມຝຶກອົບຮົມ “ວິທີການນຳໃຊ້ຮູບພາບເຂົ້າໃນສື່” ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ, ຊຶ່ງຜະລິດໂດຍກະຊວງສຶກສາທິການ ແລະ ກິລາ .

Managing a multigrade class
ເດືອນມີນາ 2021

ລັດຖະບານອົດສະຕຣາລີ ກຳລັງສະໜັບສະໜູນກົມສ້າງຄູໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ທີມງານນັກຂຽນຫຼັກສູດບຳລຸງຄູປະຈຳການທີ່ສ້າງຕັ້ງຂຶ້ນໃໝ່ ໄດ້ເຂົ້າຮ່ວມກອງປະຊຸມຂຽນຫຼັກສູດຄັ້ງທຳອິດ ເພື່ອຜະລິດສື່ການຮຽນການສອນສຳລັບຄູສອນຊັ້ນປະຖົມສຶກສາໃຫ້ມີຄຸນນະພາບສູງຂຶ້ນ.

21 03 TV Spot Textbook return (4)
ເດືອນມີນາ 2021

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງພັດທະນາສື່ໂຄສະນາເພື່ອສົ່ງເສີມວິທີການຮັກສາປຶ້ມແບບຮຽນ

ອາທິດຜ່ານມາ, ທີມງານຈາກສູນໂຄສະນາຂ່າວສານການສຶກສາທິການ ແລະ ກິລາ ໄດ້ລົງຖ່າຍທຳວິດີໂອເພື່ອຜະລິດຂ່າວໂຄສະນາທາງໂທລະພາບ ເພື່ອຢຳ້ເຕືອນໃຫ້ນັກຮຽນ ແລະ ພໍ່ແມ່ນັກຮຽນ ກ່ຽວກັບການຮັກສາປຶ້ມແບບຮຽນໃຫ້ຢູ່ໃນສະພາບດີກ່ອນສົ່ງຄືນໃຫ້ໂຮງຮຽນໃນທ້າຍສົກຮຽນ.

Classroom Observation, Kuan District HPN Province
ເດືອນມີນາ 2021

ການຮ່ວມກັນລົງຕິດຕາມ ແລະ ປະເມີນຄວາມຄືບໜ້າ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່

ພະນັກງານວິຊາການຈາກກະຊວງສຶກສາທິການ ແລະ ກິລາ ຈະລົງຕິດຕາມ ແລະ ປະເມີນ ຢູ່ໃນ 21 ເມືອງເປົ້າໝາຍ ເປັນເວລາ 8 ອາທິດ.

202102 PT review workshop - Omline in 8 locations (2)
ເດືອນກຸມພາ 2021

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດກອງປະຊຸມແບບອອນລາຍເປັນເວລາ 2 ວັນ ໂດຍເຊື່ອມຕໍ່ກັບບັນດາພາກ ສ່ວນທີ່ກ່ຽວຂ້ອງຫຼາຍກວ່າ 60 ທ່ານຈາກກະຊວງ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ພະນັກງານຈາກວິທະຍາໄລສ້າງຄູ 8 ແຫ່ງທົ່ວປະເທດ ຜ່ານກອງປະຊຸມລະບົບວິດີໂອ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທວນຄືນກ່ຽວກັບຄູຝຶກຂັ້ນແຂວງ ສຳລັບການຝຶກອົບຮົມໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ສະ ໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ຄູສອນຊັ້ນປະຖົມສຶກສາ.

Grade 1 teacher doing a Lao Language lesson (website)
ເດືອນກຸມພາ 2021

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມທົບທວນ ແລະ ປຶກສາຫາລືໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ໂດຍມີຜູ້ຕາງໜ້າຈາກທຸກໆແຂວງເຂົ້າຮ່ວມ.

ຕາງໜ້າຫຼາຍກວ່າ 100 ທ່ານ ໄດ້ເຂົ້າຮ່ວມແລກປ່ຽນ ແລະ ຖອດຖອນບົດຮຽນໃນການພັດທະນາຫຼັກສູດ ແລະ ການຈັດຕັ້ງປະຕິບັດຫຼັກສູດ ສະບັບປັບປຸງໃໝ່.

