ແຜນງານບີຄວາ ໄດ້ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໃນການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ພ້ອມກັບການປັບປຸງສື່ການຮຽນການສອນ ທີ່ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ຫຼັກສູດສະບັບປັບປຸງໃໝ່ ແມ່ນອີງໃສ່ວິທີການສອນທີ່ຖືເອົານັກຮຽນເປັນໃຈກາງ ແລະ ປະສົມປະສານການຮຽນຮູ້ດ້ວຍການປະຕິບັດຕົວຈິງ – ການມີສ່ວນຮ່ວມຂອງນັກຮຽນຜ່ານກິດຈະກຳການຮຽນ, ຮຽນຈາກປະສົບການຕົວຈິງ ແລະ ນຳໃຊ້ໄດ້ໃນຊິວິດຈິງ. ການປັບປຸງຫຼັກສູດ ແລະ ການພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູ ທີ່ກ່ຽວຂ້ອງ ແມ່ນນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊ່ວຍເຫຼືອດ້ານວິຊາການຈາກແຜນງານບີຄວາ. ການຈັດຕັ້ງປະຕິບັດຫຼັກສູດໃໝ່ໃນໂຮງຮຽນຊັ້ນປະຖົມສຶກສາ ໄດ້ເລີ່ມຕົ້ນຈາກຂັ້ນ ປ.1 ໃນເດືອນກັນຍາ ປີ 2019 ແລະ ດຳເນີນໄປປີລະຂັ້ນຮຽນ. ການປັບປຸງຫຼັກສູດຂັ້ນ ປ.5 ສຳເລັດລົງແມ່ນເປັນການສະຫຼຸບຂະບວນການປັບປຸງຫຼັກສູດ ໂດຍສື່ການຮຽນການສອນຂັ້ນ ປ.5 ໄດ້ຖືກນຳໃຊ້ໃນທຸກໂຮງຮຽນທົ່ວປະເທດ ນັບແຕ່ເດືອນກັນຍາ ປີ 2023.

ຫຼັງຈາກການຈັດຕັ້ງປະຕິບັດຫຼັກສູດຂັ້ນ ປ.5 ແລ້ວ, ແຜນງານບີຄວາ ຈະສືບຕໍ່ຮ່ວມມືກັບ ສວສ ກ່ຽວກັບການຄຸ້ມຄອງຫຼັກສູດ ໂດຍຜ່ານ:

  • ການຄົ້ນຄວ້າ ແລະ ການພັດທະນາສື່ການສອນເພື່ອສະໜັບສະໜູນຄູທີ່ສອນຫ້ອງຄວບ,
  • ຂະຫຍາຍໂຄງການຝຶກເວົ້າພາສາລາວ ເພື່ອໃຫ້ການສະໜັບສະໜູນການພັດທະນາການຮຽນຮູ້ພາສາລາວໃຫ້ແກ່ນັກຮຽນທີ່ເລີ່ມຮຽນຊັ້ນປະຖົມສຶກສາ ທີ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້,
  • ສຳເລັດຮ່າງສຸດທ້າຍ ແລະ ເຜີຍແຜ່ຂອບຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ແລະ
  • ທົບທວນຄືນປຶ້ມຄູ່ມືຄູ ວິຊາພາສາລາວຂັ້ນ ປ.1 ແລະ ປ.2 ອີງຕາມຄຳຄິດເຫັນຈາກຄູ.

Featured Videos

Animated audio tracks for Grade 4 English


Documentary on active learning role model teacher


Edutainment program for young Grade 1 students


Announcement of the new Grade 1 curriculum


Textbook care


Textbook return