Menu
MNE5

ວິທີການຂອງແຜນງານບີຄວາໃນການຕິດຕາມ, ປະເມີນຜົນ ແລະ ການຮຽນຈາກການຈັດຕັ້ງປະຕິບັດ (MEL), ແມ່ນການຮ່ວມກັນປຶກສາຫາລື ແລະ ການມີສ່ວນຮ່ວມ.

ເປົ້າ​ໝາຍ​ຂອງການຕິດ​ຕາມ, ປະ​ເມີນ​ຜົນ ແລະ ການ​ຮຽນຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແມ່ນ​ເພື່ອ:

  • ສະ​ແດງ​ໃຫ້​ຄູ່​ຮ່ວມ​ພັດ​ທະ​ນາ ແລະ ຄູ່​ຮ່ວມ​ງານ​ເຫັນ​ເຖິງ ຄວາມ​ສາ​ມາດ​ໃນ​ການ​ນຳ​ໃຊ້ເຄື່ອງ​ມືຕ່າງໆ ໂດຍ​ການ​ຕິດ​ຕາມຄ່າ​ໃຊ້​ຈ່າຍ ແລະ ຄຸນ​ນະ​ພາບ ແລະ ປະ​ສິດ​ຕິ​ພາບ​ຂອງ​ກິດ​ຈະ​ກຳ ແລະ ຜົນ​ໄດ້​ຮັບ, ແລະ ປະ​ສິດ​ຕິ​ຜົນໃນ​ການ​ບັນ​ລຸ​ເປົ້າ​ໝາຍ.
  • ເຮັດ​ໃຫ້​ວ​ຽກ​ງານທີ່​ກຳ​ລັງ​ດຳ​ເນີນຢູ່​ບັນ​ລຸ​ຜົນ ໂດຍ​ການ​ຕິດ​ຕາມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ ແລະ ຄວາມ​ຄືບ​ໜ້າອີງ​ໃສ່​ເປົ້າ​ໝາຍທີ່​ຄາ​ດ​ຄະ​ເນ​ໄວ້.
  • ຮຽນ ແລະ ແລກ​ປ່ຽນ​ບົດ​ຮຽນ ກ່​ຽວ​ກັບ ສິ່ງ​ທີ່ປະ​ສົບ​ຜົນ​ສຳ​ເລັດ ແລະ ບໍ່ສຳ​ເລັດ ແລະ ປັດ​ໄຈ​ຕ່າງໆ​ທີ່​ກ່ຽງ​ຂ້ອງ. ສິ່ງ​ດັ່ງ​ກ່າວນີ້ ​ແມ່ນດຳ​ເນີນ​ການ​ໂດຍ​ຜ່ານ​ການ​ທົບ​ທວນ ແລະ ການຝຶກ​ອົບ​ຮົມການ​ສະ​ທ້ອນ​ຄືນ, ວາ​ລະ​ການ​ທົບ​ທວນພາຍຫຼັງສຳ​ເລັດການ​ປະ​ຕິ​ບັດ​ວຽກ​ງານ ແລະ ໂດຍກ​ານ​ແລກ​ປ່ຽນ​ຜົນ​ຈາກ​ກໍ​ລະ​ນີ​ສຶກ​ສາ ແລະ ​ການ​ປະເມີນຕາມເປົ້າ​ໝາຍກັບ​ຄູ່ຮ່ວມ​ງານ.