Teacher Training videos produced by RIES (website)
ເດືອນກຸມພາ 2021

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ປຶກສາຫາລືກ່ຽວ ກັບຄວາມຄືບໜ້າ ແລະ ວາງແຜນການຈັດຕັ້ງປະຕິບັດການພັດທະນາຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໃນສົກຮຽນປີຕໍ່ໄປ.

ກອງປະຊຸມດັ່ງກ່າວ, ລັດຖະບານອົດສະຕຣາລີ ໄດ້ຖືໂອກາດມອບເຄື່ອງອຸປະກອນການ ຈັດວາງເອກະສານ ແລະ ອຸປະກອນການຜະລິດວິດີໂອເພື່ອພັດທະນາຄູ ໃຫ້ແກ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ).

Students and curriculum writers ready to go to studio (website)
ເດືອນກຸມພາ 2021

ລັດຖະບານອົດສະຕຣາລີ ນຳເອົານັກຮຽນນານາຊາດ ເພື່ອມາບັນທຶກສຽງພາສາອັງກິດ ສຳລັບຊຸດເຄືື່ອງມືຫຼັກສູດຊັ້ນປະຖົມສຶກສາ ວິຊາພາສາອັງກິດ ຂັ້ນ ປ.3 ສະບັບປັບປຸງໃໝ່ ຂອງກະຊວງສຶກສາທິການ ແລະ ກິລາ.

ການບັນທຶກສຽງດັ່ງກ່າວ ຈະຊ່ວຍໃຫ້ນັກຮຽນຄົນລາວໄດ້ຮຽນຮູ້ພາສາອັງກິດດ້ວຍຄວາມມ່ວນຊື່ນ ແລະ ມີຄວາມ ຫຼາກຫຼາຍໃນສຳນຽງທີ່ມີຢູ່ພາສາເວົ້າຂອງພາສາອັງກິດ.

Sign Language Training Photo 4
ເດືອນກຸມພາ 2021

ທີມງານຂອງສະຖານທູດອົດສະຕຣາລີ ຈັດຝຶກອົບຮົມກ່ຽວກັບວິທີການ ເພີ້ມພາສາມືເຂົ້າໃນວິດີໂອ ໃຫ້ກັບທີມງານຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

ວິດີໂອສຳລັບການພັດທະນາຄູໃນອານາຄົດ ສ້າງຂຶ້ນເພື່ອຝຶກໃຫ້ຄູໄດ້ພັດທະນາ ກ່ຽວກັບຫຼັກ ສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໂດຍເນັ້ນໃສ່ການຮຽນການສອນແບບໃໝ່ ທີ່ເພີ້ມພາສາມືເຂົ້າໃນວິດີໂອ.

20 12 SLP Baseline study - Student taking the test 2 (website)
ເດືອນກຸມພາ 2021

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງທົດລອງການຈັດຕັ້ງປະຕິບັດ ການສອນຝຶກເວົ້າພາສາລາວ ສຳລັບນັກຮຽນ ຂັ້ນ ປ.1 ທີ່ບໍ່ເວົ້າພາສາລາວເປັນພື້ນຖານ ໃນໂຮງຮຽນ 80 ແຫ່ງ ຢູ່ເຂດຫ່າງໄກສອກຫຼີກ.

ນັກຮຽນ ຂັ້ນ ປ.1 ທີ່ບໍ່ເວົ້າພາສາລາວເປັນພື້ນຖານຈະໄດ້ຮຽນເພີ່ມອີກ 1 ຊົ່ວຕໍ່ມື້ເພື່ອປັບປຸງທັກສະດ້ານການອ່ານ ແລະ ຂຽນພາສາລາວຂອງຕົນເອງ.

G4 and G5 Workshop Photo 1 (website)
ເດືອນມັງກອນ 2021

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກຳລັງຈັດຕັ້ງປະຕິບັດ ການຂຽນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ຂັ້ນ ປ.4 ແລະ ຂັ້ນ ປ.5.

ນັກຂຽນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໄດ້ຮັບການແນະນຳເພື່ອສົ່ງເສີມວິທີການຮຽນການສອນແບບເນັ້ນການປະຕິບັດຕົວຈິງ ແລະ ວິທີການສອນຫ້ອງຄວບ ປະສົມປະສານເຂົ້າໃນການພັດທະນາຊຸດຄູ່ມືການຮຽນການສອນແບບໃໝ່.

Blended Learning (1) website
ເດືອນມັງກອນ 2021

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຈັດຕັ້ງປະຕິບັດການທົດ ລອງການຮຽນແບບປະສົມປະສານເພື່ອໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງແກ່ຄູສອນຊັ້ນປະຖົມສຶກສາ.

ອາທິດຜ່ານມາ ກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດການຕິດຕາມສັງເກດການຮຽນການສອນໃນຫ້ອງຮຽນຊັ້ນປະຖົມເຂດຫ່າງໄກຊອກຫຼີກ ພ້ອມທັງໃຫ້ຄຳແນະນຳແກ່ຄູຝຶກຂັ້ນແຂວງ ໂດຍຜ່ານການປະຊຸມທາງອອນລາຍ.

20 12 Disability event - Story of PWD speakers (5)
ເດືອນທັນວາ 2020

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສືບຕໍ່ການຮ່ວມມືປັບປຸງດ້ານການສຶກສາຮຽນຮ່ວມ ສຳລັບເດັກນ້ອຍພິການ

ການຮ່ວມຈັດງານສະເຫຼີມສະຫຼອງ ຄວາມຄືບໜ້າວຽກງານການສຶກສາຮຽນຮ່ວມສຳລັບຄົນພິການ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ກ່ຽວກັບປະສົບການຊີວິດຂອງຄົນພິການ ແລະ ການແລກປ່ຽນປະສົບການຂອງບຸກຄົນທີ່ເຮັດວຽກງານການພັດທະນາ ແລະ ຊ່ວຍເຫຼືອໃຫ້ເດັກນ້ອຍພິການ.

shooting04
ເດືອນພະຈິກ 2020

ກະຊວງສຶກສາທິການ ແລະ ກິລາ ໄດ້ໂຄສະນາເຜີຍແຜ່ 3 ວິດີໂອຝຶກອົບຮົມຄູ “ວິດີໂອສໍາລັບການພັດທະນາຄູ” ໂດຍຜ່ານທາງອອນລາຍ ຊ່ອງຍູທູບ

ວິດີໂອ ເພື່ອການສາທິດເຕັກນິກການສອນທີ່ແຕກຕ່າງກັນ ສຳລັບເຕັກນິກວິທີການປະເມີນນັກຮຽນ ແລະ ການໃຫ້ຄວາມຊ່ວຍເຫຼືອນັກຮຽນໃນຫ້ອງຮຽນ

2020 10 Grade 3 8
ເດືອນພະຈິກ 2020

ຄວາມຄືບໜ້າການຈັດຕັ້ງປະຕິບັດໃນການພັດທະນາຫຼັກສູດຊັ້ນປະຖົມສຶກສາ ແລະ ຊຸດຄູ່ມືຄູ ຂັ້ນປ.3 ສະບັບປັບປຸງໃໝ່.

ຄະນະທີມງານວິຊາການຂຽນຫຼັກສູດ ແລະ ວາງແຜນ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມກວດແກ້ຂັ້ນສຸດທ້າຍ ສຳລັບຫຼັກສູດ ການຮຽນ-ການສອນ ສະບັບປັບປຸງໃໝ່.

2020 11 Steering Committee - Achievements exhibition (website)
ເດືອນພະຈິກ 2020

ລັດຖະບານອົດສະຕຣາລີ ສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ເພື່ອການພັດທະນາຫຼັກສູດຊັ້ນປະຖົມສຶກສາ ໂດຍເນັ້ນໃສ່ບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ.

ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19), ລັດຖະບານອົດສະ ຕຣາລີ ໄດ້ມອບອຸປະກອນຊຸດເຄື່ອງສາຍວິດີໂອໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນກອງປະຊຸມສຳມະນາ ແລະ ກອງປະຊຸມຝຶກອົບຮົມຜ່ານທາງໄກອອນລາຍ