ໄລຍະທີ 2 ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ ໄລຍະທີ 2) ໄດ້ເລີ່ມຕົ້ນນັບແຕ່ວັນທີ 1 ກໍລະກົດ ປີ 2022. ແຜນງານບີຄວາ ໄລຍະທີ 2 ສືບຕໍ່ສ້າງສາຍພົວພັນອັນດີລະຫວ່າງ ລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ທີ່ໄດ້ສ້າງມາເປັນເວລາ 7 ປີ ໂດຍມີເປົ້າໝາຍ “ສົ່ງເສີມການປັບປຸງຜົນການຮຽນໃຫ້ແກ່ເດັກຍິງ ແລະ ເດັກຊາຍ ໃນເກນອາຍຸເຂົ້າຮຽນຊັ້ນປະຖົມ ໂດຍສະເພາະເດັກທີ່ດ້ອຍໂອກາດ”.
ແຜນງານບີຄວາ ໄລະຍະທີ 2 ຈະສືບຕໍ່ໃຫ້ການສະໜັບສະໜູນໂດຍກົງໃນຂົງເຂດບຸລິມະສິດຂອງຂະແໜງການສຶກສາ ຂອງລັດຖະບານລາວ ທີ່ໄດ້ລະບຸໄວ້ໃນແຜນການພັດທະນາຂະແໜງການສຶກສາ ແລະ ກິລາ ທີ່ກຳນົດໂດຍກະຊວງສຶກສາທິການ ແລະ ກິລາ. ພ້ອມທັງຍັງສອດຄ່ອງກັບທິດທາງຍຸດທະສາດທີ່ໄດ້ກຳນົດໃນຍຸດທະສາດກ່ຽວກັບການສະໜັບສະໜູນດ້ານການສຶກສາ ແລະ ແຜນຕອບໂຕ້ໂຄວິດ-19 ດ້ານການພັດທະນາ ໃນ ສປປ ລາວ ຂອງປະເທດອົດສະຕຣາລີ.
ໃນໄລຍະ 7 ປີ ທຳອິດຂອງ ແຜນງານໄລຍະທີ 1 (2015-ມິຖຸນາ 2022), ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ (ສສກ) ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ, ໂດຍມີການຮ່ວມໃຫ້ທຶນຊ່ວຍເຫຼືອຈາກ ສະຫະພາບເອີຣົບ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ.
ໃນໄລຍະທີ 2 (ເລີ່ມຕົ້ນນັບແຕ່ເດືອນ ກໍລະກົດ ປີ 2022-ມິຖຸນາ ປີ 2026, ໂດຍມີຄວາມເປັນໄປໄດ້ທີ່ຈະຂະຫຍາຍເວລາຕື່ມອີກ 4 ປີ), ລັດຖະບານອົດສະຕຣາລີ ຈະສືບຕໍ່ສະໜັບສະໜູນ ສສກ ຜ່ານແຜນງານບີຄວາ ໂດຍຈະສຸມໃສ່ການພັດທະນາຫຼັກສູດຊັ້ນປະຖົມສຶກສາ, ການສຶກສາຄູ ແລະ ການພັດທະນາວິຊາຊີບຄູ, ບົນພື້ນຖານຫຼັກການ ແລະ ການປະຕິບັດ ທີ່ຄຳນຶງເຖິງຄວາມເທົ່າທຽມກັນຂອງບົດບາດຍິງ-ຊາຍ ແລະ ການສຶກສາແບບຮຽນຮ່ວມ.
ແຜນງານບີຄວາແມ່ນຖືກຈັດຕັ້ງປະຕິບັດໃນທົ່ວປະເທດ, ໂດຍມີການສະໜັບສະໜູນເພີ່ມຕື່ມໃຫ້ແກ່ເມືອງເປົ້າໝາຍທີ່ດ້ອຍໂອກາດທາງດ້ານການສຶກສາຕາມຄວາມຕ້ອງການສະເພາະຂອງເຂົາເຈົ້າ.