  • ການ​ແຈ້ງວິ​ທີ​ການ​ແຍກແຜນ​ວຽກ, ການ​ເພິ່ມແຜນ​ວຽກ​ ແລະ ການ​ອອກແບບ​ແຜນວຽກໃນ​ອະ​ນາ​ຄົດ ໂດຍ​ຜ່ານການ​ປະ​ເມີນທີ່​ມີ​ເປົ້າ​ໝາຍ, ກໍ​ລະ​ນີສຶກ​ສາ, ການ​​ທົດ​ລອງ ແລະ ໂຄງ​ການ​ທົດ​ລອງ.
  • ການ​ສ້າງ​ຄວາມ​ສາ​ມາດ​ໃຫ້​ແກ່​ຄູ່​ຮ່ວມ​ງານ​ພາກ​ລັດ ໃນການຕິດ​ຕາມ, ປະ​ເມີນຜົນ ແລະ ການ​ຮຽນຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໂດຍ​ຜ່ານ​ການ​​ແນະ​ນຳ ແລະ ການ​ຝຶກ​ອົບ​ຮົມ​ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ງານ ເພື່ອ​ສະ​ໜັບ​ສະ​ໜູນ ການຕິດ​ຕາມ, ປະ​ເມີນ​ຜົນ, ແລະ ການ​ຮຽນຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂອງເຄືອ​ຄ່າຍ ກ​ະ​ຊວງ ສ​ສກ. ແຜນ​ງານ​ບີ​ວາ​ຍັງ​ສະ​ໜັບສະ​ໜູນ ກະ​ຊວງ ສ​ສກ ໃນ​ກາ​ນ​ທົບ​ທວນ ແລະ ປັບ​ປຸງ​ການ​ຕິດ​ຕາມ​​ແຜນການ​ຈັດ​ຕັ້ງ​ປະ​ຕິ​ບັດຫຼັກ​ສູດຊັ້ນ​ປະ​ຖົມ​ສຶກ​ສາ​ສະ​ບັບ​ປັບ​ປຸງ​ໃໝ່.

ລະ​ບົບການຕິດ​ຕາມ, ປະ​ເມີນ​ຜົນ, ແລະ ການ​ຮຽນຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດງານຂອງ​ແຜນ​ງານ​ບີ​ຄວາ​ ແມ່ນ​ມີ​ຄວາມ​ຍືດ​ຍຸ່ນ ແລະ ປັບ​ຕົວ​ໄດ້ ເພື່ອ​ຕອບຮັບ​​ບຸ​ລິ​ມະ​ສິດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ງານ​ແຕ່​ລະ​ໄລ​ຍະ ແລະ ສະ​ທ້ອນ​​ຄືນ​ຄວາມຫຼາກຫຼາຍ​ຂອງ​ກິດ​ຈະ​ກຳໃນ​ແຜນ​ງານ. ເມື່ອໃດທີ່ເໝາະສົມ, ເຄື່ອງມືຂອງການຕິດຕາມ, ປະເມີນຜົນ, ແລະ ການຮຽນຈາກການຈັດຕັ້ງປະຕິບັດ ຈະນຳໃຊ້ເຕັກໂນໂລຍີໃໝ່ ເພື່ອສ້າງໂອກາດໃນການເຂົ້າເຖິງຂໍ້ມູນການຕິດຕາມ, ປະເມີນຜົນ, ແລະ ການຮຽນຈາກການຈັດຕັ້ງປະຕິບັດງານ ໃຫ້ທັນສະພາບ, ມີຄວາມຖືກຕ້ອງ, ແລະ ໃຫ້ຂໍ້ມູນທີ່ກ່ຽວຂ້ອງແກ່ນັກວາງແຜນ ແລະ ຜູ້ມີອຳນາດຕັດສິນ. ທີມ​ງານ​ການ​ຕິດ​ຕາມ, ການ​ປະ​ເມີນ​ຜົນ ແລະ ການ​ຮຽນຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດງານຂັບ​ເຄື່ອນ​ການ​ຮຽນ​ຈາກຫຼາຍ​ຝ່າຍ ແລະ ສືບ​ຕໍ່​ປັບ​ປຸງ​ວຽກ​ງານ​ຂອງແຜນງານ​ບີ​ຄວາ ຮ່ວມ​ກັບ​ຄູ່​ຮ່ວມ​ງານ ເພື່ອ​ແລກ​ປ່ຽນ​ຄວາມ​ເຂົ້າ​ໃຈ​ ໃນ​ການ​ສ້າງ​ຜົນ​ໄດ້​ຮັບ​ທີ່​ມີຄວາມ​ຍືນ​ຍົງ.