ແຜນງານບີຄວາສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະ ຂັ້ນທ້ອງຖິ່ນ ໃນການປັບປຸງນະໂຍບາຍ, ການວາງແຜນ ແລະ ການລິເລິ່ມປະສານງານ ທີ່ຈະສົ່ງຜົນເຖິງຄຸນນະພາບການສອນໂດຍກົງ.
ກິດຈະກຳຫຼັກປະກອບມີ:
- ການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ແກ່ການວາງແຜນ ແລະ ການບໍລິຫານລະບົບງົບປະມານ ເພື່ອໃຫ້ການຊ່ວຍເຫຼືອການຈັດຕັ້ງປະຕິບັດຫຼັກສູດແກ່ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ.
- ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໃນການຕິດຕາມ ແລະ ປະເມີນເຄືອຄ່າຍ.
- ທົດລອງກິດຈະກຳ ທີ່ມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານທ້ອງຖິ່ນ ຮ່ວມກັບຄະນະພັດທະນາການສຶກສາຂັ້ນບ້ານ.