ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ), ກໍາລັງສໍາເລັດການຜະລິດສື່່ການຮຽນການສອນ ສໍາລັບຫຼັກສູດຂັ້ນ ປ. 4 ສະບັບປັບປຸງໃໝ່ ທີ່ຈະໄດ້ຮັບການຈັດຕັ້ງປະຕິບັດໃນສົກຮຽນຕໍ່ໄປໃນເດືອນ ກັນຍາ 2022.
ວິຊາພາສາອັງກິດ ລວມທັງວິຊາພາສາລາວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ເປັນວິຊາຢູ່ໃນຂັ້ນ ປ.4 ທີ່ໄດ້ຮັບການສະໜັບສະໜູນຢ່າງເຕັມຮູບແບບຈາກລັດຖະບານອົດສະຕຣາລີ. ນັກຮຽນແມ່ນເລີ່່ມຮຽນພາສາອັງກິດໃນຂັ້ນ ປ.3. ເມື່ອນັກຮຽນເລີ່ມຮຽນພາສາໃໝ່ນັ້ນ, ພວກເຂົາຕ້ອງທໍາຄວາມຄຸ້ນເຄີຍກັບພາສາໂດຍການມີໂອກາດໃນການຟັງພາສານັ້ນໃຫ້ຫຼາຍໆ. ຈຸດນີ້ເປັນສິ່ງທ້າທາຍສໍາລັບຄູສອນໃນປະເທດລາວທີ່ຈະສະໜອງລະດັບພາສາທີ່ນັກຮຽນຕ້ອງການໄດ້, ໂດຍສະເພາະຖ້າຫາກຄູສອນບໍ່ໝັ້ນໃຈໃນລະດັບພາສາອັງກິດຂອງຕົນເອງ.
ກະຊວງສຶກສາທິການ ແລະ ກິລາ, ໂດຍຜ່ານແຜນງານບີຄວາ, ໄດ້ຕິດຕໍ່ປະສານງານກັບ ໂຮງຮຽນນາໆຊາດ ວຽງຈັນ (VIS) ເພື່ອສືບຕໍ່ການຮ່ວມມືໃນການຜະລິດສື່ອຸປະກອນຟາຍສຽງສຳລັບປຶ້ມແບບຮຽນ ວິຊາພາສາອັງກິດ. ສໍາລັບການຮ່ວມມືປີທີສອງຕິດຕໍ່ກັນນີ້, ນັກຮຽນຫຼາຍຄົນໄດ້ອາສາສະໝັກທັນທີເພື່ອຊ່ວຍໃນການບັນທຶກສຽງພາສາອັງກິດ. ພາຍຫຼັງການຖ່າຍທອດສຽງສໍາເລັດແລ້ວ, ນັກຂຽນຫຼັກສູດຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ຄັດເລືອກເອົາສຽງຂອງເດັກຍິງ ແລະ ເດັກຊາຍລວມກັນ ຈໍານວນ 7 ຄົນ.
ມາຮອດມື້ນີ້, ທ່ານ ອຸທິດ ທີບມະນີ, ຮອງອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແດນ ເຮວເດິນ, ຮອງເອກອັກຄະລັດຖະທູດ, ສະຖານທູດອົດສະຕຣາລີ, ໄດ້ມອບໃບຍ້ອງຍໍໃຫ້ແກ່ນັກຮຽນອາສາສະໝັກທັງ 7 ຄົນທີ່ໄດ້ມີສ່ວນຮ່ວມໃນການຜະລິດສື່ອຸປະກອນຟາຍສຽງຄັ້ງນີ້. ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນນາໆຊາດວຽງຈັນ ໂດຍມີບັນດາໝູ່ເພື່ອນນັກຮຽນຜູ້ອື່ນໆ ແລະ ຄູອາຈານເຂົ້າຮ່ວມ, ເຊິ່ງພິທີໄດ້ປະຕິບັດບັນດາມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ທ່ານ ອຸທິດ ທີບມະນີ, ຮອງອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ, ໄດ້ກ່າວວ່າ: “ຄູສອນຊັ້ນປະຖົມຈະໄດ້ນໍາໃຊ້ສື່ອຸປະກອນຟາຍສຽງເຫຼົ່ານີ້ເພື່ອກະກຽມບົດສອນ ແລະ ເປີດໃຫ້ນັກຮຽນໄດ້ຟັງໂດຍກົງໃນຫ້ອງຮຽນ. ຂໍຂອບໃຈກັບການມີສ່ວນຮ່ວມຂອງທຸກຄົນ, ນັກຮຽນລາວຈະໄດ້ຟັງພາສາອັງກິດຈາກເຈົ້າຂອງພາສາ ແລະ ໄດ້ທໍາຄວາມຄຸ້ນເຄີຍກັບສໍານຽງທີ່ຫຼາກຫຼາຍໃນພາສາອັງກິດ. ຂອບໃຈທີ່ສະໜັບສະໜູນການສຶກສາຂອງເດັກນ້ອຍລາວ.”
