ສື່ການຮຽນການສອນທັງໝົດເຊິ່ງມີ ປຶ້ມແບບຮຽນຂັ້ນ ປ.1 ຈຳນວນ 856,000 ຫົວ ແລະ ຊຸດສື່ການຮຽນການສອນສຳລັບຄູຂັ້ນ ປ.1 ຫຼາຍກວ່າ 9,000 ຊຸດ ໄດ້ຖືກນຳສົ່ງໄປເຖິງ 148 ເມືອງທົ່ວ ສປປ ລາວ ແລ້ວ.
ໃນຕອນນີ້ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ຈະກະກຽມປະສານຫາໂຮງຮຽນປະຖົມພາກລັດທຸກໂຮງຮຽນ ເພື່ອມາຮັບເອົາປຶ້ມແບບຮຽນ ແລະ ຊຸດສື່ການຮຽນການສອນສຳລັບຄູກ່ອນມື້ເປີດສົກຮຽນໃໝ່ ວັນທີ 1 ກັນຍານີ້. ຫ້ອງການສຶກສາທິການ ແລະ ກິລາເມືອງທຸກເມືອງ ຈະຕ້ອງຮັບປະກັນວ່າ ຜູ້ອຳນວຍການໂຮງຮຽນປະຖົມພາກລັດທຸກແຫ່ງ ແລະ ຄູຫ້ອງ ປ.1 ທຸກຄົນ ໄດ້ຮັບຄຳແນະນຳເພື່ອມາຮັບເອົາສື່ການຮຽນການສອນຈາກເມືອງຂອງຕົນ. ໂຮງຮຽນສາມາດນຳໃຊ້ເງິນບໍລິຫານໂຮງຮຽນຂອງເຂົາເຈົ້າເພື່ອມາຮັບ ຫຼື ເອົາປຶ້ມ.
ນັກຮຽນ ຫ້ອງ ປ.1 ທຸກຄົນ ຈະໄດ້ຮັບຊຸດປຶ້ມແບບຮຽນສີ່ຫົວຟີຣຄື: ວິຊາພາສາລາວສອງຫົວ, ວິຊາຄຸນສົມບັດໜຶ່ງຫົວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມໜຶ່ງຫົວ.
ຫ້ອງ ປ.1 ທຸກໂຮງຮຽນ ຈະໄດ້ຮັບຊຸດສື່ການຮຽນການສອນ ເຊິ່ງຊຸດດັ່ງກ່າວປະກອບມີ ປຶ້ມນິທານ, ປຶ້ມອ່ານຕາມຕາມເກນອາຍຸ, ບັດຄຳສັບ, ໂພສເຕີ້ ແລະ ບັນທັດຂະຫຍາຍ ເພື່ອນຳໃຊ້ເຮັດກິດຈະກຳໃນຫ້ອງຮຽນ, ເພື່ອສົ່ງເສີມການຮູ້ໜັງສືລາວ ແລະ ພັດທະນາການຮູ້ໜັງສືສຳລັບຜູ້ອ່ານໄວໜຸ່ມ.
ທຸກສື່ການຮຽນການສອນແມ່ນໄດ້ທົດລອງນຳໃຊ້ກັບບັນດາໂຮງຮຽນທົດລອງພາຍໃນປະເທດ ແລະ ໄດ້ມີການປັບປຸງຕາມຄຳຄິດເຫັນຈາກໂຄງການທົດລອງ
ລັກສະນະພິເສດຂອງຫຼັກສູດສະບັບປັບປຸງໃໝ່ນີ້ແມ່ນ ອາທິດແຫ່ງການແນະນຳເບື້ອງຕົ້ນ. ໃນຊ່ວງອາທິດທຳອິດຂອງການເປີດສົກຮຽນ, ນັກຮຽນ ຫ້ອງ ປ.1 ຈະໄດ້ປະຕິບັດຕາມແຜນກິດຈະກຳເພື່ອຊ່ວຍໃຫ້ເຂົາເຈົ້າ ມີຄວາມຮູ້ສຶກຄຸ້ນເຄີຍກັບຊິວິດໃນໂຮງຮຽນ ແລະ ສ້າງຄວາມໝັ້ນໃຈໃຫ້ເຂົາເຈົ້າໃນກິດຈະກຳປະຈຳວັນຫຼັກໆ, ພຶດຕິກຳ ແລະ ທັກສະທີ່ຈຳເປັນໃນໂຮງຮຽນ.
ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ສະຫະພາບເອີຣົບ ແລະ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ໂດຍຜ່ານແຜນງານບີຄວາ ເພື່ອປັບປຸງ ແລະ ສົ່ງມອບສື່ການຮຽນການສອນສະບັບປັບປຸງໃໝ່ໃຫ້ແກ່ທຸກໂຮງຮຽນປະຖົມພາກລັດທົ່ວປະເທດ.