ແຜນງານບີຄວາສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການປັບປຸງການຝຶກອົບຮົມນັກຮຽນຄູ ແລະ ຄູປະຈຳການຊັ້ນປະຖົມສຶກສາ ເພື່ອປັບປຸງຜົນການຮຽນຂອງນັກຮຽນຊັ້ນປະຖົມໃຫ້ດີຂຶ້ນ. ແຜນງານບີຄວາ ຮ່ວມມືກັບກົມສ້າງຄູ, ກົມສາມັນສຶກສາ, ວິທະຍາໄລຄູ 8 ແຫ່ງ, ສູນພັດທະນາຄູ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຝຶກອົບຮົມຫຼັກສູດສ້າງຄູຊັ້ນປະຖົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນຢູ່ວິທະຍາໄລຄູ. ໄດ້ມີການເນັ້ນໃສ່ການຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ໃຫ້ແກ່ຄູປະຈຳການ ແລະ ມີຄວາມສອດຄ່ອງກັບຫຼັກສູດສ້າງຄູປະຖົມ ແລະ ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່.
ກິດຈະກຳຫຼັກປະກອບມີ:
- ການຈັດຝຶກອົບຮົມຄູປະຈຳການ ກ່ຽວກັບ ຫຼັກສູດປະຖົມສຶກສາ ສະບັບປັບປຸງໃໝ່, ລວມທັງການພັດທະນາສື່ການຝຶກອົບຮົມ, ການສ້າງທີມຄູຝຶກຫຼັກແຫຼ່ງ ແລະ ຄູຝຶກປະຈຳແຂວງໃຫ້ຄວາມພ້ອມ ແລະ ການສ້າງລະບົບຊ່ວຍເຫຼືອແຂວງ ແລະ ເມືອງເປົ້າໝາຍ.
- ການພັດທະນາ ແລະ ແຈກຢາຍສື່ການຝຶກອົບຮົມຄູປະຈຳການ ທີ່ເຊື່ອມກັບຫຼັກສູດສະບັບປັບປຸງໃໝ່ ເພື່ອເຮັດໃຫ້ຄູຊັ້ນປະຖົມທຸກຄົນນຳໃຊ້ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່.
- ການປັບປຸງ ແລະ ຈັດຕັ້ງປະຕິບັດຫຼັກສູດສ້າງຄູຊັ້ນປະຖົມສະບັບປັບປຸງໃໝ່. ຫຼັກສູດນີ້ແມ່ນສອດຄ່ອງກັບຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ຢ່າງສະໜິດແໜ້ນ ລວມທັງວິຊາພາສາລາວ, ພາສາລາວສຳລັບຜູ້ທີ່ບໍ່ເວົ້າພາສາລາວ, ແລະ ການຮຽນຮ່ວມ.
- ການສ້າງຂີດຄວາມສາມາດໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ແລະ ວິທະຍາໄລຄູ ໃນການພັດທະນາມາດຕະຖານການສ້າງຄູ ແລະ ການສ້າງຫຼັກສູດ.
- ການສ້າງແຜນພັດທະນາວິຊາຊີບຄູ ສຳລັບຄູສອນຢູ່ວິທະຍາໄລຄູ ເພື່ອຊ່ວຍໃຫ້ພວກເຂົາສອນຫຼັກສູດສະບັບປັບປຸງໃໝ່ໃຫ້ແກ່ນັກຮຽນຢ່າງມີປະສິດຕິພາບຫຼາຍຂຶ້ນ ແລະ ໃຫ້ທຶນການສຶກສາແກ່ຄູທີ່ສອນນັກຮຽນຄູຊັ້ນປະຖົມ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໂດຍສະເພາະໃນລະດັບປະລິນຍາໂທ.
- ການຄັດເລືອກ, ການຝຶກອົບຮົມ ແລະ ການໃຫ້ນັກຮຽນຄູຊົນເຜົ່າສອນຢູ່ເຂດຫ່າງໄກສອກຫຼີກ ໂດຍການໃຫ້ທຶນການສຶກສາ.