ທ່ານ ແດນ ເຮວເດິນກ່າວ, ໄດ້ກ່າວວ່າ: “ໃນນາມລັດຖະບານອົດສະຕຣາລີ, ຂ້າພະເຈົ້າຂໍຂອບໃຈນັກຮຽນທີ່ອາສາສະໝັກໃຫ້ການສະໜັບສະໜູນການສຶກສາຂອງປະເທດທີ່ເຂົາເຈົ້າດໍາລົງຢູ່. ຂ້າພະເຈົ້າໄດ້ຍິນມາວ່າ ນ້ອງນັກຮຽນມີຄວາມກະຕືລືລົ້ນ ແລະ ມີຄວາມເປັນມືອາຊີບຫຼາຍ; ແລະ ພວກເຂົາກໍຍັງມີຄວາມມ່ວນຊື່ນຫຼາຍໃນການບັນທຶກສຽງນໍາອີກ”
ນັກຮຽນໄດ້ບັນທຶກສຽງແບບເວົ້າຄົນດຽວ ແລະ ບັນທຶກສຽງການສົນທະນາແບບງ່າຍດາຍ, ເຊິ່ງໄດ້ມີການສວມຕົວລະຄອນຫຼາຍບົດບາດເພື່ອເຮັດໃຫ້ບົດຮຽນມີຊີວິດຊີວາ. ໃນຊ່ວງພົບປະກັນເທື່ອທໍາອິດ, ນັກຮຽນໄດ້ໂອ້ລົມກັບຜູ້ຊ່ຽວຊານດ້ານການຂຽນຫຼັກສູດ ແລະ ທີມງານຂອງແຜນງານບີຄວາ; ຈາກນັ້ນ ກໍມີການຈັດສັນພາລະບົດບາດໃຫ້ນັກຮຽນແຕ່ລະຄົນ, ແລະ ພວກເຂົາກໍໄດ້ຝຶກຊ້ອມບົດບາດທີ່ຕົນເອງໄດ້ຮັບ. ນອກນີ້, ນັກຮຽນຍັງໄດ້ສຶກສາປຶ້ມແບບຮຽນຊັ້ນປະຖົມປີທີ 4 ສະບັບປັບປຸງໃໝ່ເພື່ອເຮັດໃຫ້ເຂົ້າໃຈແນວຄວາມຄິດຂອງບົດຮຽນຫຼາຍຂຶ້ນເຊິ່ງກ່ຽວພັນກັບບົດບາດທີ່ແຕ່ລະຄົນໄດ້ຮັບ. ນັກຮຽນມີຄວາມປະທັບໃຈຫຼາຍກັບຮູບແຕ້ມໃນປຶ້ມແບບຮຽນທີ່ມີຫຼາກຫຼາຍສີສັນ, ແລະ ມີຕົວແທນຂອງນັກຮຽນທີ່ມີຄວາມຕ້ອງການພິເສດດ້ານຮ່າງກາຍ ແລະ ນັກຮຽນມາຈາກພື້ນຖານແຕກຕ່າງກັນ. ໃນການພົບປະກັນຄັ້ງທີສອງ, ນັກຮຽນໄດ້ບັນທຶກສຽງໃນສະຕູດິໂອຂອງ ສວສ ແລະ ໄດ້ພົບກັບຜູ້ຊ່ຽວຊານທາງດ້ານສຽງນໍາອີກ. ນັກຮຽນເຮັດໄດ້ດີຫຼາຍໃນການອ່ານອອກສຽງສ່ວນທີ່ຕົນເອງໄດ້ຮັບ – ເຊິ່ງມີການສຸມໃສ່ການອ່ານໃຫ້ຊ້າລົງ ແລະ ອອກສຽງແຕ່ລະຄໍາໃຫ້ຈະແຈ້ງທີ່ສຸດເພື່ອເຮັດໃຫ້ນັກຮຽນລາວຂັ້ນ ປ.4 ເຂົ້າໃຈ ແລະ ສາມາດຝຶກປະຕິບັດຕາມສຽງໄດ້. ພວກເຂົາເຈົ້າຍັງເຮັດໜ້າທີ່ໄດ້ດີທາງດ້ານ ‘ການສະແດງສຽງ’ ເພື່ອເຮັດໃຫ້ສຽງທີ່ບັນທຶກອອກມາເໝາະກັບສະພາບຕົວຈິງ ແລະ ເປັນທີ່ໜ້າສົນໃຈສໍາລັບຄົນຟັງ. ບັນດານັກຮຽນມີຄວາມອົດທົນ ແລະ ຕັ້ງໃຈຕັ້ງແຕ່ຕົ້ນຈົນສຸດທາງ ເຖິງແມ່ນວ່າພວກເຂົາຈະຕ້ອງໄດ້ບັນທຶກສຽງດຽວກັນຫຼາຍໆຄັ້ງ. ນອກຈາກນີ້, ຍັງມີການບັນທຶກສຽງເພີ່ມເຕີມໂດຍເຈົ້າຂອງພາສາທີ່ເປັນຜູ້ໃຫຍ່ນໍາອີກ.
ໃນຂັ້ນ ປ.4 ຈະມີຟາຍສຽງທັງໝົດ 105 ຟາຍ, ໃນນີ້ລວມມີການອອກສຽງທີ່ເປັນຕົວແບບໃຫ້ແກ່ການຮຽນອອກສຽງຄໍາໃໝ່ໆ ແລະ ການອອກສຽງໃນເລື່ອງສັ້ນ. ໃນຄູ່ມືຄູ ວິຊາພາສາອັງກິດຂັ້ນ ປ.4 ປະກອບມີຄໍາແນະນໍາກ່ຽວກັບວ່າຈະນໍາໃຊ້ສຽງອັນໃດ ພ້ອມທັງມີບົດບັນທຶກສຽງແຕ່ລະຢ່າງເປັນພາສາອັງກິດ ແລະ ພາສາລາວປະກອບນໍາ. ການນຳໃຊ້ສື່ອຸປະກອນສຽງເຫຼົ່ານີ້ ຈະຊ່ວຍໃຫ້ຄູລາວສາມາດສະໜອງພາສາຕົວຈິງໃຫ້ນັກຮຽນໄດ້ຫຼາກຫຼາຍ, ເຮັດໃຫ້ນັກຮຽນຄຸ້ນເຄີຍກັບສຳນຽງພາສາອັງກິດຫຼາຍແບບ ແລະ ເຮັດໃຫ້ນັກຮຽນມີຄວາມກະຕືລືລົ້ນ ແລະ ບົດຮຽນມີຄວາມມ່ວນຊື່ນ.
ຊຸດຟາຍສຽງເຫຼົ່ານີ້ຈະໄດ້ຮັບການແຈກຢາຍໃຫ້ຄູສອນຂັ້ນ ປ.4 ທຸກຄົນເຊິ່ງຈະຖືກບັນທຶກເຂົ້າໃນ USB, ອັບໂຫຼດຂຶ້ນທາງຊ່ອງຢູທູບ : ວິດີໂອສໍາລັບການພັດທະນາຄູ (Teacher Development Videos) ແລະ ຜ່ານທາງແອັບຄັງປັນຍາ ເຊິ່ງເປັນຊ່ອງທາງການຮຽນຮູ້ອອນລາຍຂອງກະຊວງສຶກສາທິການ ແລະ ກິລາ.