ກິດຈະກຳການສື່ສານ ມີເປົ້າໝາຍໃນການເພິ່ມຄວາມຮັບຮູ້, ຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ຈຸດປະສົງຂອງແຜນງານບີຄວາ, ເຜີຍແຜ່ຜົນສຳເລັດຂອງແຜນງານ ແລະ ນຳສະເໜີການປະກອບສ່ວນຂອງຄູ່ຮ່ວມພັດທະນາ ໃນຂະແໜງການສຶກສາຂອງ ສປປ ລາວ. ຕັ້ງແຕ່ເດືອນມິຖຸນາ 2018 ເປັນຕົ້ນມາ, ຈຸດສຸມຫຼັກຂອງການສື່ສານ ແມ່ນການສະໜັບສະໜູນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່.
ທີມງານການສື່ສານ ເຮັດວຽກຢ່າງໄກ້ຊິດກັບກົມແຜນການ, ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ສູນໂຄສະນາຂໍ້ມູນຂ່າວສານ ຂອງ ກະຊວງ ສສກ ໃນການຊອກໂອກາດ ແລະ ຄວາມຕ້ອງການໃນການສື່ສານ, ຜະລິດເຄື່ອງມືສື່ສານທີ່ເໝາະສົມ ແລະ ເຜີຍແຜ່ໃຫ້ແກ່ຜູ້ຮັບຂໍ້ມູນເປົ້າໝາຍທີ່ກ່ຽວຂ້ອງ.
ທີມງານການສື່ສານ ນຳໃຊ້ ແລະ ພັດທະນາເຄື່ອງມື ແລະ ຊ່ອງທາງການສື່ສານຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງ ເຊັ່ນ: ແຜ່ນພັບ, ບົດຄວາມ, ບົດຂ່າວ, ໂປສະເຕີ ແລະ ປ້າຍ, ເວັບໄຊ້, ແລະ ບົດລົງສື່ສັງຄົມ, ງານທາງດ້ານການທູດ ແລະ ວິດີໂອ.