ໃນວັນທີ 16 ພຶດສະພາ ປີ 2023 ທີ່ຜ່ານມານີ້, ພະນະທ່ານ ນາງ ເພັນນີ ວອງ, ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທັງເປັນສະມາຊິກວຸດທິສະພາຂອງລັດຖະສະພາອົດສະຕຣາລີ ໄດ້ຮ່ວມລົງຢ້ຽມຢາມໂຮງ ຮຽນປະຖົມແຫ່ງໜຶ່ງທີ່ນະຄອນຫຼວງວຽງຈັນ ກັບພະນະທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ. ທັງສອງທ່ານໄດ້ເຂົ້າຮ່ວມສັງເກດການສອນຫ້ອງຮຽນວິຊາພາສາລາວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ເຊິ່ງໄດ້ນຳໃຊ້ສື່ການຮຽນການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ທີ່ພັດທະນາຂຶ້ນໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ທັງສອງທ່ານຮູ້ສຶກດີໃຈທີ່ໄດ້ເຫັນນັກຮຽນໃນຫ້ອງຮຽນທຸກຄົນມີສ່ວນຮ່ວມຢ່າງຫ້າວຫັນໃນການຮຽນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ໄດ້ນຳໃຊ້ອຸປະກອນການຮຽນ ແລະ ມີການຮຽນຮູ້ຜ່ານການປະຕິບັດຕົວຈິງ.
ພະນະທ່ານ ນາງ ເພັນນີ ວອງ ແລະ ພະນະທ່ານ ປອ ນາງ ສີສຸກ ວົງວິຈິດ ຍັງໄດ້ຢ້ຽມຊົມການວາງສະແດງ ທີ່ກະກຽມໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມສ້າງຄູ ເຊິ່ງວາງສະແດງສື່ການຮຽນການສອນ ແລະ ອຸປະກອນການຝຶກອົບຮົມຄູ ທີ່ຖືກພັດທະນາຂຶ້ນດ້ວຍການສະໜັບສະໜູນຈາກແຜນງານການປັບປຸງຄຸນນະ ພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ). ຕົວຢ່າງ: ໄດ້ແນະນຳສື່ການຮຽນການສອນທີ່ໃຊ້ໃນໂຄງການຝຶກເວົ້າພາສາລາວ ທີ່ຊ່ວຍການຮຽນຂອງນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ.
ລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ໄດ້ຮ່ວມມືກັນມາຍາວນານໃນການພັດທະນາຂະແໜງການສຶກສາເຊິ່ງຫຼ້າສຸດກໍ່ແມ່ນການປັບປຸງ ແລະ ການປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ດັ່ງກ່າວໃນຂອບເຂດທົ່ວປະເທດ ທີ່ອຳນວຍຄວາມສະດວກໃຫ້ແກ່ການຮຽນຮູ້ໂດຍຜ່ານການປະຕິບັດຕົວຈິງ ແລະ ການພັດທະນາທັກສະທີ່ຈຳເປັນໃນສັດຕະວັດທີ 21. ການຮຽນການສອນທີ່ປັບປຸງໃນຫຼັກສູດໃໝ່ນີ້ ແມ່ນເນັ້ນໜັກການມີສ່ວນຮ່ວມຂອງນັກຮຽນຜ່ານການປະຕິບັດຕົວຈິງ, ການແກ້ໄຂບັນຫາ ແລະ ການຄິດແບບວິເຄາະ. ນອກນັ້ນ, ເອກະສານຫຼັກສູດ, ເອກະສານສຳລັບການຝຶກອົບຮົມຄູ ແລະ ວິທີການສອນໃນຫຼັກສູດສະບັບປັບປຸງໃໝ່ລ້ວນແຕ່ເນັ້ນໜັກຄວາມສຳຄັນໃນການຄຳນຶງເຖິງບົດບາດຍິງຊາຍ ແລະ ຄວາມພິການ.
ພະນະທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ “ລັດຖະບານລາວ ແລະ ລັດຖະບານອົດສະຕຣາລີມີອຸດົມການອັນດຽວກັນໃນການຮັບປະກັນໃຫ້ເດັກທຸກຄົນ ໂດຍສະເພາະແມ່ນເດັກທີ່ດ້ອຍໂອກາດ ສາມາດເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບ. ນັບແຕ່ປີ 2015 ເປັນຕົ້ນມາ, ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການປັບປຸງ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ໃນຂອບເຂດທົ່ວປະເທດ, ພ້ອມທັງສະໜັບສະໜູນການອອກແບບ ແລະ ຈັດຕັ້ງປະຕິບັດການຝຶກອົບຮົມຄູ ແລະ ການພັດທະນາວິຊາຊີບຄູ. ຂ້າພະເຈົ້າດີໃຈເປັນຢ່າງຍິ່ງທີ່ໄດ້ມາຮ່ວມກັບພະນະທ່ານ ນາງເພັນນີ ວອງ ໃນມື້ນີ້ເພື່ອສັງເກດການສອນຫຼັກສູດໃໝ່ຢູ່ໃນໂຮງຮຽນແຫ່ງນີ້.”
ພະນະທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ແລະ ໄດ້ຮັບຮູ້ເຖິງບົດບາດສຳຄັນຂອງຄູໃນການສ້າງອະນາຄົດຂອງຄົນຮຸ່ນໃໝ່. ການສຶກສາທີ່ມີຄຸນນະພາບເປັນພື້ນຖານຂອງການພັດທະນາເສດຖະກິດແບບຍືນຍົງ ແລະ ເນື່ອງຈາກວ່າ ສປປ ລາວ ມີປະຊາກອນໄວໜຸ່ມຫຼາຍທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ດັ່ງນັ້ນ ສປປ ລາວ ຢູ່ໃນຈຸດທີ່ດີທີ່ຈະໄດ້ຮັບໝາກຜົນດ້ານປະຊາກອນທີ່ເປັນກຳລັງແຮງງານທີ່ມີສຸຂະພາບດີ ແລະ ມີການສຶກສາທີ່ດີ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ.
ການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີຕໍ່ການສຶກສາຊັ້ນປະຖົມ ຈະສືບຕໍ່ໃນໄລຍະທີສອງຂອງແຜນງານບີຄວາ ດ້ວຍທຶນຊ່ວຍເຫຼືອມູນຄ່າ 28 ລ້ານໂດລາອົດສະຕຣາລີ ໃນໄລຍະ 4 ປີ (2022-2026). ເມື່ອປັບປຸງຫຼັກສູດຮອດປີຮຽນຂັ້ນສຸດທ້າຍຂອງຫຼັກສູດຊັ້ນປະຖົມສຶກສາ ໃນປີ 2023 ແລ້ວ, ແຜນງານບີຄວາຈະຫັນໄປເນັ້ນໜັກການສະ ໜັບສະໜູນກະຊວງສຶກສາທິການ ແລະ ກິລາ ດ້ານການພັດທະນາລະບົບວິຊາຊີບຄູແບບຕໍ່ເນື່ອງ. ຈຸດປະສົງຂອງວິທີການນີ້ແມ່ນເພື່ອຮັບປະກັນວ່າ ເມື່ອຄູໄດ້ຮັບສື່ການຮຽນການສອນສະບັບປັບປຸງແລ້ວ, ຈາກນັ້ນເຂົາເຈົ້າກໍສາມາດເຂົ້າເຖິງການຊ່ວຍເຫຼືອຢ່າງປົກກະຕິ ແລະ ມີຄຸນນະພາບສູງເພື່ອນຳໃຊ້ເຂົ້າໃນການສອນໃນຫ້ອງຮຽນ. ບຸລິມະສິດຮ່ວມຂອງລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ແມ່ນການຮັບປະກັນການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກທຸກຄົນ ບໍ່ວ່າຈະເປັນເດັກຍິງ, ເດັກຊາຍ, ເດັກຊົນເຜົ່າ ແລະ ເດັກທີ່ມີຄວາມສາມາດທີ່ແຕກຕ່າງກັນ.