ແຜນງານບີຄວາສະໜັບສະໜູນກະຊວງສຶກສາທິການ ແລະ ກິລາໃນການພັດທະນາຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ໂດຍນຳໃຊ້ສື່ການຮຽນການສອນທີ່ຍົກສູງຄວາມສະເໝີພາບທາງດ້ານບົດບາດຍິງຊາຍ ແລະ ມີກຸ່ມຄົນດ້ອຍໂອກາດຫຼາຍຂຶ້ນ. ວິທີການສອນແບບໃໝ່ແມ່ນອິງໃສ່ສະມັດຖະພາບດ້ານການຮຽນຮູ້ຂອງນັກຮຽນ ແລະ ເອົານັກຮຽນເປັນໃຈກາງ. ການປັບປຸງ ແລະ ພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູ່ ແມ່ນນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານເຕັກນິກຈາກແຜນງານບີຄວາ.
ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປູງໃໝ່ ຈະເລິ່ມເທື່ອລະຂັ້ນຮຽນຕໍ່ປີ ເລິ່ມຈາກຂັ້ນ ປ.1 ໃນເດືອນກັນຍາ 2019.
ກິດຈະກຳຫຼັກປະກອບມີ:
- ການປັບປຸງໂຄງຮ່າງຫຼັກສູດຊັ້ນປະຖົມສຶກສາ, ຫຼັກສູດວິຊາ ແລະ ສື່ການຮຽນການສອນ ລວມທັງການໂຄງການທົດລອງການເວົ້າພາສາລາວ ໃນ ຂັ້ນ ປ.1-ປ.2.
- ການຊອກຫາ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ນັກພັດທະນາຫຼັກສູດຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໃນການພັດທະນາຫຼັກສູດ ແລະ ສື່ການຮຽນການສອນຊັ້ນປະຖົມສຶກສາ.
- ການຜະລິດ, ການຈັດພິມ ແລະ ການແຈກຢາຍປື້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ. ໂຮງຮຽນປະຖົມ ຈຳນວນ 8.600 ແຫ່ງ ໃນ ສປປ ລາວ ຈະໄດ້ຮັບຊຸດປຶ້ມແບບຮຽນ 1 ຊຸດ ຕໍ່ນັກຮຽນ 1 ຄົນ ຕໍ່ຂັ້ນຮຽນ ແລະ ຊຸດຄູ່ມືຄູສຳລັບທຸກວິຊາໃນຂັ້ນປະຖົມສຶກສາ.
- ຜະລິດ ແລະ ແຈກຢາຍຊຸດອຸປະກອນສຳລັບຄູ ເພື່ອນຳໃຊ້ໃນຫ້ອງຮຽນ ລວມທັງສື່ການສຶກສາ ເຊັ່ນ: ປຶ້ມນິທານ, ປຶ້ມອ່ານເສີມທີ່ເໝາະສົມຕາມຂັ້ນຮຽນ, ໂປສະເຕີ ແລະ ບັດຄຳສັບ.
- ການສ້າງຄວາມເຂັ້ມແຂງໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ໃນການຕິດຕາມ ແລະ ເຂົ້າເຖິງການອອກແບບ ແລະ ຄຸນນະພາບຂອງອຸປະກອນການຮຽນການສອນໃນຫຼັກສູດສະບັບປັບປຸງໃໝ່.